bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 28
1 Chronicles 28
Lao Bible 2012 (ພຣະຄຳພີສັກສິ)
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 29 →
1
ກະສັດໄດ້ສັ່ງບັນດາຂ້າຣາຊການທັງໝົດໃນຊາດອິດສະຣາເອນ ໃຫ້ມາປະຊຸມກັນທີ່ນະຄອນເຢຣູຊາເລັມ. ດັ່ງນັ້ນ ຂ້າຣາຊການທັງໝົດຂອງເຜົ່າຕ່າງໆ, ບັນດາຂ້າຣາຊການຜູ້ທີ່ໄດ້ບໍລິຫານວຽກການຂອງອານາຈັກ ບັນດາຜູ້ນຳຂອງຕະກຸນຕ່າງໆ, ບັນດາເຈົ້າໜ້າທີ່ຜູ້ເບິ່ງແຍງຊັບສົມບັດ ແລະສັດຂອງກະສັດ ແລະຂອງບັນດາລູກຊາຍຂອງເພິ່ນ ຕະຫລອດທັງບັນດາຂ້າຣາຊການໃນວັງ, ພວກທະຫານທີ່ເກັ່ງກ້າ, ພວກນັກຮຽນຮູ້ ແລະບັນດາຜູ້ອາວຸໂສ ກໍໄດ້ມາເຕົ້າໂຮມກັນຢູ່ທີ່ນະຄອນເຢຣູຊາເລັມ.
2
ກະສັດດາວິດໄດ້ຢືນຂຶ້ນຕໍ່ໜ້າພວກເຂົາ ແລະກ່າວແກ່ທີ່ປະຊຸມວ່າ, “ເພື່ອນຮ່ວມຊາດທັງຫລາຍ ຈົ່ງຟັງເທີ້ນ ຂ້າພະເຈົ້າຕ້ອງການສ້າງວິຫານອັນຖາວອນເພື່ອໄວ້ຫີບພັນທະສັນຍາຂອງພຣະເຈົ້າຢາເວ ໃຫ້ເປັນທີ່ຮອງຕີນພຣະເຈົ້າຂອງພວກເຮົາ. ຂ້າພະເຈົ້າໄດ້ຫ້າງຫາທຸກສິ່ງໄວ້ພ້ອມແລ້ວສຳລັບການກໍ່ສ້າງ.
3
ແຕ່ພຣະເຈົ້າໄດ້ຫ້າມຂ້າພະເຈົ້າໄວ້ ເພາະຂ້າພະເຈົ້າເປັນນັກຮົບ ແລະໄດ້ເຮັດໃຫ້ເລືອດຕົກຢ່າງຫລວງຫລາຍ.
4
ພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນໄດ້ເລືອກຂ້າພະເຈົ້າ ແລະເຊື້ອສາຍຂອງຂ້າພະເຈົ້າໃຫ້ປົກຄອງຊາດອິດສະຣາເອນຕະຫລອດໄປ. ພຣະອົງໄດ້ເລືອກເອົາເຜົ່າຢູດາໃຫ້ເປັນຫົວໜ້ານຳພາ ແລະຈາກເຜົ່າຢູດາ ພຣະອົງໄດ້ເລືອກເອົາຄອບຄົວຂອງຂ້າພະເຈົ້າ. ຈາກພີ່ນ້ອງທັງໝົດໃນຄອບຄົວຂອງຂ້າພະເຈົ້າ ພຣະອົງພໍໃຈນຳຂ້າພະເຈົ້າ ແລະແຕ່ງຕັ້ງຂ້າພະເຈົ້າໃຫ້ຂຶ້ນເປັນກະສັດປົກຄອງທົ່ວທັງໝົດຊາດອິດສະຣາເອນ.
5
ພຣະເຈົ້າຢາເວໄດ້ໃຫ້ຂ້າພະເຈົ້າມີລູກຊາຍຫລາຍຄົນ ແລະໃນພວກລູກຊາຍທັງໝົດຂອງຂ້າພະເຈົ້ານັ້ນ ພຣະອົງກໍໄດ້ເລືອກເອົາໂຊໂລໂມນໃຫ້ຂຶ້ນເປັນຜູ້ປົກຄອງຊາດອິດສະຣາເອນ ອານາຈັກຂອງພຣະເຈົ້າຢາເວ.
6
ພຣະອົງໄດ້ກ່າວແກ່ຂ້າພະເຈົ້າວ່າ, ‘ໂຊໂລໂມນ ລູກຊາຍຂອງເຈົ້າເທົ່ານັ້ນຈະເປັນຜູ້ສ້າງວິຫານຂອງເຮົາ. ເຮົາໄດ້ເລືອກເອົາລາວໃຫ້ເປັນລູກຊາຍຂອງເຮົາ ແລະເຮົາຈະເປັນພໍ່ຂອງລາວ.
7
ເຮົາຈະເຮັດໃຫ້ອານາຈັກຂອງລາວຍືນຍົງໄປຕະຫລອດ ຖ້າລາວສືບຕໍ່ເຊື່ອຟັງຢ່າງເອົາໃຈໃສ່ ກົດບັນຍັດທຸກບົດແລະຄຳສັ່ງທຸກຂໍ້ຂອງເຮົາ ດັ່ງທີ່ລາວປະຕິບັດໃນເວລານີ້.’
8
ສະນັ້ນ ປະຊາຊົນຂອງຂ້າພະເຈົ້າເອີຍ ບັດນີ້ ໂດຍຊ້ອງໜ້າພຣະເຈົ້າຢາເວຂອງພວກເຮົາ ຕໍ່ການໄດ້ຍິນພຣະເຈົ້າຂອງພວກເຮົາ ແລະຢູ່ຕໍ່ໜ້າທີ່ປະຊຸມຂອງຊາວອິດສະຣາເອນທັງໝົດນີ້; ຂ້າພະເຈົ້າຈຶ່ງຂໍສັ່ງພວກທ່ານທຸກຄົນໃຫ້ເຊື່ອຟັງຢ່າງເອົາໃຈໃສ່ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ສັ່ງພວກເຮົາໄວ້ທຸກປະການ; ເພື່ອວ່າພວກທ່ານຈະໄດ້ສືບຕໍ່ເປັນກຳມະສິດດິນແດນອັນອຸດົມສົມບູນແລະຮັ່ງມີ ຊຶ່ງພວກທ່ານຈະໄດ້ສືບທອດໃຫ້ເຊັ່ນຕໍ່ໆໄປໄດ້.”
9
ຕໍ່ມາເພິ່ນໄດ້ກ່າວແກ່ໂຊໂລໂມນວ່າ, “ລູກເອີຍ ເຈົ້າຈົ່ງຮໍ່າຮຽນໃຫ້ຮູ້ຈັກພຣະເຈົ້າອົງທີ່ພໍ່ໄດ້ຮັບໃຊ້ນີ້ໃຫ້ດີໆ ແລະຈົ່ງບົວລະບັດຮັບໃຊ້ພຣະອົງດ້ວຍສຸດໃຈແລະສຸດຄວາມຄິດ. ພຣະເຈົ້າຢາເວຮູ້ຄວາມຄິດແລະຄວາມປາຖະໜາທັງໝົດຂອງພວກເຮົາ. ຖ້າເຈົ້າສະແຫວງຫາພຣະອົງ ພຣະອົງກໍຈະໃຫ້ເຈົ້າໄດ້ພົບກັບພຣະອົງ, ແຕ່ຖ້າເຈົ້າຫັນໜ້າໜີໄປຈາກພຣະອົງ ພຣະອົງກໍຈະປະຖິ້ມເຈົ້າຕະຫລອດໄປ.
10
ເຈົ້າຕ້ອງຮັບຮູ້ວ່າພຣະເຈົ້າຢາເວໄດ້ເລືອກເອົາເຈົ້າ ໃຫ້ເປັນຜູ້ສ້າງວິຫານອັນສັກສິດຂອງພຣະອົງ. ບັດນີ້ ຈົ່ງລົງມືເຮັດດ້ວຍຄວາມເດັດດ່ຽວ ແລະກ້າຫານເທີ້ນ.”
11
ກະສັດດາວິດໄດ້ມອບແຜນຜັງການກໍ່ສ້າງພຣະວິຫານທັງໝົດໃຫ້ແກ່ໂຊໂລໂມນຄື: ແຜນຜັງຫ້ອງຕ່າງໆ, ຫ້ອງໄວ້ເຄື່ອງ ແລະຫ້ອງຊັ້ນເທິງ ແລະຫ້ອງຊັ້ນໃນ ແລະຫ້ອງສັກສິດທີ່ສຸດຄືຫ້ອງພຣະທີ່ນັ່ງແຫ່ງພຣະຄຸນ.
12
ເພິ່ນໄດ້ບອກໃຫ້ໂຊໂລໂມນຮູ້ແຜນຜັງທີ່ເພິ່ນໄດ້ຄິດໃນໃຈກ່ຽວກັບເດີ່ນວິຫານຂອງພຣະເຈົ້າຢາເວ ແລະຫ້ອງອື່ນໆທີ່ອ້ອມຮອບເດີ່ນວິຫານຂອງພຣະເຈົ້າ ແລະຫ້ອງໄວ້ຂອງສຳລັບເຄື່ອງໃຊ້ໃນພຣະວິຫານແລະເຄື່ອງທີ່ອຸທິດຖວາຍ.
13
ກະສັດດາວິດໄດ້ມອບໃຫ້ໂຊໂລໂມນ ມີລະບຽບການຈັດຕັ້ງຂອງບັນດາປະໂຣຫິດແລະຂອງພວກເລວີ ໃນການຮັບໃຊ້ໃນວິຫານຂອງພຣະເຈົ້າຢາເວ ແລະຮັກສາເຄື່ອງໃຊ້ທັງໝົດປະຈຳວິຫານຂອງພຣະເຈົ້າຢາເວ.
14
ເພິ່ນໄດ້ແນະນຳວ່າ ຈະໃຊ້ເງິນແລະຄຳໜັກເທົ່າໃດ ເພື່ອເຮັດເຄື່ອງໃຊ້,
15
ເຮັດຕະກຽງແຕ່ລະໜ່ວຍ ແລະລຳຕະກຽງແຕ່ລະອັນ;
16
ເຮັດໂຕະເປັນເງິນແລະໂຕະເປັນຄຳ ເພື່ອຈະວາງເຂົ້າຈີ່ຖວາຍ.
17
ເພິ່ນຍັງແນະນຳວ່າຈະໃຊ້ຄຳເທົ່າໃດເພື່ອເຮັດສ້ອມ, ຖ້ວຍ ແລະໄຫ, ຕະຫລອດທັງຈະໃຊ້ເງິນແລະຄຳເທົ່າໃດສຳລັບເຮັດຈານ,
18
ແລະຈະໃຊ້ຄຳສົດເທົ່າໃດສຳລັບເຮັດແທ່ນບູຊາ ເພື່ອເຜົາເຄື່ອງຫອມພ້ອມທັງເຮັດລົດມ້າສຳລັບເຄຣຸບ ຊຶ່ງມີປີກພືອອກທີ່ເທິງຫີບພັນທະສັນຍາຂອງພຣະເຈົ້າຢາເວ.
19
ກະສັດດາວິດໄດ້ເວົ້າວ່າ, “ທັງໝົດນັ້ນມີຢູ່ໃນແຜນຜັງຕາມຄຳແນະນຳ ທີ່ພຣະເຈົ້າຢາເວເອງໄດ້ບອກພໍ່ປະຕິບັດໃຫ້ສຳເລັດ.”
20
ກະສັດດາວິດໄດ້ສັ່ງໂຊໂລໂມນລູກຊາຍຂອງເພິ່ນວ່າ, “ຈົ່ງເດັດດ່ຽວ ແລະກ້າຫານ. ຈົ່ງລົງມືເຮັດວຽກ ແລະຢ່າໃຫ້ມີສິ່ງໃດສິ່ງໜຶ່ງຂັດຂວາງເຈົ້າເລີຍ. ພຣະເຈົ້າຢາເວ ພຣະເຈົ້າອົງທີ່ພໍ່ໄດ້ບົວລະບັດຮັບໃຊ້ນັ້ນຈະສະຖິດຢູ່ນຳເຈົ້າ. ພຣະອົງຈະບໍ່ປະຖິ້ມເຈົ້າແຕ່ພຣະອົງຈະຢູ່ນຳເຈົ້າ ຈົນກວ່າເຈົ້າຈະກໍ່ສ້າງວິຫານຂອງພຣະເຈົ້າຢາເວສຳເລັດ.
21
ບັນດາປະໂຣຫິດ ແລະພວກເລວີໄດ້ຮັບມອບໝາຍໜ້າທີ່ ໃຫ້ຮັບຜິດຊອບໃນວິຫານຂອງພຣະເຈົ້າ. ຊ່າງສີມືທຸກໆຂະແໜງກໍຍິນດີຈະຊ່ວຍເຫລືອເຈົ້າ ແລະປະຊາຊົນທັງໝົດພ້ອມບັນດາພວກຜູ້ນຳກໍຢູ່ໃຕ້ຄຳສັ່ງຂອງເຈົ້າ.”
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 29 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29