bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 6
Deuteronomy 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 7 →
1
“ແມ່ນກົດບັນຍັດທັງໝົດນີ້ແຫຼະ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງຂ້າພະເຈົ້າໃຫ້ສອນພວກເຈົ້າ. ຈົ່ງປະຕິບັດຕາມກົດບັນຍັດເຫຼົ່ານີ້ໃນດິນແດນ ທີ່ພວກເຈົ້າກຳລັງຈະເຂົ້າໄປຄອບຄອງ.
2
ເພື່ອພວກເຈົ້າແລະເຊື້ອສາຍຂອງພວກເຈົ້າ ຈະໄດ້ຢຳເກງໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະເຊື່ອຟັງກົດບັນຍັດທຸກຂໍ້ທີ່ຂ້າພະເຈົ້າກຳລັງມອບໃຫ້ພວກເຈົ້າ ເພື່ອພວກເຈົ້າຈະມີຊີວິດຢູ່ຍືນຍາວໃນດິນແດນນັ້ນ.
3
ປະຊາຊົນອິດສະຣາເອນເອີຍ ຈົ່ງເຊື່ອຟັງແລະປະຕິບັດຕາມກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ແລ້ວພວກເຈົ້າກໍຈະຢູ່ເຢັນເປັນສຸກ ແລະກາຍເປັນຊົນຊາດໜຶ່ງທີ່ມີອຳນາດ ພວກເຈົ້າຈະມີຊີວິດຢູ່ໃນດິນແດນທີ່ອຸດົມສົມບູນແລະຮັ່ງມີ ຕາມທີ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າໄດ້ສັນຍາໄວ້.
4
ອິດສະຣາເອນເອີຍ ຈົ່ງຟັງເຖີດ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາເປັນພຣະເຈົ້າຢາເວແຕ່ອົງດຽວ.
5
ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະດ້ວຍສຸດກຳລັງຂອງເຈົ້າ.
6
ຢ່າລືມຂໍ້ຄຳສັ່ງທີ່ຂ້າພະເຈົ້າກຳລັງໃຫ້ພວກເຈົ້າໃນວັນນີ້ຈັກເທື່ອ.
7
ຈົ່ງສັ່ງສອນລູກຫຼານຂອງພວກເຈົ້າໃຫ້ຮຽນຮູ້ເອົາ. ໃຫ້ພວກເຈົ້າເວົ້າຫລຳໄປຫລຳມາ ບໍ່ວ່າເມື່ອຢູ່ໃນເຮືອນຫລືທຽວທາງກໍດີ ເມື່ອພັກຜ່ອນຫລືເຮັດວຽກກໍດີ.
8
ຈົ່ງຜູກມັນໄວ້ທີ່ແຂນເປັນໝາຍສຳຄັນ ແລະຄຽນມັນໄວ້ທີ່ໜ້າຜາກ ເພື່ອເປັນສິ່ງເຕືອນໃຈ.
9
ຈົ່ງຂຽນມັນໄວ້ຢູ່ຕາມປະຕູເຮືອນ ແລະທີ່ປະຕູຮົ້ວຂອງພວກເຈົ້າ.”
10
“ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພວກເຈົ້າ ເຂົ້າໄປຢູ່ໃນດິນແດນທີ່ພຣະອົງຈະມອບໃຫ້ ຕາມທີ່ໄດ້ສັນຍາໄວ້ກັບອັບຣາຮາມ, ອີຊາກ ແລະຢາໂຄບນັ້ນ; ພວກເຈົ້າຈະພົບເມືອງຕ່າງໆທີ່ຈະເລີນຮຸ່ງເຮືອງແລະກວ້າງໃຫຍ່ ຊຶ່ງພວກເຈົ້າບໍ່ໄດ້ລົງແຮງກໍ່ສ້າງ.
11
ເຮືອນຊານບ້ານຊ່ອງກໍຈະເຕັມໄປດ້ວຍຂອງດີທີ່ພວກເຈົ້າບໍ່ໄດ້ຫາມາໄວ້ ພ້ອມທັງນໍ້າສ້າງທີ່ພວກເຈົ້າບໍ່ໄດ້ຂຸດ ແລະສວນໝາກອະງຸ່ນທັງສວນໝາກກອກເທດ ທີ່ພວກເຈົ້າບໍ່ໄດ້ປູກ. ເມື່ອພຣະເຈົ້າຢາເວນຳພວກເຈົ້າເຂົ້າໄປໃນດິນແດນ ແລະມີອາຫານການກິນທຸກຢ່າງຕາມຄວາມຕ້ອງການແລ້ວ
12
ຈົ່ງໃຫ້ແນ່ໃຈວ່າພວກເຈົ້າບໍ່ໄດ້ລືມໄລພຣະເຈົ້າຢາເວ ອົງທີ່ໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍຕົກເປັນທາດ.
13
ຈົ່ງຢຳເກງໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈົ່ງນະມັດສະການພຣະອົງ ແລະສາບານໃນນາມຂອງພຣະອົງເທົ່ານັ້ນ.
14
ຢ່າຂາບໄຫວ້ບັນດາພະອື່ນໆ ຫລືພະໃດໆຂອງຊົນຊາດທີ່ຢູ່ອ້ອມຮອບພວກເຈົ້າ.
15
ຖ້າຂືນເຮັດ ຄວາມໂກດຮ້າຍຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະມາຕໍ່ສູ້ພວກເຈົ້າເໝືອນດັ່ງໄຟ ແລະຈະທຳລາຍພວກເຈົ້າໃຫ້ດັບສິ້ນໄປຈາກແຜ່ນດິນໂລກ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າທີ່ສະຖິດຢູ່ກັບພວກເຈົ້າແມ່ນພຣະເຈົ້າຜູ້ຫວງແຫນ.
16
ຢ່າທົດລອງກັບພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເໝືອນດັ່ງໄດ້ເຮັດທີ່ມັດສາ.
17
ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າເຊື່ອຟັງກົດບັນຍັດທຸກໆຂໍ້ຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຊຶ່ງພຣະອົງໄດ້ມອບໃຫ້ແກ່ພວກເຈົ້າ.
18
ຈົ່ງເຮັດແຕ່ສິ່ງທີ່ພຣະເຈົ້າຢາເວເຫັນວ່າດີແລະຖືກຕ້ອງ ແລ້ວພວກເຈົ້າກໍຈະຢູ່ເຢັນເປັນສຸກ. ພວກເຈົ້າຈະໄດ້ຮັບດິນແດນອັນອຸດົມສົມບູນແລະຮັ່ງມີ ທີ່ພຣະເຈົ້າຢາເວໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າເປັນກຳມະສິດ
19
ແລະຈະຂັບໄລ່ເຫຼົ່າສັດຕູໃຫ້ອອກໜີໄປຕໍ່ໜ້າພວກເຈົ້າ ຕາມທີ່ພຣະເຈົ້າຢາເວໄດ້ສັນຍາໄວ້.
20
ໃນພາຍໜ້າ ພວກລູກຫລານຂອງພວກເຈົ້າຈະຖາມວ່າ, ‘ດ້ວຍເຫດໃດ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງສັ່ງໃຫ້ເຊື່ອຟັງກົດບັນຍັດເຫຼົ່ານີ້?’
21
ແລ້ວຈົ່ງບອກພວກເຂົາວ່າ, ‘ພວກເຮົາເຄີຍຕົກເປັນທາດຮັບໃຊ້ຂອງກະສັດປະເທດເອຢິບ ແລະພຣະເຈົ້າຢາເວໄດ້ນຳພາພວກເຮົາ ໂດຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ.
22
ພວກເຮົາໄດ້ເຫັນກັບຕາການອັດສະຈັນອັນຍິ່ງໃຫຍ່ ແລະສິ່ງອັນໜ້າຢ້ານ ທີ່ພຣະເຈົ້າຢາເວໄດ້ກະທຳຕໍ່ຊາວເອຢິບ ຄືຕໍ່ກະສັດ ແລະຕໍ່ຂ້າຣາຊການທຸກຄົນຂອງເພິ່ນ.
23
ພຣະອົງໄດ້ປົດປ່ອຍພວກເຮົາອອກມາຈາກປະເທດເອຢິບ ເພື່ອນຳພາພວກເຮົາມາທີ່ນີ້ ແລະເພື່ອມອບດິນແດນນີ້ໃຫ້ແກ່ພວກເຮົາ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຮົາ.
24
ສະນັ້ນ ພຣະເຈົ້າຢາເວຈຶ່ງສັ່ງໃຫ້ພວກເຮົາ ເຊື່ອຟັງກົດບັນຍັດທັງໝົດເຫຼົ່ານີ້ ແລະຢຳເກງໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. ເພື່ອພຣະອົງຈະປົກປັກຮັກສາຊົນຊາດຂອງພວກເຮົາ ໃຫ້ຈະເລີນຮຸ່ງເຮືອງຕະຫລອດໄປຕາມທີ່ເຫັນໃນວັນນີ້.
25
ຖ້າພວກເຮົາເຊື່ອຟັງຢ່າງສັດຊື່ທຸກໆສິ່ງ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ສັ່ງພວກເຮົາ ພຣະອົງກໍຈະພໍໃຈນຳພວກເຮົາ.”’
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34