bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 10
1 Chronicles 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 11 →
1
ພວກຟີລິດສະຕິນໄດ້ເຮັດເສິກກັບພວກອິດສະຣາເອນທີ່ເທິງພູເຂົາກິນໂບອາ. ພວກອິດສະຣາເອນໄດ້ຖືກຂ້າຢ່າງຫລວງຫລາຍໃນທີ່ນັ້ນ ແລະສ່ວນທີ່ເຫຼືອຢູ່ກັບກະສັດໂຊນເອງ ພ້ອມດ້ວຍລູກຊາຍຂອງເພິ່ນຕ່າງກໍໄດ້ປົບໜີໄປ.
2
ແຕ່ພວກເຂົາຖືກພວກຟີລິດສະຕິນຈັບໄດ້ ພ້ອມທັງລູກຊາຍສາມຄົນຂອງກະສັດໂຊນ ດັ່ງນີ້: ໂຢນາທານ, ອາບີນາດາບ ແລະມັນກີຊູອາ. ພວກຟີລິດສະຕິນໄດ້ຂ້າພວກເຂົາຖິ້ມ.
3
ການສູ້ຮົບປິດລ້ອມກະສັດໂຊນໜັກໜ່ວງຫລາຍ ແລະເພິ່ນເອງກໍຖືກລູກທະນູຂອງສັດຕູບາດເຈັບສາຫັດ.
4
ເພິ່ນກ່າວແກ່ຊາຍໜຸ່ມຜູ້ທີ່ຖືອາວຸດຂອງເພິ່ນວ່າ, “ຊັກດາບອອກມາຂ້າຂ້ອຍສາ ເພື່ອພວກຟີລິດສະຕິນຜູ້ບໍ່ນັບຖືພຣະເຈົ້າຈະບໍ່ໄດ້ສົມນໍ້າໜ້າຂ້ອຍ.” ແຕ່ຊາຍໜຸ່ມຜູ້ນັ້ນຢ້ານຫລາຍຈຶ່ງບໍ່ກ້າຂ້າເພິ່ນ. ດັ່ງນັ້ນ ກະສັດໂຊນຈຶ່ງຊັກດາບອອກມາແລະຂ້າຕົນເອງເສຍ.
5
ເມື່ອຊາຍໜຸ່ມຜູ້ນັ້ນເຫັນວ່າກະສັດໂຊນໄດ້ຕາຍແລ້ວ, ລາວຈຶ່ງໃຊ້ດາບແທງຕົນເອງຕາຍໄປຕາມເພິ່ນ.
6
ກະສັດໂຊນແລະລູກຊາຍສາມຄົນຂອງເພິ່ນໄດ້ຕາຍໄປດັ່ງນີ້ແຫລະ ແລະບໍ່ມີເຊື້ອສາຍຄົນໃດຂອງເພິ່ນໄດ້ປົກຄອງປະເທດໃນເວລາຕໍ່ມາ.
7
ເມື່ອພວກອິດສະຣາເອນທີ່ອາໄສຢູ່ໃນຮ່ອມພູຢິດຊະເຣນໄດ້ຍິນວ່າ ກອງທັບອິດສະຣາເອນໄດ້ປົບໜີ ແລະກະສັດໂຊນພ້ອມທັງພວກລູກຊາຍຂອງເພິ່ນກໍໄດ້ຕາຍແລ້ວ; ສະນັ້ນ ພວກເຂົາຈຶ່ງພາກັນປະເມືອງແລະປົບໜີໄປ. ແລ້ວພວກຟີລິດສະຕິນກໍໄດ້ເຂົ້າມາຢຶດເອົາເມືອງ.
8
ມື້ຕໍ່ມາ ຫລັງຈາກເຊົາສູ້ຮົບແລ້ວ ພວກຟີລິດສະຕິນກໍໄປແກ້ເອົາເຄື່ອງຈາກຊາກສົບ ແລະພວກເຂົາໄດ້ພົບຊາກສົບຂອງກະສັດໂຊນພ້ອມທັງຊາກສົບຂອງພວກລູກຊາຍ ນອນດອຍຢູ່ທີ່ເທິງພູເຂົາກິນໂບອາ.
9
ພວກເຂົາຈຶ່ງຕັດເອົາຫົວຂອງກະສັດໂຊນພ້ອມທັງປົດເຄື່ອງຮົບອອກ ແລ້ວກໍສົ່ງຄົນນຳຂ່າວດີໄປທົ່ວດິນແດນຟີລິດສະຕິນ ບອກຊາວຟີລິດສະຕິນແລະພະຂອງພວກເຂົາ.
10
ພວກເຂົາໄດ້ເອົາອາວຸດເພິ່ນໄປບັນຈຸໄວ້ໃນວິຫານແຫ່ງໜຶ່ງຂອງພວກເຂົາ ແລະເອົາຫົວຂອງກະສັດໂຊນຫ້ອຍໄວ້ໃນວິຫານຂອງພະດາໂກນ.
11
ເມື່ອຊາວເມືອງຢາເບັດກີເລອາດໄດ້ຍິນສິ່ງທີ່ພວກຟີລິດສະຕິນ ໄດ້ເຮັດຕໍ່ກະສັດໂຊນ
12
ບັນດາທະຫານຜູ້ເກັ່ງກ້າທີ່ສຸດກໍໄດ້ໄປເອົາຊາກສົບຂອງກະສັດໂຊນ ແລະຊາກສົບຂອງພວກລູກຊາຍຂອງເພິ່ນກັບຄືນມາທີ່ຢາເບັດ. ພວກເຂົາໄດ້ຝັງຊາກສົບເຫຼົ່ານັ້ນໄວ້ຢູ່ກ້ອງຕົ້ນໂອກແລະຖືສິນອົດອາຫານເຈັດວັນ.
13
ກະສັດໂຊນໄດ້ຕາຍໄປກໍເພາະເພິ່ນບໍ່ສັດຊື່ຕໍ່ພຣະເຈົ້າຢາເວ. ເພິ່ນບໍ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ; ເພິ່ນໄດ້ປຶກສານຳວິນຍານຂອງຄົນຕາຍ
14
ແທນທີ່ຈະປຶກສານຳພຣະເຈົ້າຢາເວ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ຂ້າເພິ່ນ ແລະມອບອານາຈັກໃຫ້ດາວິດລູກຊາຍຂອງເຢຊີ ຂຶ້ນປົກຄອງແທນ.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29