bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 12
Deuteronomy 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 13 →
1
“ນີ້ແມ່ນກົດບັນຍັດຕ່າງໆທີ່ພວກເຈົ້າຕ້ອງເຊື່ອຟັງ ຕາບໃດທີ່ພວກເຈົ້າຢູ່ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າປະທານໃຫ້. ຈົ່ງປະຕິບັດຕາມກົດບັນຍັດເຫຼົ່ານີ້
2
ໃນດິນແດນທີ່ພວກເຈົ້າກຳລັງຈະຢຶດຄອງນີ້ ຈົ່ງທຳລາຍບ່ອນຂາບໄຫວ້ພະຕ່າງໆຂອງປະຊາຊົນໃຫ້ໝົດ ບໍ່ວ່າບ່ອນນັ້ນຈະຢູ່ເທິງພູເຂົາສູງ ທີ່ເທິງເນີນພູ ແລະຢູ່ກ້ອງຕົ້ນໄມ້ໃບຂຽວກໍຕາມ.
3
ຈົ່ງມ້າງແທ່ນບູຊາ ແລະທັບເສົາຫີນສັກສິດໃຫ້ແຕກເປັນປ່ຽງໆ. ຈົ່ງເຜົາສັນຍາລັກຂອງເຈົ້າແມ່ອາເຊຣາ ແລະຕັດຮູບເຄົາຣົບຖິ້ມເປັນທ່ອນໆ ເພື່ອວ່າສະຖານທີ່ເຫຼົ່ານັ້ນຈະບໍ່ເປັນທີ່ຂາບໄຫວ້ອີກຕໍ່ໄປ.
4
ຢ່ານະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເໝືອນດັ່ງແບບຢ່າງຂອງປະຊາຊົນເຫຼົ່ານີ້ຂາບໄຫວ້ພະຂອງພວກເຂົາ.
5
ຈົ່ງຊອກຫາບ່ອນໜຶ່ງໃນບັນດາເຜົ່າຂອງພວກເຈົ້າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເລືອກເອົາແຫ່ງໜຶ່ງໄວ້ທ່າມກາງປະຊາຊົນ ເພື່ອຕັ້ງພຣະນາມຊື່ຂອງພຣະອົງໃນທີ່ນັ້ນແລະສະຖິດທີ່ນັ້ນດ້ວຍ ພວກເຈົ້າຕ້ອງໄປທີ່ນັ້ນ ແລະນະມັດສະການພຣະອົງ.
6
ໃນທີ່ນັ້ນ ພວກເຈົ້າຕ້ອງເຜົາສັດຖວາຍບູຊາດ້ວຍໄຟ ຖວາຍເຄື່ອງບູຊາຕ່າງໆ, ຖວາຍໜຶ່ງສ່ວນສິບກັບເຄື່ອງຖວາຍອື່ນໆ, ເຄື່ອງທີ່ໄດ້ສັນຍາຖວາຍ, ເຄື່ອງຖວາຍຕາມໃຈສະໝັກ ແລະລູກຫົວປີຂອງງົວແລະຂອງແກະທຸກໂຕ.
7
ທີ່ນັ້ນຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ອວຍພອນພວກເຈົ້າ. ພວກເຈົ້າພ້ອມທັງຄອບຄົວຈະກິນ ແລະຊົມຊື່ນຍິນດີກັບສິ່ງດີນາໆປະການທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ອວຍພອນໃຫ້.
8
ເມື່ອໄປເຖິງດິນແດນນັ້ນແລ້ວ ພວກເຈົ້າບໍ່ຕ້ອງນະມັດສະການພຣະເຈົ້າ ເໝືອນດັ່ງທີ່ເຄີຍເຮັດມາ. ຈົນເຖິງບັດນີ້ພວກເຈົ້າຍັງເຮັດຕາມໃຈປາຖະໜາຂອງຕົນເອງ
9
ເພາະພວກເຈົ້າບໍ່ທັນໄດ້ເຂົ້າໄປໃນດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າປະທານໃຫ້ພວກເຈົ້າເທື່ອ ຄືບ່ອນທີ່ພວກເຈົ້າຈະຢູ່ຢ່າງສະຫງົບສຸກ.
10
ເມື່ອພວກເຈົ້າຂ້າມແມ່ນໍ້າຈໍແດນໄປ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະນຳພາພວກເຈົ້າເຂົ້າຢຶດຄອງດິນແດນ ແລະອາໄສຢູ່ໃນທີ່ນັ້ນ. ພຣະອົງຈະຮັກສາພວກເຈົ້າໃຫ້ພົ້ນຈາກສັດຕູທັງປວງ ແລະພວກເຈົ້າຈະຢູ່ຢ່າງສະຫງົບສຸກ.
11
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເລືອກເອົາແຫ່ງດຽວ ໃຫ້ເປັນບ່ອນນະມັດສະການພຣະອົງ ແລະທີ່ນັ້ນພວກເຈົ້າຕ້ອງນຳເອົາທຸກໆສິ່ງທີ່ຂ້າພະເຈົ້າໄດ້ສັ່ງ ໄປຖວາຍແກ່ພຣະອົງດັ່ງນີ້: ສັດສຳລັບເຜົາບູຊາແລະເຄື່ອງບູຊາຕ່າງໆ, ເຄື່ອງຖວາຍໜຶ່ງສ່ວນສິບກັບເຄື່ອງຖວາຍອື່ນໆ, ພ້ອມທັງເຄື່ອງຖວາຍພິເສດທີ່ພວກເຈົ້າໄດ້ສັນຍາ ວ່າຈະຖວາຍແກ່ພຣະເຈົ້າຢາເວ.
12
ຈົ່ງຊົມຊື່ນຍິນດີຢູ່ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າພ້ອມກັບລູກຫລານຂອງພວກເຈົ້າ, ຄົນຮັບໃຊ້ຂອງພວກເຈົ້າ ແລະຊາວເລວີທີ່ອາໄສຢູ່ໃນເມືອງຂອງພວກເຈົ້າ; ຈົ່ງຈົດຈຳໄວ້ວ່າຊາວເລວີຈະບໍ່ມີດິນແດນເປັນຂອງຕົນເອງ.
13
ພວກເຈົ້າບໍ່ຕ້ອງຖວາຍເຄື່ອງບູຊາບ່ອນໃດກໍຕາມ ທີ່ພວກເຈົ້າເລືອກເອົາເອງ
14
ພວກເຈົ້າຕ້ອງຖວາຍເຄື່ອງບູຊາໃນບ່ອນໜຶ່ງເທົ່ານັ້ນ ທີ່ພຣະເຈົ້າຢາເວຈະເລືອກໃຫ້ໃນເຂດແດນເຜົ່າໜຶ່ງຂອງພວກເຈົ້າ. ໃນບ່ອນດັ່ງກ່າວນີ້ເທົ່ານັ້ນທີ່ພວກເຈົ້າຕ້ອງຖວາຍເຄື່ອງເຜົາບູຊາ ແລະເຮັດທຸກສິ່ງທັງໝົດທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້າ.
15
ແຕ່ພວກເຈົ້າມີອິດສະຫລະທີ່ຈະຂ້າແລະກິນສັດຂອງຕົນ ບ່ອນໃດກໍຕາມທີ່ພວກເຈົ້າຈະອາໄສຢູ່. ພວກເຈົ້າຈະກິນຫລາຍເທົ່າໃດກໍໄດ້ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂຜດໃຫ້ພວກເຈົ້າ. ພວກເຈົ້າທຸກຄົນ ບໍ່ວ່າເປັນມົນທິນຫລືບໍ່ເປັນມົນທິນກໍຕາມ ກິນສັດນັ້ນໄດ້ເໝືອນດັ່ງກິນຊີ້ນກວາງຫລືຊີ້ນຟານ.
16
ແຕ່ພວກເຈົ້າບໍ່ຕ້ອງກິນເລືອດສັດສຳລັບເປັນອາຫານ; ໃຫ້ເທລົງດິນເໝືອນດັ່ງເທນໍ້າ.
17
ພວກເຈົ້າບໍ່ມີສິດກິນເຄື່ອງໃດໆທີ່ໄດ້ຖວາຍແລ້ວ ໃນບ່ອນທີ່ພວກເຈົ້າອາໄສຢູ່ນັ້ນ ເຊັ່ນ: ໜຶ່ງສ່ວນສິບຂອງພືດຜົນເປັນເມັດ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ, ລູກຫົວປີຂອງງົວແລະແກະ, ພ້ອມຂອງຖວາຍທີ່ພວກເຈົ້າສັນຍາແລ້ວວ່າຈະຖວາຍ, ເຄື່ອງຖວາຍຕາມໃຈສະໝັກ ຫລືເຄື່ອງຖວາຍອື່ນໆຢ່າງໃດຢ່າງໜຶ່ງ.
18
ໃຫ້ພວກເຈົ້າພ້ອມລູກເມຍກັບຄົນຮັບໃຊ້ ແລະຊາວເລວີທີ່ອາໄສຢູ່ໃນເມືອງພວກເຈົ້າ ພາກັນກິນຂອງຖວາຍເຫຼົ່ານີ້ຢູ່ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໃນບ່ອນນະມັດສະການແຫ່ງດຽວທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້ ແລະພວກເຈົ້າກໍຈະດີໃຈໃນທີ່ນັ້ນ ເພາະສິ່ງທີ່ພວກເຈົ້າໄດ້ເຮັດ.
19
ຈົ່ງໃຫ້ແນ່ໃຈເໝືອນກັນວ່າ ຊາວເລວີບໍ່ໄດ້ຖືກປ່ອຍປະ ຕາບໃດທີ່ພວກເຈົ້າອາໄສຢູ່ໃນດິນແດນນີ້.
20
ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຂະຫຍາຍເຂດແດນອອກດັ່ງທີ່ພຣະອົງສັນຍາໄວ້ ແລ້ວພວກເຈົ້າກໍຈະກິນຊີ້ນບ່ອນໃດກໍຕາມ ໄດ້ຕາມຄວາມຕ້ອງການ
21
ຖ້າບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້ໃຫ້ນາມຊື່ຂອງພຣະອົງຕັ້ງຢູ່ຫັ້ນໄກເກີນໄປ ພວກເຈົ້າກໍອາດຂ້າສັດລ້ຽງໂຕໃດໂຕໜຶ່ງຫລືແກະ ທີ່ພຣະເຈົ້າຢາເວໄດ້ໂຜດໃຫ້ພວກເຈົ້າເມື່ອໃດກໍໄດ້ ແລະພວກເຈົ້າອາດກິນຊີ້ນທີ່ເຮືອນ ຕາມທີ່ຂ້າພະເຈົ້າໄດ້ບອກພວກເຈົ້າ.
22
ຜູ້ໃດຜູ້ໜຶ່ງທີ່ເປັນມົນທິນຫລືບໍ່ເປັນມົນທິນຕາມກົດບັນຍັດກິນຊີ້ນນັ້ນໄດ້ ເໝືອນກັບກິນຊີ້ນກວາງຫລືຊີ້ນຟານ.
23
ແຕ່ຢ່າກິນຊີ້ນທີ່ຍັງມີເລືອດຢູ່ໃນນັ້ນ ເພາະຊີວິດແມ່ນຢູ່ໃນເລືອດ ແລະພວກເຈົ້າບໍ່ຕ້ອງກິນຊີວິດພ້ອມກັບຊີ້ນ.
24
ຢ່າກິນເລືອດສັດສຳລັບເປັນອາຫານ ແຕ່ໃຫ້ເທລົງດິນເໝືອນດັ່ງເທນໍ້າ.
25
ຖ້າພວກເຈົ້າເຊື່ອຟັງຄຳສັ່ງນີ້ ພຣະເຈົ້າຢາເວກໍຈະພໍໃຈ ແລະພວກເຈົ້າຈະຢູ່ເຢັນເປັນສຸກຕະຫລອດທັງເຊື້ອສາຍຂອງພວກເຈົ້າ.
26
ຈົ່ງນຳເອົາເຄື່ອງຖວາຍແລະເຄື່ອງຖວາຍຕ່າງໆ ທີ່ພວກເຈົ້າໄດ້ສັນຍາວ່າຈະຖວາຍ, ໃຫ້ຖືໄປຍັງສະຖານທີ່ທີ່ພຣະເຈົ້າຢາເວໄດ້ເລືອກໄວ້.
27
ໃນທີ່ນັ້ນ ຈົ່ງເຜົາເຄື່ອງຖວາຍບູຊາດ້ວຍໄຟທັງຊີ້ນແລະເລືອດເທິງແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ເໝືອນກັນຈົ່ງຖວາຍເຄື່ອງບູຊາເຫຼົ່ານັ້ນ ໃນບ່ອນທີ່ພວກເຈົ້າກິນຊີ້ນແລະເທເລືອດໃສ່ເທິງແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
28
ຈົ່ງລະວັງໃຫ້ດີ ແລະຈົ່ງເຊື່ອຟັງຢ່າງສັດຊື່ໃນທຸກໆສິ່ງທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້າ; ແລ້ວພວກເຈົ້າພ້ອມທັງລູກຫລານກໍຈະຢູ່ເຢັນເປັນສຸກຕະຫລອດໄປ ເພາະພວກເຈົ້າກະທຳສິ່ງທີ່ຖືກຕ້ອງແລະສິ່ງທີ່ພໍໃຈ ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
29
“ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະທຳລາຍຊົນຊາດຕ່າງໆ ເມື່ອພວກເຈົ້າບຸກລຸກດິນແດນຂອງພວກເຂົາ ແລະພວກເຈົ້າກໍຈະຢຶດຄອງແລະຕັ້ງຖິ່ນຖານຢູ່ທີ່ນັ້ນ.
30
ຫລັງຈາກທີ່ຊົນຊາດເຫຼົ່ານັ້ນໄດ້ຖືກທຳລາຍແລ້ວ ຢ່າໄດ້ເຮັດຕາມແບບຢ່າງການປະຕິບັດທາງສາສະໜາຂອງພວກເຂົາ ບໍ່ດັ່ງນັ້ນ ມັນຈະເປັນການທຳລາຍພວກເຈົ້າເອງ. ຢ່າພະຍາຍາມຊອກຮູ້ວ່າ ພວກເຂົາຂາບໄຫວ້ພະຂອງພວກເຂົາຢ່າງໃດ ເພື່ອພວກເຈົ້າຈະບໍ່ໄດ້ຮຽນແບບຂອງພວກເຂົາ.
31
ຢ່ານະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເໝືອນດັ່ງທີ່ພວກເຂົາຂາບໄຫວ້ບັນດາພະຂອງພວກເຂົາ ເພາະໃນການຂາບໄຫວ້ບັນດາພະຂອງພວກເຂົານັ້ນ ພວກເຂົາໄດ້ເຮັດສິ່ງທີ່ໜ້າລັງກຽດທຸກຢ່າງ ຊຶ່ງພຣະເຈົ້າຢາເວກຽດຊັງທີ່ສຸດ. ພວກເຂົາເຜົາແມ່ນແຕ່ລູກຊາຍ ລູກສາວຂອງພວກເຂົາເອງເທິງແທ່ນບູຊາ.
32
ຈົ່ງເຮັດທຸກສິ່ງຕາມທີ່ຂ້າພະເຈົ້າໄດ້ສັ່ງໄວ້; ຢ່າຕື່ມສິ່ງໃດສິ່ງໜຶ່ງ ຫລືຕັດສິ່ງໃດສິ່ງໜຶ່ງເດັດຂາດ.”
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34