bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 25
Deuteronomy 25
Lao Bible 2012 (ພຣະຄຳພີສັກສິ)
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 26 →
1
“ຖ້າວ່າຄົນອິດສະຣາເອນເປັນຄວາມກັນຈົນເຖິງສານ ແລະສານຕັດສິນວ່າຝ່າຍໜຶ່ງຖືກແລະອີກຝ່າຍໜຶ່ງຜິດ.
2
ຖ້າຜູ້ທີ່ຜິດນັ້ນຖືກລົງໂທດໃຫ້ຂ້ຽນ ກໍໃຫ້ຜູ້ຕັດສິນສັ່ງໃຫ້ລາວນອນຄວໍ້າໜ້າລົງແລ້ວຈຶ່ງຂ້ຽນ. ຈຳນວນບາດຂ້ຽນນັ້ນຈະຂຶ້ນຢູ່ກັບຄວາມຜິດທີ່ລາວໄດ້ເຮັດນັ້ນ.
3
ລາວອາດຖືກຂ້ຽນບໍ່ເກີນສີ່ສິບບາດກໍໄດ້; ຖ້າຫລາຍກວ່ານັ້ນ ອາດເປັນການຫຍໍ້ຫຍັນລາວເກີນໄປຕໍ່ໜ້າມະຫາຊົນ.
4
ຢ່າເອົາກະສອບອັດປາກງົວທີ່ກຳລັງຢຽບເຂົ້າຢູ່.”
5
“ຖ້າສອງອ້າຍນ້ອງມີສ່ວນໃນກອງມໍຣະດົກດຽວກັນ ແລະຜູ້ໜຶ່ງຕາຍໄປໂດຍບໍ່ມີລູກ ເມຍຂອງຜູ້ຕາຍຈະແຕ່ງງານໃໝ່ກັບຄົນອື່ນນອກຄອບຄົວບໍ່ໄດ້; ແມ່ນໜ້າທີ່ຂອງອ້າຍຫລືນ້ອງຂອງຜູ້ຕາຍເອງ ທີ່ຈະຮັບເອົານາງເປັນເມຍ.
6
ລູກຊາຍຜູ້ທຳອິດທີ່ເຂົາໄດ້ນຳກັນຈະຖືວ່າເປັນລູກຂອງຜູ້ທີ່ໄດ້ຕາຍໄປ ເພື່ອວ່າເຊື້ອສາຍຂອງລາວຈະສືບຕໍ່ມີໃນຊາດອິດສະຣາເອນ.
7
ແຕ່ຖ້າອ້າຍຫລືນ້ອງຂອງຜູ້ຕາຍນັ້ນບໍ່ຍອມແຕ່ງງານກັບນາງ ກໍໃຫ້ນາງໄປຫາຜູ້ປົກຄອງເມືອງ ແລະເວົ້າວ່າ, ‘ອ້າຍຫລືນ້ອງທາງຜົວຂອງຂ້ານ້ອຍບໍ່ໄດ້ເຮັດຕາມໜ້າທີ່ຂອງຕົນ; ເຂົາບໍ່ຍອມສືບເຊື້ອສາຍໃຫ້ອ້າຍຫລືນ້ອງຂອງຕົນ ໃນທ່າມກາງປະຊາຊົນຊາດອິດສະຣາເອນ.’
8
ແລ້ວຜູ້ປົກຄອງເມືອງກໍຈະເອີ້ນເຂົາມາສອບຖາມເບິ່ງ. ຖ້າລາວຍັງບໍ່ຍອມແຕ່ງງານກັບນາງ
9
ກໍໃຫ້ເມຍໝ້າຍຂອງຜູ້ຕາຍນັ້ນໄປຫາລາວຢູ່ຊ້ອງໜ້າຜູ້ປົກຄອງເມືອງ ແລ້ວຖອດເກີບກິ່ງໜຶ່ງຂອງລາວອອກທັງຖົ່ມນໍ້າລາຍໃສ່ໜ້າດ້ວຍ ແລະເວົ້າວ່າ ‘ນີ້ແຫຼະ ຄືສິ່ງທີ່ເກີດກັບຜູ້ທີ່ບໍ່ຍອມສືບເຊື້ອສາຍໃຫ້ອ້າຍນ້ອງຂອງຕົນ.’
10
ແລ້ວຄອບຄົວຂອງລາວກໍຈະເປັນທີ່ເອີ້ນກັນໃນຊາດອິດສະຣາເອນວ່າ, ‘ຄອບຄົວຂອງຊາຍທີ່ຖືກຖອດເກີບອອກ.”’
11
“ຖ້າຊາຍສອງຄົນຜິດຖຽງກັນ ແລະເມຍຂອງຊາຍຄົນໜຶ່ງພະຍາຍາມຊ່ວຍຜົວຂອງຕົນໄວ້ ໂດຍບີບອະໄວຍະວະສືບພັນຂອງຊາຍອີກຄົນໜຶ່ງ;
12
ຈົ່ງຕັດມືນາງຖິ້ມເສຍ ຢ່າໃຫ້ຄວາມເມດຕາແກ່ນາງເລີຍ.
13
ຢ່າສໍ້ໂກງເມື່ອພວກເຈົ້າໃຊ້ເຄື່ອງຊັ່ງຕວງແລະເຄື່ອງວັດແທກ.
15
ຈົ່ງໃຊ້ເຄື່ອງຊັ່ງຕວງກັບເຄື່ອງວັດແທກທີ່ຖືກຕ້ອງແລະທ່ຽງທຳ. ເພື່ອວ່າພວກເຈົ້າຈະຢູ່ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກຳລັງຈະມອບໃຫ້ນັ້ນໄດ້ດົນນານ.
16
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຽດຊັງຄົນສໍ້ໂກງ.”
17
“ຈົ່ງຈົດຈຳສິ່ງທີ່ຊາວອາມາເຫຼັກໄດ້ເຮັດໃສ່ພວກເຈົ້າ ໃນຄາວທີ່ພວກເຈົ້າກຳລັງເດີນທາງອອກມາຈາກປະເທດເອຢິບ.
18
ພວກເຂົາບໍ່ໄດ້ຢຳເກງພຣະເຈົ້າ ສະນັ້ນ ພວກເຂົາຈຶ່ງໂຈມຕີພວກເຈົ້າທາງດ້ານຫລັງ ເມື່ອພວກເຈົ້າອິດເມືອຍອ່ອນເພຍ ແລະຂ້າຄົນທີ່ຄ້າງຢູ່ທາງຫລັງຕາຍຈົນໝົດ.
19
ເຫດສະນັ້ນ ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ໃຫ້ພວກເຈົ້າຢຸດພັກຈາກເຫຼົ່າສັດຕູທີ່ຢູ່ອ້ອມຂ້າງແລ້ວ, ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ເປັນມໍຣະດົກ, ຈົ່ງຈັດການກັບຊາວອາມາເຫຼັກໂດຍຂ້າພວກເຂົາໃຫ້ໝົດກ້ຽງ ເພື່ອວ່າຈະບໍ່ມີໃຜລະນຶກເຖິງພວກເຂົາອີກຕໍ່ໄປ ຢ່າລືມຄຳສັ່ງນີ້.”
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 26 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34