bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 26
Deuteronomy 26
Lao Bible 2012 (ພຣະຄຳພີສັກສິ)
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 27 →
1
“ຫລັງຈາກພວກເຈົ້າເຂົ້າຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ພວກເຈົ້າ ແລະຕັ້ງຖິ່ນຖານຢູ່ໃນທີ່ນັ້ນແລ້ວ;
2
ຈົ່ງໃຫ້ແຕ່ລະຄົນໃນພວກເຈົ້າເອົາຜົນລະປູກແຕ່ລະຊະນິດທີ່ເກັບກ່ຽວມາຈາກດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ພວກເຈົ້າ ຈົ່ງເອົາຜົນທຳອິດໃສ່ກະຕ່າ ແລະໄປໃນບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເລືອກໄວ້ໃຫ້ນາມຊື່ຂອງພຣະອົງຕັ້ງຢູ່.
3
ຈົ່ງໄປຫາປະໂຣຫິດປະຈຳການໃນເວລານັ້ນ ແລະເວົ້າກັບເພິ່ນວ່າ, ‘ໃນວັນນີ້ ຂ້ານ້ອຍຍອມຮັບຮອງຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍວ່າ ຂ້ານ້ອຍໄດ້ເຂົ້າໄປໃນດິນແດນທີ່ພຣະອົງໄດ້ສັນຍາວ່າຈະມອບໃຫ້ກັບປູ່ຍ່າຕາຍາຍຂອງພວກຂ້ານ້ອຍ ໄດ້ມອບໃຫ້ພວກຂ້ານ້ອຍແລ້ວ.’
4
ປະໂຣຫິດຈະຮັບເອົາກະຕ່າຈາກພວກເຈົ້າ ແລະຖືໄປວາງໄວ້ຢູ່ຕໍ່ໜ້າແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
5
ແລ້ວຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນທີ່ນັ້ນ ໃຫ້ພວກເຈົ້າເລົ່າຖ້ອຍຄຳດັ່ງຕໍ່ໄປນີ້: ‘ປູ່ຍ່າຕາຍາຍຂອງພວກຂ້ານ້ອຍເປັນນັກພະຈົນໄພຊາວອາຣາມ ຜູ້ທີ່ໄດ້ນຳຄອບຄົວຂອງຕົນໄປອາໄສຢູ່ປະເທດເອຢິບ. ເມື່ອໄປນັ້ນພວກເພິ່ນມີແຕ່ໜ້ອຍຄົນ ແຕ່ພວກເພິ່ນໄດ້ກາຍເປັນຊົນຊາດໜຶ່ງທີ່ຍິ່ງໃຫຍ່ແລະເຂັ້ມແຂງ.
6
ຊາວເອຢິບໄດ້ເຮັດຕໍ່ພວກຂ້ານ້ອບຢ່າງໂຫດຮ້າຍ ແລະໄດ້ຂົ່ມເຫັງພວກຂ້ານ້ອຍໃຫ້ເຮັດວຽກເໝືອນດັ່ງຂ້າທາດ.
7
ຕໍ່ມາ ພວກຂ້ານ້ອຍໄດ້ຮ້ອງຫາພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກຂ້ານ້ອຍໃຫ້ຊ່ວຍເຫລືອ. ພຣະເຈົ້າຢາເວໄດ້ຍິນພວກຂ້ານ້ອຍທັງເຫັນຄວາມທົນທຸກ ຄວາມລຳບາກ ແລະການຍາກຈົນຫລາຍຢ່າງຂອງພວກຂ້ານ້ອຍ.
8
ດ້ວຍຣິດອຳນາດແລະພະລັງອັນຍິ່ງໃຫຍ່ຂອງພຣະອົງ ພຣະເຈົ້າຢາເວໄດ້ນຳພາພວກຂ້ານ້ອຍອອກມາຈາກປະເທດເອຢິບ. ພຣະອົງໄດ້ເຮັດການອັດສະຈັນ ແລະໝາຍສຳຄັນຫລາຍປະການ ທັງໄດ້ເຮັດສິ່ງອັນໜ້າຢ້ານກົວຕ່າງໆອີກດ້ວຍ.
9
ພຣະອົງໄດ້ນຳພາພວກຂ້ານ້ອຍມາເຖິງທີ່ນີ້ ແລະມອບດິນແດນອັນອຸດົມສົມບູນແລະຮັ່ງມີໃຫ້ພວກຂ້ານ້ອຍ.
10
ສະນັ້ນ ບັດນີ້ ຂ້ານ້ອຍຈຶ່ງນຳພືດຜົນທຳອິດທີ່ພຣະເຈົ້າຢາເວໄດ້ໂຜດໃຫ້ນັ້ນມາຖວາຍແດ່ພຣະອົງ.’ ແລ້ວພວກເຈົ້າຈົ່ງປົງກະຕ່າລົງຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະກົ້ມຂາບລົງຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢູ່ທີ່ນັ້ນ.
11
ຈົ່ງຮູ້ຈັກພຣະຄຸນຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ສຳລັບສິ່ງດີໆທີ່ພຣະອົງໄດ້ໂຜດໃຫ້ພວກເຈົ້າກັບຄອບຄົວ; ຈົ່ງໃຫ້ຊາວເລວີແລະຊາວຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ ຮ່ວມຊົມຊື່ນຍິນດີໃນການສະຫລອງນີ້.
12
ທຸກໆສາມປີໃດ ຈົ່ງມອບໜຶ່ງສ່ວນສິບຜົນລະປູກຂອງພວກເຈົ້າໃຫ້ຊາວເລວີ, ຊາວຕ່າງດ້າວ, ລູກກຳພ້າ ແລະແມ່ໝ້າຍ ເພື່ອວ່າພວກເຂົາທຸກຄົນຈະໄດ້ກິນອີ່ມໜຳສຳລານຕາມຄວາມຕ້ອງການ. ເມື່ອພວກເຈົ້າຖວາຍເຄື່ອງເຫຼົ່ານັ້ນແລ້ວ
13
ຈົ່ງກ່າວຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າວ່າ, ‘ບໍ່ມີໜຶ່ງສ່ວນສິບອັນສັກສິດໃດໆເຫຼືອຢູ່ໃນເຮືອນ; ຂ້ານ້ອຍນຳມາມອບໃຫ້ຊາວເລວີ, ຊາວຕ່າງດ້າວ, ລູກກຳພ້າ ແລະແມ່ໝ້າຍ ຕາມທີ່ພຣະອົງໄດ້ສັ່ງໄວ້. ຂ້ານ້ອຍບໍ່ໄດ້ຝ່າຝືນຫລືລືມໄລຕໍ່ຂໍ້ຄຳສັ່ງໃດໆ ເຖິງການຖວາຍໜຶ່ງສ່ວນສິບນີ້ເລີຍ.
14
ເມື່ອໄວ້ທຸກຂ້ານ້ອຍບໍ່ໄດ້ກິນໜຶ່ງສ່ວນສິບ; ເມື່ອເປັນມົນທິນຂ້ານ້ອຍບໍ່ໄດ້ເອົາສ່ວນໃດໆອອກໄປຈາກເຮືອນ ແລະທັງບໍ່ໄດ້ຖວາຍສ່ວນໃດໆສຳລັບຄົນຕາຍ. ໂອ ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ຂ້ານ້ອຍເຊື່ອຟັງພຣະອົງ; ຂ້ານ້ອຍໄດ້ປະຕິບັດຕາມທີ່ພຣະອົງໄດ້ສັ່ງໄວ້ທຸກປະການກ່ຽວກັບເລື່ອງໜຶ່ງສ່ວນສິບ.
15
ຈົ່ງຫລຽວລົງມາຈາກບ່ອນບໍຣິສຸດຂອງພຣະອົງ, ຈາກສະຫວັນ ແລະອວຍພອນປະຊາຊົນອິດສະຣາເອນຂອງພຣະອົງເທີ້ນ; ຈົ່ງອວຍພອນດິນແດນອັນອຸດົມສົມບູນແລະຮັ່ງມີທີ່ພຣະອົງໄດ້ມອບໃຫ້ນັ້ນ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກຂ້ານ້ອຍດ້ວຍເທີ້ນ.’
16
ວັນນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ສັ່ງພວກເຈົ້າໃຫ້ເຊື່ອຟັງກົດບັນຍັດທຸກຂໍ້ຂອງພຣະອົງ, ສະນັ້ນ ຈົ່ງເຊື່ອຟັງກົດບັນຍັດເຫຼົ່ານັ້ນດ້ວຍສຸດໃຈຂອງພວກເຈົ້າ.
17
ວັນນີ້ ພວກເຈົ້າໄດ້ຮັບຮອງຕໍ່ພຣະເຈົ້າຢາເວວ່າເປັນພຣະເຈົ້າຂອງພວກເຈົ້າ; ພວກເຈົ້າໄດ້ສັນຍາວ່າຈະເຊື່ອຟັງພຣະອົງ, ຢຶດຖືກົດບັນຍັດໝົດທຸກຂໍ້ຂອງພຣະອົງ ແລະປະຕິບັດຕາມທີ່ພຣະອົງໄດ້ສັ່ງໄວ້ທຸກປະການ.
18
ວັນນີ້ ພຣະເຈົ້າຢາເວໄດ້ຮັບເອົາພວກເຈົ້າເປັນໄພ່ພົນຂອງພຣະອົງ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບພວກເຈົ້າ ແລະພຣະອົງສັ່ງພວກເຈົ້າໃຫ້ເຊື່ອຟັງກົດບັນຍັດໝົດທຸກຂໍ້ຂອງພຣະອົງ.
19
ພຣະອົງຈະເຮັດໃຫ້ຊາດຂອງພວກເຈົ້າຍິ່ງໃຫຍ່ ກວ່າຊາດອື່ນໆທີ່ພຣະອົງໄດ້ສ້າງມາ ແລະພວກເຈົ້າຈະນຳເອົາຄຳສັນລະເສີນແລະກຽດສັກສີມາສູ່ນາມຂອງພຣະອົງ. ພວກເຈົ້າຈະເປັນໄພ່ພົນບໍຣິສຸດຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໄວ້.”
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 27 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34