bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 29
Deuteronomy 29
Lao Bible 2012 (ພຣະຄຳພີສັກສິ)
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 30 →
1
ຕໍ່ໄປນີ້ ແມ່ນເນື້ອໃນຂອງພັນທະສັນຍາ ທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ ໃຫ້ເຮັດໄວ້ກັບປະຊາຊົນອິດສະຣາເອນໃນດິນແດນໂມອາບ; ທັງໝົດນີ້ແມ່ນໃຫ້ຕື່ມໃສ່ພັນທະສັນຍາ ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ເຮັດກັບພວກເຂົາແລ້ວທີ່ພູເຂົາຊີນາຍ.
2
ໂມເຊໄດ້ເອີ້ນປະຊາຊົນອິດສະຣາເອນທຸກຄົນມາເຕົ້າໂຮມກັນ ແລະກ່າວແກ່ພວກເຂົາວ່າ, “ພວກເຈົ້າໄດ້ເຫັນຕໍ່ໜ້າຕົນເອງແລ້ວວ່າ ພຣະເຈົ້າຢາເວໄດ້ເຮັດຕໍ່ຟາໂຣກະສັດຂອງປະເທດເອຢິບຕໍ່ບັນດາຂ້າຣາຊການ ແລະຕໍ່ດິນແດນທັງໝົດຂອງເພິ່ນຢ່າງໃດ.
3
ພວກເຈົ້າໄດ້ເຫັນໄພພິບັດອັນໜ້າຢ້ານ ການອັດສະຈັນຕ່າງໆ ແລະໝາຍສຳຄັນນາໆປະການທີ່ໄດ້ຊົງກະທຳ.
4
ພຣະເຈົ້າຢາເວບໍ່ໄດ້ປະທານຕາທີ່ເຫັນໄດ້ ໃຈທີ່ເຂົ້າໃຈ ຫູທີ່ຍິນໄດ້ແກ່ພວກເຈົ້າຈົນເຖິງວັນນີ້.
5
ເປັນເວລາສີ່ສິບປີ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພວກເຈົ້າຜ່ານຖິ່ນແຫ້ງແລ້ງກັນດານ ແມ່ນແຕ່ເຄື່ອງນຸ່ງຫົ່ມແລະເກີບຂອງພວກເຈົ້າກໍບໍ່ໄດ້ຂາດ.
6
ພວກເຈົ້າບໍ່ມີເຂົ້າຈີ່ກິນ ບໍ່ມີເຫຼົ້າອະງຸ່ນ ແລະເຫຼົ້າຊະນິດອື່ນໆດື່ມ, ແຕ່ພຣະອົງໄດ້ຕອບສະໜອງຄວາມຈຳເປັນຂອງພວກເຈົ້າ ເພື່ອສັ່ງສອນພວກເຈົ້າໃຫ້ຮູ້ວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ.
7
ເມື່ອພວກເຮົາໄດ້ເດີນທາງມາຮອດບ່ອນນີ້ ເຈົ້າສີໂຫນແຫ່ງນະຄອນເຮັດຊະໂບນແລະເຈົ້າໂອກແຫ່ງນະຄອນບາຊານ ໄດ້ຍົກທັບມາສູ້ຮົບກັບພວກເຮົາ, ແຕ່ພວກເຮົາໄດ້ຊະນະພວກເຂົາ
8
ໂດຍໄດ້ຢຶດເອົາດິນແດນຂອງພວກເຂົາ ແລະພວກເຮົາໄດ້ແບ່ງປັນດິນແດນນັ້ນໃຫ້ເຜົ່າຣູເບັນ, ເຜົ່າກາດ ແລະເຜົ່າມານາເຊເຄິ່ງເຜົ່າ.
9
ຈົ່ງເຊື່ອຟັງຢ່າງຈິງໃຈ ເນື້ອໃນທັງໝົດຂອງພັນທະສັນຍານີ້ ເພື່ອວ່າພວກເຈົ້າຈະເຮັດທຸກໆສິ່ງເປັນຜົນສຳເລັດ.
10
ວັນນີ້ ພວກເຈົ້າກຳລັງຢືນຢູ່ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໝົດທຸກຄົນຄືພວກຜູ້ນຳແລະເຈົ້າໜ້າທີ່ຜູ້ຊາຍ
11
ຜູ້ຍິງແລະເດັກນ້ອຍ ແລະຊາວຕ່າງດ້າວທີ່ໄດ້ອາໄສຢູ່ນຳ ທີ່ເປັນຜູ້ຕັດຟືນແລະຕັກນໍ້າໃຫ້ພວກເຈົ້າ.
12
ເພື່ອພວກເຈົ້າຈະໄດ້ເຂົ້າມາໃນພັນທະສັນຍາແຫ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຄືໃນພັນທະສັນຍາທີ່ສາບານໄວ້ ແລະໃນພັນທະສັນຍາແຫ່ງພຣະເຈົ້າຢາເວທີ່ຊົງກະທຳກັບພວກເຈົ້າໃນວັນນີ້
13
ເພື່ອວ່າແຕ່ນີ້ຕໍ່ໄປ ພຣະອົງຈະໄດ້ກ່າວຢືນຢັນວ່າ ພວກເຈົ້າເປັນໄພ່ພົນຂອງພຣະອົງແລະພຣະອົງເປັນພຣະເຈົ້າຂອງພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ ຄື: ອັບຣາຮາມ, ອີຊາກ ແລະຢາໂຄບ.
14
ບໍ່ແມ່ນພຽງແຕ່ພວກເຈົ້າເທົ່ານັ້ນ ທີ່ກຳລັງເຮັດພັນທະສັນຍາແລະຂໍ້ຕົກລົງຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ.
15
ພຣະອົງກຳລັງເຮັດກັບໝົດທຸກຄົນທີ່ຢືນຢູ່ຊ້ອງໜ້າພຣະອົງໃນວັນນີ້ ແລະກັບລູກຫລານຂອງພວກເຮົາທີ່ຈະເກີດມາໃນອະນາຄົດດ້ວຍ.
16
ພວກເຈົ້າຮູ້ແລ້ວວ່າ ການໃຊ້ຊີວິດຂອງພວກເຈົ້າໃນປະເທດເອຢິບ ແລະໃນການເດີນທາງຜ່ານເຂດແດນຂອງຊົນຊາດອື່ນໆນັ້ນເປັນຢ່າງໃດ.
17
ພວກເຈົ້າໄດ້ເຫັນບັນດາຮູບເຄົາຣົບອັນໜ້າລັງກຽດ ທີ່ພວກເຂົາເຮັດດ້ວຍໄມ້, ຫີນ, ເງິນ ແລະຄຳ.
18
ຈົ່ງໃຫ້ແນ່ໃຈວ່າບໍ່ມີຜູ້ໃດ ບໍ່ວ່າຊາຍ, ຍິງ, ຄອບຄົວ ຫລືເຜົ່າໃດກໍຕາມທີ່ຢືນຢູ່ທີ່ນີ້ໃນວັນນີ້ ຫັນເຫຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄປຂາບໄຫວ້ຮູບເຄົາຣົບເຫຼົ່ານັ້ນ ທີ່ເປັນຂອງຊົນຊາດອື່ນ. ການກະທຳເຊັ່ນນີ້ ຈະເປັນດັ່ງຮາກເຫງົ້າທີ່ໃຫຍ່ຂຶ້ນເປັນຕົ້ນຂົມຂື່ນແລະເປັນພິດ.
19
ຈົ່ງໃຫ້ແນ່ໃຈວ່າບໍ່ມີຜູ້ໃດໃນທີ່ນີ້ ວັນນີ້ ທີ່ຍິນຄຳກ່າວສາບານອັນໜັກແໜ້ນເຫຼົ່ານີ້ແລ້ວ ຄິດອວດຕົວວ່າຕົນຈະຢູ່ເຢັນເປັນສຸກ ເຖິງແມ່ນວ່າຈະດື້ດ້ານໄປຕາມວິຖີທາງຂອງຕົນກໍຕາມ. ການເຮັດເຊັ່ນນັ້ນ ເປັນການນຳໄພພິບັດມາສູ່ດິນແດນທີ່ອຸດົມສົມບູນແລະແຫ້ງແລ້ງຂອງພວກເຈົ້າ.
20
ພຣະເຈົ້າຢາເວຈະບໍ່ຍົກໂທດໃຫ້ແກ່ຄົນເຊັ່ນນັ້ນເລີຍ. ແຕ່ຄວາມໂກດຮ້າຍຂອງພຣະເຈົ້າຢາເວຈະລຸກໄໝ້ຕໍ່ສູ້ລາວເໝືອນດັ່ງໄຟທີ່ເຜົາຜານ ແລະການສາບແຊ່ງທັງໝົດ ທີ່ໄດ້ບັນທຶກໄວ້ໃນປື້ມກົດບັນຍັດນີ້ ກໍຈະຕົກຖືກລາວຈົນກວ່າພຣະເຈົ້າຢາເວໄດ້ທຳລາຍຄົນນີ້ໃຫ້ດັບສູນໄປ.
21
ພຣະເຈົ້າຢາເວຈະລົງໂທດລາວ ເພື່ອເປັນຕົວຢ່າງແກ່ຊາວອິດສະຣາເອນທຸກເຜົ່າ. ພຣະອົງຈະນຳເອົາໄພພິບັດມາຖືກລາວຕາມຄຳສາບແຊ່ງທັງໝົດໃນພັນທະສັນຍາທີ່ມີຂຽນໄວ້ໃນປື້ມກົດບັນຍັດຫົວນີ້.
22
ລູກຫລານຂອງພວກເຈົ້າໃນລຸ້ນຕໍ່ໄປແລະຊາວຕ່າງດ້າວແຕ່ແດນໄກ ຈະໄດ້ເຫັນໄພພິບັດແລະຄວາມທົນທຸກ ທີ່ອົງພຣະຜູ້ເປັນເຈົ້າໄດ້ນຳມາສູ່ດິນແດນຂອງພວກເຈົ້າ.
23
ໄຮ່ນາຈະແຫ້ງແລ້ງແລະແຂງເປັນດິນດາກປົນເກືອ ຈະປູກສິ່ງໃດໃສ່ດິນນັ້ນກໍບໍ່ໄດ້ ແລະແມ່ນແຕ່ຫຍ້າກໍຈະບໍ່ເກີດຂຶ້ນເລີຍ. ດິນແດນຂອງພວກເຈົ້າຈະເປັນດັ່ງເມືອງໂຊໂດມແລະໂກໂມຣາ ເມືອງອັດມາແລະເຊບົວອິມ ຊຶ່ງພຣະເຈົ້າຢາເວໄດ້ທຳລາຍ ເມື່ອພຣະອົງໄດ້ໂກດຮ້າຍຢ່າງຮຸນແຮງນັ້ນ.
24
ແລ້ວທົ່ວທັງໂລກກໍຈະຖາມວ່າ, ‘ເປັນຫຍັງພຣະເຈົ້າຢາເວຈຶ່ງເຮັດເຊັ່ນນີ້ຕໍ່ດິນແດນຂອງພວກເຂົາ? ແມ່ນຫຍັງທີ່ເຮັດໃຫ້ພຣະອົງໂກດຮ້າຍດັ່ງໄຟລຸກໄໝ້ເຊັ່ນນີ້?’
25
ແລະຄຳຕອບກໍຄື ‘ເປັນເພາະພວກເຂົາໄດ້ລະເມີດພັນທະສັນຍາ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຂົາໄດ້ເຮັດໄວ້ກັບພວກເຂົາ ຄາວທີ່ພຣະອົງໄດ້ນຳພາພວກເຂົາອອກມາຈາກປະເທດເອຢິບນັ້ນ.
26
ພວກເຂົາໄດ້ຮັບໃຊ້ບັນດາພະອື່ນ ທີ່ພວກເຂົາບໍ່ເຄີຍຂາບໄຫວ້ມາກ່ອນ ຄືບັນດາພະທີ່ພຣະອົງໄດ້ຫ້າມພວກເຂົາບໍ່ໃຫ້ຂາບໄຫວ້.
27
ສະນັ້ນ ພຣະເຈົ້າຢາເວຈຶ່ງກິ້ວໂກດໄພ່ພົນຂອງພຣະອົງ ແລະນຳໄພພິບັດຕ່າງໆນາໆມາຕົກຖືກດິນແດນຂອງພວກເຂົາ ຕາມທີ່ມີຂຽນໄວ້ໃນປື້ມກົດບັນຍັດຫົວນີ້.
28
ພຣະເຈົ້າຢາເວກິ້ວໂກດຫລາຍ ແລະຍ້ອນຄວາມກິ້ວໂກດນີ້ ພຣະອົງຈຶ່ງຖອນຫຼັກແຫຼ່ງໃນດິນແດນທີ່ພວກເຂົາໄດ້ອາໄສຢູ່ນັ້ນ ແລະຂັບໄລ່ພວກເຂົາອອກໄປອາໄສຢູ່ຕ່າງຖິ່ນດັ່ງທີ່ເປັນຢູ່ໃນທຸກວັນນີ້.’
29
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາບໍ່ໄດ້ເປີດເຜິຍກ່ຽວກັບປະຈຸບັນ ແລະອະນາຄົດ, ແຕ່ພຣະອົງໄດ້ສັ່ງໃຫ້ພວກເຮົາປະຕິບັດຕາມກົດບັນຍັດຂອງພຣະອົງ ພວກເຮົາພ້ອມທັງເຊື້ອສາຍຂອງພວກເຮົາຕ້ອງເຊື່ອຟັງກົດບັນຍັດນີ້ຕະຫລອດໄປ.”
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 30 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34