bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 9
Deuteronomy 9
Lao Bible 2012 (ພຣະຄຳພີສັກສິ)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 10 →
1
“ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງເຖີດ ວັນນີ້ພວກເຈົ້າກຳລັງຈະຂ້າມແມ່ນໍ້າຈໍແດນ ເຂົ້າໄປຢຶດຄອງດິນແດນທີ່ເປັນຂອງຊົນຊາດທີ່ຍິ່ງໃຫຍ່ແລະມີອຳນາດກວ່າພວກເຈົ້າ. ເມືອງກໍໃຫຍ່ແລະກຳແພງກໍສູງຈຸຟ້າສະຫວັນ,
2
ປະຊາຊົນມີຕົວສູງແລະແຂງແຮງ ພວກເຂົາມີຮູບຮ່າງໃຫຍ່ເປັນລູກຫຼານຂອງພວກອານາກີມ ແລະພວກເຈົ້າກໍໄດ້ຍິນມາແລ້ວວ່າ ບໍ່ມີຜູ້ໃດຕໍ່ສູ້ກັບພວກເຂົາໄດ້ນັ້ນ.
3
ແຕ່ບັດນີ້ ພວກເຈົ້າຈະໄດ້ເຫັນດ້ວຍຕົນເອງວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະນຳໜ້າພວກເຈົ້າໄປເໝືອນດັ່ງໄຟທີ່ເຜົາຜານ. ພຣະອົງຈະເອົາຊະນະພວກເຂົາເມື່ອພວກເຈົ້າບຸກໜ້າເຂົ້າໄປ ເພື່ອວ່າພວກເຈົ້າຈະຂັບໄລ່ພວກເຂົາອອກໄປ ແລະຈະທຳລາຍພວກເຂົາຢ່າງວ່ອງໄວ ຕາມທີ່ພຣະເຈົ້າຢາເວໄດ້ສັນຍາໄວ້.
4
ຫລັງຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ຂັບໄລ່ພວກເຂົາອອກໄປໃຫ້ພວກເຈົ້າແລ້ວ ຢ່າຄິດວ່າພຣະອົງໄດ້ນຳພາພວກເຈົ້າເຂົ້າມາຄອບຄອງເອົາດິນແດນນີ້ ຍ້ອນພວກເຈົ້າເປັນຄົນຊອບທຳ. ບໍ່ແມ່ນດອກ ພຣະເຈົ້າຢາເວກຳລັງຈະຂັບໄລ່ປະຊາຊົນເຫຼົ່ານີ້ອອກໄປຕໍ່ໜ້າພວກເຈົ້າ ເພາະພວກເຂົາຊົ່ວຮ້າຍ.
5
ບໍ່ແມ່ນເພາະພວກເຈົ້າເປັນຄົນຊອບທຳແລະເຮັດຖືກຕ້ອງ ທີ່ກຳລັງຈະເຂົ້າໄປໃນດິນແດນຂອງພວກເຂົາ. ແຕ່ເພາະພວກເຂົາຊົ່ວຮ້າຍ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈຶ່ງຈະຂັບໄລ່ພວກເຂົາອອກໄປຕໍ່ໜ້າພວກເຈົ້າ, ແລະເພື່ອຢາກຮັກສາພັນທະສັນຍາ ທີ່ພຣະເຈົ້າຢາເວໄດ້ເຮັດໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າຄື: ອັບຣາຮາມ, ອີຊາກ ແລະຢາໂຄບ.
6
ໃຫ້ພວກເຈົ້າແນ່ໃຈໄດ້ວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ມອບດິນແດນທີ່ອຸດົມສົມບູນແລະຮັ່ງມີນີ້ໃຫ້ ບໍ່ແມ່ນເພາະພວກເຈົ້າເປັນຄົນຊອບທຳ. ຕາມຄວາມຈິງແລ້ວ ພວກເຈົ້າເປັນປະຊາຊົນທີ່ດື້ດ້ານຫລາຍ.
7
ຢ່າລືມຈັກເທື່ອວ່າ ພວກເຈົ້າໄດ້ເຮັດໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໂກດຮ້າຍໃນຖິ່ນແຫ້ງແລ້ງກັນດານຢ່າງໃດ. ຕັ້ງແຕ່ມື້ທີ່ພວກເຈົ້າໄດ້ອອກມາຈາກປະເທດເອຢິບ ເຖິງມື້ທີ່ພວກເຈົ້າມາຮອດທີ່ນີ້ ພວກເຈົ້າໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ.
8
ແມ່ນແຕ່ທີ່ພູເຂົາຊີນາຍ ພວກເຈົ້າກໍໄດ້ເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍຫລາຍ ແລະພຣະເຈົ້າຢາເວໂກດຮ້າຍພໍທີ່ຈະທຳລາຍພວກເຈົ້າໄດ້.
9
ຂ້າພະເຈົ້າໄດ້ຂຶ້ນໄປເທິງພູ ເພື່ອຮັບເອົາແຜ່ນຫີນ ຊຶ່ງເປັນແຜ່ນຫີນແຫ່ງພັນທະສັນຍາທີ່ພຣະເຈົ້າຢາເວໄດ້ເຮັດໄວ້ກັບພວກເຈົ້າ. ຂ້າພະເຈົ້າໄດ້ຢູ່ທີ່ນັ້ນສີ່ສິບວັນສີ່ສິບຄືນ ໂດຍບໍ່ໄດ້ກິນແລະດື່ມຫຍັງ.
10
ແລ້ວພຣະເຈົ້າຢາເວກໍໄດ້ໃຫ້ຫີນສອງແຜ່ນແກ່ຂ້າພະເຈົ້າ ຊຶ່ງໄດ້ຂຽນດ້ວຍພຣະຫັດຂອງພຣະເຈົ້າເປັນຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວແກ່ພວກເຈົ້າ ຈາກແປວໄຟທີ່ເທິງພູເຂົາໃນມື້ທີ່ພວກເຈົ້າໄດ້ເຕົ້າໂຮມກັນນັ້ນ.
11
ຫລັງຈາກສີ່ສິບວັນສີ່ສິບຄືນແລ້ວ ພຣະເຈົ້າຢາເວໄດ້ໃຫ້ຫີນສອງແຜ່ນ ຊຶ່ງພຣະອົງໄດ້ຂຽນພັນທະສັນຍາໃສ່.
12
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, ‘ຈົ່ງລົງໄປຈາກພູດຽວນີ້ ເພາະປະຊາຊົນທີ່ເຈົ້າໄດ້ນຳອອກມາຈາກປະເທດເອຢິບນັ້ນ ໄດ້ພາກັນຫລົງຜິດແລະເຮັດຊົ່ວສາແລ້ວ. ພວກເຂົາໄດ້ຫັນໜີຈາກສິ່ງທີ່ເຮົາໄດ້ສັ່ງໃຫ້ເຮັດ ໂດຍຫລໍ່ຮູບເຄົາຣົບສຳລັບພວກເຂົາເອງ.’
13
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າອີກວ່າ, ‘ເຮົາຮູ້ວ່າປະຊາຊົນເຫຼົ່ານີ້ດື້ດ້ານພຽງໃດ.
14
ຢ່າພະຍາຍາມຢັບຢັ້ງເຮົາໄວ້. ເຮົາຕັ້ງໃຈຈະທຳລາຍພວກເຂົາ ເພື່ອວ່າຈະບໍ່ມີຜູ້ໃດລະນຶກເຖິງພວກເຂົາອີກຕໍ່ໄປ. ແລ້ວເຮົາກໍຈະເຮັດໃຫ້ເຈົ້າເປັນພໍ່ຂອງຊາດໜຶ່ງ ທີ່ຍິ່ງໃຫຍ່ແລະມີອຳນາດຫລາຍກວ່າພວກເຂົາ.’
15
ດັ່ງນັ້ນ ຂ້າພະເຈົ້າຈຶ່ງກັບຄືນແລະລົງມາຈາກພູ ຂະນະທີ່ພູນັ້ນຮ້ອນດ້ວຍໄຟ ໂດຍຖືແຜ່ນຫີນສອງແຜ່ນ ຊຶ່ງມີພັນທະສັນຍາທີ່ຈາລຶກໄວ້.
16
ຂ້າພະເຈົ້າໄດ້ເຫັນວ່າພວກເຈົ້າໄດ້ລະເມີດຂໍ້ຄຳສັ່ງ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ແທ້ ແລະພວກເຈົ້າກໍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວຢ່າງວ່ອງໄວ ໂດຍໄດ້ໃຊ້ໂລຫະຫລໍ່ຮູບງົວນ້ອຍໄວ້ຂາບໄຫວ້.
17
ດັ່ງນັ້ນ ຂ້າພະເຈົ້າຈຶ່ງໂຍນຫີນສອງແຜ່ນນັ້ນຖິ້ມຕໍ່ໜ້າຕໍ່ຕາຂອງພວກເຈົ້າ ຈົນແຕກເປັນປ່ຽງໆ.
18
ແລ້ວອີກເທື່ອໜຶ່ງ ຂ້າພະເຈົ້າໄດ້ໝູບໜ້າລົງຊ້ອງໜ້າພຣະເຈົ້າຢາເວ ເປັນເວລາສີ່ສິບວັນສີ່ສິບຄືນໂດຍບໍ່ໄດ້ກິນແລະບໍ່ໄດ້ດື່ມຫຍັງ. ຂ້າພະເຈົ້າເຮັດເຊັ່ນນີ້ກໍເພາະວ່າ ພວກເຈົ້າໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວແລະເຮັດໃຫ້ພຣະອົງໂກດຮ້າຍ.
19
ຂ້າພະເຈົ້າຢ້ານພຣະເຈົ້າຢາເວໂກດຮ້າຍຫຼາຍ ເພາະພຣະອົງໂກດຮ້າຍພໍທີ່ຈະທຳລາຍພວກເຈົ້າໄດ້, ແຕ່ອີກເທື່ອໜຶ່ງພຣະເຈົ້າຢາເວໄດ້ຟັງຂ້າພະເຈົ້າ.
20
ພຣະເຈົ້າຢາເວໄດ້ໂກດຮ້າຍອາໂຣນດ້ວຍ ແລະໝາຍຈະຂ້າລາວເສຍ. ດັ່ງນັ້ນ ໃນເວລາດຽວກັນ ຂ້າພະເຈົ້າໄດ້ພາວັນນາອະທິຖານເພື່ອອາໂຣນດ້ວຍ.
21
ຂ້າພະເຈົ້າໄດ້ເອົາສິ່ງອັນເປັນບາບຊຶ່ງພວກເຈົ້າໄດ້ເຮັດ ຄືຮູບງົວທີ່ເປັນໂລຫະນັ້ນ ໂຍນໃສ່ໄຟ. ແລ້ວຂ້າພະເຈົ້າໄດ້ທັບເປັນປ່ຽງໆ ບົດໃຫ້ໝຸ່ນ ແລະເທໃສ່ນໍ້າທີ່ໄຫລລົງມາຈາກພູເຂົາ.
22
ເມື່ອພວກເຈົ້າໄດ້ອາໄສຢູ່ທີ່ຕາເບຣາ, ມັດສາ ແລະກິບໂຣດ ຮັດຕາອາວາ ພວກເຈົ້າກໍໄດ້ເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍເໝືອນກັນ.
23
ເມື່ອພຣະເຈົ້າຢາເວໃຊ້ພວກເຈົ້າໄປຈາກເມືອງກາເດັດບາກເນອາ ໂດຍສັ່ງໃຫ້ເຂົ້າໄປຢຶດຄອງດິນແດນທີ່ພຣະອົງມອບໃຫ້ພວກເຈົ້າ ພວກເຈົ້າກໍໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ພວກເຈົ້າບໍ່ໄດ້ໄວ້ວາງໃຈພຣະອົງຫລືເຊື່ອຟັງພຣະອົງ.
24
ຕັ້ງແຕ່ມື້ທີ່ຂ້າພະເຈົ້າໄດ້ຮູ້ຈັກພວກເຈົ້າ ພວກເຈົ້າໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວຕະຫລອດມາ.
25
ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ກົ້ມຂາບລົງຊ້ອງໜ້າພຣະເຈົ້າຢາເວສີ່ສິບວັນສີ່ສິບຄືນ ເພາະຂ້າພະເຈົ້າຮູ້ວ່າພຣະເຈົ້າຢາເວໄດ້ຕົກລົງໃຈທີ່ຈະທຳລາຍພວກເຈົ້າ.
26
ຂ້າພະເຈົ້າໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, ‘ຂ້າແດ່ອົງພຣະຜູ້ເປັນເຈົ້າພຣະເຈົ້າເອີຍ ຢ່າໄດ້ທຳລາຍປະຊາຊົນທີ່ເປັນຂອງພຣະອົງເລີຍ ຄືປະຊາຊົນທີ່ພຣະອົງໄດ້ຊົງໄຖ່ດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ ແລະພຣະອົງໄດ້ນຳພາອອກມາຈາກປະເທດເອຢິບດ້ວຍພຣະຫັດອັນຊົງຣິດເດດ.
27
ໂຜດຈົດຈຳພວກຜູ້ຮັບໃຊ້ຂອງພຣະອົງຄື: ອັບຣາຮາມ, ອີຊາກ ແລະຢາໂຄບ. ຢ່າສົນໃຈໃນຄວາມດື້ດຶງ, ຄວາມຊົ່ວຮ້າຍ ແລະບາບຂອງປະຊາຊົນເຫຼົ່ານີ້.
28
ບໍ່ດັ່ງນັ້ນແລ້ວ ຊາວເອຢິບຈະເວົ້າວ່າ, ພຣະເຈົ້າຢາເວບໍ່ສາມາດນຳພາໄພ່ພົນຂອງພຣະອົງ ເຂົ້າໄປໃນດິນແດນທີ່ພຣະອົງໄດ້ສັນຍາແກ່ພວກເຂົາ. ພວກເຂົາຈະເວົ້າວ່າພຣະອົງໄດ້ນຳພາໄພ່ພົນຂອງພຣະອົງອອກມາ ແລະເຂົ້າໄປໃນຖິ່ນແຫ້ງແລ້ງກັນດານເພື່ອຂ້າພວກເຂົາຖິ້ມ ເພາະພຣະອົງກຽດຊັງພວກເຂົາ.
29
ເຖິງຢ່າງໃດກໍດີ ປະຊາຊົນເຫຼົ່ານີ້ແມ່ນພຣະອົງເອງທີ່ໄດ້ເລືອກເອົາໃຫ້ເປັນຂອງພຣະອົງ ແລະແມ່ນພວກທີ່ພຣະອົງໄດ້ນຳພາໃຫ້ອອກມາດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ ແລະດ້ວຍແຂນອັນຊົງຣິດເດດຂອງພຣະອົງ.”’
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34