bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 10
Deuteronomy 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 11 →
1
“ຕໍ່ມາ ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າວ່າ, ‘ຈົ່ງຕັດເອົາຫີນສອງແຜ່ນແບບເກົ່າ ແລະເຮັດຫີບໄມ້ໜ່ວຍໜຶ່ງສຳລັບໃສ່ແຜ່ນຫີນ. ແລ້ວຈົ່ງຂຶ້ນມາຫາເຮົາທີ່ເທິງພູ
2
ແລະເຮົາຈະຂຽນຂໍ້ຄວາມໃນແຜ່ນຫີນທີ່ເຈົ້າເຮັດແຕກນັ້ນ ໃສ່ຫີນສອງແຜ່ນນີ້. ແລ້ວໃຫ້ເຈົ້າບັນຈຸມັນໄວ້ໃນຫີບ.’
3
ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ເຮັດຫີບດ້ວຍໄມ້ກະຖິນເທດ ແລະຕັດເອົາແຜ່ນຫີນສອງແຜ່ນຄືກັບເທື່ອທຳອິດ ນຳຂຶ້ນໄປທີ່ເທິງພູ.
4
ແລ້ວພຣະເຈົ້າຢາເວກໍຂຽນຂໍ້ຄວາມຢ່າງດຽວກັນກັບແຜ່ນທຳອິດນັ້ນໃສ່ ຄືຄຳສັ່ງສິບຂໍ້ທີ່ພຣະອົງໄດ້ໃຫ້ແກ່ພວກເຈົ້າ ເມື່ອພຣະອົງໄດ້ກ່າວຈາກແປວໄຟ ໃນມື້ທີ່ພວກເຈົ້າໄດ້ເຕົ້າໂຮມກັນທີ່ພູ. ພຣະເຈົ້າຢາເວໄດ້ມອບແຜ່ນຫີນໃຫ້ຂ້າພະເຈົ້າ
5
ແລະຂ້າພະເຈົ້າໄດ້ກັບລົງມາຈາກພູ. ໂດຍໄດ້ເຮັດຕາມຄຳສັ່ງຂອງພຣະເຈົ້າຢາເວ ຂ້າພະເຈົ້າໄດ້ເອົາແຜ່ນຫີນໃສ່ໃນຫີບໄວ້ ແລະມັນກໍຢູ່ໃນທີ່ນັ້ນຕະຫລອດມາ.” (
6
ຊາວອິດສະຣາເອນໄດ້ໜີຈາກນໍ້າສ້າງທີ່ເປັນຂອງຢາອາການ ແລະໄດ້ໄປທີ່ໂມເສຣາ. ໃນທີ່ນີ້ອາໂຣນຕາຍແລະຖືກຝັງໄວ້ ແລະເອເລອາຊາລູກຊາຍຂອງເພິ່ນໄດ້ຂຶ້ນເປັນປະໂຣຫິດແທນ.
7
ຈາກທີ່ນັ້ນ ພວກເຂົາໄດ້ໄປທີ່ກຸດໂກດາ ແລະໄປຕໍ່ທີ່ໂຢດບາທາ ຄືບ່ອນທີ່ມີນໍ້າຫລາຍ.
8
ໃນເວລານັ້ນ ພຣະເຈົ້າຢາເວໄດ້ແຕ່ງຕັ້ງພວກຜູ້ຊາຍໃນເຜົ່າເລວີ ໃຫ້ເປັນຜູ້ຮັບຜິດຊອບຫີບພັນທະສັນຍາຂອງພຣະເຈົ້າຢາເວ ຢືນຢູ່ຕໍ່ໜ້າພຣະເຈົ້າຢາເວໃຫ້ຮັບໃຊ້ພຣະອົງ ເພື່ອໃຫ້ກ່າວຄຳອວຍພອນໃນນາມຂອງພຣະອົງຈົນເຖິງທຸກວັນນີ້.
9
ດ້ວຍເຫດນີ້ ເຜົ່າເລວີຈົ່ງບໍ່ໄດ້ຮັບດິນແດນສ່ວນໃດເໝືອນດັ່ງເຜົ່າອື່ນໆ ສິ່ງທີ່ພວກເຂົາໄດ້ຮັບແມ່ນສິດທິພິເສດ ໃນການເປັນປະໂຣຫິດຂອງພຣະເຈົ້າຢາເວ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັນຍາໄວ້ກັບພວກເຂົາ).
10
“ຂ້າພະເຈົ້າໄດ້ພັກຢູ່ເທິງພູ ເໝືອນດັ່ງຄາວກ່ອນສີ່ສິບວັນສີ່ສິບຄືນ. ອີກເທື່ອໜຶ່ງ ພຣະເຈົ້າຢາເວໄດ້ຟັງຂ້າພະເຈົ້າ ແລະພຣະເຈົ້າຢາເວກໍໄດ້ຕົກລົງໃຈບໍ່ທຳລາຍພວກເຈົ້າ.
11
ແລ້ວພຣະເຈົ້າຢາເວກໍໄດ້ບອກຂ້າພະເຈົ້ານຳພາພວກເຈົ້າໄປ ເພື່ອວ່າພວກເຈົ້າຈະໄດ້ຢຶດຄອງດິນແດນເປັນກຳມະສິດ ຕາມທີ່ພຣະອົງໄດ້ສັນຍາມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຈົ້າ.”
12
“ບັດນີ້ ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຮຽກຮ້ອງຕ້ອງການຈາກພວກເຈົ້າ ຄື: ຈົ່ງນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະປະຕິບັດທຸກສິ່ງທີ່ພຣະອົງສັ່ງ. ຈົ່ງຮັກພຣະອົງ ແລະຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍສຸດໃຈຂອງພວກເຈົ້າ
13
ແລະຈົ່ງເຊື່ອຟັງກົດບັນຍັດທຸກຂໍ້ຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຂ້າພະເຈົ້າກຳລັງມອບກົດບັນຍັດເຫຼົ່ານີ້ໃຫ້ພວກເຈົ້າໃນວັນນີ້ ສຳລັບຜົນດີຂອງພວກເຈົ້າ.
14
ຟ້າສະຫວັນ ແລະຟ້າສະຫວັນບ່ອນສູງສຸດເປັນຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແຜ່ນດິນໂລກກັບສັບພະທຸກສິ່ງທີ່ຢູ່ໃນນັ້ນກໍເປັນຂອງພຣະອົງເໝືອນກັນ.
15
ແຕ່ຄວາມຮັກຂອງພຣະເຈົ້າຢາເວ ສຳລັບປູ່ຍ່າຕາຍາຍຂອງພວກເຈົ້າມີຫລາຍທີ່ສຸດ ທີ່ພຣະອົງໄດ້ເລືອກເອົາພວກເຈົ້າ ແທນທີ່ຈະເລືອກເອົາປະຊາຊົນຊາດອື່ນ ແລະພວກເຈົ້າກໍຍັງເປັນປະຊາຊົນທີ່ພຣະອົງໄດ້ເລືອກໄວ້ຈົນເຖິງວັນນີ້.
16
ເຫດສະນັ້ນ ຈົ່ງຮັບພິທີຕັດ ໃນໃຈ ແລະຢ່າດື້ດຶງຕໍ່ໄປ.
17
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແມ່ນພຣະເຈົ້າເໜືອບັນດາພະທັງໝົດ ແລະເປັນອົງພຣະຜູ້ເປັນເຈົ້າເໜືອບັນດາເຈົ້ານາຍທັງປວງ, ເປັນພຣະເຈົ້າອົງຍິ່ງໃຫຍ່ ຊົງຣິດອຳນາດ ແລະເປັນທີ່ຢຳເກງ. ພຣະອົງບໍ່ເຫັນແກ່ໜ້າຜູ້ໃດແລະບໍ່ເຫັນແກ່ສິນຈ້າງລາງວັນໃດໆ.
18
ພຣະອົງໃຫ້ສິດລູກກຳພ້າແລະພວກແມ່ໝ້າຍໄດ້ຮັບຄວາມເປັນທຳ; ພຣະອົງຮັກຊາວຕ່າງດ້າວທີ່ອາໄສຢູ່ນຳພວກເຮົາ ໂດຍໃຫ້ອາຫານແລະເຄື່ອງນຸ່ງຫົ່ມແກ່ພວກເຂົາ.
19
ດັ່ງນັ້ນ ຈົ່ງຮັກຄົນຕ່າງດ້າວ ເພາະພວກເຈົ້າກໍເຄີຍເປັນຄົນຕ່າງດ້າວໃນປະເທດເອຢິບ.
20
ຈົ່ງຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະນະມັດສະການແຕ່ພຣະອົງເທົ່ານັ້ນ. ຈົ່ງສັດຊື່ຕໍ່ພຣະອົງ ແລະກ່າວຄຳສັນຍາໃນພຣະນາມຂອງພຣະອົງເທົ່ານັ້ນ.
21
ຈົ່ງຍ້ອງຍໍສັນລະເສີນພຣະອົງເພາະພຣະອົງເປັນພຣະເຈົ້າຂອງພວກເຈົ້າ ແລະພວກເຈົ້າກໍເຫັນໂດຍປະຈັກຕາແລ້ວເຖິງຄວາມຍິ່ງໃຫຍ່ ແລະສິ່ງອັດສະຈັນທີ່ພຣະອົງໄດ້ກະທຳສຳລັບພວກເຈົ້າ.
22
ເມື່ອປູ່ຍ່າຕາຍາຍຂອງພວກເຈົ້າໄດ້ໄປຢູ່ປະເທດເອຢິບນັ້ນ ພວກເຂົາມີພຽງແຕ່ 70 ຄົນເທົ່ານັ້ນ. ແຕ່ມາບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃຫ້ພວກເຈົ້າມີຄົນຈຳນວນຫລວງຫລາຍເໝືອນດັ່ງດວງດາວໃນຟ້າສະຫວັນ.”
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34