bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 21
Deuteronomy 21
Lao Bible 2012 (ພຣະຄຳພີສັກສິ)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 22 →
1
“ຖ້າວ່າຄົນໄດ້ພົບຜູ້ໜຶ່ງທີ່ຖືກຂ້າຢູ່ໃນທົ່ງນາ ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ ແລະພວກເຈົ້າບໍ່ຮູ້ວ່າແມ່ນໃຜເປັນຜູ້ຂ້າ
2
ກໍໃຫ້ພວກຜູ້ນຳແລະພວກຜູ້ຕັດສິນອອກໄປແທກເບິ່ງໄລຍະທາງ ຈາກບ່ອນທີ່ພົບສົບຜູ້ຕາຍໃສ່ເມືອງຕ່າງໆທີ່ໃກ້ຄຽງ.
3
ແລ້ວໃຫ້ພວກຜູ້ນຳໃນເມືອງທີ່ຢູ່ໃກ້ຊິດກັບບ່ອນພົບສົບນັ້ນ ເລືອກເອົາງົວແມ່ໜຸ່ມໂຕໜຶ່ງທີ່ບໍ່ເຄີຍໃຊ້ວຽກມາກ່ອນ.
4
ແລ້ວໃຫ້ພວກເຂົານຳມັນໄປບ່ອນໜຶ່ງໃກ້ຫວ້ຍນໍ້າທີ່ບໍ່ເຄີຍແຫ້ງຈັກເທື່ອ ແລະດິນຢູ່ໃນທີ່ນັ້ນກໍບໍ່ເຄີຍຂຸດຄົ້ນປູກຝັງມາກ່ອນ ແລ້ວໃຫ້ຫັກຄໍງົວແມ່ໜຸ່ມຢູ່ທີ່ນັ້ນ.
5
ໃຫ້ພວກປະໂຣຫິດຊາວເລວີໄປຮ່ວມໃນພິທີເໝືອນກັນ ເພາະແມ່ນພວກເຂົາທີ່ເປັນຜູ້ຕັດສິນຊີ້ຂາດທຸກໆຄະດີຕາມກົດບັນຍັດກ່ຽວກັບການທຳລາຍຮ່າງກາຍ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເລືອກເອົາປະໂຣຫິດຊາວເລວີໃຫ້ຮັບໃຊ້ພຣະອົງ ແລະໃຫ້ກ່າວຄຳອວຍພອນໃນນາມຂອງພຣະເຈົ້າຢາເວ.
6
ແລ້ວຈົ່ງໃຫ້ພວກຜູ້ນຳທັງໝົດຂອງເມືອງ ຊຶ່ງໃກ້ທີ່ສຸດກັບບ່ອນທີ່ພົບສົບຄົນຕາຍລ້າງມືໃສ່ເທິງງົວ
7
ແລະເວົ້າວ່າ, ‘ພວກເຮົາບໍ່ໄດ້ຂ້າຊາຍຄົນນີ້ ແລະພວກເຮົາບໍ່ຮູ້ວ່າແມ່ນໃຜເປັນຜູ້ຂ້າ.
8
ພຣະເຈົ້າຢາເວເອີຍ ໂຜດຍົກໂທດໃຫ້ຊາວອິດສະຣາເອນດ້ວຍເຖີດ ຄືປະຊາຊົນທີ່ພຣະອົງໄດ້ຊ່ວຍກູ້ອອກມາຈາກປະເທດເອຢິບ. ໂຜດຍົກໂທດໃຫ້ພວກຂ້ານ້ອຍ ແລະຢ່າໃຫ້ພວກຂ້ານ້ອຍຮັບຜິດຊອບເລື່ອງການຕາຍຂອງຄົນໜຶ່ງ ທີ່ບໍ່ຮູ້ຜູ້ສັງຫານ.’
9
ສະນັ້ນ ເມື່ອເຮັດຕາມພຣະເຈົ້າຢາເວໄດ້ກຳນົດແລ້ວ ພວກເຈົ້າກໍຈະບໍ່ເປັນຜູ້ຮັບຜິດຊອບສຳລັບການຂ້າຄົນ.”
10
“ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໃຫ້ພວກເຈົ້າໄຊຊະນະຢູ່ໃນສະໜາມຮົບແລະຈັບຊະເລີຍເສິກໄດ້
11
ພວກເຈົ້າອາດຈະເຫັນຍິງສາວທີ່ສວຍງາມໃນທ່າມກາງພວກຊະເລີຍເສິກກໍໄດ້ ແລະຢາກໄດ້ນາງມາເປັນເມຍ.
12
ຈົ່ງນຳນາງເມືອເຮືອນຂອງພວກເຈົ້າແລະໃຫ້ນາງແຖຫົວ ຕັດເລັບມື
13
ແລະປ່ຽນເສື້ອຜ້າໃຫ້ນາງຢູ່ໃນເຮືອນ ແລະໄວ້ທຸກໃຫ້ພໍ່ແມ່ຂອງນາງໜຶ່ງເດືອນ; ຫລັງຈາກນັ້ນແລ້ວ ພວກເຈົ້າຈຶ່ງເອົານາງໄປເປັນເມຍໄດ້.
14
ຕໍ່ມາ ຖ້າພວກເຈົ້າບໍ່ຕ້ອງການນາງອີກ ຈົ່ງປ່ອຍນາງໃຫ້ເປັນອິດສະຫລະ. ເມື່ອພວກເຈົ້າໄດ້ບັງຄັບນາງໃຫ້ເປັນເມຍ ສະນັ້ນ ຈຶ່ງບໍ່ສົມຄວນທີ່ພວກເຈົ້າຈະປະຕິບັດຕໍ່ນາງຢ່າງຄົນຮັບໃຊ້ ໂດຍຂາຍນາງຕໍ່ໃຫ້ຄົນອື່ນ.”
15
“ຖ້າວ່າຊາຍຜູ້ໜຶ່ງມີເມຍສອງຄົນ ແລະທັງສອງກໍເກີດລູກຜູ້ຊາຍ. ແຕ່ລູກຊາຍຄົນທຳອິດບໍ່ແມ່ນລູກທີ່ເກີດຈາກເມຍທີ່ຕົນຮັກ.
16
ເມື່ອຊາຍຄົນນີ້ຕົກລົງຈະແບ່ງປັນມໍຣະດົກໃຫ້ແກ່ລູກໆຂອງຕົນ ລາວບໍ່ຕ້ອງເຂົ້າຂ້າງລູກຊາຍຂອງເມຍທີ່ຕົນຮັກ ໂດຍມອບມໍຣະດົກຂອງລູກເມຍກົກໃຫ້ລາວ.
17
ລາວຕ້ອງແບ່ງມໍຣະດົກສອງເທົ່າໃຫ້ລູກຊາຍຄົນກົກ ເຖິງແມ່ນວ່າລາວບໍ່ແມ່ນລູກຊາຍຂອງເມຍທີ່ຕົນຮັກກໍຕາມ. ຊາຍຜູ້ໜຶ່ງຕ້ອງຮັບຮູ້ສິດທິຂອງລູກຊາຍກົກຂອງຕົນ ແລະແບ່ງມໍຣະດົກທີ່ຖືກຕາມກົດໝາຍທີ່ລາວສົມຄວນຈະໄດ້ຮັບໃຫ້ແກ່ລາວ.”
18
“ຖ້າວ່າຜູ້ໜຶ່ງມີລູກຊາຍທີ່ດື້ດ້ານແລະບໍ່ຢູ່ໃນຄຳໂອວາດ ຄືລູກຊາຍທີ່ບໍ່ຟັງຄວາມພໍ່ແມ່ຂອງຕົນ ເຖິງແມ່ນວ່າພໍ່ແມ່ໄດ້ລົງໂທດລາວແລ້ວກໍຕາມ.
19
ພໍ່ແມ່ຕ້ອງນຳລູກຊາຍຂອງຕົນໄປຫາພວກຜູ້ນຳໃນເມືອງທີ່ຕົນອາໄສຢູ່ ແລະນຳລາວຂຶ້ນສານ.
20
ພໍ່ແມ່ຕ້ອງເວົ້າກັບພວກເພິ່ນວ່າ, ‘ລູກຊາຍຂອງພວກຂ້ານ້ອຍດື້ດ້ານທັງບໍ່ຢູ່ໃນຄຳໂອວາດ ແລະບໍ່ເຊື່ອຟັງພວກຂ້ານ້ອຍດ້ວຍ; ລາວລ້າງຜານເງິນຄຳແລະຕິດເຫລົ້າເມົາສຸຣາ.’
21
ແລ້ວຊາວເມືອງກໍຈະເອົາກ້ອນຫີນແກວ່ງໃສ່ລາວໃຫ້ເຖິງຕາຍ. ດັ່ງນັ້ນ ພວກເຈົ້າຈຶ່ງຈະກຳຈັດຄວາມຊົ່ວຊ້າເຊັ່ນນີ້ໃຫ້ໝົດໄປໄດ້. ທຸກຄົນໃນຊາດອິດສະຣາເອນຈະໄດ້ຍິນສິ່ງທີ່ເກີດຂຶ້ນ ແລະພວກເຂົາຈະຢ້ານກົວ.”
22
“ຖ້າຄົນໜຶ່ງຖືກປະຫານສຳລັບຄວາມຜິດທາງອາດຍາໂດຍການແຂວນຄໍ
23
ຢ່າປ່ອຍຊາກສົບແຂວນໄວ້ຈົນຮອດກາງຄືນ. ໃຫ້ຝັງຊາກສົບຂອງຄົນນີ້ໃນມື້ນັ້ນໂລດ ເພາະຊາກສົບຂອງຄົນຕາຍທີ່ຖືກແຂວນຄໍກັບເສົາ ນຳຄວາມສາບແຊ່ງຂອງພຣະເຈົ້າມາສູ່ດິນແດນ. ຈົ່ງຝັງຊາກສົບນັ້ນສາ ເພື່ອບໍ່ເປັນການນຳການສາບແຊ່ງມາສູ່ດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້.”
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 22 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34