bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 16
1 Chronicles 16
Lao Bible 2012 (ພຣະຄຳພີສັກສິ)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 17 →
1
ພວກເຂົາໄດ້ນຳຫີບພັນທະສັນຍາຂອງພຣະເຈົ້າໄປສູ່ຫໍເຕັນ ຊຶ່ງກະສັດດາວິດໄດ້ຈັດຕຽມໄວ້ແລະນຳເອົາຫີບເຂົ້າໄປໄວ້ໃນທີ່ນັ້ນ. ແລ້ວພວກເຂົາກໍໄດ້ຖວາຍເຄື່ອງບູຊາແລະຖວາຍບູຊາເພື່ອຄວາມສາມັກຄີທຳແກ່ພຣະເຈົ້າ.
2
ຫລັງຈາກກະສັດດາວິດໄດ້ຖວາຍເຄື່ອງບູຊາແລ້ວ ໃນນາມຊື່ຂອງພຣະເຈົ້າຢາເວເພິ່ນໄດ້ອວຍພອນປະຊາຊົນ
3
ແລະແຈກຢາຍອາຫານໃຫ້ພວກເຂົາທຸກຄົນ. ເພິ່ນໄດ້ເອົາເຂົ້າຈີ່ຢາຍໃຫ້ຜູ້ຊາຍ ແລະຜູ້ຍິງໃນຊາດອິດສະຣາເອນ ຄົນລະກ້ອນ, ຊີ້ນປີ້ງຄົນລະຕ່ອນ, ແລະໝາກອະງຸ່ນແຫ້ງ.
4
ກະສັດດາວິດໄດ້ແຕ່ງຕັ້ງຊາວເລວີບາງຄົນເປັນຜູ້ນຳໃນການນະມັດສະການຕໍ່ໜ້າຫີບຂອງພຣະເຈົ້າຢາເວ ໂດຍຮ້ອງເພງໂມທະນາຂອບພຣະຄຸນ ແລະສັນລະເສີນພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ.
5
ອາສັບໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າ ແລະເຊກາຣີຢາເປັນຜູ້ຮອງ. ເຢອີເອນ, ເຊມີຣາໂມດ, ເຢຮີເອນ, ມັດຕີທີຢາ, ເອລີອາບ, ເບນາອີຢາ, ໂອເບັດເອໂດມ ແລະເຢອີເອນ ເປັນພວກດີດພິນ. ອາສັບເປັນຜູ້ຕົບແສ່ງ,
6
ແລະປະໂຣຫິດສອງຄົນຄືເບນາອີຢາແລະຢາຮາຊີເອນ ເຮັດໜ້າທີ່ເປົ່າແກຢູ່ຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າຢ່າງສະໝໍ່າສະເໝີ.
7
ນີ້ເປັນເທື່ອທຳອິດທີ່ກະສັດດາວິດໄດ້ໃຫ້ອາສັບ ແລະພີ່ນ້ອງຊາວເລວີຂອງລາວ ຮັບຜິດຊອບຮ້ອງເພງສັນລະເສີນພຣະເຈົ້າຢາເວ.
8
ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວ ຈົ່ງຮ້ອງອອກນາມຊື່ຂອງພຣະອົງ ຈົ່ງປະກາດຄວາມຍິ່ງໃຫຍ່ຂອງພຣະອົງ ຈົ່ງບອກຊົນຊາດທັງຫລາຍ ສິ່ງທີ່ພຣະອົງໄດ້ກະທຳນັ້ນ.
9
ຈົ່ງຮ້ອງເພງສຳລັບພຣະອົງ ຈົ່ງຮ້ອງເພງສັນລະເສີນແດ່ພຣະອົງ ຈົ່ງບອກສິ່ງໜ້າງຶດງໍ້ທີ່ພຣະອົງໄດ້ກະທຳ.
10
ຈົ່ງດີໃຈທີ່ພວກເຮົາໄດ້ເປັນຂອງພຣະອົງ; ໃຫ້ທຸກຄົນຊົມຊື່ນຍິນດີນະມັດສະການພຣະອົງ
11
ຈົ່ງຊອກຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ແລະນະມັດສະການພຣະອົງສືບໄປເລື້ອຍໆ.
12
ພວກເຊື້ອສາຍຂອງຢາໂຄບ ຜູ້ຮັບໃຊ້ຂອງພຣະອົງເອີຍ ຄືເຊື້ອສາຍຂອງຊາດອິດສະຣາເອນ ຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ ຈົ່ງຈື່ຈຳການອັດສະຈັນທີ່ພຣະເຈົ້າໄດ້ກະທຳ ແລະການຕັດສິນທີ່ພຣະອົງໄດ້ປະກາດນັ້ນ.
14
ພຣະອົງເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ການຕັດສິນທັງຫລາຍຂອງພຣະອົງກໍຢູ່ທົ່ວໄປໃນໂລກນີ້.
15
ຢ່າລືມພັນທະສັນຍາຂອງພຣະອົງຈັກເທື່ອ ທີ່ພຣະອົງໄດ້ຕັ້ງໄວ້ໃຫ້ຍືນຍົງຕະຫລອດໄປ
16
ຄືພັນທະສັນຍາທີ່ເຮັດໄວ້ກັບອັບຣາຮາມ ແລະບັນດາຄຳສັນຍາທີ່ເຮັດໄວ້ກັບອີຊາກ.
17
ພຣະອົງໄດ້ເຮັດພັນທະສັນຍາກັບຢາໂຄບ ຄືສິ່ງໜຶ່ງທີ່ຈະຍືນຍົງຄົງຢູ່ເປັນນິດ.
18
ພຣະອົງກ່າວວ່າ, “ເຮົາຈະມອບດິນແດນການາອານໃຫ້ ດິນແດນນັ້ນຈະເປັນກຳມະສິດ ຂອງພວກເຈົ້າເທົ່ານັ້ນ.”
19
ຄົນຂອງພຣະເຈົ້າມີຈຳນວນໜ້ອຍ ເປັນຄົນຕ່າງດ້າວຢູ່ໃນການາອານນັ້ນ.
20
ພວກເຂົາທ່ອງທ່ຽວຈາກປະເທດນີ້ສູ່ທີ່ອື່ນໄກ ຈາກອານາຈັກນີ້ໄປສູ່ອານາຈັກອື່ນອີກ.
21
ແຕ່ພຣະອົງບໍ່ຍອມໃຫ້ຜູ້ໃດກົດຂີ່ພວກເຂົາ ພຣະອົງເຕືອນກະສັດໃຫ້ປົກປ້ອງພວກເຂົາໄວ້ວ່າ,
22
“ຢ່າສູ່ທຳຮ້າຍຜູ້ຮັບໃຊ້ທີ່ເຮົາເລືອກເອົາ ຢ່າສູ່ແຕະຕ້ອງຜູ້ທຳນວາຍຂອງເຮົານັ້ນ.”
23
ທົ່ວແຜ່ນດິນໂລກເອີຍ ຈົ່ງຮ້ອງເພງຖວາຍແດ່ ພຣະເຈົ້າຢາເວຂອງພວກເຮົາ ທຸກມື້ຈົ່ງປະກາດຂ່າວດີ ທີ່ໄດ້ຊ່ວຍພວກເຮົາໃຫ້ພົ້ນ.
24
ຈົ່ງປະກາດສະຫງ່າຣາສີຂອງພຣະອົງໃນທ່າມກາງບັນດາປະຊາຊາດ ແລະການອັດສະຈັນທັງຫຼາຍຂອງພຣະອົງໃນທ່າມກາງຄົນທັງປວງດ້ວຍ.
25
ພຣະເຈົ້າຢາເວຊົງຍິ່ງໃຫຍ່ຫລາຍ ແລະຄວນເປັນທີ່ສັນລະເສີນຢ່າງສູງສົ່ງ; ພຣະອົງຄວນເປັນທີ່ຍົກຍໍສັນລະເສີນ ໃຫ້ກຽດສັກສີກວ່າພະອື່ນໆທັງສິ້ນ.
26
ບັນດາພະຂອງຊົນຊາດອື່ນນັ້ນ ເປັນພະຈອມປອມທັງໝົດ ແຕ່ພຣະເຈົ້າຢາເວຂອງພວກເຮົາ ເປັນຜູ້ສ້າງຈັກກະວານ.
27
ສະຫງ່າຣາສີແລະກຽດຕິຍົດນັ້ນ ກໍອ້ອມລ້ອມເຕັມຢູ່ໃນພຣະອົງ ຣິດອຳນາດແລະຄວາມຊົມຊື່ນຍິນດີ ກໍມີເຕັມຢູ່ໃນພຣະວິຫານດ້ວຍ.
28
ຈົ່ງສັນລະເສີນພຣະເຈົ້າຢາເວເຖີດ ມວນມະນຸດທົ່ວທັງໂລກາ ຈົ່ງສັນລະເສີນສະຫງ່າຣາສີ ແລະຄວາມຍິ່ງໃຫຍ່ຂອງພຣະເຈົ້າຢາເວ.
29
ຈົ່ງຍົກຍໍນາມອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວ ໂດຍນຳເຄື່ອງບູຊາມາທີ່ພຣະວິຫານດ້ວຍ. ຈົ່ງກົ້ມຂາບຕໍ່ໜ້າພຣະເຈົ້າຢາເວອົງບໍຣິສຸດ ເມື່ອພຣະອົງມາປາກົດໃນສະພາບນັ້ນ;
30
ທົ່ວໂລກ ຈົ່ງສະທ້ານຢູ່ຊ້ອງໜ້າພຣະອົງ ແຜ່ນດິນໂລກຄົງຢູ່ກັບທີ່ເຄື່ອນຍ້າຍບໍ່ໄດ້.
31
ຈັກກະວານ ແລະແຜ່ນດິນໂລກເອີຍ ຈົ່ງຊົມຊື່ນຍິນດີເຖີດ ຈົ່ງບອກຊົນຊາດທັງຫລາຍວ່າ, “ພຣະເຈົ້າຢາເວແມ່ນຈອມກະສັດ.”
32
ທ້ອງທະເລກັບທຸກສິ່ງໃນນັ້ນ ຈົ່ງສົ່ງສຽງສະໜັ່ນຫວັ່ນໄຫວ ໃຫ້ທົ່ງນາກັບທຸກສິ່ງທີ່ຢູ່ໃນນັ້ນ ຈົ່ງພາກັນຊົມຊື່ນຍິນດີເທີ້ນ
33
ຕົ້ນໄມ້ໃນປ່າຈະໂຮຮ້ອງແລະຍິນດີ ຕໍ່ໜ້າພຣະເຈົ້າຢາເວ, ເມື່ອພຣະອົງມາຕັດສິນແຜ່ນດິນໂລກ.
34
ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວ ເພາະພຣະອົງຊົງຄຸນຄວາມດີ ແລະຄວາມຮັກຂອງພຣະອົງ ກໍດຳລົງຢູ່ຕະຫລອດໄປເປັນນິດ.
35
ຈົ່ງກ່າວວ່າ, “ຂ້າແດ່ພຣະເຈົ້າ ພຣະຜູ້ຊ່ວຍຂອງພວກຂ້ານ້ອຍເອີຍ ໂຜດຊ່ວຍພວກຂ້ານ້ອຍແດ່ ໂຜດເຕົ້າໂຮມພວກຂ້ານ້ອຍໄວ້ສາ ໂຜດຊ່ວຍກູ້ພວກຂ້ານ້ອຍ ຈາກບັນດາຊົນຊາດທັງຫລາຍດ້ວຍ ເພື່ອວ່າພວກຂ້ານ້ອຍຈະໄດ້ໂມທະນາຂອບພຣະຄຸນແກ່ນາມອັນບໍຣິສຸດຂອງພຣະອົງ ແລະຍົກຍໍສັນລະເສີນສະຫງ່າຣາສີຂອງພຣະອົງ.”
36
ຈົ່ງຍົກຍໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ຈົ່ງຍົກຍໍສັນລະເສີນພຣະອົງ ແຕ່ບັດນີ້ແລະສືບໆໄປເທີ້ນ. ແລ້ວປະຊາຊົນທຸກໆຄົນຕ່າງກໍເວົ້າວ່າ, “ອາແມນ” ແລະໄດ້ພ້ອມພາກັນຍ້ອງຍໍສັນລະເສີນພຣະເຈົ້າຢາເວ.
37
ກະສັດດາວິດໄດ້ຕັ້ງໃຫ້ອາສັບ ແລະພີ່ນ້ອງຊາວເລວີຂອງລາວ ເບິ່ງແຍງການນະມັດສະການຢ່າງຖາວອນ ໃນບ່ອນທີ່ຫີບພັນທະສັນຍາຂອງພຣະເຈົ້າຢາເວຖືກຮັກສາໄວ້. ພວກເຂົາໄດ້ເຮັດໜ້າທີ່ຂອງພວກຕົນຢູ່ໃນທີ່ນັ້ນສະໝໍ່າສະເໝີ.
38
ໂອເບັດເອໂດມ ລູກຊາຍເຢດູທູນ ແລະຫົກສິບແປດຄົນໃນຕະກຸນຂອງລາວ ເປັນຜູ້ຊ່ວຍ. ໂຮສາແລະໂອເບັດເອໂດມເປັນຜູ້ເຝົ້າຍາມປະຕູເຂົ້າ.
39
ແຕ່ປະໂຣຫິດຊາດົກ ແລະພີ່ນ້ອງປະໂຣຫິດອື່ນໆ ໄດ້ຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະເຈົ້າຢາເວທີ່ກີເບໂອນ.
40
ທຸກເຊົ້າແລະທຸກແລງ ພວກເພິ່ນໄດ້ເຜົາສັດທັງໂຕຖວາຍແກ່ພຣະເຈົ້າຢາເວເທິງແທ່ນບູຊາ ໂດຍປະຕິບັດຕາມທີ່ໄດ້ມີຂຽນໄວ້ໃນກົດບັນຍັດ ຂອງພຣະເຈົ້າຢາເວທີ່ພຣະອົງໄດ້ໃຫ້ແກ່ຊາດອິດສະຣາເອນ.
41
ໃນທີ່ນັ້ນ ເຮມານແລະເຢດູທູນກັບຄົນອື່ນໆ ທີ່ໄດ້ຮັບເລືອກຂຶ້ນໂດຍພິເສດພ້ອມດ້ວຍພວກປະໂຣຫິດ ຈະຮ້ອງເພງໂມທະນາຂອບພຣະຄຸນພຣະເຈົ້າຢາເວ ສຳລັບຄວາມຮັກອັນໝັ້ນຄົງຕະຫລອດໄປຂອງພຣະອົງ.
42
ເຮມານແລະເຢດູທູນໄດ້ເຮັດໜ້າທີ່ເປົ່າແກ, ຕົບແສ່ງ ແລະຫລີ້ນເຄື່ອງດົນຕຼີອື່ນໆເມື່ອຮ້ອງເພງສັນລະເສີນ. ສະມາຊິກໃນຕະກຸນເຢດູທູນໄດ້ເປັນຜູ້ເຝົ້າຍາມປະຕູເຂົ້າ.
43
ເມື່ອຈົບພິທີແລ້ວ ທຸກຄົນກໍກັບເມືອເຮືອນຂອງຕົນ ແລະກະສັດດາວິດກໍກັບເມືອຢູ່ນຳຄອບຄົວຂອງເພິ່ນ.
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 17 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29