bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 2
Deuteronomy 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 3 →
1
ໃນທີ່ສຸດ ພວກເຮົາກໍໄດ້ກັບຄືນກັບເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ຕາມທາງສູ່ອ່າວອາກາບາ ເໝືອນດັ່ງທີ່ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າ ແລະພວກເຮົາໄດ້ໃຊ້ເວລາດົນນານທ່ອງທ່ຽວໄປມາ ຕາມເຂດເນີນພູເອໂດມ.
2
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ,
3
ພວກເຮົາໃຊ້ເວລາທ່ອງທ່ຽວໄປມາຕາມເຂດເນີນພູດົນນານພໍແລ້ວ ແລະພວກເຮົາຈະໄດ້ໄປທາງທິດເໜືອ.
4
ພຣະອົງໄດ້ສັ່ງຂ້າພະເຈົ້າໃຫ້ແນະນຳພວກເຈົ້າດັ່ງຕໍ່ໄປນີ້: ‘ພວກເຈົ້າເກືອບຈະເດີນທາງຜ່ານເຂດພູດອຍເອໂດມ ເຂດແດນຂອງຍາດພີ່ນ້ອງຫ່າງໆຂອງພວກເຈົ້າ ຄືບັນດາເຊື້ອສາຍຂອງເອຊາວ. ພວກເຂົາຈະຢ້ານກົວພວກເຈົ້າ,
5
ແຕ່ພວກເຈົ້າບໍ່ຕ້ອງເຮັດເສິກຕໍ່ສູ້ກັບພວກເຂົາ ເພາະເຮົາຈະບໍ່ມອບດິນແດນຂອງພວກເຂົາຕອນໃດຕອນໜຶ່ງໃຫ້ພວກເຈົ້າ. ເຮົາໄດ້ມອບເມືອງເອໂດມໃຫ້ເຊື້ອສາຍຂອງເອຊາວ.
6
ພວກເຈົ້າອາດຊື້ນໍ້າແລະອາຫານນຳພວກເຂົາກໍໄດ້.’
7
ຈົ່ງຈົດຈຳໄວ້ວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ອວຍພອນທຸກໆສິ່ງທີ່ພວກເຈົ້າໄດ້ເຮັດ. ພຣະອົງເບິ່ງແຍງພວກເຈົ້າ ໃນຂະນະທີ່ພວກເຈົ້າທ່ອງທ່ຽວຜ່ານຖິ່ນແຫ້ງແລ້ງກັນດານອັນກວ້າງໃຫຍ່. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສະຖິດຢູ່ກັບພວກເຈົ້າເປັນເວລາສີ່ສິບປີ ແລະພວກເຈົ້າກໍມີທຸກໆສິ່ງທີ່ຈຳເປັນ.
8
ສະນັ້ນ ພວກເຮົາຈຶ່ງເດີນທາງຕໍ່ ໂດຍແຍກອອກຈາກທາງໄປເມືອງເອລາດ ແລະເມືອງເອຊີໂອນເກເບສູ່ທະເລຕາຍ; ແລ້ວກໍລ້ຽວໄປທາງຕາເວັນອອກສ່ຽງເໜືອ ມຸ່ງສູ່ດິນແດນໂມອາບ.
9
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, ‘ຢ່າສ້າງຄວາມເດືອດຮ້ອນໃຫ້ຊາວໂມອາບ ເຊື້ອສາຍຂອງໂລດ ຫລືລົງມືເຮັດເສິກຕໍ່ສູ້ພວກເຂົາ. ເຮົາໄດ້ມອບເມືອງອາຣະໃຫ້ພວກເຂົາ ແລະເຮົາຈະບໍ່ມອບດິນແດນສ່ວນໃດໆຂອງພວກເຂົາໃຫ້ພວກເຈົ້າ.’
10
ແຕ່ກ່ອນ ມີຄົນຊາດໜຶ່ງທີ່ມີອຳນາດແລະຮູບຮ່າງໃຫຍ່ສູງ ຊື່ວ່າ ເອມິມ. ເຂົາເຄີຍອາໄສຢູ່ທີ່ເມືອງອາຣະ. ພວກນີ້ມີຮູບຮ່າງໃຫຍ່ສູງເທົ່າກັບພວກອານາກີມ ຊຶ່ງເປັນຄົນຮູບຮ່າງສູງອີກຊາດໜຶ່ງ.
11
ໃຜໆກໍເອີ້ນພວກເຂົາວ່າ ເຣຟາອິມເໝືອນດັ່ງທີ່ໄດ້ມີພວກອານາກີມ ແຕ່ຊາວໂມອາບເອີ້ນພວກນີ້ວ່າ ເອມິມ.
12
ຊາວໂຮຣີເຄີຍອາໄສຢູ່ທີ່ດິນແດນເອໂດມ ແຕ່ພວກລູກຫລານຂອງເອຊາວໄດ້ຂັບໄລ່ພວກເຂົາອອກໄປ ທັງທຳລາຍລ້າງຜານຊົນຊາດຂອງພວກເຂົາ ແລະຕັ້ງຫຼັກແຫຼ່ງຢູ່ໃນທີ່ນັ້ນແທນ; ເໝືອນດັ່ງກັບຊາວອິດສະຣາເອນ ໃນເວລາຕໍ່ມາໄດ້ຂັບໄລ່ເຫຼົ່າສັດຕູຂອງພວກຕົນ ອອກໄປຈາກດິນແດນທີ່ພຣະເຈົ້າຢາເວໄດ້ມອບໃຫ້.
13
ແລ້ວພວກເຮົາກໍຂ້າມແມ່ນໍ້າເຊເຣັດ ຕາມຄຳສັ່ງຂອງພຣະເຈົ້າຢາເວ.
14
ເຫດການນີ້ໄດ້ເກີດຂຶ້ນ 38 ປີຜ່ານມາແລ້ວ ຫລັງຈາກທີ່ພວກເຮົາໄດ້ໜີມາຈາກກາເດັດບາກເນອາ. ນັກຮົບທັງໝົດໃນລຸ້ນນັ້ນ ໄດ້ຕາຍໄປ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້.
15
ພຣະເຈົ້າຢາເວໄດ້ຕໍ່ຕ້ານພວກເຂົາສະເໝີມາ ຈົນກວ່າພວກເຂົາໄດ້ຖືກທຳລາຍຈົນໝົດສິ້ນໄປ.
16
ຫລັງຈາກພວກເຂົາໄດ້ຕາຍໄປໝົດແລ້ວ
17
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ,
18
‘ວັນນີ້ ເຈົ້າໃກ້ຈະຜ່ານເຂດແດນໂມອາບໄປທາງເມືອງອາຣະ.
19
ແລ້ວເຈົ້າກໍຈະໄປໃກ້ດິນແດນຂອງພວກອຳໂມນ ເຊື້ອສາຍຂອງໂລດ. ຢ່າສ້າງຄວາມເດືອດຮ້ອນໃຫ້ພວກເຂົາ ຫລືລົງມືເຮັດເສິກຕໍ່ສູ້ພວກເຂົາ ເພາະເຮົາຈະບໍ່ມອບດິນແດນສ່ວນໃດໆ ທີ່ເຮົາໄດ້ມອບໃຫ້ພວກເຂົານັ້ນໃຫ້ແກ່ພວກເຈົ້າ.’
20
ເຂດແດນນີ້ເປັນທີ່ຮູ້ຈັກກັນວ່າ ດິນແດນຂອງພວກເຣຟາອິມ ຊຶ່ງເອີ້ນຕາມຊື່ທີ່ປະຊາຊົນຜູ້ອາໄສຢູ່ທີ່ນັ້ນເຄີຍເອີ້ນກັນມາກ່ອນ; ຊາວອຳໂມນເອີ້ນພວກນີ້ວ່າ ຊຳຊຸມມິມ.
21
ພວກເຂົາມີຮູບຮ່າງໃຫຍ່ສູງຄືກັບພວກອານາກີມ ແລະມີຢູ່ນຳກັນຫລາຍຄົນ ແລະເປັນຊົນຊາດທີ່ມີອຳນາດດ້ວຍ. ພຣະເຈົ້າຢາເວໄດ້ທຳລາຍລ້າງຜານພວກເຂົາເໝືອນກັນ ເພື່ອໃຫ້ຊາວອຳໂມນຢຶດຄອງດິນແດນຂອງພວກເຂົາ ແລະຕັ້ງຫຼັກແຫຼ່ງຢູ່ໃນທີ່ນັ້ນ.
22
ພຣະອົງໄດ້ເຮັດແບບດຽວກັນສຳລັບຊາວເອໂດມ ລູກຫລານຂອງເອຊາວ ຜູ້ທີ່ອາໄສຢູ່ຕາມເຂດພູດອຍໃນດິນແດນເອໂດມ. ພຣະອົງໄດ້ທຳລາຍລ້າງຜານຊາວໂຮຣີ ເພື່ອໃຫ້ຊາວເອໂດມຢຶດຄອງດິນແດນຂອງພວກເຂົາ ແລະຕັ້ງຫຼັກແຫຼ່ງຢູ່ທີ່ນັ້ນແທນ ຈົນເຖິງດຽວນີ້.
23
ສ່ວນດິນແດນຕາມແຄມຝັ່ງຂອງທະເລເມດີແຕຣາເນ ແມ່ນປະຊາຊົນທີ່ມາຈາກເກາະກະເຣເຕໄດ້ຕັ້ງຫຼັກແຫຼ່ງຢູ່. ພວກເຂົາໄດ້ທຳລາຍລ້າງຜານຊາວອາວິມ ຊາວພື້ນເມືອງ ແລະໄດ້ຢຶດຄອງດິນແດນທັງໝົດຂອງພວກເຂົາ ແຕ່ໃຕ້ສຸດຈົນຮອດເມືອງກາຊາ.
24
ຫລັງຈາກພວກເຮົາໄດ້ຜ່ານດິນແດນໂມອາບໄປແລ້ວ ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ພວກເຮົາວ່າ, ‘ບັດນີ້ ຈົ່ງເລີ່ມຂ້າມແມ່ນໍ້າອາກໂນນ ເພາະເຮົາໄດ້ມອບເຈົ້າສີໂຫນກະສັດຂອງຊາວອາໂມແຫ່ງນະຄອນເຮັດຊະໂບນ ພ້ອມດ້ວຍດິນແດນຂອງລາວໃຫ້ຢູ່ໃຕ້ອຳນາດຂອງພວກເຈົ້າແລ້ວ. ຈົ່ງໂຈມຕີແລະຢຶດຄອງດິນແດນຂອງລາວໄດ້.
25
ຕັ້ງແຕ່ວັນນີ້ໄປ ເຮົາຈະເຮັດໃຫ້ປະຊາຊົນທົ່ວທຸກບ່ອນຢ້ານກົວພວກເຈົ້າ. ທຸກຄົນຈະຢ້ານກົວຈົນຕົວສັ່ນຂວັນເສຍ ເມື່ອພວກເຂົາໄດ້ຍິນຊື່ຂອງພວກເຈົ້າ.”’
26
“ແລ້ວຂ້າພະເຈົ້າກໍສົ່ງຄະນະທູດຈາກຖິ່ນແຫ້ງແລ້ງກັນດານເກເດໂມດ ໄປຫາເຈົ້າສີໂຫນກະສັດແຫ່ງນະຄອນເຮັດຊະໂບນ ພ້ອມທັງນຳຂໍ້ສະເໜີສັນຕິພາບ ດັ່ງນີ້:
27
‘ຈົ່ງອະນຸຍາດໃຫ້ພວກຂ້າພະເຈົ້າຜ່ານດິນແດນຂອງທ່ານໄປແດ່ທ້ອນ. ພວກຂ້າພະເຈົ້າຈະມຸ່ງໜ້າຜ່ານໄປໂດຍຈະບໍ່ໜີຈາກທາງໃຫຍ່.
28
ພວກຂ້າພະເຈົ້າຈະຈ່າຍຄ່າອາຫານທີ່ພວກຂ້າພະເຈົ້າກິນ ແລະຈ່າຍຄ່ານໍ້າທີ່ພວກຂ້າພະເຈົ້າດື່ມ. ສິ່ງດຽວທີ່ພວກຂ້າພະເຈົ້າຕ້ອງການ ຄືພຽງແຕ່ຜ່ານດິນແດນຂອງທ່ານໄປ
29
ຈົນກວ່າພວກຂ້າພະເຈົ້າຈະຜ່ານແມ່ນໍ້າຈໍແດນເຂົ້າໄປສູ່ດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້າພະເຈົ້າໄດ້ມອບໃຫ້. ເຊື້ອສາຍຂອງເອຊາວທີ່ອາໄສຢູ່ເອໂດມ ແລະຊາວໂມອາບທີ່ອາໄສຢູ່ອາຣະ ກໍໄດ້ອະນຸຍາດໃຫ້ພວກຂ້າພະເຈົ້າຜ່ານເຂດແດນຂອງພວກເຂົາມາແລ້ວ.’
30
ແຕ່ເຈົ້າສີໂຫນແຫ່ງເຮັດຊະໂບນບໍ່ອະນຸຍາດໃຫ້ພວກເຮົາຜ່ານດິນແດນຂອງເພິ່ນໄປ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃຫ້ເພິ່ນດື້ດຶງແລະແຂງກະດ້າງ ເພື່ອພວກເຮົາຈະໄດ້ຊະນະແລະຢຶດເອົາເຂດແດນທັງໝົດຂອງເພິ່ນ ມາຄອບຄອງຈົນເທົ່າທຸກວັນນີ້.
31
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, ‘ເບິ່ງແມ ເຮົາໄດ້ມອບເຈົ້າສີໂຫນແລະດິນແດນຂອງລາວ ໄວ້ຢູ່ໃຕ້ອຳນາດຂອງພວກເຈົ້າແລ້ວ ຈົ່ງຢຶດເອົາເຖີດ.’
32
ເຈົ້າສີໂຫນໄດ້ຍົກທັບອອກມາສູ້ຮົບພວກເຮົາຢູ່ໃກ້ເມືອງຢາຮາດ,
33
ແຕ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ມອບເພິ່ນໄວ້ຢູ່ໃນອຳນາດຂອງພວກເຮົາ ແລະພວກເຮົາໄດ້ຊະນະເຈົ້າສີໂຫນແລະພວກລູກຊາຍ ແລະທະຫານທັງໝົດຂອງເພິ່ນ.
34
ໃນເວລາດຽວກັນນັ້ນ ພວກເຮົາໄດ້ຢຶດແລະທຳລາຍທຸກໆເມືອງຖິ້ມ ແລະຂ້າທຸກໆຄົນບໍ່ວ່າຊາຍຍິງ ຫລືເດັກນ້ອຍ. ພວກເຮົາບໍ່ໃຫ້ໃຜລອດຊີວິດຢູ່ເລີຍ.
35
ພວກເຮົາຢຶດເອົາຝູງສັດແລະເກັບກວາດເອົາສິ່ງຂອງໃນເມືອງ.
36
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄດ້ໃຫ້ພວກເຮົາຢຶດເອົາເມືອງຕ່າງໆ ຕັ້ງແຕ່ອາໂຣເອໄປ ດັ່ງນີ້: ເມືອງແຄມຮ່ອມພູອາກໂນນ ແລະເມືອງທີ່ຢູ່ທາງກາງຮ່ອມພູ, ຕະຫລອດທຸກເມືອງທີ່ຢູ່ຕາມທາງໄປສູ່ເຂດແດນກີເລອາດ. ບໍ່ມີເມືອງໃດທີ່ມີກຳແພງແໜ້ນໜາ ພໍທີ່ພວກເຮົາຈະຢຶດເອົາບໍ່ໄດ້.
37
ແຕ່ພວກເຮົາບໍ່ໄດ້ເຂົ້າໄປໃກ້ເຂດແດນຂອງຊາວອຳໂມນ ຫລືທົ່ງພຽງຕາມແຄມແມ່ນໍ້າຢັບໂບກ ຫລືເມືອງຕ່າງໆຢູ່ທີ່ເຂດເນີນພູ ຫລືບ່ອນອື່ນໆທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄດ້ສັ່ງໄວ້ບໍ່ໃຫ້ພວກເຮົາເຂົ້າໄປ.”
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34