bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 12
1 Chronicles 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 13 →
1
ດາວິດໄດ້ອາໄສຢູ່ເມືອງຊິກລັກ ບ່ອນທີ່ເພິ່ນໄດ້ໄປຊ່ອນຕົວຢູ່ຈາກກະສັດໂຊນລູກຊາຍຂອງກີເຊ. ໃນທີ່ນັ້ນໄດ້ມີທະຫານຜູ້ເກັ່ງກ້າສາມາດໃນຫລາຍໆດ້ານທີ່ໄວ້ໃຈໄດ້;
2
ພວກເຂົາແມ່ນສະມາຊິກໃນເຜົ່າເບັນຢາມິນ ເຜົ່າດຽວກັນກັບກະສັດໂຊນ ໄດ້ມາຮ່ວມກັບດາວິດ. ພວກເຂົາສາມາດໃຊ້ແຂນຊ້າຍຫລືແຂນຂວາ ຍິງທະນູຫລືແກວ່ງກ້ອນຫີນໄດ້.
3
ພວກເຂົາຢູ່ພາຍໃຕ້ການບັງຄັບບັນຊາຂອງອາຮີເອເຊແລະໂຢອາດ ລູກຊາຍຂອງເຊມາຢາຈາກເມືອງກີເບອາ. ຄົນເຫຼົ່ານີ້ລ້ວນແຕ່ເປັນທະຫານທັງນັ້ນ ມີດັ່ງນີ້: ເຢຊີເອນແລະເປເລດ ລູກຊາຍຂອງອາຊະມາເວດ ເບຣາກາແລະເຢຮູ ຊາວອານາທົດ
4
ອີຊະມາອີຢາ ຊາວກີເບໂອນທະຫານເອກຜູ້ໜຶ່ງແລະເປັນຜູ້ນຳຄົນໜຶ່ງຂອງ “ຈອມສາມທະຫານເອກ” ເຢເຣມີຢາ, ຢາຮາຊີເອນ, ໂຢຮານານ ແລະໂຢຊາບັດ ຊາວເກເດຣາ
5
ເອລູໄຊ, ເຢຣິໂມດ, ເບອາລີຢາ, ເຊມາຣີຢາແລະເຊຟາຕີຢາ ຊາວຮາຣິບ
6
ເອນການາ, ອິດຊີຢາ, ອາຊາເຣນ, ໂຢເອເຊ ແລະຢາໂຊເບອາມແຫ່ງຕະກຸນໂກຣາ
7
ໂຢເອລາແລະເຊບາດີຢາ ລູກຊາຍຂອງເຢໂຣຮາມ ຊາວເກໂດເຣ.
8
ຄົນເຫຼົ່ານີ້ແມ່ນທະຫານ ທີ່ມີຊື່ສຽງແລະຊຳນິຊຳນານໃນການຮົບຈາກເຜົ່າກາດ ທີ່ໄດ້ເຂົ້າຮ່ວມກັບທະຫານຂອງດາວິດ ເມື່ອເພິ່ນຢູ່ໃນປ້ອມທີ່ຖິ່ນແຫ້ງແລ້ງກັນດານ. ພວກເຂົາເກັ່ງກ້າແລະຊ່ຽວຊານໃນການໃຊ້ໂລ້ແລະຫອກ ເບິ່ງໂຫດຮ້າຍເໝືອນສິງ ແລະວ່ອງໄວເໝືອນກວາງທີ່ເທິງພູເຂົາ.
9
ພວກເຂົາໄດ້ຮັບຕຳແໜ່ງຕາມລຳດັບຂັ້ນ ດັ່ງນີ້: ເອເຊເປັນຫົວໜ້າ, ໂອບາດີຢາ ທີສອງ, ເອລີອາບ ທີສາມ,
10
ມີຊະມັນນາ ທີສີ່, ເຢເຣມີຢາ ທີຫ້າ,
11
ອັດໄຕ ທີຫົກ, ເອລີເອນ ທີເຈັດ,
12
ໂຢຮານັນ ທີແປດ, ເອນຊາບັດ ທີເກົ້າ,
13
ເຢເຣມີຢາ ທີສິບ ແລະມາກະບານໄນ ທີສິບເອັດ.
14
ຄົນເຫຼົ່ານີ້ຈາກເຜົ່າກາດບາງຄົນໄດ້ເປັນນາຍທະຫານຊັ້ນຜູ້ໃຫຍ່ ບັງຄັບບັນຊາກອງພັນ ແລະພວກອື່ນຍັງເປັນນາຍທະຫານຊັ້ນຜູ້ນ້ອຍ ບັງຄັບບັນຊາກອງຮ້ອຍ.
15
ໃນເດືອນທຳອິດຂອງປີໜຶ່ງ ເມື່ອນໍ້າຂຶ້ນເຕັມຝັ່ງຂອງແມ່ນໍ້າຈໍແດນ ພວກເຂົາໄດ້ຂ້າມແມ່ນໍ້າໄປຂັບໄລ່ປະຊາຊົນ ຜູ້ທີ່ໄດ້ອາໄສຢູ່ທາງຝັ່ງຕາເວັນອອກແລະຕາເວັນຕົກໃຫ້ກະຈັດກະຈາຍໄປ.
16
ຄັ້ງໜຶ່ງ ມີທະຫານໜຶ່ງໝວດຈາກເຜົ່າເບັນຢາມິນແລະເຜົ່າຢູດາ ໄດ້ອອກໄປຫາດາວິດທີ່ປ້ອມ.
17
ດາວິດໄດ້ອອກໄປພົບແລະກ່າວແກ່ພວກເຂົາວ່າ, “ຖ້າພວກເຈົ້າມາຖານມິດເພື່ອຊ່ວຍເຫລືອເຮົາ ເຮົາກໍຍິນດີຕ້ອນຮັບພວກທ່ານໄວ້ຢູ່ທີ່ນີ້ ແລະເຂົ້າຮ່ວມກັບພວກເຮົາໄດ້, ແຕ່ຖ້າພວກທ່ານຕັ້ງໃຈມາເພື່ອຫັກຫລັງເຮົາແລະມອບເຮົາໃຫ້ສັດຕູ ເຖິງແມ່ນວ່າເຮົາບໍ່ພະຍາຍາມທຳຮ້າຍພວກທ່ານກໍຕາມ, ແຕ່ພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາກໍຈະຮູ້ຈັກກ່ຽວກັບເລື່ອງນີ້ ແລະຈະລົງໂທດພວກທ່ານເອງ.”
18
ພຣະວິນຍານໄດ້ຄວບຄຸມອາມາໄສ ຊຶ່ງໃນເວລາຕໍ່ມາໄດ້ເປັນຜູ້ບັນຊາການຂອງ “ທະຫານເອກສາມສິບຄົນ.” ລາວໄດ້ຮ້ອງຕອບວ່າ, “ດາວິດລູກຊາຍຂອງເຢຊີເອີຍ ພວກເຮົາຢູ່ຝ່າຍທ່ານ ຂໍໃຫ້ທ່ານກັບຜູ້ຊ່ວຍຂອງທ່ານ ຈົ່ງມີສັນຕິສຸກ, ສັນຕິສຸກຢູ່ກັບທ່ານ ພຣະເຈົ້າຢູ່ຝ່າຍທ່ານແລ້ວ.” ແລ້ວດາວິດກໍຕ້ອນຮັບພວກເຂົາ ແລະເພິ່ນໄດ້ໃຫ້ພວກເຂົາເປັນນາຍທະຫານປະຈຳກອງທັບຂອງຕົນ.
19
ທະຫານບາງຄົນຈາກເຜົ່າມານາເຊໄດ້ໄປເຂົ້າກັບຝ່າຍດາວິດ ເມື່ອເພິ່ນຍົກທັບໄປກັບພວກຟີລິດສະຕິນເພື່ອສູ້ຮົບກະສັດໂຊນ. ທີ່ຈິງແລ້ວເພິ່ນບໍ່ໄດ້ຊ່ວຍພວກຟີລິດສະຕິນ ເພາະກະສັດຂອງພວກຟີລິດສະຕິນຢ້ານວ່າດາວິດຈະຫັກຫລັງພວກຕົນ ແລະເຂົ້າຝ່າຍໂຊນ ນາຍເກົ່າຂອງລາວ; ດັ່ງນັ້ນ ພວກເຂົາຈຶ່ງສົ່ງເພິ່ນກັບຄືນເມືອຊິກລັກ.
20
ພວກມີຊື່ດັ່ງຕໍ່ໄປນີ້ແມ່ນທະຫານຈາກເຜົ່າມານາເຊທີ່ເຂົ້າກັບຝ່າຍດາວິດ ຄາວເພິ່ນຖືກໄລ່ຄືນເມືອຊິກລັກນັ້ນ ມີດັ່ງນີ້: ອັດນາ, ໂຢຊາບັດ, ເຢດີອາເອນ, ມີກາເອນ, ໂຢຊາບັດ, ເອລີຮູ ແລະຊິນເລໄທ. ພວກເຫຼົ່ານີ້ລ້ວນແຕ່ເປັນນາຍພັນ ທີ່ບັນຊາການທະຫານໃນເຜົ່າມານາເຊ.
21
ພວກເຂົາໄດ້ຮັບໃຊ້ດາວິດ ໃນຖານະເປັນນາຍທະຫານໃນກອງທັບຂອງເພິ່ນ ເພາະພວກເຂົາລ້ວນແຕ່ເປັນນາຍທະຫານທີ່ເກັ່ງກ້າ. ຕໍ່ມາ ພວກເຂົາໄດ້ເປັນນາຍທະຫານໃນກອງທັບອິດສະຣາເອນ.
22
ແຕ່ລະມື້ ໄດ້ມີທະຫານໃໝ່ມາເຂົ້າຮ່ວມເປັນກຳລັງກັບກອງທະຫານຂອງດາວິດສະເໝີ ຈົນວ່າກາຍເປັນກອງທັບທີ່ໃຫຍ່ໂຕ ເໝືອນເປັນກອງທັບກອງໜຶ່ງຂອງພຣະເຈົ້າ.
23
ເມື່ອດາວິດຢູ່ທີ່ເຮັບໂຣນນັ້ນ ມີທະຫານທີ່ຮັບການຝຶກແອບແລ້ວຫລາຍຄົນໄດ້ເຂົ້າຮ່ວມໃນກອງທັບຂອງເພິ່ນ ເພື່ອຊ່ວຍເພິ່ນໃຫ້ໄດ້ຂຶ້ນເປັນກະສັດແທນໂຊນ ຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວໄວ້. ຈຳນວນທະຫານຈາກເຜົ່າຕ່າງໆ ມີດັ່ງນີ້:
24
ຈາກເຜົ່າຢູດາ: ຫົກພັນແປດຮ້ອຍຄົນ ເປັນທະຫານທີ່ໄດ້ປະກອບອາວຸດຢ່າງດີ ມີໂລ້ແລະຫອກ;
25
ຈາກເຜົ່າຊີເມໂອນ: ເຈັດພັນໜຶ່ງຮ້ອຍຄົນ ເປັນທະຫານທີ່ໄດ້ຮັບການຝຶກແອບເປັນຢ່າງດີ
26
ຈາກເຜົ່າເລວີ: ສີ່ພັນຫົກຮ້ອຍຄົນ;
27
ພວກທີ່ຕິດຕາມເຢໂຮຍອາດາ ເຊື້ອສາຍຂອງອາໂຣນ: ສາມພັນເຈັດຮ້ອຍຄົນ;
28
ພວກພີ່ນ້ອງຂອງຊາດົກ ນັກຮົບໜຸ່ມແໜ້ນທີ່ມີຄວາມສາມາດສູງ: ຫົວໜ້າ ຊາວສອງຄົນ;
29
ຈາກເຜົ່າເບັນຢາມິນ (ເຜົ່າຂອງກະສັດໂຊນເອງ): ສາມພັນຄົນ (ຄົນສ່ວນຫລາຍໃນເຜົ່າເບັນຢາມິນຍັງຈົງຮັກພັກດີຕໍ່ກະສັດໂຊນຢູ່);
30
ຈາກເຜົ່າເອຟຣາອິມ: ຊາວພັນແປດຮ້ອຍຄົນ ເປັນທະຫານທີ່ມີຊື່ສຽງດີໃນຕະກຸນຂອງພວກເຂົາ;
31
ຈາກເຜົ່າມານາເຊຕາເວັນຕົກ: ສິບແປດພັນຄົນ ເປັນທະຫານທີ່ເລືອກເຟັ້ນຂຶ້ນສະເພາະ ເພື່ອຊ່ວຍດາວິດໃຫ້ຂຶ້ນເປັນກະສັດ;
32
ຈາກເຜົ່າອິດຊາຄາ: ຫົວໜ້າ ສອງຮ້ອຍຄົນພ້ອມທັງທະຫານທີ່ຢູ່ໃຕ້ການບັນຊາຂອງພວກເຂົາ (ບັນດາຜູ້ນຳເຫຼົ່ານີ້ຮູ້ວ່າ ຊາວອິດສະຣາເອນຄວນຈະເຮັດຫຍັງ ແລະເຮັດເວລາໃດດີທີ່ສຸດ);
33
ຈາກເຜົ່າເຊບູໂລນ: ຫ້າສິບພັນຄົນ ເປັນທະຫານທີ່ສັດຊື່ ແລະໄວ້ວາງໃຈໄດ້ພ້ອມທີ່ຈະສູ້ຮົບ ໄດ້ຮັບການຝຶກຫັດໃຫ້ໃຊ້ອາວຸດທຸກຊະນິດ;
34
ຈາກເຜົ່າເນັບທາລີ: ໜຶ່ງພັນຄົນລ້ວນແຕ່ຫົວໜ້າ ພ້ອມດ້ວຍທະຫານໂລ້ແລະຫອກ ສາມສິບເຈັດພັນຄົນ;
35
ຈາກເຜົ່າດານ: ຊາວແປດພັນຫົກຮ້ອຍຄົນ ເປັນທະຫານທີ່ໄດ້ຮັບການຝຶກແອບແລ້ວ;
36
ຈາກເຜົ່າອາເຊ: ສີ່ສິບພັນຄົນ ພ້ອມແລ້ວທີ່ຈະສູ້ຮົບ;
37
ເຜົ່າຕ່າງໆທາງທິດຕາເວັນອອກຂອງແມ່ນໍ້າຈໍແດນເຊັ່ນ (ຣູເບັນ, ກາດ ແລະມານາເຊເຄິ່ງເຜົ່າຕາເວັນອອກ): ໜຶ່ງຮ້ອຍຊາວພັນຄົນ ພວກນີ້ເປັນທະຫານທີ່ໄດ້ຮັບການຝຶກໃຫ້ໃຊ້ອາວຸດທຸກຊະນິດ.
38
ພວກທະຫານທັງໝົດເຫຼົ່ານີ້ໄດ້ໄປທີ່ເຮັບໂຣນຕຽມພ້ອມສູ້ຮົບ ເພື່ອຕັ້ງໃຈຊ່ວຍດາວິດໃຫ້ຂຶ້ນເປັນກະສັດປົກຄອງຊາດອິດສະຣາເອນທັງໝົດ. ສ່ວນປະຊາຊົນອິດສະຣາເອນທີ່ເຫຼືອຢູ່ນັ້ນ ກໍລ້ວນແລ້ວແຕ່ເປັນນໍ້າໜຶ່ງໃຈດຽວກັນ.
39
ພວກເຂົາໄດ້ຢູ່ກັບດາວິດໃນທີ່ນັ້ນສາມວັນ ແລະພີ່ນ້ອງຊາວເມືອງໄດ້ຈັດຫາອາຫານແລະເຄື່ອງດື່ມມາລ້ຽງຕ້ອນຮັບພວກເຂົາ.
40
ແມ່ນແຕ່ຈາກທີ່ໄກອອກໄປທາງເໜືອຂອງບັນດາເຜົ່າອິດຊາຄາ, ເຊບູໂລນ ແລະເນັບທາລີ, ປະຊາຊົນກໍໃຊ້ລໍ, ອູດ, ລາ ແລະງົວ ຕ່າງອາຫານມາຊ່ວຍ ເຊັ່ນ: ແປ້ງເຂົ້າ, ໝາກເດື່ອ, ໝາກອະງຸ່ນ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດ. ພວກເຂົາໄດ້ນຳງົວແລະແກະມາຂ້າກິນດ້ວຍ. ທັງໝົດນີ້ແມ່ນການສະແດງອອກເຖິງຄວາມຊົມຊື່ນຍິນດີນຳກັນທົ່ວທັງປະເທດ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29