bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 17
Deuteronomy 17
Lao Bible 2012 (ພຣະຄຳພີສັກສິ)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 18 →
1
“ຢ່າເອົາງົວຫລືແກະທີ່ມີສຸຂະພາບບໍ່ດີແລະມີຕຳໜິ ຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ການເຮັດເຊັ່ນນີ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຽດຊັງຫລາຍທີ່ສຸດ.
2
ຖ້າພວກເຈົ້າໄດ້ພົບວ່າ ມີຊາຍຫລືຍິງຄົນໜຶ່ງທີ່ຢູ່ໃນເມືອງຂອງພວກເຈົ້າ ໄດ້ເຮັດຊົ່ວຮ້າຍຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະຝ່າຝືນພັນທະສັນຍາຂອງພຣະອົງ
3
ໂດຍຂາບໄຫວ້ແລະຮັບໃຊ້ບັນດາພະອື່ນ ຫລືຂາບໄຫວ້ຕາເວັນ, ເດືອນ ແລະດວງດາວຕ່າງໆ ຊຶ່ງເປັນທີ່ຕ້ອງຫ້າມ
4
ແລະຖ້າພວກເຈົ້າໄດ້ຍິນການລາຍງານເຊັ່ນນັ້ນ ຈົ່ງສືບສວນເບິ່ງຢ່າງຮອບຄອບຖ້ວນຖີ່. ຖ້າເປັນຄວາມຈິງວ່າ ສິ່ງທີ່ຊົ່ວຮ້າຍເຊັ່ນນັ້ນໄດ້ເກີດຂຶ້ນໃນຊາດອິດສະຣາເອນແທ້ໆ
5
ຈົ່ງນຳຄົນນັ້ນອອກໄປນອກເມືອງ ແລະເອົາກ້ອນຫີນແກວ່ງໃສ່ໃຫ້ຕາຍ.
6
ເຖິງຢ່າງໃດກໍຕາມ ຜູ້ທີ່ຖືກກ່າວຫາຈະໄດ້ຮັບໂທດເຖິງຕາຍ ກໍຕໍ່ເມື່ອມີພະຍານສອງຫລືສາມຄົນເປັນຫຼັກຖານ. ຖ້າມີພະຍານແຕ່ຜູ້ດຽວເທົ່ານັ້ນ ຢ່າໄດ້ລົງໂທດຄົນນັ້ນໃຫ້ເຖິງຕາຍ.
7
ໃຫ້ພວກພະຍານທີ່ຮູ້ເຫັນນັ້ນແກວ່ງກ້ອນຫີນໃສ່ລາວກ່ອນ ແລະປະຊາຊົນຄົນອື່ນໆຈຶ່ງແກວ່ງໃສ່ຕາມທີຫລັງ. ເພື່ອພວກເຈົ້າຈະໄດ້ກຳຈັດຄວາມຊົ່ວຊ້ານີ້ໃຫ້ໝົດສິ້ນໄປຈາກທ່າມກາງພວກເຈົ້າ.
8
ອາດຈະມີເລື່ອງໃນບາງຄະດີທີ່ບັນດາຜູ້ຕັດສິນທ້ອງຖິ່ນຕັດສິນໄດ້ຍາກເຊັ່ນວ່າ: ຄະດີກ່ຽວກັບສິດທິເລື່ອງມໍຣະດົກ ຫລືຄະດີເລື່ອງການທຳຮ້າຍຮ່າງກາຍ ຫລືຄະດີອື່ນໆກ່ຽວກັບການໄຈ້ແຍກລະຫວ່າງເລື່ອງຄາດຕະກຳແລະເລື່ອງຂ້າຄົນຕາຍ ໂດຍບໍ່ເຈດຕະນາ. ເມື່ອມີກໍລະນີເຊັ່ນນີ້ເກີດຂຶ້ນ ຈົ່ງໄປບ່ອນນະມັດສະການແຫ່ງດຽວ ຊຶ່ງເປັນບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້,
9
ແລະສະເໜີຄະດີນັ້ນຕໍ່ພວກປະໂຣຫິດຊາວເລວີ ແລະຜູ້ຕັດສິນຄວາມປະຈຳການໃນສະໄໝນັ້ນ ເພື່ອເພິ່ນຈະໄດ້ຕັດສິນຄວາມໃຫ້.
10
ພວກເພິ່ນຈະເປັນຜູ້ຕັດສິນຄວາມໃນບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້ ແລະໃຫ້ພວກເຈົ້າປະຕິບັດຕາມສິ່ງທີ່ພວກເພິ່ນບອກໃຫ້ເຮັດ.
11
ຈົ່ງຍອມຮັບການຕັດສິນນັ້ນ ແລະປະຕິບັດຕາມຄຳແນະນຳຂອງພວກເພິ່ນທຸກປະການ.
12
ຜູ້ໃດຜູ້ໜຶ່ງທີ່ບໍ່ເຊື່ອຟັງຜູ້ຕັດສິນຄວາມ ຫລືປະໂຣຫິດຜູ້ປະຕິບັດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກໍໃຫ້ປະຫານຜູ້ນັ້ນເສຍ ເພື່ອພວກເຈົ້າຈະໄດ້ກຳຈັດຄວາມຊົ່ວຮ້າຍໃຫ້ໝົດສິ້ນໄປຈາກຊາດອິດສະຣາເອນ.
13
ແລ້ວທຸກໆຄົນກໍຈະໄດ້ຍິນສິ່ງທີ່ພວກເຈົ້າໄດ້ເຮັດແລະເກີດຢ້ານກົວ ແລ້ວກໍຈະບໍ່ມີຜູ້ໃດບັງອາດຝ່າຝືນເຮັດເຊັ່ນນັ້ນອີກຕໍ່ໄປ.”
14
“ຫລັງຈາກພວກເຈົ້າໄດ້ກຳມະສິດໃນດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ພວກເຈົ້າ ແລະຕັ້ງຖິ່ນຖານຢູ່ທີ່ນັ້ນແລ້ວ ຕໍ່ໄປພວກເຈົ້າກໍຈະຕັດສິນໃຈຢາກມີກະສັດ ເໝືອນດັ່ງຊາດອື່ນໆທີ່ຢູ່ອ້ອມຮອບພວກເຈົ້າ.
15
ຈົ່ງໃຫ້ແນ່ໃຈວ່າຄົນທີ່ພວກເຈົ້າເລືອກຂຶ້ນເປັນກະສັດນັ້ນ ແມ່ນຜູ້ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກເອົາ. ລາວຕ້ອງເປັນຄົນຊາດດຽວກັນກັບພວກເຈົ້າ; ຢ່າເອົາຊາວຕ່າງດ້າວມາເປັນກະສັດ.
16
ກະສັດບໍ່ຕ້ອງມີມ້າຈຳນວນຫລວງຫລາຍໄວ້ໃຊ້ໃນກອງທັບ ແລະບໍ່ຕ້ອງສົ່ງຄົນໄປຊື້ມ້າ ທີ່ປະເທດເອຢິບ ເພາະພຣະເຈົ້າຢາເວໄດ້ບອກໄພ່ພົນຂອງພຣະອົງບໍ່ໃຫ້ພວກເຂົາກັບໄປທີ່ນັ້ນອີກຈັກເທື່ອ.
17
ກະສັດບໍ່ຕ້ອງມີເມຍຫລາຍຄົນ ເພາະການມີເມຍຫລາຍຄົນນັ້ນ ເຮັດໃຫ້ໃຈຫ່າງເຫີນໄປ ແລະກະສັດຈະຕ້ອງບໍ່ເປັນຄົນຮັກເງິນແລະຄຳຫລາຍ.
18
ເມື່ອລາວໄດ້ຂຶ້ນນັ່ງບັນລັງແຫ່ງອານາຈັກຂອງຕົນ ລາວຈະຕ້ອງມີປື້ມກົດບັນຍັດແລະຄຳສັ່ງສອນຂອງພຣະເຈົ້າສະບັບໜຶ່ງ ຄັດລອກອອກມາແຕ່ຕົ້ນສະບັບ ຊຶ່ງພວກປະໂຣຫິດຊາວເລວີຮັກສາໄວ້.
19
ລາວຈະຕ້ອງມີປື້ມກົດບັນຍັດໄວ້ຢູ່ນຳສະເໝີ ແລະຮໍ່າຮຽນເອົາເປັນປະຈຳຕະຫລອດຊີວິດ ເພື່ອວ່າລາວຈະໄດ້ຮຽນຮູ້ຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງຕົນ ແລະປະຕິບັດຕາມກົດບັນຍັດໃນປື້ມນັ້ນແລະຂໍ້ຄຳສັ່ງຢ່າງສັດຊື່.
20
ການປະຕິບັດເຊັ່ນນັ້ນຈະເຮັດໃຫ້ລາວຄິດຢູ່ສະເໝີວ່າ ຕົນບໍ່ໄດ້ດີກວ່າພວກພີ່ນ້ອງຊາວອິດສະຣາເອນຄົນອື່ນໆ ທັງຈະບໍ່ຄິດຝ່າຝືນກົດບັນຍັດດ້ວຍ ບໍ່ວ່າໃນກໍລະນີໃດໆກໍຕາມ. ແລ້ວລາວກໍຈະປົກຄອງຢູ່ໄດ້ຫລາຍປີ ແລະລູກຫລານຂອງລາວກໍຈະໄດ້ປົກຄອງດິນແດນອິດສະຣາເອນໄປໄດ້ຫລາຍເຊັ່ນຄົນ.”
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34