bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 13
Deuteronomy 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 14 →
1
“ຖ້າຜູ້ທຳນວາຍຫລືຜູ້ແກ້ຄວາມຝັນສັນຍາວ່າ ຈະມີໝາຍສຳຄັນການອັດສະຈັນຫລືການອິດທິຣິດຕ່າງໆເກີດຂຶ້ນ
2
ເພື່ອຊັກຊວນພວກເຈົ້າໄປຂາບໄຫວ້ ແລະຮັບໃຊ້ບັນດາພະທີ່ພວກເຈົ້າບໍ່ເຄີຍເຮັດມາກ່ອນ. ເຖິງວ່າສິ່ງທີ່ພວກເຂົາໄດ້ສັນຍາໄວ້ນັ້ນຈະເປັນຄວາມຈິງກໍຕາມ,
3
ຢ່າຟັງຄວາມຜູ້ທຳນວາຍຫລືຜູ້ແກ້ຄວາມຝັນນັ້ນ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກຳລັງໃຊ້ພວກເຂົາມາທົດລອງເບິ່ງພວກເຈົ້າ ເພື່ອຢາກຮູ້ວ່າພວກເຈົ້າຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍສຸດໃຈແລະດ້ວຍສຸດຈິດຂອງພວກເຈົ້າຫລືບໍ່.
4
ຈົ່ງຕິດຕາມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າແລະຍ້ອງຍໍສັນລະເສີນໃຫ້ກຽດພຣະອົງ ຈົ່ງເຊື່ອຟັງພຣະອົງແລະປະຕິບັດຕາມຂໍ້ຄຳສັ່ງຂອງພຣະອົງ ຈົ່ງນະມັດສະການພຣະອົງແລະຈົ່ງສັດຊື່ຕໍ່ພຣະອົງ.
5
ແຕ່ຜູ້ທີ່ແກ້ຄວາມຝັນຫລືຜູ້ທຳນວາຍ ທີ່ບອກພວກເຈົ້າໃຫ້ກະບົດຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ອົງທີ່ໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍຕົກເປັນທາດ. ຄົນຊົ່ວຮ້າຍຢ່າງນີ້ຊັກຊວນພວກເຈົ້າໃຫ້ໜີຈາກທາງດຳເນີນຊີວິດ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງໄວ້ໃຫ້ເດີນຕາມ. ຈົ່ງກຳຈັດຄວາມຊົ່ວຮ້າຍນີ້ໃຫ້ດັບສິ້ນໄປຈາກທ່າມກາງພວກເຈົ້າ ພວກເຂົາຕ້ອງຖືກລົງໂທດເຖິງຕາຍ.
6
ເຖິງແມ່ນອ້າຍເອື້ອຍນ້ອງຂອງພວກເຈົ້າ ຫລືລູກຊາຍລູກສາວ ຫລືເມຍທີ່ຮັກຫລືໝູ່ເພື່ອນທີ່ສະໜິດສະໜົມ ອາດຊັກຊວນພວກເຈົ້າຢ່າງລັບໆໃຫ້ຂາບໄຫວ້ບັນດາພະອື່ນ ຄືບັນດາພະຊຶ່ງພວກເຈົ້າແລະປູ່ຍ່າຕາຍາຍຂອງພວກເຈົ້າບໍ່ເຄີຍຂາບໄຫວ້.
7
ຄົນໜຶ່ງໃນພວກເຂົາຊັກຊວນພວກເຈົ້າໃຫ້ຂາບໄຫວ້ບັນດາພະຂອງຊົນຊາດອື່ນ ທີ່ຢູ່ໃກ້ຫຼືຢູ່ໄກພວກເຈົ້າ ຫລືໃນທ່າມກາງບັນດາພະຂອງຊົນຊາດອື່ນນັ້ນ.
8
ຢ່າປ່ອຍໃຫ້ລາວຊັກຊວນພວກເຈົ້າ ແລະຢ່າຟັງຄວາມລາວ. ຢ່າສະແດງຄວາມເມດຕາປານີ ແລະຢ່າປ້ອງກັນລາວໄວ້.
9
ຈົ່ງປະຫານຊີວິດລາວເສຍ ໃຫ້ເຈົ້າເປັນຄົນທຳອິດທີ່ແກວ່ງກ້ອນຫີນໃສ່ລາວ ແລະໃຫ້ຄົນອື່ນແກວ່ງກ້ອນຫີນໃສ່ເໝືອນກັນ.
10
ຈົ່ງແກວ່ງກ້ອນຫີນໃສ່ລາວໃຫ້ຕາຍ ເພາະລາວຊັກຊວນນຳພາພວກເຈົ້າ ໃຫ້ໜີຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍຕົກເປັນທາດ.
11
ແລ້ວຊາວອິດສະຣາເອນທັງໝົດກໍຈະໄດ້ຍິນສິ່ງທີ່ພວກເຈົ້າໄດ້ເຮັດ ພວກເຂົາຈະຢ້ານກົວແລະຈະບໍ່ມີໃຜກ້າເຮັດສິ່ງຊົ່ວຮ້າຍໃນທ່າມກາງພວກເຈົ້າອີກ.
12
ເມື່ອພວກເຈົ້າອາໄສຢູ່ໃນເມືອງຕ່າງໆທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ນັ້ນ ພວກເຈົ້າອາດຈະໄດ້ຍິນ
13
ວ່າມີຄົນຊົ່ວຮ້າຍທີ່ອອກໄປຈາກທ່າມກາງພວກເຈົ້າ ໄດ້ຊັກຊວນປະຊາຊົນໃນເມືອງນັ້ນໄປໃນທາງຜິດ ຄືໃຫ້ຂາບໄຫວ້ບັນດາພະຊຶ່ງພວກເຈົ້າບໍ່ເຄີຍຂາບໄຫວ້ມາກ່ອນ.
14
ຖ້າພວກເຈົ້າໄດ້ຍິນຂ່າວເລົ່າລືເຊັ່ນນັ້ນ ຈົ່ງສືບສວນເບິ່ງຢ່າງຖ້ວນຖີ່ ແລະຖ້າສິ່ງຊົ່ວຮ້າຍນັ້ນເກີດຂຶ້ນແທ້
15
ໃຫ້ຂ້າຊາວເມືອງໝົດທຸກຄົນຖິ້ມ ຕະຫລອດທັງຝູງສັດຂອງພວກເຂົາດ້ວຍ ຄືທຳລາຍເມືອງໃຫ້ກ້ຽງ.
16
ໃຫ້ຂົນເອົາຊັບສິນຂອງຊາວເມືອງອອກມາກອງຢູ່ທີ່ສີ່ແຍກກາງເມືອງ ແລະຈູດເມືອງ ພ້ອມທັງຈູດທຸກໆສິ່ງໃນເມືອງນັ້ນ ເປັນການຖວາຍບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຈົ່ງປ່ອຍໃຫ້ເປັນເມືອງຮ້າງຢູ່ຢ່າງນັ້ນຕະຫລອດໄປ ແລະຢ່າສ້າງຂຶ້ນໃໝ່ເປັນເດັດຂາດ.
17
ຢ່າເອົາສິ່ງຂອງໃດໆທີ່ຈະຕ້ອງສາບແຊ່ງແລະທຳລາຍຖິ້ມນັ້ນມາເປັນຂອງຕົນ ແລ້ວພຣະເຈົ້າຢາເວກໍຈະເຊົາໂກດຮ້າຍ ແລະຫັນມາເມດຕາພວກເຈົ້າ. ພຣະອົງຈະເມດຕາພວກເຈົ້າ ແລະຈະໃຫ້ພວກເຈົ້າມີປະຊາຊົນເພີ່ມພູນຂຶ້ນ ເປັນຈຳນວນຫລວງຫລາຍຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ
18
ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ດ້ວຍການປະຕິບັດຕາມຄຳສັ່ງທຸກຂໍ້ຂອງພຣະອົງ ທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າໃນວັນນີ້ ແລະເຮັດຕາມຢ່າງຖືກຕ້ອງຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34