bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 17
1 Chronicles 17
Lao Bible 2012 (ພຣະຄຳພີສັກສິ)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 18 →
1
ບັດນີ້ ກະສັດດາວິດໄດ້ອາໄສຢູ່ໃນວັງແລ້ວ. ມື້ໜຶ່ງເພິ່ນໄດ້ສັ່ງໃຫ້ຜູ້ທຳນວາຍນາທານເຂົ້າມາພົບ ແລະເວົ້າວ່າ, “ເຮົາຢູ່ໃນວັງທີ່ສ້າງດ້ວຍໄມ້ສົນສີດາ, ແຕ່ຫີບພັນທະສັນຍາຂອງພຣະເຈົ້າຢາເວຍັງຖືກຮັກສາໄວ້ຢູ່ໃນຫໍເຕັນ.”
2
ນາທານຕອບວ່າ, “ຈົ່ງກະທຳໃນສິ່ງທີ່ທ່ານເຫັນຊອບເທີ້ນ ເພາະພຣະເຈົ້າສະຖິດຢູ່ກັບທ່ານ.”
3
ແຕ່ໃນຄືນນັ້ນພຣະເຈົ້າຢາເວໄດ້ກ່າວແກ່ນາທານວ່າ,
4
“ຈົ່ງໄປບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ ພຣະເຈົ້າຢາເວກ່າວດັ່ງນີ້: ‘ເຈົ້າບໍ່ແມ່ນຜູ້ທີ່ຈະສ້າງວິຫານໃຫ້ເຮົາຢູ່.
5
ນັບຕັ້ງແຕ່ເຮົາໄດ້ນຳພາປະຊາຊົນອິດສະຣາເອນ ອອກມາຈາກປະເທດເອຢິບຈົນເຖິງເທົ່າທຸກມື້ນີ້ ເຮົາບໍ່ໄດ້ຢູ່ໃນວິຫານ; ເຮົາໄດ້ຢູ່ໃນຫໍເຕັນແລະຫໍເຕັນສັກສິດຍ້າຍທີ່ໄປເລື້ອຍໆ.
6
ຕະຫລອດການເດີນທາງໄປກັບປະຊາຊົນຊາດອິດສະຣາເອນນັ້ນ ເຮົາບໍ່ເຄີຍເອີ່ຍປາກຖາມພວກຜູ້ນຳຜູ້ໃດຜູ້ໜຶ່ງທີ່ເຮົາໄດ້ແຕ່ງຕັ້ງນັ້ນວ່າ ເປັນຫຍັງພວກເຂົາຈຶ່ງບໍ່ສ້າງວິຫານທີ່ເຮັດດ້ວຍໄມ້ສົນສີດາໃຫ້ເຮົາຢູ່.’
7
ດັ່ງນັ້ນ ຈົ່ງບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫ່ຍກ່າວດັ່ງນີ້: ‘ເຈົ້າເປັນຄົນລ້ຽງແກະຢູ່ຕາມທົ່ງນາ ແລະເຮົາໄດ້ເອົາເຈົ້າມາປົກຄອງຊາດອິດສະຣາເອນປະຊາຊົນຂອງເຮົາ.
8
ເຮົາໄດ້ຢູ່ກັບເຈົ້າທຸກທີ່ທຸກບ່ອນທີ່ເຈົ້າໄປ ແລະໄດ້ເອົາຊະນະສັດຕູທັງຫລາຍຂອງເຈົ້າ ເມື່ອເຈົ້າບຸກໜ້າເຂົ້າໄປ. ເຮົາຈະສ້າງເຈົ້າໃຫ້ມີຊື່ສຽງ ແລະເປັນຜູ້ນຳຄົນຍິ່ງໃຫຍ່ທີ່ສຸດໃນໂລກ.
9
ເຮົາໄດ້ເລືອກເອົາບ່ອນໜຶ່ງເພື່ອໃຫ້ຊາວອິດສະຣາເອນ ປະຊາຊົນຂອງເຮົາໄດ້ຕັ້ງຖິ່ນຖານຢູ່ ຊຶ່ງເປັນບ່ອນທີ່ພວກເຂົາຈະອາໄສຢູ່ ໂດຍບໍ່ມີການກົດຂີ່ຂົ່ມເຫັງອີກຕໍ່ໄປ. ນັບຕັ້ງແຕ່ພວກເຂົາໄດ້ເຂົ້າມາຢູ່ໃນດິນແດນນີ້ ພວກເຂົາໄດ້ຖືກປະຊາຊົນທີ່ໂຫດຮ້າຍເຂົ້າມາບຸກຮຸກໂຈມຕີ ແຕ່ເລື່ອງເຊັ່ນນີ້ຈະບໍ່ໃຫ້ເກີດມີຂຶ້ນອີກ. ເຮົາສັນຍາວ່າ ເຮົາຈະປາບສັດຕູທັງຫລາຍຂອງເຈົ້າ ແລະໃຫ້ເຈົ້າມີເຊື້ອສາຍສືບໆຕໍ່ກັນໄປ.
11
ເມື່ອເຈົ້າຕາຍໄປ ແລະຖືກຝັງໄວ້ຢູ່ກັບບັນດາບັນພະບຸລຸດຂອງເຈົ້າແລ້ວ ເຮົາຈະໃຫ້ລູກຊາຍຜູ້ໜຶ່ງໃນບັນດາລູກຊາຍຂອງເຈົ້າຂຶ້ນເປັນກະສັດ ແລະເຮົາຈະຮັກສາອານາຈັກຂອງລາວໃຫ້ເຂັ້ມແຂງ.
12
ລາວຈະເປັນຜູ້ສ້າງວິຫານສຳລັບເຮົາ ແລະເຮົາຈະໃຫ້ຄວາມແນ່ໃຈວ່າ ເຊື້ອວົງຂອງລາວຍັງສືບຕໍ່ປົກຄອງຕະຫລອດໄປ.
13
ເຮົາຈະເປັນພໍ່ຂອງລາວ ແລະລາວຈະເປັນລູກຊາຍຂອງເຮົາ. ເຮົາຈະບໍ່ຖອນການອຸ້ມຊູລາວດັ່ງທີ່ເຮົາໄດ້ເຮັດກັບໂຊນ ຜູ້ທີ່ເຮົາໄດ້ປົດອອກຈາກການເປັນກະສັດເພື່ອໃຫ້ເຈົ້າຂຶ້ນເປັນກະສັດແທນ.
14
ເຮົາຈະຕັ້ງລາວໃຫ້ດູແລປະຊາຊົນຂອງເຮົາ ແລະອານາຈັກຂອງເຮົາຕະຫລອດໄປ. ເຊື້ອວົງຂອງລາວຈະບໍ່ສິ້ນສຸດເປັນຈັກເທື່ອ.”’
15
ນາທານໄດ້ບອກກະສັດດາວິດທຸກໆສິ່ງຕາມທີ່ພຣະເຈົ້າໄດ້ສັ່ງຕົນ.
16
ແລ້ວກະສັດດາວິດກໍເຂົ້າໄປແລະນັ່ງລົງຕໍ່ໜ້າພຣະເຈົ້າຢາເວ ແລະໄດ້ກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າເອີຍ ຂ້ານ້ອຍບໍ່ສົມຄວນກັບສິ່ງທີ່ພຣະອົງໄດ້ກະທຳເພື່ອຂ້ານ້ອຍເລີຍ; ແມ່ນແຕ່ກັບຄອບຄົວຂອງຂ້ານ້ອຍດ້ວຍ.
17
ແຕ່ບັດນີ້ ພຣະອົງຊໍ້າຍັງຈະເຮັດຫລາຍໄປກວ່ານັ້ນອີກ; ຂ້າແດ່ພຣະເຈົ້າ ພຣະອົງໄດ້ສັນຍາໄວ້ກັບເຊື້ອສາຍຂອງຂ້ານ້ອຍໃນພາຍຄັ້ງໜ້າ ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າເອີຍ ພຣະອົງໄດ້ເຮັດກັບຂ້ານ້ອຍ ດັ່ງເຮັດກັບບຸລຸດຜູ້ຍິ່ງໃຫຍ່ຄົນໜຶ່ງ.
18
ຂ້ານ້ອຍຈະເວົ້າຢ່າງໃດກັບພຣະອົງຕື່ມອີກ ພຣະອົງຮູ້ຈັກຂ້ານ້ອຍດີ ແລະໃນຂະນະດຽວກັນພຣະອົງກໍໃຫ້ກຽດຂ້ານ້ອຍຜູ້ເປັນຄົນຮັບໃຊ້ຂອງພຣະອົງ.
19
ຂ້າແດ່ພຣະເຈົ້າຢາເວ ການທີ່ພຣະອົງກະທຳເຊັ່ນນີ້ກັບຂ້ານ້ອຍ ຍ້ອນວ່າແມ່ນຄວາມປະສົງແລະເປົ້າໝາຍຂອງພຣະອົງ ທີ່ຢາກຈະໃຫ້ຂ້ານ້ອຍຮູ້ເຖິງຄວາມຍິ່ງໃຫຍ່ຂອງຂ້ານ້ອຍໃນອະນາຄົດ.
20
ຂ້າແດ່ພຣະເຈົ້າຢາເວ ບໍ່ມີຜູ້ໃດເລີຍທີ່ເປັນດັ່ງພຣະອົງ; ພວກຂ້ານ້ອຍຮູ້ຢູ່ສະເໝີວ່າພຣະອົງເທົ່ານັ້ນທີ່ເປັນພຣະເຈົ້າ.
21
ບໍ່ມີຊົນຊາດໃດໃນໂລກນີ້ທີ່ເປັນດັ່ງຊາດອິດສະຣາເອນ ຄືເປັນຊາດທີ່ພຣະເຈົ້າໄດ້ຊົງໄຖ່ອອກຈາກການເປັນທາດຮັບໃຊ້ ເພື່ອຍົກພວກເຂົາຂຶ້ນເປັນປະຊາຊົນຂອງພຣະອົງ. ພາລະກິດອັນຍິ່ງໃຫຍ່ ແລະອັດສະຈັນທີ່ພຣະອົງໄດ້ເຮັດເພື່ອພວກເຂົານັ້ນ ເຮັດໃຫ້ຊື່ສຽງຂອງພຣະອົງຊ່າລືໄປທົ່ວທັງໂລກນີ້. ພຣະອົງໄດ້ຊົງໄຖ່ເອົາປະຊາຊົນຂອງພຣະອົງອອກມາຈາກປະເທດເອຢິບ ແລະໄດ້ຂັບໄລ່ຊົນຊາດອື່ນອອກໜີຕໍ່ໜ້າປະຊາຊົນຂອງພຣະອົງ.
22
ພຣະອົງໄດ້ເຮັດໃຫ້ຊາດອິດສະຣາເອນ ເປັນປະຊາຊົນຂອງພຣະອົງຕະຫລອດໄປ ແລະພຣະອົງອົງເປັນພຣະເຈົ້າຢາເວກາຍເປັນພຣະເຈົ້າຂອງພວກເຂົາ.
23
ຂ້າແດ່ພຣະເຈົ້າຢາເວ ບັດນີ້ ຂໍໃຫ້ເປັນໄປຕາມຄຳສັນຍາທີ່ພຣະອົງໄດ້ກ່າວໄວ້ກ່ຽວກັບຂ້ານ້ອຍ ແລະເຊື້ອສາຍຂອງຂ້ານ້ອຍເຖີດ ແລະຈົ່ງເຮັດຕາມທີ່ພຣະອົງໄດ້ກ່າວໄວ້ນັ້ນດ້ວຍ.
24
ຊື່ສຽງຂອງພຣະອົງຈະຊ່າລືປາກົດ ແລະປະຊາຊົນຂອງພຣະອົງຈະເວົ້າຕະຫລອດໄປວ່າ ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ.’ ແລ້ວພຣະອົງກໍຈະປົກປັກຮັກສາຍາດວົງຂອງຂ້ານ້ອຍຕະຫລອດໄປ.
25
ຂ້ານ້ອຍກ້າພາວັນນາອະທິຖານເຊັ່ນນີ້ຕໍ່ພຣະອົງ, ພຣະເຈົ້າຂອງຂ້ານ້ອຍ ເພາະພຣະອົງໄດ້ເປີດເຜີຍເລື່ອງທັງໝົດນີ້ໃຫ້ຂ້ານ້ອຍ ຜູ້ເປັນຄົນຮັບໃຊ້ຂອງພຣະອົງຮູ້ຈັກ ແລະພຣະອົງຍັງບອກວ່າ, ຈະເຮັດໃຫ້ເຊື້ອສາຍຂອງຂ້ານ້ອຍໄດ້ເປັນກະສັດ.
26
ພຣະເຈົ້າຢາເວ ພຣະອົງເປັນພຣະເຈົ້າ; ແລະພຣະອົງໄດ້ຕັ້ງຄຳສັນຍາອັນປະເສີດເລີດລໍ້າສຳລັບຂ້ານ້ອຍ.
27
ຂ້ານ້ອຍຂໍໃຫ້ພຣະອົງອວຍພອນເຊື້ອສາຍຂອງຂ້ານ້ອຍ ເພື່ອພວກເຂົາຈະສືບຕໍ່ຊົມຊື່ນຍິນດີໃນພຣະເມດຕາກະລຸນາ. ພຣະເຈົ້າຢາເວ ພຣະອົງໄດ້ອວຍພອນພວກເຂົາ ແລະຂໍໃຫ້ພຣະພອນນັ້ນດຳລົງຢູ່ກັບພວກເຂົາຕະຫລອດໄປເທີ້ນ.”
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29