bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 20
Deuteronomy 20
Lao Bible 2012 (ພຣະຄຳພີສັກສິ)
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 21 →
1
“ເມື່ອອອກໄປສູ້ຮົບສັດຕູແລະເຫັນລົດຮົບພ້ອມກັບມ້າເສິກທັງກອງທັບ ທີ່ມີກຳລັງຫລາຍກວ່າພວກເຈົ້າ ຢ່າຢ້ານພວກເຂົາ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ອົງທີ່ໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບນັ້ນ ກໍສະຖິດຢູ່ນຳພວກເຈົ້າ.
2
ກ່ອນຈະລົງມືເຂົ້າສູ້ຮົບ ໃຫ້ປະໂຣຫິດອອກມາຂ້າງໜ້າກ່າວກັບບັນດານັກຮົບໃນກອງທັບວ່າ,
3
‘ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງໃຫ້ດີ ໃນວັນນີ້ພວກເຈົ້າຈະອອກສູ່ສະໜາມຮົບ. ຢ່າຢ້ານຂ້າເສິກ ຫລືເສຍຂວັນ ຫລືເກີດອົນລະຫົນວຸ້ນວາຍເລີຍ.
4
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກໍສະຖິດຢູ່ນຳພວກເຈົ້າ ແລະໃຫ້ພວກເຈົ້າໄດ້ຮັບໄຊຊະນະ.’
5
ແລ້ວນາຍທະຫານທີ່ມີໜ້າທີ່ເກນຄົນເປັນທະຫານຈະກ່າວວ່າ, ‘ມີຜູ້ໃດແດ່ໃນພວກເຈົ້າ ທີ່ຫາກໍປຸກເຮືອນແລະບໍ່ທັນເຂົ້າໄປຢູ່? ຖ້າມີ ຈົ່ງໃຫ້ຜູ້ນັ້ນກັບຄືນເມືອຢູ່ເຮືອນສາ. ບໍ່ດັ່ງນັ້ນ ລາວອາດຕາຍໃນສະໜາມຮົບກໍໄດ້ ແລ້ວຜູ້ອື່ນກໍຈະເຂົ້າໄປຢູ່ເຮືອນແທນ.
6
ມີຜູ້ໃດແດ່ໃນທີ່ນີ້ ທີ່ຫາກໍ່ໄດ້ປູກຕົ້ນອະງຸ່ນໃໝ່? ຖ້າມີ ຈົ່ງໃຫ້ຜູ້ນັ້ນກັບຄືນເມືອເຮືອນສາ. ບໍ່ດັ່ງນັ້ນ ລາວອາດຕາຍໃນສະໜາມຮົບກໍໄດ້ ແລ້ວຜູ້ອື່ນກໍຈະໄດ້ດື່ມເຫຼົ້າອະງຸ່ນແທນ.
7
ມີຜູ້ໃດແດ່ໃນທີ່ນີ້ ທີ່ໄດ້ໝັ້ນຜູ້ສາວໄວ້ແລ້ວວ່າຈະແຕ່ງງານ? ຖ້າມີ ຈົ່ງໃຫ້ຜູ້ນັ້ນກັບຄືນເມືອເຮືອນສາ ບໍ່ດັ່ງນັ້ນ ລາວອາດຕາຍໃນສະໜາມຮົບກໍໄດ້ ແລ້ວຄົນອື່ນກໍຈະໄດ້ແຕ່ງງານກັບຜູ້ສາວທີ່ຕົນໄດ້ໝັ້ນໝາຍໄວ້ນັ້ນແທນ.’
8
ນາຍທະຫານຈະກ່າວກັບນັກຮົບອີກວ່າ, ‘ມີຜູ້ໃດແດ່ໃນທີ່ນີ້ ທີ່ເສຍຂວັນແລະຢ້ານ? ຖ້າມີ ຈົ່ງໃຫ້ຜູ້ນັ້ນກັບຄືນເມືອເຮືອນສາ. ບໍ່ດັ່ງນັ້ນ ລາວອາດຈະເຮັດໃຫ້ຜູ້ອື່ນເສຍຂວັນໄປນຳເໝືອນກັນ.’
9
ເມື່ອນາຍທະຫານເວົ້າສຸດແລ້ວ ໃຫ້ເລືອກເອົາຫົວໜ້າປະຈຳແຕ່ລະໜ່ວຍ.
10
ເມື່ອພວກເຈົ້າໄປໂຈມຕີເມືອງໜຶ່ງ ໃນຂັ້ນຕົ້ນ ຈົ່ງໃຫ້ໂອກາດແກ່ຊາວເມືອງນັ້ນຍອມຈຳນົນ.
11
ຖ້າພວກເຂົາໄຂປະຕູເມືອງໃຫ້ ແລະຍອມຈຳນົນໂດຍດີ ຈົ່ງເອົາພວກເຂົາທັງໝົດເປັນຄົນຮັບໃຊ້ ແລະໃຫ້ເຮັດວຽກສຳລັບພວກເຈົ້າ.
12
ຖ້າຊາວເມືອງນັ້ນບໍ່ຍອມເປັນມິດໄມຕີກັບພວກເຈົ້າ, ແຕ່ເລືອກເອົາການຕໍ່ສູ້ພວກເຈົ້າ; ພວກເຈົ້າຈົ່ງເຂົ້າລ້ອມຕີເອົາເມືອງນັ້ນໄດ້.
13
ຕໍ່ມາ ເມື່ອອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າໃຫ້ຢຶດເມືອງໄດ້ແລ້ວ ຈົ່ງຂ້າຜູ້ຊາຍທຸກໆຄົນໃນເມືອງ.
14
ແຕ່ສ່ວນຜູ້ຍິງ, ເດັກນ້ອຍ, ຝູງສັດ ແລະສິ່ງຂອງທັງໝົດໃນເມືອງນັ້ນ ພວກເຈົ້າຢຶດເອົາເປັນຂອງຕົນເອງໄດ້. ພວກເຈົ້າອາດຈະໃຊ້ທຸກໆສິ່ງທີ່ເປັນຂອງຂ້າເສິກໄດ້; ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຈົ້າແລ້ວ.
15
ໃຫ້ພວກເຈົ້າຈັດການຢ່າງນີ້ແຫຼະ ກັບເມືອງເຫຼົ່ານັ້ນ ທີ່ຢູ່ຫ່າງໄກອອກໄປຈາກດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຕັ້ງຫຼັກແຫຼ່ງຢູ່ນັ້ນ.
16
ແຕ່ເມື່ອພວກເຈົ້າຢຶດຄອງເມືອງຕ່າງໆຢູ່ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ນັ້ນ ຈົ່ງຂ້າທຸກໆຄົນຖິ້ມ.
17
ຈົ່ງທຳລາຍໝົດທຸກຄົນຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງໄວ້ດັ່ງນີ້: ຊາວຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະຊາວເຢບຸດ.
18
ໃຫ້ຂ້າຄົນເຫຼົ່ານີ້ຖິ້ມໝົດເພື່ອວ່າພວກເຂົາຈະບໍ່ນຳພາພວກເຈົ້າ ໃຫ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂດຍສອນພວກເຈົ້າໃຫ້ເຮັດໃນສິ່ງທີ່ໜ້າລັງກຽດ ເມື່ອພວກເຂົາຂາບໄຫວ້ບັນດາຮູບເຄົາຣົບຂອງພວກເຂົາ.
19
ເມື່ອພວກເຈົ້າພະຍາຍາມຈະຢຶດຄອງເມືອງໜຶ່ງ ຢ່າໄດ້ປໍ້າຕົ້ນໄມ້ທີ່ກິນໝາກ ແມ່ນວ່າການປິດລ້ອມເມືອງໄວ້ນັ້ນ ຈະໃຊ້ເວລານານກໍຕາມ. ພວກເຈົ້າກິນໝາກໄມ້ນັ້ນໄດ້ ແຕ່ຢ່າປໍ້າຕົ້ນມັນຖິ້ມ ເພາະມັນບໍ່ແມ່ນສັດຕູຂອງພວກເຈົ້າ.
20
ພວກເຈົ້າອາດປໍ້າຕົ້ນໄມ້ທີ່ຮູ້ວ່າບໍ່ມີໝາກກິນໄດ້ ເພື່ອໃຊ້ປິດລ້ອມເມືອງໄວ້ໄດ້ ຈົນກວ່າຈະເຂົ້າຢຶດຄອງເມືອງ.”
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 21 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34