bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 13
1 Chronicles 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 14 →
1
ກະສັດດາວິດໄດ້ປຶກສາກັບນາຍທະຫານ ທີ່ບັນຊາການກອງພັນແລະກອງຮ້ອຍທຸກຄົນ.
2
ແລ້ວເພິ່ນກໍປະກາດຕໍ່ປະຊາຊົນອິດສະຣາເອນທັງໝົດວ່າ, “ຖ້າພວກທ່ານເຫັນດີ ແລະເປັນຄວາມປະສົງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ກໍໃຫ້ພວກເຮົາໃຊ້ຄົນນຳຂ່າວເຫຼົ່ານີ້ອອກໄປບອກພີ່ນ້ອງຮ່ວມຊາດຂອງພວກເຮົາ ລວມກັບພວກປະໂຣຫິດແລະພວກເລວີໃນເມືອງຂອງພວກເຂົາ ໃຫ້ມາເຕົ້າໂຮມກັນທີ່ນີ້ກັບພວກເຮົາ.
3
ແລ້ວພວກເຮົາກໍຈະພາກັນໄປເອົາຫີບຂອງພຣະເຈົ້າ ທີ່ໄດ້ຖືກລືມໃນຄາວໂຊນເປັນກະສັດນັ້ນ.”
4
ປະຊາຊົນຕ່າງກໍຊົມຊື່ນຍິນດີແລະເຫັນພ້ອມດ້ວຍ.
5
ສະນັ້ນ ກະສັດດາວິດຈຶ່ງໄດ້ເຕົ້າໂຮມປະຊາຊົນອິດສະຣາເອນຈາກທົ່ວປະເທດ ຄືຕັ້ງແຕ່ຊາຍແດນຊີໂຮເຣປະເທດເອຢິບດ້ານໃຕ້ ຈົນຮອດຊ່ອງແຄບຮາມັດທາງດ້ານເໜືອ ເພື່ອໄປເອົາຫີບຂອງພຣະເຈົ້າຈາກເມືອງກີຣີອາດເຢອາຣີມ ມາທີ່ນະຄອນເຢຣູຊາເລັມ.
6
ກະສັດດາວິດແລະປະຊາຊົນໄດ້ໄປທີ່ເມືອງບາອາລາ, ເມືອງກີຣີອາດເຢອາຣີມ, ຊຶ່ງຢູ່ໃນເຂດແດນຂອງຢູດາຍ ເພື່ອນຳເອົາຫີບຂອງພຣະເຈົ້າກັບມາ ຊຶ່ງມີນາມຊື່ຂອງພຣະເຈົ້າຢາເວຢູ່ເທິງເຄຣຸບນັ້ນ.
7
ພວກເຂົາໄດ້ນຳຫີບພັນທະສັນຍາຂອງພຣະເຈົ້າອອກຈາກເຮືອນຂອງອາບີນາດາບ ມາວາງໄວ້ທີ່ເທິງກວຽນໃໝ່ລຳໜຶ່ງ ຂະນະທີ່ອຸດຊາແລະອາຮີໂອໄດ້ຂັບກວຽນໄປ,
8
ກະສັດດາວິດ ແລະປະຊາຊົນທັງຫລາຍ, ຕ່າງກໍຟ້ອນຢ່າງສຸດໃຈເພື່ອຖວາຍກຽດແກ່ພຣະເຈົ້າ. ພວກເຂົາຮ້ອງເພງທັງບັນເລງດົນຕຼີເຊັ່ນ: ພິນ, ກອງ, ແສ່ງ ແລະແກ.
9
ເມື່ອຂະບວນແຫ່ມາຮອດລານຟາດເຂົ້າຂອງກີໂດນ ງົວເລີຍຕຳສະດຸດ ແລະອຸດຊາຈັບຫີບນັ້ນໄວ້.
10
ໃນທັນໃດນັ້ນ ພຣະເຈົ້າຢາເວກໍໂກດຮ້າຍອຸດຊາ ແລະເຮັດໃຫ້ລາວຕາຍ ເພາະລາວແຕະຕ້ອງຫີບນັ້ນ. ລາວໄດ້ສິ້ນໃຈຕາຍຢູ່ທີ່ນັ້ນຕໍ່ໜ້າພຣະເຈົ້າ
11
ແລະກະສັດດາວິດກໍໃຈຮ້າຍ ຍ້ອນພຣະເຈົ້າຢາເວໄດ້ລົງໂທດອຸດຊາເຖິງຕາຍ. ສະນັ້ນ ບ່ອນນີ້ຈຶ່ງເອີ້ນວ່າ ເປເຣັດອຸດຊາ ມາຈົນເຖິງເທົ່າທຸກວັນນີ້.
12
ແລ້ວກະສັດດາວິດກໍຢ້ານກົວພຣະເຈົ້າຈຶ່ງຖາມວ່າ, “ບັດນີ້ ເຮົາຈະເອົາຫີບພັນທະສັນຍາຂອງພຣະເຈົ້າໄປນຳເຮົາໄດ້ຢ່າງໃດ?”
13
ສະນັ້ນ ກະສັດດາວິດຈຶ່ງບໍ່ນຳເອົາຫີບນີ້ໄປທີ່ນະຄອນເຢຣູຊາເລັມ, ແຕ່ເພິ່ນໄດ້ປະໄວ້ທີ່ເຮືອນຂອງຊາຍຜູ້ໜຶ່ງຊື່ວ່າ ໂອເບັດເອໂດມຊາວເມືອງກາດ.
14
ຫີບຂອງພຣະເຈົ້າຖືກປະໄວ້ທີ່ນັ້ນ ແລະພຣະເຈົ້າຢາເວກໍໄດ້ອວຍພອນຄອບຄົວຂອງໂອເບັດເອໂດມ ຕະຫລອດທັງທຸກໆສິ່ງທີ່ລາວໄດ້ມີຢູ່.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29