bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 14
1 Chronicles 14
Lao Bible 2012 (ພຣະຄຳພີສັກສິ)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 15 →
1
ກະສັດຮີຣາມແຫ່ງຕີເຣໄດ້ສົ່ງຄະນະທູດການຄ້າມາພົບກະສັດດາວິດ. ເພິ່ນໄດ້ຈັດຫາໄມ້ສົນສີດາ ແລະຊ່າງກໍ່ ຊ່າງໄມ້ມາເພື່ອສ້າງວັງໃຫ້ກະສັດດາວິດ.
2
ສະນັ້ນ ກະສັດດາວິດຈຶ່ງຮູ້ວ່າ ພຣະເຈົ້າຢາເວໄດ້ຕັ້ງເພິ່ນໃຫ້ເປັນກະສັດຂອງຊາດອິດສະຣາເອນ ແລະເຮັດໃຫ້ອານາຈັກຂອງເພິ່ນຈະເລີນຮຸ່ງເຮືອງ ເພື່ອເຫັນແກ່ປະຊາຊົນທັງຫລາຍ.
3
ໃນນະຄອນເຢຣູຊາເລັມນີ້ເອງ ທີ່ກະສັດດາວິດໄດ້ມີເມຍຕື່ມອີກຫລາຍຄົນ ແລະໄດ້ມີລູກຊາຍກັບລູກສາວຕື່ມອີກຫລາຍຄົນ.
4
ລູກທີ່ເພິ່ນໄດ້ໃນນະຄອນເຢຣູຊາເລັມ ມີດັ່ງນີ້: ຊາມມູອາ, ໂຊບັບ, ນາທານ, ໂຊໂລໂມນ,
5
ອິບຮາ, ເອລີຊູອາ, ເອນເປເລັດ,
6
ໂນຄາ, ເນເຟັກ, ຢາເຟຍ,
7
ເອລີຊາມາ, ເບເອລີອາດາ, ແລະເອລີເຟເລັດ.
8
ເມື່ອພວກຟີລິດສະຕິນໄດ້ຍິນວ່າ ບັດນີ້ ດາວິດໄດ້ຮັບການຫົດສົງໃຫ້ຂຶ້ນເປັນກະສັດປົກຄອງທົ່ວທັງອິດສະຣາເອນແລ້ວ ພວກເຂົາຈຶ່ງຍົກທັບມາເພື່ອຈັບກຸມເພິ່ນ. ສະນັ້ນ ກະສັດດາວິດຈຶ່ງຍົກທັບອອກໄປປະເຊີນໜ້າກັບພວກເຂົາ.
9
ພວກຟີລິດສະຕິນໄດ້ມາຮອດຮ່ອມພູເຣຟາອິມ ແລະເລີ່ມຕົ້ນປຸ້ນສະດົມ.
10
ກະສັດດາວິດໄດ້ທູນຖາມພຣະເຈົ້າວ່າ, “ຂ້ານ້ອຍຄວນຈະເຂົ້າໂຈມຕີພວກຟີລິດສະຕິນຫລືບໍ່? ພຣະອົງຈະໃຫ້ຂ້ານ້ອຍໄຊຊະນະເໜືອພວກເຂົາຫລືບໍ່?” ພຣະເຈົ້າຢາເວຕອບວ່າ, “ຈົ່ງຂຶ້ນໄປ ເຮົາຈະໃຫ້ເຈົ້າມີໄຊເໜືອພວກເຂົາ.”
11
ສະນັ້ນ ກະສັດດາວິດຈຶ່ງເຂົ້າໂຈມຕີພວກເຂົາທີ່ບາອານເປຣາຊິມ ແລະໄດ້ຮົບຊະນະພວກເຂົາ. ເພິ່ນເວົ້າວ່າ, “ພຣະເຈົ້າໄດ້ໃຊ້ຂ້າພະເຈົ້າຕີກອງທັບຂອງສັດຕູ ໃຫ້ທະລຸໄປດັ່ງກະແສນໍ້າທີ່ໄຫລມາໃສ່.” ດັ່ງນັ້ນ ເພິ່ນຈຶ່ງເອີ້ນບ່ອນນັ້ນວ່າ ບາອານເປຣາຊິມ.
12
ເມື່ອພວກຟີລິດສະຕິນປົບໜີໄປນັ້ນ, ພວກເຂົາໄດ້ປະຮູບເຄົາຣົບໄວ້ ແລະກະສັດດາວິດໄດ້ສັ່ງໃຫ້ຈູດຮູບເຫຼົ່ານັ້ນຖິ້ມໝົດ.
13
ຢູ່ມາບໍ່ນານ ພວກຟີລິດສະຕິນກໍໄດ້ກັບມາທີ່ຮ່ອມພູ ແລະເລີ່ມປຸ້ນສະດົມອີກ.
14
ກະສັດດາວິດໄດ້ປຶກສາກັບພຣະເຈົ້າອີກ ແລະພຣະເຈົ້າໄດ້ຕອບເພິ່ນວ່າ, “ຢ່າເຂົ້າໂຈມຕີພວກເຂົາທາງດ້ານນີ້, ແຕ່ໃຫ້ອ້ອມໄປຕຽມໂຈມຕີພວກເຂົາດ້ານອື່ນ ຢູ່ໃກ້ກັບປ່າຕົ້ນໂພ.
15
ເມື່ອເຈົ້າໄດ້ຍິນສຽງຍ່າງເທິງປາຍຕົ້ນໄມ້ ໃຫ້ເຂົ້າໂຈມຕີໂລດເພາະພຣະເຈົ້າຈະຍ່າງນຳໜ້າເຈົ້າອອກໄປ ເພື່ອຕີກອງທັບພວກຟີລິດສະຕິນໃຫ້ພ່າຍແພ້.”
16
ກະສັດດາວິດໄດ້ເຮັດຕາມສິ່ງທີ່ພຣະເຈົ້າໄດ້ສັ່ງ; ສະນັ້ນ ເພິ່ນຈຶ່ງໄດ້ໄລ່ພວກຟີລິດສະຕິນໜີຈາກກີເບໂອນໄປຈົນຮອດເມືອງເກເຊ.
17
ຊື່ສຽງຂອງກະສັດດາວິດຊ່າລືໄປທົ່ວທຸກແຫ່ງ ແລະພຣະເຈົ້າຢາເວໄດ້ເຮັດໃຫ້ຊົນຊາດຕ່າງໆ ເກີດມີຄວາມຢ້ານກົວເພິ່ນ.
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29