bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 19
1 Chronicles 19
Lao Bible 2012 (ພຣະຄຳພີສັກສິ)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 20 →
1
ຕໍ່ມາ ນາຮາດກະສັດແຫ່ງອຳໂມນໄດ້ຕາຍໄປ ແລະຮານູນລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດແທນ.
2
ກະສັດດາວິດຈຶ່ງເວົ້າວ່າ, “ເຮົາຕ້ອງສະແດງຄວາມເປັນມິດອັນສັດຊື່ຕໍ່ຮານູນ ດັ່ງທີ່ນາຮາດພໍ່ຂອງລາວໄດ້ປະຕິບັດຕໍ່ເຮົາ.” ດັ່ງນັ້ນ ເພິ່ນຈຶ່ງສົ່ງຄະນະທູດໄປສະແດງຄວາມເສົ້າໂສກເສຍໃຈ ແລະໄວ້ອາໄລນຳ. ເມື່ອຄະນະທູດໄດ້ມາຮອດນະຄອນອຳໂມນ ແລະຂໍເຂົ້າພົບກະສັດຮານູນ
3
ພວກຜູ້ນຳຊາວອຳໂມນຈຶ່ງໄປບອກກະສັດວ່າ, “ທ່ານຄິດວ່າກະສັດດາວິດສົ່ງຄະນະທູດ ມາສະແດງການໄວ້ອາໄລນຳທ່ານໃນເວລານີ້ ເພື່ອເປັນການໃຫ້ກຽດພໍ່ຂອງທ່ານບໍ? ແນ່ນອນບໍ່ແມ່ນດອກ ເພິ່ນສົ່ງພວກເຂົາມາທີ່ນີ້ເພື່ອສອດແນມເບິ່ງເມືອງຂອງພວກເຮົາ ເພື່ອວ່າເພິ່ນຈະສາມາດຮົບຊະນະພວກເຮົາໄດ້.”
4
ດັ່ງນັ້ນ ຮານູນຈຶ່ງຈັບຄະນະທູດຂອງກະສັດດາວິດ ແລະຕັດໜວດຂ້າງໜຶ່ງອອກ ທັງຕັດຂາສົ້ງຈົນຈຳກະໂພກ ແລະສົ່ງພວກເຂົາກັບຄືນເມືອ.
5
ພວກເຂົາອັບອາຍຫລາຍຈົນບໍ່ກ້າກັບຄືນເມືອ. ເມື່ອກະສັດດາວິດໄດ້ຍິນເຖິງເລື່ອງທີ່ເກີດຂຶ້ນ ເພິ່ນຈຶ່ງສັ່ງຄວາມໄປບອກພວກເຂົາໃຫ້ພັກຢູ່ເມືອງເຢຣິໂກ ແລະບໍ່ໃຫ້ກັບຄືນມາຈົນກວ່າໜວດປົ່ງເສຍກ່ອນ.
6
ກະສັດຮານູນ ແລະຊາວອຳໂມນຮູ້ສຶກວ່າ ພວກຕົນໄດ້ສ້າງສັດຕູກັບກະສັດດາວິດແລ້ວ. ດັ່ງນັ້ນ ພວກເຂົາຈຶ່ງຈ່າຍເງິນປະມານສາມສິບສີ່ພັນກິໂລກຼາມ ເພື່ອຈ້າງເອົາລົດຮົບພ້ອມຄົນຂັບຈາກເມໂຊໂປຕາເມຍຕອນເທິງ ແລະຈາກນະຄອນມາອາກາ ແລະໂຊບາແຫ່ງຊີເຣຍ.
7
ລົດຮົບສາມສິບສອງພັນຄັນ ທີ່ຖືກຈ້າງມາ ແລະກອງທັບຂອງກະສັດມາອາກາ ໄດ້ຕັ້ງຄ້າຍຢູ່ໃກ້ເມືອງເມເດບາ. ແລ້ວຊາວອຳໂມນກໍໄດ້ອອກມາຈາກເມືອງຕ່າງໆຂອງພວກເຂົາ ເພື່ອຕຽມສູ້ຮົບ.
8
ເມື່ອກະສັດດາວິດໄດ້ຍິນສິ່ງທີ່ເກີດຂຶ້ນ ເພິ່ນຈຶ່ງສົ່ງໂຢອາບພ້ອມດ້ວຍກອງທັບທັງໝົດອອກໄປ.
9
ພວກອຳໂມນເຄື່ອນທັບມາຕັ້ງທີ່ໝັ້ນຢູ່ທາງເຂົ້າຂອງຣັບບາ ເມືອງເອກຂອງພວກເຂົາ; ແລະບັນດາກະສັດທີ່ມາຊ່ວຍນັ້ນ ກໍຕັ້ງທີ່ໝັ້ນຂອງພວກຕົນຢູ່ນອກຕົວເມືອງ.
10
ໂຢອາບໄດ້ເຫັນວ່າ ກອງທັບຂອງສັດຕູຈະໂຈມຕີທາງດ້ານໜ້າແລະດ້ານຫລັງ; ສະນັ້ນ ເພິ່ນຈຶ່ງເລືອກເອົາທະຫານອິດສະຣາເອນຜູ້ທີ່ເກັ່ງກ້າທີ່ສຸດ ໄປຕັ້ງທີ່ໝັ້ນຢູ່ປະເຊີນໜ້າກັບທະຫານຊີເຣຍ.
11
ສ່ວນທະຫານທີ່ເຫຼືອນັ້ນ ເພິ່ນໄດ້ມອບໃຫ້ຢູ່ໃຕ້ການບັງຄັບບັນຊາຂອງອາບີໄຊນ້ອງຊາຍຂອງຕົນ. ລາວໄດ້ຕັ້ງທີ່ໝັ້ນຢູ່ປະເຊີນໜ້າກັບຊາວອຳໂມນ.
12
ໂຢອາບເວົ້າກັບລາວວ່າ, “ຖ້າເຈົ້າເຫັນວ່າພວກຊີເຣຍເອົາຊະນະຂ້ອຍ ໃຫ້ເຈົ້າມາຊ່ວຍຂ້ອຍ. ແຕ່ຖ້າພວກອຳໂມນເອົາຊະນະເຈົ້າ ຂ້ອຍຈະໄປຊ່ວຍເຈົ້າ.
13
ຈົ່ງເຂັ້ມແຂງແລະກ້າຫານ ໃຫ້ພວກເຮົາສູ້ຮົບຢ່າງເດັດດ່ຽວເພື່ອປະຊາຊົນຂອງພວກເຮົາ ແລະເພື່ອຫົວເມືອງຕ່າງໆຂອງພຣະເຈົ້າ. ຂໍໃຫ້ພຣະເຈົ້າຢາເວກະທຳການຂອງພຣະອົງດ້ວຍເທີ້ນ.”
14
ແລ້ວໂຢອາບກັບທະຫານຂອງຕົນກໍຍົກທັບເຂົ້າໄປໂຈມຕີພວກຊີເຣຍ ແລະພວກເຂົາຕ່າງກໍແຕກພ່າຍໜີໄປ.
15
ເມື່ອພວກອຳໂມນເຫັນວ່າພວກຊີເຣຍປົບໜີໄປແລ້ວ ພວກເຂົາກໍແລ່ນປົບໜີຈາກອາບີໄຊ ແລະຖອຍເຂົ້າໄປໃນເມືອງ. ແລ້ວໂຢອາບກໍກັບຄືນມາສູ່ນະຄອນເຢຣູຊາເລັມ.
16
ພວກຊີເຣຍເຫັນວ່າ ພວກຕົນໄດ້ພ່າຍແພ້ໃຫ້ແກ່ພວກອິດສະຣາເອນແລ້ວ; ສະນັ້ນ ພວກເຂົາຈຶ່ງນຳເອົາກອງທະຫານມາຈາກເມືອງຕ່າງໆ ທີ່ຢູ່ທາງທິດຕາເວັນອອກຂອງແມ່ນໍ້າເອີຟຣັດ ແລະໃຫ້ຢູ່ໃຕ້ການບັນຊາຂອງໂຊບັກ ຜູ້ບັນຊາການກອງທັບຂອງກະສັດຮາດາເດເຊແຫ່ງໂຊບາ.
17
ເມື່ອກະສັດດາວິດໄດ້ຍິນເຊັ່ນນັ້ນ ເພິ່ນຈຶ່ງຮວບຮວມເອົາທະຫານອິດສະຣາເອນທັງໝົດຂ້າມແມ່ນໍ້າຈໍແດນໄປ ແລະໄດ້ຕັ້ງທີ່ໝັ້ນຢູ່ປະເຊີນໜ້າກັບກອງທັບຊີເຣຍ. ການສູ້ຮົບກັນໄດ້ເລີ່ມຂຶ້ນ
18
ແລະພວກອິດສະຣາເອນໄດ້ໄລ່ກອງທັບຊີເຣຍໃຫ້ລ່າຖອຍໜີໄປ. ກະສັດດາວິດ ແລະທະຫານຂອງເພິ່ນໄດ້ຂ້າທະຫານຂັບລົດຮົບເຈັດພັນຄົນ ແລະທະຫານລາບສີ່ສິບພັນຄົນ. ພວກເຂົາຍັງໄດ້ຂ້າໂຊບັກຜູ້ບັນຊາການກອງທັບຊີເຣຍດ້ວຍ.
19
ເມື່ອພວກທີ່ຂຶ້ນກັບກະສັດຮາດາເດເຊເຫັນວ່າ ພວກຕົນໄດ້ພ່າຍແພ້ໃຫ້ແກ່ຊາດອິດສະຣາເອນແລ້ວ ຕ່າງກໍໄດ້ເຮັດສັນຍາສະຫງົບເສິກກັບກະສັດດາວິດ ແລະຍອມຢູ່ໃຕ້ອຳນາດການປົກຄອງຂອງເພິ່ນ. ພວກຊີເຣຍຈຶ່ງບໍ່ຍອມຊ່ວຍເຫລືອພວກອຳໂມນອີກຕໍ່ໄປຈັກເທື່ອ.
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29