bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 16
Deuteronomy 16
Lao Bible 2012 (ພຣະຄຳພີສັກສິ)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 17 →
1
“ຈົ່ງຍ້ອງຍໍໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໂດຍການສະຫລອງປັດສະຄາໃນເດືອນອາບີບ; ມັນແມ່ນໃນຄືນໜຶ່ງຂອງເດືອນນີ້ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ.
2
ຈົ່ງນຳສັດມາຖວາຍບູຊາ ໂດຍຂ້າແກະຫລືງົວຕຽມສະຫລອງປັດສະຄາຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ບ່ອນທີ່ພຣະເຈົ້າຢາເວໄດ້ເລືອກໄວ້ ຊຶ່ງໃຫ້ນາມຊື່ຂອງພຣະອົງຕັ້ງຢູ່.
3
ຢ່າເຮັດເຂົ້າຈີ່ໃສ່ເຊື້ອແປ້ງເມື່ອກິນອາຫານນີ້, ແຕ່ໃຫ້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງເປັນເວລາເຈັດວັນ ເໝືອນດັ່ງພວກເຈົ້າໄດ້ເຮັດຄາວທີ່ອອກມາຈາກປະເທດເອຢິບຢ່າງຟ້າວຟັ່ງນັ້ນ. ຈົ່ງກິນເຂົ້າຈີ່ນີ້ ຄືເຂົ້າຈີ່ແຫ່ງຄວາມທົນທຸກເພື່ອວ່າຕາບໃດທີ່ຍັງມີຊີວິດຢູ່ ພວກເຈົ້າຈະໄດ້ຈົດຈຳວັນທີ່ພວກເຈົ້າໄດ້ອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍທົນທຸກນັ້ນ.
4
ເປັນເວລາເຈັດວັນນີ້ ຢ່າໃຫ້ຜູ້ໃດໃນດິນແດນຂອງພວກເຈົ້າມີເຊື້ອແປ້ງຢູ່ໃນເຮືອນ ແລະຊີ້ນສັດທີ່ຂ້າໃນຕອນແລງຂອງມື້ທີໜຶ່ງນັ້ນ ຕ້ອງກິນໃຫ້ໝົດໃນຄືນນັ້ນ.
5
ຈົ່ງຂ້າສັດສຳລັບປັດສະຄານີ້ໃນທີ່ນະມັດສະການແຫ່ງດຽວ ແລະຢ່າຂ້າໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະມອບໃຫ້. ຈົ່ງເຮັດພິທີນີ້ໃນເວລາຕາເວັນຕົກຄືເວລາດຽວ ບ່ອນທີ່ພຣະເຈົ້າຢາເວໄດ້ເລືອກໄວ້ ຊຶ່ງໃຫ້ນາມຊື່ຂອງພຣະອົງຕັ້ງຢູ່ ແລະມື້ດຽວກັນກັບຄາວທີ່ພວກເຈົ້າໄດ້ອອກມາຈາກປະເທດເອຢິບ.
7
ຈົ່ງຕົ້ມຊີ້ນກິນໃນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້ ແລະໃນຕອນເຊົ້າໃຫ້ກັບເມືອເຮືອນຂອງໃຜລາວ.
8
ສຳລັບຫົກມື້ຕໍ່ໄປ ໃຫ້ພວກເຈົ້າເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງກິນ ແລະໃນມື້ທີເຈັດ ຈົ່ງເຕົ້າໂຮມກັນເພື່ອນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະຢ່າເຮັດວຽກໃນວັນນີ້.”
9
“ຕັ້ງແຕ່ມື້ລົງມືກ່ຽວເຂົ້າ ຈົ່ງນັບໃຫ້ເຕັມເຈັດອາທິດ.
10
ແລ້ວຈົ່ງສະຫລອງເທດສະການລະດູເກັບກ່ຽວ ເພື່ອຍ້ອງຍໍໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໂດຍນຳເຄື່ອງບູຊາຕາມໃຈສະໝັກ ມາຖວາຍຕາມອັດຕາສ່ວນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ອວຍພອນ.
11
ຈົ່ງຊົມຊື່ນຍິນດີຢູ່ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຮ່ວມກັບລູກຊາຍຍິງຂອງເຈົ້າ, ທາດຮັບໃຊ້ຂອງເຈົ້າ, ຊາວເລວີ, ຊາວຕ່າງດ້າວ ເດັກກຳພ້າ ແລະແມ່ໝ້າຍທີ່ອາໄສຢູ່ໃນເມືອງຕ່າງໆຂອງພວກເຈົ້າ. ຈົ່ງຈັດພິທີນີ້ຂຶ້ນຢູ່ໃນບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້ ຊຶ່ງໃຫ້ນາມຊື່ຂອງພຣະອົງຕັ້ງຢູ່.
12
ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າເຊື່ອຟັງຂໍ້ຄຳສັ່ງເຫຼົ່ານີ້ ຢ່າລືມວ່າພວກເຈົ້າເຄີຍຕົກເປັນທາດຮັບໃຊ້ຢູ່ໃນປະເທດເອຢິບ.”
13
“ຫລັງຈາກຟາດເຂົ້າແລະບີບໝາກອະງຸ່ນແລ້ວໆ ຈົ່ງສະຫລອງເທດສະການປຸກຕູບຢູ່ເປັນເວລາເຈັດວັນ.
14
ຈົ່ງຊົມຊື່ນຍິນດີໃນງານເທດສະການຂອງເຈົ້າຮ່ວມກັນກັບລູກຊາຍຍິງຂອງເຈົ້າ, ທາດຮັບໃຊ້ຂອງເຈົ້າ, ຊາວເລວີ, ຊາວຕ່າງດ້າວ, ເດັກກຳພ້າ ແລະແມ່ໝ້າຍທີ່ອາໄສຢູ່ໃນເມືອງຕ່າງໆຂອງພວກເຈົ້າ.
15
ຈົ່ງສະຫລອງເທດສະການນີ້ໃນທີ່ພຣະເຈົ້າຢາເວໄດ້ເລືອກໄວ້ເປັນເວລາເຈັດວັນ ເພື່ອຍ້ອງຍໍໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຈົ່ງຊົມຊື່ນຍິນດີ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ອວຍພອນລະດູເກັບກ່ຽວແລະວຽກງານຂອງພວກເຈົ້າ.
16
ໃຫ້ຜູ້ຊາຍທຸກໆຄົນໃນຊົນຊາດຂອງພວກເຈົ້າ ເຂົ້າມາຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນບ່ອນທີ່ພຣະອົງໄດ້ເລືອກໄວ້ ສາມເທື່ອຕໍ່ປີ ດັ່ງນີ້: ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ເທດສະການລະດູເກັບກ່ຽວ ແລະເທດສະການປຸກຕູບຢູ່. ຢ່າໃຫ້ພວກເຂົາມາຕໍ່ໜ້າພຣະເຈົ້າຢາເວໂດຍມືເປົ່າ;
17
ພວກເຈົ້າທຸກຄົນຈະຕ້ອງນຳສິ່ງທີ່ຕົນສາມາດ, ມາຖວາຍໃນອັດຕາສ່ວນ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ອວຍພອນ.”
18
“ຈົ່ງແຕ່ງຕັ້ງບັນດາຜູ້ຕັດສິນຄວາມ ແລະເຈົ້າໜ້າທີ່ອື່ນໆໃນເມືອງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້. ຄົນເຫຼົ່ານັ້ນຕ້ອງຕັດສິນຄະດີຂອງປະຊາຊົນຢ່າງທ່ຽງທຳ.
19
ຢ່າໃຫ້ພວກເຂົາຕັດສິນແບບເຂົ້າຂ້າງອອກຂາ ແລະຢ່າຮັບສິນຈ້າງໃດໆ. ດ້ວຍວ່າ, ສິນຈ້າງອັດຫູບັງຕາຄົນສະຫລາດແລະຄົນສັດຊື່ ແລະພາໃຫ້ພວກເຂົາຕັດສິນຄວາມຜິດພາດໄດ້.
20
ຈົ່ງທ່ຽງທຳແລະສັດຊື່ຕະຫລອດໄປ ເພື່ອວ່າພວກເຈົ້າຈະຢຶດຄອງດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ນີ້ໄດ້ ແລະອາໄສຢູ່ທີ່ນັ້ນສືບໆໄປ.
21
ເມື່ອສ້າງແທ່ນບູຊາຖວາຍແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຢ່າຕັ້ງເສົາໄມ້ຂຶ້ນຄຽງຂ້າງທີ່ເປັນສັນຍາລັກຂອງເຈົ້າແມ່ອາເຊຣາ.
22
ຢ່າສ້າງເສົາຫີນໃດໆເປັນຮູບເຄົາຣົບໄວ້ຂາບໄຫວ້ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຽດຊັງສິ່ງເຫຼົ່ານີ້.”
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 17 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34