bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 24
Deuteronomy 24
Lao Bible 2012 (ພຣະຄຳພີສັກສິ)
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 25 →
1
“ຖ້າວ່າຊາຍຜູ້ໜຶ່ງແຕ່ງງານກັບຍິງຜູ້ໜຶ່ງ ແລະພາຍລຸນມາ ລາວບໍ່ຕ້ອງການນາງອີກຕໍ່ໄປ ເພາະລາວພົບພຶດຕິການບາງສິ່ງບາງຢ່າງຊຶ່ງລາວບໍ່ມັກ. ດັ່ງນັ້ນ ລາວຈຶ່ງເຮັດໜັງສືຢ່າຮ້າງຍື່ນໃຫ້ນາງ ແລະບອກນາງໃຫ້ໜີຈາກເຮືອນຂອງຕົນໄປ.
2
ຕໍ່ມາ ຖ້າວ່ານາງໄດ້ແຕ່ງງານກັບຊາຍອື່ນອີກ
3
ແລະຊາຍຜູ້ນັ້ນຕັດສິນໃຈຢ່າຮ້າງນາງເໝືອນກັນ ດັ່ງນັ້ນ ລາວຈຶ່ງຂຽນໜັງສືຢ່າຮ້າງຍື່ນໃຫ້ນາງ ແລະບອກໃຫ້ນາງໜີອອກໄປຈາກເຮືອນຂອງຕົນ. ຫລືຖ້າວ່າຜົວຄົນທີສອງຂອງນາງຕາຍໄປ.
4
ໃນກໍລະນີເຊັ່ນນີ້ ຜົວຜູ້ທຳອິດຈະເອົານາງກັບຄືນມາເປັນເມຍອີກບໍ່ໄດ້; ໃຫ້ລາວຖືວ່ານາງເປັນມົນທິນເສຍແລ້ວ. ຖ້າລາວເອົານາງມາເປັນເມຍອີກ ກໍຈະເຮັດໃຫ້ພຣະເຈົ້າຢາເວບໍ່ພໍໃຈ. ຢ່າໃຫ້ພວກເຈົ້າເຮັດບາບອັນຮ້າຍແຮງເຊັ່ນນີ້ ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ນີ້.”
5
“ເມື່ອຊາຍຜູ້ໜຶ່ງຫາກໍແຕ່ງງານ ຢ່າເກນເອົາລາວເຂົ້າເປັນທະຫານ ຫລືຮັບໜ້າທີ່ໃດໆຕໍ່ປະຊາຊົນ; ໃຫ້ລາວພັກຢູ່ບ້ານໜຶ່ງປີເພື່ອຈະໄດ້ເຮັດໃຫ້ເມຍມີຄວາມສຸກ.
6
ເມື່ອພວກເຈົ້າໃຫ້ຄົນໜຶ່ງຢືມບາງສິ່ງບາງຢ່າງ ຢ່າໄດ້ເອົາຫີນໂມ້ແປ້ງຂອງລາວໄວ້ເປັນເຄື່ອງຄໍ້າປະກັນ. ມັນຈະເປັນການເອົາສິ່ງທີ່ຕຽມອາຫານເພື່ອລ້ຽງຊີບໃນຄອບຄົວໄປ.
7
ຜູ້ໃດກໍຕາມ ທີ່ລັກເອົາພີ່ນ້ອງຊາວອິດສະຣາເອນໄປຮັບໃຊ້ຕົນ ຫລືເອົາໄປຂາຍເປັນທາດຮັບໃຊ້ຈະຕ້ອງຖືກໂທດເຖິງຕາຍ. ໃນທຳນອງນີ້ພວກເຈົ້າຈະກຳຈັດຄວາມຊົ່ວຮ້າຍນີ້.
8
ເມື່ອພວກເຈົ້າຕ້ອງທົນທຸກທໍລະມານຈາກພະຍາດຂີ້ທູດ ຈົ່ງເອົາໃຈໃສ່ປິ່ນປົວຕາມຄຳແນະນຳຂອງປະໂຣຫິດຊາວເລວີ; ຈົ່ງປະຕິບັດຕາມຄຳແນະນຳ ຊຶ່ງຂ້າພະເຈົ້າໄດ້ມອບໃຫ້ແກ່ພວກເຂົາ.
9
ຈົ່ງລະນຶກເຖິງສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເຮັດຕໍ່ມີຣີອາມ ໃນຄາວທີ່ພວກເຈົ້າໄດ້ເດີນທາງອອກມາຈາກປະເທດເອຢິບ.
10
ເມື່ອພວກເຈົ້າໃຫ້ເພື່ອນບ້ານຢືມບາງສິ່ງບາງຢ່າງ ຢ່າໄດ້ລ່ວງເຂົ້າໄປໃນເຮືອນເອົາເຄື່ອງນຸ່ງຫົ່ມຂອງເຂົາເປັນເຄື່ອງມັດຈຳ,
11
ແຕ່ຈົ່ງຢືນຖ້າຢູ່ຂ້າງນອກແລະໃຫ້ເຂົາເອົາມາໃຫ້ພວກເຈົ້າເອງ.
12
ຖ້າເຂົາເປັນຄົນຍາກຈົນ ຢ່າເກັບຂອງຄໍ້າປະກັນນັ້ນໄວ້ຈົນຄ້າງຄືນ;
13
ໃຫ້ພວກເຈົ້າສົ່ງລາວຄືນທຸກໆແລງ ເພື່ອວ່າລາວຈະໄດ້ໃຊ້ຫົ່ມເມື່ອເວລາເຂົ້ານອນ ແລະລາວຈະອວຍພອນພວກເຈົ້າແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກໍຈະພໍໃຈນຳພວກເຈົ້າ.
14
ຢ່າສໍ້ໂກງຄົນຍາກຈົນແລະລູກຈ້າງທີ່ຂັດສົນ ບໍ່ວ່າຄົນນັ້ນຈະເປັນພີ່ນ້ອງຊາວອິດສະຣາເອນ ຫລືເປັນຄົນຕ່າງດ້າວທີ່ອາໄສຢູ່ໃນເມືອງໜຶ່ງຂອງພວກເຈົ້າກໍຕາມ.
15
ແຕ່ຈົ່ງຈ່າຍຄ່າຈ້າງໃຫ້ລາວທຸກໆມື້ກ່ອນຕາເວັນຕົກດິນ; ລາວຕ້ອງການເງິນແລະລໍຮັບຄ່າຈ້າງນັ້ນຢູ່. ຖ້າພວກເຈົ້າບໍ່ຈ່າຍໃຫ້ລາວ ລາວຈະຮ້ອງຟ້ອງຕໍ່ພຣະເຈົ້າຢາເວ ແລ້ວພວກເຈົ້າກໍຈະເປັນຜູ້ຜິດໃນຖານເຮັດບາບ.
16
ພໍ່ແມ່ບໍ່ຕ້ອງຖືກລົງໂທດເຖິງຕາຍຍ້ອນລູກເຮັດຜິດ ແລະລູກໆກໍບໍ່ຕ້ອງຖືກລົງໂທດເຖິງຕາຍຍ້ອນພໍ່ແມ່ເຮັດຜິດ; ບຸກຄົນໃດເຮັດຜິດ ກໍແມ່ນບຸກຄົນນັ້ນເອງເປັນຜູ້ໄດ້ຮັບໂທດ.
17
ຢ່າຕັດສິດທິຂອງຄົນຕ່າງດ້າວແລະລູກກຳພ້າ ແລະຢ່າເອົາເສື້ອຜ້າຂອງແມ່ໝ້າຍໄວ້ເປັນເຄື່ອງຄໍ້າປະກັນ.
18
ຢ່າລືມວ່າພວກເຈົ້າເຄີຍຕົກເປັນທາດຮັບໃຊ້ຢູ່ໃນປະເທດເອຢິບ ແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ຊົງໄຖ່ພວກເຈົ້າໃຫ້ພົ້ນ. ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ມອບຂໍ້ຄຳສັ່ງນີ້ໃຫ້ແກ່ພວກເຈົ້າ.
19
ເມື່ອພວກເຈົ້າເກັບກ່ຽວ ແລະລືມຟ່ອນເຂົ້າບາງຟ່ອນໄວ້ໃນນາ ຢ່າກັບຄືນໄປເກັບເອົາ; ຈົ່ງປະໄວ້ໃຫ້ຄົນຕ່າງດ້າວ, ລູກກຳພ້າ ແລະແມ່ໝ້າຍ ເພື່ອວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະໄດ້ອວຍພອນພວກເຈົ້າໃນການງານທຸກໆຢ່າງທີ່ພວກເຈົ້າເຮັດ.
20
ເມື່ອພວກເຈົ້າເກັບໝາກກອກເທດ ຢ່າຄືນໄປເລັມອັນທີ່ເຫຼືອ; ຈົ່ງປະໄວ້ໃຫ້ຊາວຕ່າງດ້າວ, ລູກກຳພ້າ ແລະແມ່ໝ້າຍ.
21
ເມື່ອພວກເຈົ້າເກັບໝາກອະງຸ່ນຢ່າຄືນໄປເລັມເອົາໝາກຂອງມັນ; ຈົ່ງປະອັນທີ່ເຫຼືອນັ້ນໄວ້ໃຫ້ຊາວຕ່າງດ້າວ, ລູກກຳພ້າ ແລະແມ່ໝ້າຍ.
22
ຢ່າລືມໄລຈັກເທື່ອວ່າພວກເຈົ້າເຄີຍຕົກເປັນທາດຮັບໃຊ້ຢູ່ໃນປະເທດເອຢິບ; ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ມອບຂໍ້ຄຳສັ່ງນີ້ໃຫ້ແກ່ພວກເຈົ້າ.”
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 25 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34