bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 22
Deuteronomy 22
Lao Bible 2012 (ພຣະຄຳພີສັກສິ)
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 23 →
1
“ຖ້າພວກເຈົ້າເຫັນງົວຫລືແກະຂອງພີ່ນ້ອງຊາວອິດສະຣາເອນຫລົງມາ ຢ່າໄດ້ເຮັດເມີນເສີຍ; ຈົ່ງນຳສັດນັ້ນກັບໄປສົ່ງຄືນໃຫ້ເຈົ້າຂອງ.
2
ແຕ່ຖ້າເຈົ້າຂອງສັດຢູ່ຫ່າງໄກຫລືບໍ່ຮູ້ວ່າຜູ້ໃດເປັນເຈົ້າຂອງສັດ ກໍໃຫ້ນຳສັດນັ້ນເມືອບ້ານຂອງຕົນ. ເມື່ອເຈົ້າຂອງສັດມາຕາມຫາ ຈົ່ງສົ່ງສັດນັ້ນຄືນໃຫ້ເຈົ້າຂອງ.
3
ຈົ່ງປະຕິບັດເຊັ່ນດຽວກັນຖ້າພວກເຈົ້າພົບລໍ ເຄື່ອງນຸ່ງຫົ່ມ ແລະສິ່ງອື່ນໆທີ່ພີ່ນ້ອງຊາວອິດສະຣາເອນໄດ້ເຮັດເສຍ.
4
ຖ້າລໍຫລືງົວຂອງພີ່ນ້ອງຊາວອິດສະຣາເອນລົ້ມລົງ ຢ່າໄດ້ເຮັດເມີນເສີຍ. ຈົ່ງຊ່ວຍລາວຊູສັດນັ້ນຂຶ້ນ.
5
ຜູ້ຍິງຕ້ອງບໍ່ນຸ່ງເຄື່ອງຜູ້ຊາຍ ແລະຜູ້ຊາຍຕ້ອງບໍ່ນຸ່ງເຄື່ອງຜູ້ຍິງ; ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຽດຊັງຄົນທີ່ເຮັດເຊັ່ນນັ້ນ.
6
ຖ້າພວກເຈົ້າພົບຮັງນົກຢູ່ເທິງຕົ້ນໄມ້ຫລືເທິງພື້ນດິນ ທີ່ແມ່ຂອງມັນກຳລັງຟັກໄຂ່ຫລືເຝົ້າລູກຂອງມັນຢູ່ພວກເຈົ້າບໍ່ຕ້ອງຈັບແມ່ຂອງມັນໄປ.
7
ພວກເຈົ້າອາດຈະເອົາລູກນົກໄປໄດ້ແຕ່ປ່ອຍແມ່ຂອງມັນໄປ ເພື່ອວ່າພວກເຈົ້າຈະມີຊີວິດຢູ່ຍືນຍາວແລະຈະເລີນຮຸ່ງເຮືອງ.
8
ເມື່ອພວກເຈົ້າສ້າງເຮືອນໃໝ່ໃຫ້ເຮັດຂອບເທິງຫລັງຄາເຮືອນໄວ້. ແລ້ວພວກເຈົ້າຈະບໍ່ຕ້ອງຮັບຜິດຊອບ ຖ້າຜູ້ໃດຜູ້ໜຶ່ງຕົກລົງຕາຍ.
9
ຢ່າປູກພືດໃດໆໃນບ່ອນດຽວກັບສວນອະງຸ່ນ; ຖ້າພວກເຈົ້າຂືນເຮັດ ພວກເຈົ້າບໍ່ຕ້ອງໃຊ້ພືດຜົນທັງສອງຢ່າງທີ່ໄດ້ມາຈາກສວນນັ້ນ.
10
ຢ່າເອົາງົວເຖິກແລະລໍທຽມແອກນຳກັນໃຊ້ໄຖນາ.
11
ຢ່ານຸ່ງເຄື່ອງທີ່ໃຊ້ຂົນແກະແລະຜ້າປ່ານຕໍ່າປົນກັນ.
12
ຈົ່ງຫຍິບຍອຍໃສ່ສີ່ແຈເສື້ອຄຸມຂອງພວກເຈົ້າ.”
13
“ຖ້າວ່າຊາຍຜູ້ໜຶ່ງໄດ້ແຕ່ງງານກັບຍິງຜູ້ໜຶ່ງ ແລະຕໍ່ມາລາວບໍ່ຕ້ອງການນາງອີກ.
14
ດັ່ງນັ້ນ ລາວຈຶ່ງຫາເຫດຜົນອັນບໍ່ຈິງກ່າວຟ້ອງນາງວ່າ ເປັນຍິງບໍ່ບໍຣິສຸດເມື່ອເຂົາແຕ່ງງານກັນແລ້ວ.
15
ຖ້າເຫດການເຊັ່ນນີ້ເກີດຂຶ້ນໃຫ້ພໍ່ແມ່ຂອງຝ່າຍຍິງເອົາຜ້າປູບ່ອນນອນ ທີ່ມີຮອຍເລືອດໃນຄືນມື້ແຕ່ງງານຊຶ່ງພິສູດວ່ານາງເປັນສາວບໍຣິສຸດ ແລະນຳໄປທີ່ສານເພື່ອໃຫ້ພວກຫົວໜ້າປົກຄອງເມືອງເບິ່ງ.
16
ພໍ່ຂອງຝ່າຍຍິງນັ້ນຈະຕ້ອງເວົ້າກັບຜູ້ປົກຄອງເມືອງວ່າ ‘ຂ້າພະເຈົ້າເອງເປັນຜູ້ມອບລູກສາວໃຫ້ແຕ່ງງານກັບຊາຍຄົນນີ້, ແຕ່ມາບັດນີ້ລາວບໍ່ຕ້ອງການນາງ.
17
ລາວໄດ້ຫາເຫດອັນບໍ່ຈິງຟ້ອງນາງໂດຍເວົ້າຕໍ່ນາງວ່າ ນາງບໍ່ບໍຣິສຸດເມື່ອລາວໄດ້ນາງມາເປັນເມຍແລ້ວ. ຈົ່ງເບິ່ງຮອຍເລືອດທີ່ຕິດຜ້າປູບ່ອນນີ້ດູ’
18
ແລ້ວໃຫ້ບັນດາຫົວໜ້າຜູ້ປົກຄອງເມືອງ ເອົາຜົວຂອງຍິງນັ້ນໄປຂ້ຽນ.
19
ໃຫ້ພວກເຂົາປັບໄໝລາວອີກເປັນເງິນຮ້ອຍຫລຽນ ແລະມອບເງິນໃຫ້ພໍ່ຂອງຝ່າຍຍິງຍ້ອນຊາຍຜູ້ນີ້ໄດ້ນຳການສາບແຊ່ງມາສູ່ຍິງອິດສະຣາເອນ. ບໍ່ແລ້ວແຕ່ເທົ່ານັ້ນ ນາງຍັງຈະຕ້ອງເປັນເມຍຂອງລາວຕໍ່ໄປ ແລະຈະປະຮ້າງນາງບໍ່ໄດ້ຕະຫລອດຊີວິດ.
20
ແຕ່ຖ້າການກ່າວຟ້ອງນັ້ນເປັນຄວາມຈິງ ແລະບໍ່ມີຂໍ້ພິສູດໃດໆວ່າຍິງນັ້ນບໍຣິສຸດ
21
ກໍໃຫ້ນຳຍິງນັ້ນອອກໄປທີ່ປະຕູເຮືອນພໍ່ຂອງນາງ ແລ້ວໃຫ້ຊາວເມືອງແກວ່ງກ້ອນຫີນໃສ່ໃຫ້ຕາຍໃນທີ່ນັ້ນ. ນາງໄດ້ເຮັດສິ່ງທີ່ອັບອາຍຂາຍໜ້າທ່າມກາງຊາວເມືອງຂອງພວກເຮົາ ໂດຍສົມສູ່ທາງເພດກ່ອນແຕ່ງງານຄາວທີ່ນາງໄດ້ອາໄສຢູ່ນຳພໍ່ແມ່. ໃນທຳນອງນີ້ພວກເຈົ້າຈຶ່ງຈະກຳຈັດຄວາມຊົ່ວຮ້າຍນີ້.
22
ຖ້າຊາຍຄົນໜຶ່ງຖືກຈັບໄດ້ໃນຂະນະທີ່ລາວສົມສູ່ກັບເມຍຂອງຄົນອື່ນ ກໍໃຫ້ລົງໂທດທັງສອງຄົນເຖິງຕາຍ. ໃນທຳນອງນີ້ພວກເຈົ້າຈຶ່ງຈະກຳຈັດຄວາມຊົ່ວຮ້າຍນີ້.
23
ຖ້າວ່າຊາຍຜູ້ໜຶ່ງຖືກຈັບໄດ້ໃນເມືອງ ໃນຂະນະທີ່ລາວສົມສູ່ກັບຍິງສາວທີ່ມີຄູ່ໝັ້ນແລ້ວ
24
ໃຫ້ນຳເຂົາທັງສອງອອກໄປນອກເມືອງ ແລະແກວ່ງກ້ອນຫີນໃສ່ໃຫ້ຕາຍ. ຜູ້ຍິງນີ້ຕ້ອງຖືກໂທດເຖິງຕາຍເພາະນາງບໍ່ໄດ້ຮ້ອງຂໍໃຫ້ຊ່ວຍເຫລືອ ເຖິງແມ່ນນາງຢູ່ໃນເມືອງບ່ອນທີ່ຄົນຍິນສຽງໄດ້. ສ່ວນຜູ້ຊາຍນັ້ນຕ້ອງຖືກໂທດເຖິງຕາຍ ເພາະລາວໄດ້ສົມສູ່ກັບຍິງທີ່ມີຄູ່ໝັ້ນແລ້ວ. ໃນທຳນອງນີ້ພວກເຈົ້າຈຶ່ງຈະກຳຈັດຄວາມຊົ່ວຮ້າຍນີ້.
25
ຖ້າວ່າຊາຍຜູ້ໜຶ່ງຂົ່ມຂືນຍິງສາວທີ່ມີຄູ່ໝັ້ນແລ້ວຢູ່ນອກເມືອງ ໃຫ້ລົງໂທດຊາຍຄົນນີ້ຜູ້ດຽວໃຫ້ເຖິງຕາຍ;
26
ຢ່າເຮັດຫຍັງແກ່ຜູ້ຍິງນັ້ນເລີຍ ເພາະນາງບໍ່ໄດ້ເຮັດຜິດເຖິງຂັ້ນໂທດປະຫານ. ຄະດີນີ້ແມ່ນຢ່າງດຽວກັບ ເມື່ອຊາຍຄົນໜຶ່ງຕີຊາຍອີກຄົນໜຶ່ງແລະຂ້າລາວ.
27
ຊາຍຄົນນັ້ນໄດ້ຂົ່ມຂືນຍິງທີ່ມີຄູ່ໝັ້ນແລ້ວທີ່ນອກເມືອງ ເຖິງແມ່ນວ່ານາງຈະຮ້ອງໃຫ້ຊ່ວຍເຫລືອກໍບໍ່ມີຜູ້ໃດມາຊ່ວຍເຫລືອນາງໄດ້.
28
ຖ້າວ່າຊາຍຜູ້ໜຶ່ງຖືກຈັບໄດ້ໃນຂະນະທີ່ຂົ່ມຂືນຜູ້ສາວຍັງບໍ່ມີຄູ່ໝັ້ນເທື່ອ
29
ລາວຈະຕ້ອງຈ່າຍເງິນຫ້າສິບຫລຽນໃຫ້ພໍ່ຂອງຍິງນັ້ນ ແລ້ວໃຫ້ລາວຮັບເອົານາງໄປເປັນເມຍຂອງຕົນ ເພາະລາວໄດ້ບັງຄັບນາງໃຫ້ສົມສູ່ທາງເພດກັບຕົນ. ລາວຈະຢ່າຮ້າງນາງບໍ່ໄດ້ຕະຫລອດຊີວິດ.
30
ຢ່າໃຫ້ຊາຍຜູ້ໃດເຮັດໃຫ້ພໍ່ຂອງຕົນຕ້ອງໄດ້ຖືກອັບອາຍຂາຍໜ້າ ໂດຍສົມສູ່ທາງເພດກັບເມຍນ້ອຍຂອງເພິ່ນ.”
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 23 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34