bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 26
1 Chronicles 26
Lao Bible 2012 (ພຣະຄຳພີສັກສິ)
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 27 →
1
ຄົນເລວີເຫຼົ່ານີ້ມີໜ້າທີ່ເຝົ້າຍາມພຣະວິຫານ. ຈາກຕະກຸນຂອງໂກຣາແມ່ນເມເຊເລມີຢາ ລູກຊາຍຂອງໂກເຣໃນຄອບຄົວຂອງອາສັບ.
2
ລາວມີລູກຊາຍເຈັດຄົນຕາມລຳດັບອາຍຸ ດັ່ງນີ້: ເຊກາຣີຢາ, ເຢດີອາເອນ, ເຊບາດີຢາ, ຢາທະນິເອນ,
3
ເອລາມ, ເຢໂຮຮານານ ແລະເອລີເອໂຮນາຍ.
4
ພຣະເຈົ້າໄດ້ອວຍພອນໂອເບັດເອໂດມໃຫ້ມີລູກຊາຍແປດຄົນ ຕາມລຳດັບອາຍຸ ດັ່ງນີ້: ເຊມາອີຢາ, ເຢໂຮຊາບັດ, ໂຢອາ, ສາກາ, ເນທາເນນ,
5
ອາມມີເອນ, ອິດຊາຄາ ແລະເປອູນເລໄທ.
6
ເຊມາອີຢາ ລູກຊາຍກົກຂອງໂອເບັດເອໂດມມີລູກຊາຍຫົກຄົນດັ່ງນີ້: ໂອທະນີ, ເຣຟາເອນ, ໂອເບັດ, ເອນຊາບັດ, ເອລີຮູ ແລະເສມາກີຢາ. ພວກເຂົາເປັນຄົນສຳຄັນໃນຕະກຸນເພາະພວກເຂົາມີຄວາມສາມາດສູງ; ສອງຄົນສຸດທ້າຍນີ້ຍິ່ງມີຄວາມສາມາດເລີດ.
8
ຄອບຄົວຂອງໂອເບັດເອໂດມສືບທອດ ຜູ້ມີຄວາມສາມາດສູງໃຫ້ທັງໝົດຫົກສິບສອງຄົນ ເພື່ອປະກອບສ່ວນເຂົ້າໃນວຽກງານດ້ານນີ້.
9
ຄອບຄົວຂອງເມເຊເລມີຢາ ສືບທອດຜູ້ມີຄວາມສາມາດໃຫ້ ສິບແປດຄົນ.
10
ໂຮສາ ຈາກຕະກຸນເມຣາຣີ ມີລູກຊາຍສີ່ຄົນດັ່ງນີ້: ຊີມຣີ (ພໍ່ຂອງລາວໄດ້ຕັ້ງລາວໃຫ້ເປັນຫົວໜ້າ ເຖິງແມ່ນວ່າບໍ່ແມ່ນອ້າຍກົກກໍຕາມ),
11
ຮິນກີຢາ, ເຕບາລີຢາ ແລະເຊກາຣີຢາ. ສະມາຊິກທັງໝົດໃນຄອບຄົວຂອງໂຮສາທີ່ເປັນຜູ້ເຝົ້າຍາມພຣະວິຫານມີສິບສາມຄົນ.
12
ຄົນເຝົ້າຍາມໃນວິຫານຂອງພຣະເຈົ້າຢາເວໄດ້ຖືກແບ່ງອອກເປັນໝວດຕາມຄອບຄົວ ແລະພວກເຂົາໄດ້ຖືກມອບໝາຍໜ້າທີ່ໃນພຣະວິຫານດັ່ງຄົນເລວີອື່ນໆ.
13
ແຕ່ລະຄອບຄົວຈະໃຊ້ສະຫລາກເອົາ ວ່າຕົນຈະຮັບຜິດຊອບປະຕູດ້ານໃດ ໂດຍບໍ່ຄຳນືງເຖິງວ່າຄອບຄົວມີຄົນຫລາຍ ຫລືຄົນໜ້ອຍ.
14
ເຊເລມີຢາ ຮັບສະຫລາກຖືກປະຕູດ້ານຕາເວັນອອກ ແລະເຊກາຣີຢາລູກຊາຍຂອງເພິ່ນ ຜູ້ໃຫ້ຄຳປຶກສາທີ່ດີຕະຫລອດມາ ກໍໄດ້ຮັບສະຫລາກຖືກປະຕູດ້ານເໜືອ.
15
ໂອເບັດເອໂດມ ໄດ້ຮັບສະຫລາກຖືກປະຕູດ້ານໃຕ້ ແລະພວກລູກຊາຍຂອງລາວໄດ້ຮັບສະຫລາກຖືກເຝົ້າຍາມຫ້ອງເກັບເຄື່ອງ.
16
ຊຸບປິມແລະໂຮສາ ໄດ້ຮັບສະຫລາກຖືກປະຕູດ້ານຕາເວັນຕົກ ແລະປະຕູຊັນເລເກັດທີ່ຖະໜົນຂ້າງເທິງ. ໜ້າທີ່ເຝົ້າຍາມນັ້ນໄດ້ຖືກແບ່ງຜຽນ ເຂົ້າຮັບໜ້າທີ່ສືບຕໍ່ກັນໄປ.
17
ທາງດ້ານຕາເວັນອອກ ແຕ່ລະວັນມີຄົນເຝົ້າຍາມຫົກຄົນ; ທາງດ້ານເໜືອມີສີ່ຄົນ ແລະທາງດ້ານໃຕ້ມີສີ່ຄົນ. ທີ່ຫ້ອງໄວ້ເຄື່ອງມີຄົນເຝົ້າຍາມສີ່ຄົນ ຫ້ອງລະສອງຄົນ.
18
ບ່ອນໃກ້ຕຶກທາງດ້ານຕາເວັນຕົກມີຄົນເຝົ້າຍາມສີ່ຄົນ ທີ່ຖະໜົນມີສອງຄົນ ແລະທີ່ຕົວຕຶກມີສອງຄົນ.
19
ອັນນີ້ແມ່ນການມອບໝາຍໜ້າທີ່ເຝົ້າຍາມ ໃຫ້ແກ່ຕະກຸນໂກຣາ ແລະເມຣາຣີ.
20
ຊາວເລວີອື່ນໆ ມີໜ້າທີ່ເບິ່ງແຍງຄັງຂອງວິຫານຂອງພຣະເຈົ້າ ແລະຫ້ອງໄວ້ຂອງທີ່ໄດ້ອຸທິດຖວາຍແລ້ວ.
21
ລາດານ ລູກຊາຍຜູ້ໜຶ່ງຂອງເກໂຊນເປັນບັນພະບຸລຸດຄອບຄົວຕາມໝວດຕ່າງໆ ລວມທັງຄອບຄົວຂອງເຢຮີເອລີ ລູກຊາຍຂອງຕົນ.
22
ລູກຊາຍອີກສອງຄົນຂອງລາດານ ເຊດທາມແລະໂຢເອນ ເປັນຜູ້ເບິ່ງແຍງຄັງວິຫານຂອງພຣະເຈົ້າຢາເວແລະຫ້ອງໄວ້ເຄື່ອງ.
23
ໜ້າທີ່ຕ່າງໆນີ້ຍັງໄດ້ຖືກມອບໝາຍໃຫ້ເຊື້ອສາຍຂອງອຳຣາມ, ອີຊະຮາ, ເຮັບໂຣນ ແລະອຸດຊີເອນ.
24
ເຊບູເອນ ຄົນໃນຕະກຸນເກໂຊມ ຜູ້ທີ່ເປັນລູກຊາຍຂອງໂມເຊ ໄດ້ເປັນຫົວໜ້າເຈົ້າໜ້າທີ່ຮັບຜິດຊອບຄັງຂອງພຣະວິຫານ.
25
ໂດຍເປັນດອງກັນກັບເອລີເອເຊນ້ອງຊາຍຂອງເກໂຊມ ລາວຈຶ່ງເປັນພີ່ນ້ອງກັບເຊໂລມິດ. ເອລີເອເຊເປັນພໍ່ຂອງເຣຮາບີຢາ, ເຣຮາບີຢາເປັນພໍ່ຂອງເຢຊາອີຢາ, ເຢຊາອີຢາເປັນພໍ່ຂອງໂຢຣາມ, ໂຢຣາມເປັນພໍ່ຂອງຊີກະຣີ, ຊີກະຣີເປັນພໍ່ຂອງເຊໂລມິດ.
26
ເຊໂລມິດ ແລະສະມາຊິກໃນຄອບຄົວຂອງລາວ ເປັນຜູ້ເບິ່ງແຍງເຄື່ອງຖວາຍທັງໝົດທີ່ກະສັດດາວິດ, ບັນດາຫົວໜ້າຄອບຄົວຕ່າງໆ, ບັນດາຜູ້ນຳຕະກຸນໃນໝວດຕ່າງໆ ແລະບັນດານາຍທະຫານໃນກອງທັບໄດ້ອຸທິດຖວາຍ.
27
ພວກເຂົານຳເອົາຂອງທີ່ຢຶດໄດ້ຈາກສະໜາມຮົບ ແລະອຸທິດຖວາຍສິ່ງເຫຼົ່ານັ້ນເພື່ອໃຊ້ໃນວິຫານຂອງພຣະເຈົ້າຢາເວ.
28
ເຊໂລມິດກັບຄອບຄົວຂອງລາວເປັນຜູ້ເບິ່ງແຍງທຸກສິ່ງ ທີ່ໄດ້ອຸທິດຖວາຍເພື່ອໃຊ້ໃນພຣະວິຫານ ລວມທັງເຄື່ອງຖວາຍ ຊຶ່ງຜູ້ທຳນວາຍຊາມູເອນ, ກະສັດໂຊນລູກຊາຍຂອງກີເຊ, ອັບເນລູກຊາຍຂອງເນຣະ ແລະໂຢອາບລູກຊາຍຂອງນາງເຊຣູອີຢາ ໄດ້ນຳມາຖວາຍ.
29
ໃນຈຳນວນເຊື້ອສາຍຂອງອີຊະຮານັ້ນ ເກນານີຢາກັບລູກຊາຍຂອງລາວ ໄດ້ຖືກມອບໝາຍໜ້າທີ່ການບໍລິຫານພາຍນອກສຳລັບຊາວອິດສະຣາເອນຄື: ເປັນເຈົ້າໜ້າທີ່ ແລະຜູ້ຕັດສິນ.
30
ໃນຈຳນວນເຊື້ອສາຍຂອງເຮັບໂຣນນັ້ນ ຮາຊາບີຢາ ແລະພີ່ນ້ອງຂອງລາວ ໜຶ່ງພັນເຈັດຮ້ອຍຄົນ ລ້ວນແຕ່ເດັ່ນໆທັງນັ້ນ ເຮັດໜ້າທີ່ບໍລິຫານຈັດການວຽກງານຂອງພຣະເຈົ້າຢາເວ ພິທີກຳແລະດ້ານພົນລະເຮືອນໃນປະເທດອິດສະຣາເອນ ທາງຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດນ.
31
ເຢຣິຢາເປັນຫົວໜ້າໃນເຊື້ອສາຍຂອງເຮັບໂຣນ. (ໃນຣາຊການປີທີສີ່ສິບຂອງກະສັດດາວິດ ໄດ້ມີການສືບສວນເບິ່ງສາຍຄອບຄົວຂອງເຮັບໂຣນ ຕະຫລອດທັງທະຫານຜູ້ທີ່ເກັ່ງກ້າຂອງຄອບຄົວນີ້ ທີ່ຍັງມີຊີວິດຢູ່ທີ່ອາໄສຢູ່ຢາເຊໃນກີເລອາດ.)
32
ກະສັດດາວິດໄດ້ເລືອກເອົາບັນດາຫົວໜ້າຄອບຄົວທີ່ເກັ່ງກ້າຈາກພີ່ນ້ອງຂອງເຢຣິຢາ ສອງພັນເຈັດຮ້ອຍຄົນ ເພື່ອໃຫ້ເຮັດໜ້າທີ່ບໍລິຫານທາງດ້ານກິດຈະການຂອງພຣະເຈົ້າ ແລະດ້ານພົນລະເຮືອນທ່າມກາງຊາວອິດສະຣາເອນທີ່ທາງຝັ່ງຕາເວັນອອກຂອງແມ່ນໍ້າຈໍແດນ ເຊັ່ນ: ໃນເຂດແດນຕ່າງໆຂອງຣູເບັນ, ກາດ ແລະມານາເຊເຄິ່ງເຜົ່າຕາເວັນອອກ.
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 27 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29