bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 15
Deuteronomy 15
Lao Bible 2012 (ພຣະຄຳພີສັກສິ)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 16 →
1
“ເມື່ອຄົບທຸກໆເຈັດປີໃດ ຈົ່ງຍົກໜີ້ໃຫ້ແກ່ຜູ້ທີ່ຢືມເງິນຂອງພວກເຈົ້າ.
2
ການຍົກໜີ້ນັ້ນໃຫ້ປະຕິບັດດັ່ງນີ້: ທຸກຄົນທີ່ໃຫ້ພີ່ນ້ອງຊາວອິດສະຣາເອນຢືມເງິນ ຈົ່ງຍົກໜີ້ໃຫ້ເຂົາ ຢ່າພະຍາຍາມທວງໜີ້ນັ້ນຄືນ ເພາະແມ່ນພຣະເຈົ້າຢາເວເອງທີ່ໄດ້ປະກາດຍົກໜີ້ນັ້ນໃຫ້.
3
ພວກເຈົ້າທວງໜີ້ຈາກຄົນຕ່າງດ້າວໄດ້ ແຕ່ຢ່າທວງໜີ້ຈາກຄົນໃນຊົນຊາດດຽວກັນ.
4
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະອວຍພອນພວກເຈົ້າໃນດິນແດນທີ່ພຣະອົງກຳລັງຈະມອບໃຫ້ນີ້. ບໍ່ມີໃຜໃນປະຊາຊົນຂອງພວກເຈົ້າຈະຍາກຈົນ
5
ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະຢຶດຖືຢ່າງຕັ້ງໜ້າ ຕາມທຸກໆສິ່ງທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້າໄວ້ໃນວັນນີ້.
6
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະອວຍພອນພວກເຈົ້າຕາມທີ່ພຣະອົງໄດ້ສັນຍາໄວ້. ພວກເຈົ້າຈະໃຫ້ຫລາຍຊົນຊາດຢືມເງິນ, ແຕ່ພວກເຈົ້າຈະບໍ່ໄດ້ຢືມເງິນຈາກຊາດໃດ; ພວກເຈົ້າຈະໄດ້ຄວບຄຸມຫລາຍຊາດ ແຕ່ຈະບໍ່ມີຊາດໃດໄດ້ຄວບຄຸມພວກເຈົ້າ.
7
ຖ້າມີພີ່ນ້ອງຊາວອິດສະຣາເອນຜູ້ໃດທີ່ຢູ່ຕາມເມືອງຕ່າງໆໃນດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ແກ່ພວກເຈົ້ານັ້ນມີຄວາມຂັດສົນ ກໍຢ່າເປັນຄົນໃຈຄັບແຄບ ແລະປະຕິເສດທີ່ຈະຊ່ວຍເຫລືອພວກເຂົາ.
8
ແຕ່ຈົ່ງເປັນຄົນໃຈກວ້າງຂວາງ ແລະໃຫ້ຢືມຕາມທີ່ລາວຕ້ອງການ.
9
ຢ່າປະຕິເສດໃຫ້ລາວຢືມໂດຍເຫັນແກ່ປີແຫ່ງການຍົກໜີ້ໃກ້ຈະມາເຖິງ. ຢ່າໃຫ້ຄວາມຄິດບໍ່ດີເຊັ່ນນີ້ມີຢູ່ໃນຈິດໃຈຂອງພວກເຈົ້າເລີຍ. ຖ້າພວກເຈົ້າບໍ່ຍອມໃຫ້ກູ້ຢືມ ເມື່ອລາວຮ້ອງຫາພຣະເຈົ້າຢາເວ ພວກເຈົ້າກໍຈະເປັນຝ່າຍຜິດ.
10
ຈົ່ງໃຫ້ລາວຢືມດ້ວຍຄວາມເຕັມໃຈແລະຢ່າມີຈິດໃຈຄັບແຄບ ແລ້ວພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກໍຈະອວຍພອນທຸກໆສິ່ງທີ່ພວກເຈົ້າເຮັດ.
11
ຄົນຍາກຈົນກັບຄົນຂັດສົນຈະມີຢູ່ບໍ່ຂາດໃນດິນແດນຂອງພວກເຈົ້າ. ສະນັ້ນ ຂ້າພະເຈົ້າຈຶ່ງສັ່ງພວກເຈົ້າໃຫ້ມີຈິດໃຈກວ້າງຂວາງຕໍ່ພວກເຂົາ.”
12
“ຖ້າພີ່ນ້ອງຊາວອິດສະຣາເອນຜູ້ໜຶ່ງ ບໍ່ວ່າຊາຍຫລືຍິງກໍດີຂາຍຕົວເອງ ເປັນຄົນຮັບໃຊ້ ໃຫ້ພວກເຈົ້າປ່ອຍລາວເປັນອິດສະຫລະ ຫລັງຈາກລາວໄດ້ຮັບໃຊ້ພວກເຈົ້າເປັນເວລາຫົກປີ. ເມື່ອປີທີເຈັດມາເຖິງໃຫ້ພວກເຈົ້າປ່ອຍລາວເປັນອິດສະຫລະ.
13
ເມື່ອພວກເຈົ້າປ່ອຍລາວໄປນັ້ນຢ່າໃຫ້ລາວກັບໄປມືເປົ່າ.
14
ຈົ່ງແບ່ງປັນສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ອວຍພອນພວກເຈົ້າດ້ວຍໃຈກວ້າງຂວາງເຊັ່ນ: ແກະ, ເຂົ້າ ແລະເຫຼົ້າອະງຸ່ນ.
15
ຈົ່ງຈົດຈຳໄວ້ວ່າພວກເຈົ້າເຄີຍຕົກເປັນທາດຮັບໃຊ້ຢູ່ໃນປະເທດເອຢິບ ແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ປົດປ່ອຍພວກເຈົ້າໃຫ້ເປັນອິດສະຫລະ; ສະນັ້ນ ຂ້າພະເຈົ້າຈຶ່ງມອບຄຳສັ່ງນີ້ໃຫ້ແກ່ພວກເຈົ້າ.
16
ແຕ່ທາດຮັບໃຊ້ຂອງພວກເຈົ້າອາດບໍ່ຢາກໜີໄປຈາກພວກເຈົ້າ ເພາະລາວຮັກພວກເຈົ້າກັບຄອບຄົວ ແລະຍິນດີຢູ່ຮັບໃຊ້ພວກເຈົ້າຕໍ່ໄປ.
17
ໃນກໍລະນີເຊັ່ນນີ້ ໃຫ້ພວກເຈົ້າພາລາວໄປທີ່ປະຕູເຮືອນຂອງພວກເຈົ້າ ແລະບ່ອງຫູໃຫ້ລາວທີ່ນັ້ນ ແລ້ວລາວກໍຈະເປັນທາດຮັບໃຊ້ພວກເຈົ້າຕະຫລອດຊີວິດ. ຈົ່ງປະຕິບັດກັບທາດຮັບໃຊ້ຍິງຂອງພວກເຈົ້າໃນແບບດຽວກັນນີ້.
18
ເມື່ອພວກເຈົ້າປ່ອຍທາດຮັບໃຊ້ໄປນັ້ນ ຢ່າສະແດງຄວາມບໍ່ພໍໃຈ. ແຕ່ເຖິງຢ່າງໃດກໍດີ ລາວຮັບໃຊ້ພວກເຈົ້າມາຫົກປີແລ້ວ ແລະກາຍຄ່າຈ້າງຂອງຄົນງານຕັ້ງໜຶ່ງເທົ່າ. ສະນັ້ນ ຈົ່ງປ່ອຍລາວໄປເຖີດ ແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະອວຍພອນໃນທຸກໆສິ່ງທີ່ພວກເຈົ້າເຮັດ.”
19
“ຈົ່ງແຍກລູກຫົວປີຂອງງົວເຖິກແລະແກະທຸກໆໂຕສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ; ຢ່າໃຊ້ແຮງສັດແລະຢ່າຕັດຂົນແກະເຫຼົ່ານັ້ນ.
20
ແຕ່ລະປີໃດ ໃຫ້ພວກເຈົ້າພ້ອມກັບຄອບຄົວກິນສັດເຫຼົ່ານັ້ນຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໃນສະຖານທີ່ພຣະເຈົ້າຢາເວໄດ້ເລືອກໄວ້.
21
ແຕ່ຖ້າສັດນັ້ນບໍ່ປົກກະຕິຄືເປັນງ່ອຍ ຫລືຕາບອດ ຫລືພິການ ຢ່ານຳມາຖວາຍບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢ່າງເດັດຂາດ.
22
ໃຫ້ພວກເຈົ້າທຸກຄົນບໍ່ວ່າເປັນມົນທິນຫລືບໍ່ກໍຕາມ ກິນສັດນັ້ນຢູ່ເຮືອນດັ່ງກິນກວາງຫລືຟານ.
23
ຢ່າໃຊ້ເລືອດສັດສຳລັບເປັນອາຫານ ແຕ່ໃຫ້ເທລົງດິນເໝືອນດັ່ງເທນໍ້າ.”
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34