bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 3
Deuteronomy 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 4 →
1
“ຕໍ່ມາ ພວກເຮົາໄດ້ເດີນທາງໄປທີ່ພາກເໜືອສູ່ອານາເຂດບາຊານ ແລະເຈົ້າໂອກໄດ້ຍົກທັບອອກມາສູ້ຮົບພວກເຮົາໃກ້ກັບເມືອງເອັດເຣອີ.
2
ແຕ່ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, ‘ຢ່າຢ້ານລາວເລີຍ. ເຮົາກຳລັງມອບເຈົ້າໂອກພ້ອມກອງທັບ ແລະເຂດແດນທັງໝົດຂອງລາວໃຫ້ເຈົ້າ. ຈົ່ງເຮັດກັບລາວຢ່າງດຽວກັບທີ່ເຈົ້າໄດ້ເຮັດຕໍ່ເຈົ້າສີໂຫນ ກະສັດຊາວອາໂມຜູ້ທີ່ປົກຄອງນະຄອນເຮັດຊະໂບນ.’
3
ດັ່ງນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງມອບເຈົ້າໂອກ ແລະປະຊາຊົນຂອງເພິ່ນ ໃຫ້ຢູ່ໃຕ້ອຳນາດຂອງພວກເຮົາ ແລະພວກເຮົາໄດ້ຂ້າພວກເຂົາຖິ້ມຈົນໝົດ.
4
ໃນເວລາດຽວກັນນັ້ນ ພວກເຮົາກໍຢຶດເອົາທຸກຕົວເມືອງຂອງເພິ່ນ ໂດຍບໍ່ໄດ້ປະເມືອງໃດໄວ້. ທັງໝົດທີ່ຢຶດໄດ້ມີ 60 ເມືອງ ລວມທັງເຂດອັກໂກບທັງໝົດ ຊຶ່ງເປັນເມືອງທີ່ເຈົ້າໂອກກະສັດແຫ່ງບາຊານໄດ້ປົກຄອງ.
5
ເມືອງເຫຼົ່ານັ້ນທັງໝົດມີປ້ອມລ້ອມດ້ວຍກຳແພງສູງ ແລະມີປະຕູເມືອງລົງໄລດ້ວຍເຫລັກແທ່ງ ແລະມີຫລາຍໝູ່ບ້ານເໝືອນກັນທີ່ບໍ່ມີກຳແພງລ້ອມ.
6
ພວກເຮົາໄດ້ທຳລາຍໝົດທຸກເມືອງ ແລະຂ້າຊາວເມືອງທຸກຄົນ ບໍ່ວ່າຊາຍແລະຍິງຕະຫລອດທັງເດັກນ້ອຍ ດັ່ງທີ່ພວກເຮົາໄດ້ເຮັດໃນເມືອງຕ່າງໆ ຂອງເຈົ້າສີໂຫນແຫ່ງນະຄອນເຮັດຊະໂບນ.
7
ພວກເຮົາໄດ້ຢຶດເອົາຝູງສັດແລະເກັບກວາດເອົາສິ່ງຂອງໃນເມືອງ.
8
ໃນຄັ້ງນັ້ນ ພວກເຮົາໄດ້ຢຶດເອົາຈາກກະສັດທັງສອງຂອງຊາວອາໂມ ດິນແດນທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ຕັ້ງແຕ່ແມ່ນໍ້າອາກໂນນຈົນເຖິງພູເຮີໂມນ. (
9
ຊາວຊີໂດນເອີ້ນພູເຮີໂມນວ່າ ສີຣິໂອນ ແລະຊາວອາໂມເອີ້ນວ່າ ເສນີ.)
10
ພວກເຮົາໄດ້ຢຶດເອົາໝົດທຸກເຂດແດນຂອງເຈົ້າໂອກໃນບາຊານ ດັ່ງນີ້: ເມືອງຕ່າງໆຕາມພູພຽງ, ຂົງເຂດກີເລອາດແລະບາຊານ, ໄກອອກໄປຈົນຮອດສາເລກາແລະເອັດເຣອີ. (
11
ເຈົ້າໂອກແມ່ນກະສັດຄົນສຸດທ້າຍຂອງຊາວເຣຟາອິມ. ບ່ອນໃສ່ສົບ ຂອງເພິ່ນເຮັດດ້ວຍຫີນ ຍາວ 4 ແມັດ ແລະກວ້າງປະມານ 2 ແມັດ ຊຶ່ງຍັງມີຄົນເຫັນຢູ່ໃນເມືອງຣັບບາຂອງຊາວອຳໂມນ.)”
12
“ເມື່ອພວກເຮົາຢຶດເອົາດິນແດນມາເປັນກຳມະສິດນັ້ນ ຂ້າພະເຈົ້າໄດ້ມອບໃຫ້ເຜົ່າຣູເບັນແລະກາດ ເຂດແດນທາງທິດເໜືອຂອງເມືອງອາໂຣເອໃກ້ກັບແມ່ນໍ້າອາກໂນນ ແລະເຄິ່ງໜຶ່ງຂອງເຂດເນີນພູກີເລອາດພ້ອມກັບເມືອງເລັກເມືອງນ້ອຍຕ່າງໆ.
13
ສຳລັບເຜົ່າມານາເຊເຄິ່ງເຜົ່າ ຂ້າພະເຈົ້າໄດ້ມອບສ່ວນທີ່ເຫຼືອຂອງກີເລອາດ ແລະດິນທຸກເຂດຂອງບາຊານດ້ວຍ ບ່ອນທີ່ເຈົ້າໂອກໄດ້ປົກຄອງຄືຂົງເຂດອັກໂກບທັງໝົດ.” (ບາຊານເປັນທີ່ຮູ້ຈັກກັນວ່າ ເປັນດິນແດນຂອງຊາວເຣຟາອິມ.
14
ຢາອີຜູ້ທີ່ເປັນຄົນໃນເຜົ່າມານາເຊ ໄດ້ຢຶດຄອງຂົງເຂດອັກໂກບທັງໝົດ ຄືບາຊານ ໄກອອກໄປຈົນຮອດຊາຍແດນຂອງເກຊູແລະມາອາກາ. ລາວໃສ່ຊື່ໝູ່ບ້ານເຫຼົ່ານັ້ນຕາມຊື່ຂອງຕົນ ຊຶ່ງຍັງເປັນທີ່ຮູ້ຈັກກັນວ່າໝູ່ບ້ານຂອງຢາອີ.)
15
“ຂ້າພະເຈົ້າໄດ້ມອບເຂດແດນກີເລອາດ ໃຫ້ຕະກຸນມາກີໃນເຜົ່າມານາເຊ.
16
ສ່ວນເຜົ່າຣູເບັນແລະເຜົ່າກາດນັ້ນ ຂ້າພະເຈົ້າໄດ້ມອບເຂດແດນຕັ້ງແຕ່ກີເລອາດຈົນເຖິງແມ່ນໍ້າອາກໂນນ. ທາງກາງແມ່ນໍ້ານີ້ ໃຊ້ເປັນຊາຍແດນຕອນໃຕ້ຂອງພວກເຂົາ ແລະຊາຍແດນຕອນເໜືອແມ່ນແມ່ນໍ້າຢັບໂບກ ຊຶ່ງສ່ວນໜຶ່ງເປັນຊາຍແດນຂອງພວກອຳໂມນ.
17
ທາງທິດຕາເວັນຕົກ ເຂດແດນຂອງພວກເຂົາຍາວອອກໄປຮອດແມ່ນໍ້າຈໍແດນ ຕັ້ງແຕ່ທະເລສາບຄາລີເລໃນຕອນເໜືອ ລົງມາຮອດທະເລຕາຍໃນຕອນໃຕ້ ແລະເລີຍມາຮອດຕີນພູປີສະກາທາງທິດຕາເວັນອອກ.
18
ໃນເວລາດຽວກັນນັ້ນ ຂ້າພະເຈົ້າໄດ້ໃຫ້ຄຳແນະນຳພວກເຂົາດັ່ງນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ມອບເຂດແດນ ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນນີ້ໃຫ້ພວກເຈົ້າຢຶດຄອງ. ບັດນີ້ ຈົ່ງປະກອບອາວຸດໃຫ້ພວກນັກຮົບຂອງພວກເຈົ້າ ແລະໃຊ້ພວກເຂົາໃຫ້ຂ້າມແມ່ນໍ້າຈໍແດນ ອອກໜ້າເຜົ່າອື່ນໆຂອງຊາດອິດສະຣາເອນ ເພື່ອໄປຊ່ວຍຢຶດຄອງດິນແດນໃຫ້ພວກເຂົາ.
19
ຂ້າພະເຈົ້າຮູ້ວ່າພວກເຈົ້າມີຝູງສັດຫລາຍ ສະນັ້ນ ຈົ່ງໃຫ້ພວກລູກເມຍຂອງພວກເຈົ້າເທົ່ານັ້ນຢູ່ໃນເມືອງທາງຟາກນີ້ ທີ່ເຮົາໄດ້ມອບໃຫ້ພວກເຈົ້ານັ້ນ.
20
ຈົ່ງຊ່ວຍເຫລືອພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າ ຈົນກວ່າພວກເຂົາໄດ້ຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຂົາ ຢູ່ທາງຟາກຕາເວັນຕົກແມ່ນໍ້າຈໍແດນ ແລະຈົນກວ່າພວກເຂົາຢູ່ໃນທີ່ນັ້ນຢ່າງສະຫງົບສຸກ ເໝືອນດັ່ງພຣະອົງໄດ້ເຮັດໃຫ້ພວກເຈົ້າຢູ່ຢ່າງສະຫງົບສຸກແລ້ວທາງຟາກນີ້. ຫລັງຈາກນັ້ນແລ້ວ ພວກເຈົ້າຈົ່ງກັບຄືນເມືອສູ່ດິນແດນ ທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າທາງຟາກນີ້.
21
ແລ້ວຂ້າພະເຈົ້າກໍແນະນຳໂຢຊວຍວ່າ, ‘ເຈົ້າໄດ້ເຫັນໝົດທຸກສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄດ້ເຮັດກັບກະສັດທັງສອງຄົນນັ້ນແລ້ວ ຄືເຈົ້າສີໂຫນແລະເຈົ້າໂອກ ແລະພຣະເຈົ້າຢາເວຈະເຮັດຢ່າງດຽວກັບຄົນອື່ນໆ ໃນດິນແດນທີ່ພວກເຈົ້າຈະບຸກລຸກເຂົ້າໄປ.
22
ຢ່າຢ້ານພວກເຂົາແຕ່ປະການໃດເລີຍ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະສູ້ຮົບແທນພວກເຈົ້າ.’
23
ໃນຄັ້ງນັ້ນ ຂ້າພະເຈົ້າໄດ້ພາວັນນາອະທິຖານຢ່າງຮ້ອນຮົນຕໍ່ພຣະເຈົ້າຢາເວວ່າ
24
‘ໂອ ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ຂ້ານ້ອຍຮູ້ວ່າພຣະອົງໄດ້ສຳແດງໃຫ້ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງເຫັນພຽງແຕ່ ເບື້ອງຕົ້ນຂອງເຫດການອັນຍິ່ງໃຫຍ່ແລະອັດສະຈັນຂອງພຣະອົງ. ບໍ່ມີພະໃດໆໃນສະຫວັນຫລືເທິງແຜ່ນດິນໂລກ ທີ່ເຮັດສິ່ງອັດສະຈັນເໝືອນດັ່ງພຣະອົງໄດ້ເຮັດນັ້ນ
25
ຂໍພຣະອົງໂຜດໃຫ້ຂ້ານ້ອຍໄດ້ຂ້າມແມ່ນໍ້າຈໍແດນ ໄປເບິ່ງດິນແດນທີ່ອຸດົມສົມບູນແລະຮັ່ງມີທາງຟາກພຸ້ນແດ່ທ້ອນ ຄືເບິ່ງເນີນພູອັນສວຍງາມແລະພູເຂົາຂອງເລບານອນ.’
26
ແຕ່ຍ້ອນພວກເຈົ້າ ພຣະເຈົ້າຢາເວຈຶ່ງຄຽດຮ້າຍຂ້າພະເຈົ້າ ແລະບໍ່ຟັງຄຳຂໍຂອງຂ້າພະເຈົ້າ, ແຕ່ພຣະອົງກັບຕອບຂ້າພະເຈົ້າວ່າ, ‘ພໍແລ້ວ ຢ່າໄດ້ເອີ່ຍເຖິງເລື່ອງນີ້ອີກ
27
ເຈົ້າຈົ່ງຂຶ້ນໄປເທິງຈອມພູປີສະກາ ແລະແນມເບິ່ງທົ່ວທຸກທິດຄື: ເໜືອ, ໃຕ້, ຕາເວັນອອກ ແລະຕາເວັນຕົກ. ຈົ່ງເບິ່ງສິ່ງທີ່ເຈົ້າເຫັນໃຫ້ຄັກໆ ເພາະເຈົ້າຈະບໍ່ໄດ້ຂ້າມແມ່ນໍ້າຈໍແດນ ເຂົ້າໄປໃນດິນແດນນັ້ນເປັນເດັດຂາດ.
28
ເຈົ້າຈົ່ງແນະນຳໂຢຊວຍແລະໃຫ້ກຳລັງໃຈລາວ ໃຫ້ເດັດດ່ຽວກ້າຫານຫລາຍຍິ່ງຂຶ້ນ ເພາະລາວຈະຕ້ອງເປັນຜູ້ນຳພາປະຊາຊົນຂ້າມແມ່ນໍ້າຈໍແດນ ເຂົ້າໄປຢຶດຄອງດິນແດນທີ່ເຈົ້າເຫັນຢູ່ນີ້.’
29
ສະນັ້ນ ພວກເຮົາຈຶ່ງໄດ້ຄ້າງຢູ່ຮ່ອມພູ ທີ່ກົງກັນຂ້າມກັບເມືອງເບັດເປອໍ.”
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34