bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 34
Deuteronomy 34
Lao Bible 2012 (ພຣະຄຳພີສັກສິ)
← Chapter 33
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
1
ໂມເຊໄດ້ຂຶ້ນຈາກທົ່ງຮາບພຽງໂມອາບໄປທີ່ພູເຂົາເນໂບ ຈົນໄປເຖິງຈອມພູປີສະກາ ຊຶ່ງຢູ່ກົງກັນຂ້າມກັບເມືອງເຢຣິໂກ ແລະຢູ່ທີ່ນັ້ນພຣະເຈົ້າຢາເວໄດ້ສຳແດງໃຫ້ເພິ່ນເຫັນດິນແດນທັງໝົດ ດັ່ງນີ້: ເຂດແດນກີເລອາດໄກໄປຮອດທາງທິດເໜືອສຸດຂອງເມືອງດານ
2
ເຂດແດນທັງໝົດຂອງເນັບທາລີ; ເຂດແດນຕ່າງໆຂອງເອຟຣາອິມແລະມານາເຊ ເຂດແດນຂອງຢູດາໄກໄປຮອດທິດຕາເວັນຕົກຂອງທະເລເມດີແຕຣາເນ
3
ເຂດແດນທາງພາກໃຕ້ຂອງຢູດາ ແລະທົ່ງຮາບພຽງ ແຕ່ເມືອງໂຊອາຈົນໄປເຖິງເມືອງເຢຣິໂກ ເມືອງກົກຕານ.
4
ແລ້ວພຣະເຈົ້າຢາເວກໍໄດ້ກ່າວຕໍ່ລາວວ່າ, “ນີ້ແມ່ນດິນແດນທີ່ເຮົາໄດ້ສັນຍາໄວ້ກັບອັບຣາຮາມ, ອີຊາກ ແລະຢາໂຄບວ່າ ຈະມອບໃຫ້ແກ່ເຊື້ອສາຍຂອງພວກເຂົາ. ເຮົາໃຫ້ເຈົ້າເຫັນດິນແດນນີ້ ແຕ່ເຈົ້າຈະບໍ່ໄດ້ເຂົ້າໄປໃນທີ່ນັ້ນ.”
5
ດັ່ງນັ້ນ ໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ຈຶ່ງໄດ້ຕາຍຢູ່ທີ່ນັ້ນໃນດິນແດນໂມອາບ ຕາມທີ່ພຣະເຈົ້າຢາເວໄດ້ບອກໄວ້.
6
ພຣະອົງໄດ້ຝັງເພິ່ນໄວ້ໃນຮ່ອມພູແຫ່ງໜຶ່ງ ທີ່ດິນແດນໂມອາບ ຊຶ່ງກົງກັນຂ້າມກັບເມືອງເບັດເປອໍ, ແຕ່ຈົນເຖິງປັດຈຸບັນນີ້ຍັງບໍ່ມີໃຜຮູ້ຄັກແນ່ວ່າ ຊາກສົບຂອງໂມເຊນັ້ນໄດ້ຖືກຝັງຢູ່ບ່ອນໃດ.
7
ເມື່ອໂມເຊຕາຍນັ້ນ ເພິ່ນມີອາຍຸໄດ້ 120 ປີ ທັງຍັງແຂງແຮງດີ ແລະຕາກໍຍັງເຫັນຮຸ່ງຢູ່.
8
ປະຊາຊົນອິດສະຣາເອນໄດ້ໄວ້ທຸກໃຫ້ເພິ່ນເປັນເວລາ 30 ວັນ ຢູ່ໃນທົ່ງພຽງຂອງໂມອາບ.
9
ໂຢຊວຍລູກຊາຍຂອງນູນກໍເຕັມໄປດ້ວຍສະຕິປັນຍາ ເພາະວ່າໂມເຊໄດ້ແຕ່ງຕັ້ງເພິ່ນໃຫ້ຮັບໜ້າທີ່ແທນ. ປະຊາຊົນອິດສະຣາເອນໄດ້ເຊື່ອຟັງໂຢຊວຍ ແລະໄດ້ເຮັດຕາມຄຳສັ່ງທຸກຂໍ້ທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົາຜ່ານທາງໂມເຊ.
10
ຢູ່ໃນຊາດອິດສະຣາເອນບໍ່ເຄີຍມີຜູ້ທຳນວາຍຄົນໃດເໝືອນດັ່ງໂມເຊ; ພຣະເຈົ້າຢາເວໄດ້ກ່າວແກ່ເພິ່ນໜ້າຕໍ່ໜ້າ.
11
ບໍ່ມີຜູ້ທຳນວາຍອື່ນໃດທີ່ເຄີຍໄດ້ເຮັດໝາຍສຳຄັນ ແລະການອັດສະຈັນຕ່າງໆ ດັ່ງທີ່ພຣະເຈົ້າຢາເວໄດ້ໃຊ້ໃຫ້ໂມເຊກະທຳ ເພື່ອຕໍ່ສູ້ກະສັດຟາໂຣແຫ່ງປະເທດເອຢິບ, ຂ້າຣາຊການ ແລະດິນແດນທັງໝົດຂອງເພິ່ນ.
12
ແລະດ້ວຍພຣະຫັດອັນຊົງຣິດເດດທັງສິ້ນ ແລະດ້ວຍການອິດທິຣິດອັນໜ້າຢ້ານກົວອັນຍິ່ງໃຫຍ່ທັງໝົດນີ້ ຄືກັບໂມເຊໄດ້ເຮັດຕໍ່ສາຍຕາປະຊາຊົນອິດສະຣາເອນທັງໝົດ.
← Chapter 33
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34