bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 19
Deuteronomy 19
Lao Bible 2012 (ພຣະຄຳພີສັກສິ)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 20 →
1
“ຫລັງຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ທຳລາຍຊົນຊາດຕ່າງໆໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ພວກເຈົ້າ ແລະຫລັງຈາກພວກເຈົ້າໄດ້ຢຶດເອົາເມືອງ, ເຮືອນຊານບ້ານຊ່ອງ ແລະຕັ້ງຫຼັກແຫຼ່ງຢູ່ທີ່ນັ້ນແລ້ວ
2
ໃຫ້ແບ່ງເຂດແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ພວກເຈົ້ານັ້ນອອກເປັນສາມສ່ວນ ແຕ່ລະສ່ວນໃຫ້ມີເມືອງໜຶ່ງ ຊຶ່ງໄປມາຫາກັນໄດ້ຢ່າງສະດວກສະບາຍ. ແລ້ວຜູ້ໃດຜູ້ໜຶ່ງທີ່ຂ້າຄົນກໍສາມາດຫລົບໜີໄປລີ້ຢູ່ໃນເມືອງໜຶ່ງ ໃນເມືອງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ພວກເຈົ້ານັ້ນໄດ້ເພື່ອຂໍຄວາມຄຸ້ມກັນ.
4
ຖ້າຄົນໃດຂ້າຄົນໜຶ່ງໂດຍບໍ່ເຈດຕະນາທີ່ບໍ່ໄດ້ເປັນສັດຕູຂອງຕົນ ລາວກໍໜີໄປຫລົບລີ້ຢູ່ໃນເມືອງເຫຼົ່ານີ້ໄດ້ຢ່າງປອດໄພ.
5
ຕົວຢ່າງ: ມີສອງຄົນໄປຕັດຟືນນຳກັນຢູ່ໃນປ່າ ແລະໃນຂະນະທີ່ຄົນໜຶ່ງພວມປໍ້າຕົ້ນໄມ້ລົງນັ້ນຫົວຂວານເລີຍຫລຸດອອກຈາກດ້າມ ແລະໄປຖືກໝູ່ຕາຍ; ລາວແລ່ນໜີເຂົ້າໄປຫລົບລີ້ຢູ່ເມືອງໜຶ່ງໃນສາມເມືອງນັ້ນໄດ້ຢ່າງປອດໄພ.
6
ຖ້າໃນເຂດນັ້ນມີເມືອງດຽວທັງໄລຍະທາງຫາເມືອງນັ້ນກໍໄກໂພດ ພີ່ນ້ອງຜູ້ທີ່ມີໜ້າທີ່ຮັບຜິດຊອບແກ້ແຄ້ນແທນຜູ້ຕາຍນັ້ນອາດນຳມາຈັບລາວທັນ ແລະຂ້າຄົນບໍຣິສຸດເພາະຄວາມໂກດຮ້າຍກໍໄດ້. ເຖິງຢ່າງໃດກໍຕາມ ລາວໄດ້ຂ້າຄົນນັ້ນໂດຍບໍ່ເຈດຕະນາ ແລະທັງບໍ່ເຄີຍເປັນສັດຕູກັນມາກ່ອນດ້ວຍ.
7
ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງບອກພວກເຈົ້າໃຫ້ແຍກເມືອງລີ້ໄພໄວ້ສາມເມືອງ.
8
ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຂະຫຍາຍເຂດແດນຂອງພວກເຈົ້າໃຫ້ກວ້າງອອກໄປ ເໝືອນດັ່ງທີ່ພຣະອົງໄດ້ບອກໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ ແລະມອບດິນແດນທັງໝົດໃຫ້ຕາມທີ່ພຣະອົງໄດ້ສັນຍາໄວ້ແລ້ວ
9
ໃຫ້ພວກເຈົ້າເລືອກເອົາອີກສາມເມືອງ. (ພຣະອົງຈະມອບດິນແດນນີ້ໃຫ້ ຖ້າພວກເຈົ້າປະຕິບັດຕາມສິ່ງທີ່ຂ້າພະເຈົ້າກຳລັງສັ່ງພວກເຈົ້າໃນວັນນີ້ ແລະຖ້າພວກເຈົ້າຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະດຳເນີນຊີວິດຕາມຂໍ້ຄຳສັ່ງຂອງພຣະອົງ).
10
ຈົ່ງປະຕິບັດສິ່ງນີ້ເພື່ອວ່າຄົນບໍຣິສຸດຈະບໍ່ໄດ້ຖືກຂ້າ ແລະເພື່ອພວກເຈົ້າຈະບໍ່ມີໂທດຖານຂ້າຄົນ ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ແກ່ພວກເຈົ້າ.
11
ແຕ່ຖ້າວ່າຄົນໜຶ່ງຕັ້ງໃຈຂ້າສັດຕູຂອງຕົນຢ່າງເລືອດເຢັນ ແລ້ວຄົນນັ້ນກໍປົບໜີໄປຂໍຫລົບລີ້ຢູ່ໃນເມືອງໜຶ່ງໃນບັນດາເມືອງລີ້ໄພ.
12
ໃນກໍລະນີເຊັ່ນນີ້ ບັນດາຜູ້ນຳໃນເມືອງຂອງຄົນນັ້ນ ຕ້ອງສັ່ງຄົນໄປນຳເອົາລາວມາມອບໃຫ້ຍາດພີ່ນ້ອງ ຜູ້ທີ່ມີໜ້າທີ່ຮັບຜິດຊອບແກ້ແຄ້ນແທນຜູ້ຖືກຂ້າ ເພື່ອວ່າຈະໄດ້ຂ້າຊາຍຄົນນັ້ນເສຍ.
13
ຢ່າໄດ້ປານີຕໍ່ຄົນເຊັ່ນນີ້ເລີຍ. ຈົ່ງກຳຈັດຜູ້ຂ້າຄົນໃຫ້ໝົດໄປຈາກຊາດອິດສະຣາເອນ ເພື່ອວ່າພວກເຈົ້າຈະຢູ່ເຢັນເປັນສຸກ.”
14
“ຢ່າຍົກຍ້າຍຫລັກໝາຍເຂດແດນຂອງເພື່ອນບ້ານ ທີ່ໄດ້ປັກໄວ້ເປັນເວລາດົນນານມາແລ້ວຢູ່ໃນດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ພວກເຈົ້າ.”
15
“ພະຍານປາກດຽວບໍ່ພຽງພໍຈະຢືນຢັນກ່າວໂທດຜູ້ເຮັດຜິດໄດ້; ຢ່າງໜ້ອຍຕ້ອງມີພະຍານສອງຄົນຂຶ້ນໄປ ຈຶ່ງຈະພິສູດໄດ້ວ່າຄົນນັ້ນໄດ້ເຮັດຜິດ.
16
ຖ້າຄົນໜຶ່ງກ່າວໃສ່ຮ້າຍປ້າຍສີຄົນໜຶ່ງວ່າເຮັດຜິດ
17
ກໍໃຫ້ທັງສອງຝ່າຍເຂົ້າໄປຕໍ່ໜ້າພຣະເຈົ້າຢາເວ ແລະຕໍ່ໜ້າປະໂຣຫິດກັບຜູ້ຕັດສິນຄວາມປະຈຳໃນສະໄໝນັ້ນຕັດສິນຄວາມໃຫ້.
18
ບັນດາຜູ້ຕັດສິນຄວາມຈະສືບສວນເບິ່ງຄະດີຢ່າງຖ້ວນຖີ່ ແລະຖ້າພົບວ່າຄົນໜຶ່ງຫາເລື່ອງໃສ່ຮ້າຍປ້າຍສີພີ່ນ້ອງອິດສະຣາເອນຂອງຕົນ
19
ຄົນນັ້ນກໍຈະໄດ້ຮັບໂທດຂອງຜູ້ທີ່ຖືກກ່າວຫານັ້ນ. ດ້ວຍວິທີນີ້ພວກເຈົ້າຈະໄດ້ກຳຈັດຄວາມຊົ່ວຊ້າໃຫ້ໝົດສິ້ນໄປ.
20
ແລ້ວທຸກໆຄົນກໍຈະໄດ້ຍິນເລື່ອງທີ່ໄດ້ເກີດຂຶ້ນ ຕໍ່ໄປພວກເຂົາຈະເກີດຢ້ານກົວ ແລະຈະບໍ່ມີໃຜບັງອາດເຮັດເລື່ອງຊົ່ວຊ້າຢ່າງນີ້ອີກ.
21
ໃນຄະດີເຊັ່ນນີ້ ຢ່າໄດ້ປານີເລີຍ; ໃຫ້ວາງມາດຕະການລົງໂທດໄວ້ດັ່ງນີ້: ຊີວິດແທນຊີວິດ, ຕາແທນຕາ, ແຂ້ວແທນແຂ້ວ, ມືແທນມື ແລະຕີນແທນຕີນ.”
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34