bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 11
Deuteronomy 11
Lao Bible 2012 (ພຣະຄຳພີສັກສິ)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 12 →
1
“ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະເຊື່ອຟັງຄຳສັ່ງທຸກຂໍ້ຂອງພຣະອົງສະເໝີ.
2
ວັນນີ້ ຈົ່ງຈົດຈຳສິ່ງທີ່ພວກເຈົ້າໄດ້ຮຽນຮູ້ກ່ຽວກັບພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຜ່ານປະສົບການ ທີ່ພວກເຈົ້າໄດ້ຮັບຈາກພຣະອົງ. ແມ່ນພວກເຈົ້າທີ່ມີປະສົບການນີ້ ແລະບໍ່ແມ່ນພວກລູກຫລານຂອງພວກເຈົ້າ. ພວກເຈົ້າໄດ້ເຫັນພຣະຫັດອັນຊົງຣິດເດດ ແລະແຂນອັນຊົງຣິດອຳນາດຂອງພຣະອົງ
3
ພ້ອມທັງການອັດສະຈັນຕ່າງໆທີ່ພຣະອົງໄດ້ກະທຳ. ພວກເຈົ້າໄດ້ເຫັນສິ່ງທີ່ພຣະອົງໄດ້ເຮັດຕໍ່ກະສັດແຫ່ງເອຢິບ ແລະຕໍ່ດິນແດນທັງໝົດຂອງເພິ່ນ.
4
ພວກເຈົ້າໄດ້ເຫັນພຣະອົງກວາດລ້າງກອງທັບປະເທດເອຢິບໃຫ້ດັບສູນໄປ ພ້ອມທັງມ້າແລະລົດຮົບຂອງພວກເຂົາ ໂດຍໂຍນພວກເຂົາຖິ້ມລົງໃນທະເລແດງ ໃນຂະນະທີ່ພວກເຂົາກຳລັງຕິດຕາມມານັ້ນ ແລະພຣະເຈົ້າຢາເວໄດ້ທຳລາຍພວກເຂົາຈົນເຖິງທຸກວັນນີ້.
5
ພວກເຈົ້າຮູ້ສິ່ງທີ່ພຣະອົງໄດ້ເຮັດຕໍ່ພວກເຈົ້າໃນຖິ່ນແຫ້ງແລ້ງກັນດານ ກ່ອນມາຮອດທີ່ນີ້.
6
ຈົ່ງຫວນຄິດເຖິງສິ່ງທີ່ພຣະອົງໄດ້ເຮັດຕໍ່ດາທານແລະອາບີຣາມ ລູກຊາຍຂອງເອລີອາບແຫ່ງເຜົ່າຣູເບັນ. ຕໍ່ໜ້າທຸກຄົນ ແຜ່ນດິນໄດ້ຍະອອກກືນກິນພວກເຂົາພ້ອມກັບຄອບຄົວ, ຜ້າເຕັນ, ຄົນຮັບໃຊ້ ແລະຝູງສັດຂອງພວກເຂົາ.
7
ແມ່ນແລ້ວ ພວກເຈົ້າແມ່ນພວກທີ່ໄດ້ເຫັນທຸກໆສິ່ງອັນຍິ່ງໃຫຍ່ເຫຼົ່ານັ້ນ ຊຶ່ງພຣະເຈົ້າຢາເວໄດ້ກະທຳ.”
8
“ຈົ່ງເຊື່ອຟັງກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າໃນວັນນີ້ ແລ້ວພວກເຈົ້າກໍຈະສາມາດຂ້າມແມ່ນໍ້າ ແລະຢຶດຄອງດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປນັ້ນ.
9
ພວກເຈົ້າຈະມີຊີວິດໝັ້ນຍືນຢູ່ໃນດິນແດນທີ່ອຸດົມສົມບູນແລະຮັ່ງມີ ທີ່ພຣະເຈົ້າຢາເວໄດ້ສັນຍາມອບໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າແລະເຊື້ອສາຍຂອງພວກເຂົາ.
10
ດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຢຶດຄອງນັ້ນ ບໍ່ຄືດິນແດນຂອງປະເທດເອຢິບບ່ອນທີ່ພວກເຈົ້າໄດ້ອາໄສຢູ່ແຕ່ກ່ອນ. ທີ່ນັ້ນເມື່ອພວກເຈົ້າປູກເມັດພືດ ພວກເຈົ້າຕ້ອງທຳງານໜັກເພື່ອປ້ານຄັນຄູກັນນໍ້າໄວ້,
11
ແຕ່ໃນດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປນັ້ນ ແມ່ນດິນແດນພູດອຍແລະຮ່ອມພູ ເປັນດິນແດນທີ່ລໍ່ລ້ຽງດ້ວຍນໍ້າຝົນ.
12
ເປັນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດູແລຮັກສາ. ຕາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນຜູ້ດູແລເບິ່ງແຍງດິນແດນນີ້ຕະຫລອດປີ.
13
ສະນັ້ນ ຈົ່ງເຊື່ອຟັງຂໍ້ຄຳສັ່ງທີ່ຂ້າພະເຈົ້າໄດ້ໃຫ້ພວກເຈົ້າໃນວັນນີ້ ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າແລະຮັບໃຊ້ພຣະອົງດ້ວຍສຸດໃຈ.
14
ຖ້າພວກເຈົ້າເຮັດຕາມ ພຣະອົງກໍຈະສົ່ງຝົນມາເທິງດິນແດນຂອງພວກເຈົ້າ ຖືກຕາມລະດູການ ໃນລະດູໃບໄມ້ຫລົ່ນແລະລະດູໃບໄມ້ປົ່ງ ເພື່ອວ່າພວກເຈົ້າຈະມີເຂົ້າ ມີເຫຼົ້າອະງຸ່ນ ແລະມີນໍ້າມັນໝາກກອກເທດ
15
ທັງຫຍ້າສຳລັບຝູງສັດດ້ວຍ. ພວກເຈົ້າຈະມີອາຫານກິນຕາມຄວາມຕ້ອງການ.
16
ຢ່າໃຫ້ຜູ້ໃດໃນພວກເຈົ້າຖືກນຳໃຫ້ຫັນໜີໄປຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ.
17
ຖ້າພວກເຈົ້າຂືນເຮັດ ພຣະເຈົ້າຢາເວກໍຈະໂກດຮ້າຍພວກເຈົ້າ. ພຣະອົງຈະປິດຟ້າສະຫວັນບໍ່ໃຫ້ຝົນຕົກ ແລະດິນແດນຂອງພວກເຈົ້າກໍຈະແຂງກະດ້າງ ຈົນພືດພັນເກີດບໍ່ໄດ້. ແລ້ວໃນບໍ່ດົນ ພວກເຈົ້າກໍຈະຕາຍໃນທີ່ນັ້ນ; ເຖິງແມ່ນວ່າເປັນດິນແດນດີທີ່ພຣະເຈົ້າຢາເວມອບໃຫ້ພວກເຈົ້າກໍຕາມ.
18
ຈົ່ງຈົດຈຳຂໍ້ຄຳສັ່ງເຫຼົ່ານີ້ໄວ້ ໃນຄວາມຄິດ, ຈິດໃຈ ແລະຈິດວິນຍານ. ຈົ່ງມັດມັນໄວ້ທີ່ແຂນເປັນໝາຍສຳຄັນແລະຄຽນມັນໄວ້ທີ່ໜ້າຜາກເພື່ອເປັນສິ່ງເຕືອນໃຈ.
19
ຈົ່ງສັ່ງສອນລູກຫລານໃຫ້ຮໍ່າຮຽນເອົາ. ຈົ່ງກ່າວຕໍ່ພວກເຂົາເຖິງກົດບັນຍັດເຫຼົ່ານີ້ ບໍ່ວ່າເມື່ອພວກເຈົ້າຢູ່ໃນເຮືອນຫຼືເມື່ອຈາກບ້ານໄປກໍດີ ເມື່ອພວກເຈົ້ານອນພັກຜ່ອນຫຼືເມື່ອພວກເຈົ້າລຸກຂຶ້ນກໍດີ.
20
ຈົ່ງຂຽນມັນໄວ້ຕາມປະຕູເຮືອນ ແລະຕາມປະຕູຮົ້ວຂອງພວກເຈົ້າ.
21
ແລ້ວພວກເຈົ້າແລະລູກຫລານຂອງພວກເຈົ້າ ກໍຈະມີອາຍຸໝັ້ນຍືນຢູ່ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັນຍາ ເພື່ອມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຈົ້າ. ພວກເຈົ້າຈະໄດ້ຢູ່ໃນທີ່ນັ້ນຕາບຊົ່ວຟ້າສະຫວັນຢູ່ເໜືອແຜ່ນດິນໂລກ.
22
ຈົ່ງເຊື່ອຟັງຢ່າງສັດຊື່ກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າຄື: ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະຈົ່ງປະຕິບັດທຸກໆສິ່ງຕາມທີ່ພຣະອົງສັ່ງ ແລະຈົ່ງສັດຊື່ຕໍ່ພຣະອົງ.
23
ແລ້ວພຣະເຈົ້າຢາເວກໍຈະຂັບໄລ່ຊົນຊາດເຫຼົ່ານັ້ນທັງໝົດອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປ ແລະພວກເຈົ້າຈະໄດ້ຢຶດຄອງດິນແດນທີ່ເປັນຂອງຊົນຊາດອື່ນທີ່ຍິ່ງໃຫຍ່ ແລະມີອຳນາດກວ່າພວກເຈົ້າ.
24
ດິນທຸກໆບ່ອນທີ່ພວກເຈົ້າຍ່າງຢຽບໄປຈະເປັນຂອງພວກເຈົ້າ. ເຂດແດນຂອງພວກເຈົ້າຈະຢຽດອອກ ຕັ້ງແຕ່ຖິ່ນແຫ້ງແລ້ງກັນດານໃນທິດໃຕ້ ຈົນຮອດພູເລບານອນໃນທິດເໜືອ ແລະຕັ້ງແຕ່ແມ່ນໍ້າເອີຟຣັດທາງທິດຕາເວັນອອກ ຈົນເຖິງທະເລເມດີແຕຣາເນໃນທິດຕາເວັນຕົກ.
25
ບ່ອນໃດກໍຕາມທີ່ພວກເຈົ້າຈະຢຽບຍ່າງເຂົ້າໄປໃນດິນແດນນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເຮັດໃຫ້ປະຊາຊົນເກງກົວພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໄວ້ ແລະຈະບໍ່ມີຜູ້ໃດກ້າຂັດຂວາງພວກເຈົ້າ.
26
ວັນນີ້ ຂ້າພະເຈົ້າຈະໃຫ້ພວກເຈົ້າໄດ້ເລືອກເອົາ ລະຫວ່າງຄຳອວຍພອນກັບຄຳສາບແຊ່ງ.
27
ຖ້າພວກເຈົ້າປະຕິບັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ທີ່ຂ້າພະເຈົ້າກຳລັງໃຫ້ພວກເຈົ້າໃນວັນນີ້ ພວກເຈົ້າກໍຈະໄດ້ຮັບຄຳອວຍພອນ,
28
ແຕ່ຖ້າພວກເຈົ້າບໍ່ປະຕິບັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ແຕ່ຫັນໜີໄປຂາບໄຫວ້ບັນດາພະອື່ນທີ່ພວກເຈົ້າບໍ່ເຄີຍຂາບໄຫວ້ມາກ່ອນ ພວກເຈົ້າກໍຈະຖືກສາບແຊ່ງ.
29
ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້ານຳພວກເຈົ້າເຂົ້າໄປໃນດິນແດນ ທີ່ພວກເຈົ້າຈະຢຶດຄອງນັ້ນ ພວກເຈົ້າຈະຕ້ອງປະກາດຄຳອວຍພອນຈາກພູເກຣີຊິມ ແລະຄຳສາບແຊ່ງຈາກພູເອບານ. (
30
ພູສອງໜ່ວຍນີ້ຢູ່ທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ໃນເຂດແດນຂອງຊາວການາອານທີ່ອາໄສຢູ່ໃນຮ່ອມພູຈໍແດນ. ມັນລ່ວງເລີຍໄປທາງດ້ານຕາເວັນຕົກ ບໍ່ໄກຈາກຕົ້ນໄມ້ສັກສິດໂມເຣແລະໃກ້ກັບເມືອງກິນການ.)
31
ພວກເຈົ້າກຳລັງຈະຂ້າມແມ່ນໍ້າຈໍແດນເຂົ້າໄປຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້. ເມື່ອພວກເຈົ້າເຂົ້າຢຶດຄອງດິນແດນແລະອາໄສຢູ່ໃນທີ່ນັ້ນແລ້ວ
32
ຈົ່ງໃຫ້ແນ່ໃຈວ່າພວກເຈົ້າເຊື່ອຟັງກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າກຳລັງມອບໃຫ້ພວກເຈົ້າໃນວັນນີ້.”
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34