bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 23
Deuteronomy 23
Lao Bible 2012 (ພຣະຄຳພີສັກສິ)
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 24 →
1
“ຢ່ານັບຜູ້ທີ່ຖືກຕອນຫລືຜູ້ທີ່ມີອະໄວຍະວະສືບພັນພິການ ເຂົ້າເປັນປະຊາຊົນຂອງພຣະເຈົ້າຢາເວ.
2
ຢ່ານັບລູກທີ່ເກີດນອກການແຕ່ງງານ ຫລືລູກຫລານຂອງລາວເຖິງສິບຊົ່ວເຊັ່ນຄົນ ເຂົ້າເປັນປະຊາຊົນຂອງພຣະເຈົ້າຢາເວ.
3
ຢ່ານັບຊາວອຳໂມນຫລືຊາວໂມອາບ ຫລືລູກຫລານຂອງພວກເຂົາເຖິງສິບຊົ່ວເຊັ່ນຄົນ ເຂົ້າເປັນປະຊາຊົນຂອງພຣະເຈົ້າຢາເວ.
4
ພວກເຂົາບໍ່ຍອມໃຫ້ສະບຽງອາຫານແລະນໍ້າແກ່ພວກເຈົ້າ ຄາວເມື່ອພວກເຈົ້າໄດ້ເດີນທາງອອກມາຈາກປະເທດເອຢິບ, ແຕ່ພວກເຂົາຊໍ້າໄດ້ຈ້າງບາລາອາມ ລູກຊາຍຂອງເບອໍຈາກເມືອງເປໂທໃນເມໂຊໂປຕາເມຍ ມາສາບແຊ່ງພວກເຈົ້າ.
5
ແຕ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າບໍ່ໄດ້ຟັງບາລາອາມ; ພຣະອົງຈຶ່ງປ່ຽນຄຳສາບແຊ່ງນັ້ນມາເປັນຄຳອວຍພອນ ເພາະວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຮັກພວກເຈົ້າ.
6
ຕາບໃດທີ່ພວກເຈົ້າເປັນຊົນຊາດໜຶ່ງຢູ່ ຢ່າຊ່ວຍເຫລືອຊົນຊາດເຫຼົ່ານີ້ຢ່າງໃດຢ່າງໜຶ່ງ ໃຫ້ຈະເລີນຮຸ່ງເຮືອງຈັກເທື່ອ.
7
ຢ່າດູໝິ່ນປະໝາດຊາວເອໂດມ ເພາະພວກເຂົາເປັນຍາດພີ່ນ້ອງຂອງພວກເຈົ້າ. ຢ່ານຳການສາບແຊ່ງມາສູ່ຊາວເອຢິບ ເພາະຄັ້ງໜຶ່ງພວກເຈົ້າເຄີຍອາໄສຢູ່ໃນດິນແດນຂອງພວກເຂົາ.
8
ໃນພາຍຄັ້ງໜ້າ ລູກຫລານຂອງພວກເຂົາໃນສາມສີ່ຊົ່ວເຊັ່ນຄົນ ອາດຈະຖືກນັບເຂົ້າເປັນປະຊາຊົນຂອງພຣະເຈົ້າຢາເວກໍໄດ້.”
9
“ເມື່ອພວກເຈົ້າອາໄສຢູ່ໃນຄ້າຍພັກຍາມເຮັດເສິກ ໃຫ້ພວກເຈົ້າຫລີກເວັ້ນທຸກໆສິ່ງທີ່ຈະເຮັດໃຫ້ເປັນມົນທິນຕາມກົດບັນຍັດ.
10
ຖ້າຊາຍຄົນໜຶ່ງເປັນມົນທິນຍ້ອນລາວຝັນໃນຕອນກາງຄືນອັນເປັນເຫດໃຫ້ນໍ້າກາມໄຫລອອກ ໃຫ້ລາວອອກໄປຢູ່ນອກຄ້າຍພັກ.
11
ເຖິງເວລາແລງໃຫ້ລາວອາບນໍ້າຊຳລະຕົວ ແລະເມື່ອຕາເວັນຕົກດິນແລ້ວ ລາວກັບຄືນເຂົ້າສູ່ຄ້າຍພັກໄດ້.
12
ພວກເຈົ້າຕ້ອງສະຫງວນເຂດຖ່າຍໜັກຖ່າຍເບົາໄວ້ຢູ່ນອກຄ້າຍພັກ.
13
ທະຫານແຕ່ລະຄົນຈະຕ້ອງມີເຄື່ອງມືປະຈຳຕົວ ແລະເມື່ອໃດໄປຖ່າຍກໍໃຫ້ໃຊ້ເຄື່ອງມືນັ້ນຂຸດຂຸມແລະໃຊ້ດິນຖົມໄວ້.
14
ຈົ່ງຮັກສາຄ້າຍພັກຂອງພວກເຈົ້າໃຫ້ປາສະຈາກມົນທິນຕາມກົດບັນຍັດ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສະຖິດຢູ່ໃນຄ້າຍນັ້ນເພື່ອຄຸ້ມຄອງພວກເຈົ້າ ແລະໃຫ້ພວກເຈົ້າມີໄຊຊະນະຕໍ່ຂ້າເສິກສັດຕູ. ຢ່າເຮັດສິ່ງໃດສິ່ງໜຶ່ງທີ່ໜ້າເປິເປື້ອນ ຊຶ່ງເປັນເຫດໃຫ້ພຣະອົງປິ່ນໜ້າໜີຈາກພວກເຈົ້າ.”
15
“ຖ້າຄົນຮັບໃຊ້ຊາຍຍິງຜູ້ໜຶ່ງປົບໜີຈາກນາຍຂອງຕົນ ແລະມາຂໍການຄຸ້ມຄອງຈາກພວກເຈົ້າ ຢ່າໄດ້ສົ່ງລາວກັບຄືນໄປ.
16
ແຕ່ລາວຈະຢູ່ບ່ອນໃດກໍໄດ້ຕາມທີ່ລາວມັກໃນບັນດາເມືອງຂອງພວກເຈົ້າ ແລະພວກເຈົ້າບໍ່ຕ້ອງເຮັດຮຸນແຮງຕໍ່ລາວ.
17
ຢ່າໃຫ້ຊາວອິດສະຣາເອນ ບໍ່ວ່າຊາຍຫລືຍິງ ເປັນໂສເພນີຢູ່ຕາມວັດຮູບເຄົາຣົບ.
18
ເຊັ່ນດຽວກັນ ເງິນທີ່ໄດ້ໃນທຳນອງນີ້ບໍ່ໃຫ້ຖືກນຳເຂົ້າມາເປັນການແກ້ບະບົນ ໃນວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຽດຊັງວັດຂອງພວກໂສເພນີ.
19
ເມື່ອພວກເຈົ້າໃຫ້ພີ່ນ້ອງຊາວອິດສະຣາເອນຜູ້ໜຶ່ງຢືມເງິນ ຫລືອາຫານການກິນ ຫລືສິ່ງອື່ນໆກໍດີ ຢ່າໄດ້ຄິດໄລ່ເອົາດອກເບ້ຍນຳລາວ.
20
ພວກເຈົ້າອາດຈະຄິດໄລ່ເອົາດອກເບ້ຍນຳຄົນຕ່າງດ້າວໄດ້ ແຕ່ຢ່າຄິດໄລ່ເອົາດອກເບ້ຍນຳສິ່ງທີ່ພີ່ນ້ອງອິດສະຣາເອນໄດ້ຢືມ. ຈົ່ງເຮັດຕາມລະບຽບການນີ້ ແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະອວຍພອນທຸກໆສິ່ງທີ່ພວກເຈົ້າເຮັດ ຢູ່ໃນດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຢຶດຄອງນັ້ນ.
21
ເມື່ອພວກເຈົ້າສາບານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຢ່າລະເລີຍຕໍ່ສິ່ງທີ່ໄດ້ສັນຍາໄວ້; ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະຖືເອົາຕາມຄຳສາບານຂອງພວກເຈົ້າ ແລະການບໍ່ຢຶດຖືຕາມນັ້ນກໍເປັນບາບ.
22
ເມື່ອພວກເຈົ້າບໍ່ໄດ້ສາບານໄວ້. ພວກເຈົ້າກໍບໍ່ມີບາບ;
23
ແຕ່ຖ້າພວກເຈົ້າສະໝັກໃຈສາບານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄວ້ແລ້ວ ຈົ່ງເອົາໃຈໃສ່ເຮັດຕາມນັ້ນ.
24
ເມື່ອພວກເຈົ້າຍ່າງຜ່ານໄປໃນສວນອະງຸ່ນຂອງຄົນອື່ນ ພວກເຈົ້າຈະກິນໝາກອະງຸ່ນໃນສວນນັ້ນຈົນອີ່ມກໍໄດ້ ແຕ່ຢ່າເກັບໃສ່ກະຕ່າຖືໄປນຳ.
25
ເມື່ອຍ່າງຜ່ານທົ່ງນາ ພວກເຈົ້າຈະໃຊ້ມືເດັດເອົາຮ່ວງເຂົ້າມາເກັດກິນກໍໄດ້ ແຕ່ຢ່າໃຊ້ກ່ຽວຕັດເອົາໄປ.”
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 24 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34