bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 18
Deuteronomy 18
Lao Bible 2012 (ພຣະຄຳພີສັກສິ)
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 19 →
1
“ບັນດາປະໂຣຫິດຈາກເຜົ່າເລວີ ຈະບໍ່ໄດ້ຮັບສ່ວນແບ່ງໃນດິນແດນອິດສະຣາເອນ, ແຕ່ພວກເຂົາຈະດຳລົງຊີວິດຢູ່ໂດຍເຄື່ອງຖວາຍຕ່າງໆ ແລະເຄື່ອງບູຊາອື່ນໆທີ່ປະຊາຊົນນຳມາຖວາຍແກ່ພຣະເຈົ້າຢາເວ.
2
ພວກເຂົາຈະບໍ່ມີທີ່ດິນເປັນຂອງຕົນເອງດັ່ງເຜົ່າອື່ນໆ, ສ່ວນແບ່ງຂອງພວກເຂົາແມ່ນສິດທິແຫ່ງການເປັນປະໂຣຫິດຂອງພຣະເຈົ້າຢາເວ ຕາມທີ່ພຣະອົງໄດ້ສັນຍາໄວ້.
3
ເມື່ອໃດມີການຂ້າງົວແລະແກະເປັນການຖວາຍບູຊາ ບັນດາປະໂຣຫິດຈະໄດ້ຮັບຊີ້ນຂາໜ້າ, ຊີ້ນຄາງ ແລະຊີ້ນໜັງທ້ອງ.
4
ພວກເຂົາຈະໄດ້ຮັບພືດຜົນຫົວປີເປັນສ່ວນແບ່ງເຊັ່ນ: ເຂົ້າ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ ແລະຂົນແກະ.
5
ໃນເຜົ່າທັງໝົດຂອງພວກເຈົ້ານັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກເອົາເຜົ່າເລວີໃຫ້ເປັນປະໂຣຫິດເພື່ອຮັບໃຊ້ພຣະອົງຕະຫລອດໄປ.
6
ຖ້າຊາວເລວີຄົນໃດຕ້ອງການຍ້າຍຈາກເມືອງທີ່ຕົນອາໄສຢູ່ ແລະໄປປະຈຳຢູ່ໃນສະຖານທີ່ພຣະເຈົ້າຢາເວຈັດໄວ້ໃຫ້
7
ລາວກໍຈະເປັນຜູ້ຮັບໃຊ້ນາມຊື່ຂອງພຣະເຈົ້າຢາເວ ພຣະເຈົ້າຂອງລາວຢູ່ທີ່ນັ້ນ ໃນຖານະດຽວກັນກັບຊາວເລວີຄົນອື່ນໆທີ່ໄດ້ຮັບໃຊ້ຢູ່ຕໍ່ໜ້າພຣະເຈົ້າຢາເວກ່ອນແລ້ວ.
8
ລາວຈະໄດ້ຮັບສ່ວນແບ່ງເທົ່າກັນກັບປະໂຣຫິດຄົນອື່ນໆ ແລະຮັກສາສິ່ງຂອງທີ່ຄອບຄົວຂອງລາວຈັດສົ່ງມາໃຫ້ລາວໄດ້.”
9
“ເມື່ອພວກເຈົ້າເຂົ້າໄປໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າປະທານໃຫ້ແລ້ວ ຢ່າປະຕິບັດຕາມທຳນຽມອັນໜ້າກຽດໜ້າຊັງຂອງຊາດຕ່າງໆທີ່ອາໄສຢູ່ທີ່ນັ້ນ.
10
ຢ່າເຜົາບູຊາລູກຊາຍ ລູກສາວຂອງພວກເຈົ້າເທິງແທ່ນບູຊາ ແລະຢ່າໃຫ້ປະຊາຊົນໄປຫາໝໍດູ, ໝໍມໍ, ຫລືສ່ຽງໂຊກ ຫລືເສກມົນຄາຖາຫາສະເໜ່
11
ຫລືໃຊ້ເຄື່ອງແຄ້ວຂອງຄົງແລະໄປປຶກສາໝໍຜີໝໍເຢົາ.
12
ພຣະເຈົ້າຢາເວກຽດຊັງຄົນທີ່ຖືສິ່ງອັນໜ້າລັງກຽດເຫຼົ່ານີ້. ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈຶ່ງກຳລັງຂັບໄລ່ບັນດາຊົນຊາດເຫຼົ່ານີ້ອອກໄປຈາກດິນແດນ ທີ່ພວກເຈົ້າກຳລັງຈະບຸກໜ້າເຂົ້າໄປ.
13
ຈົ່ງສັດຊື່ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢ່າງຄົບຖ້ວນບໍຣິບູນເຖີດ.”
14
ແລ້ວໂມເຊກໍກ່າວວ່າ, “ໃນດິນແດນທີ່ພວກເຈົ້າຈະເຂົ້າໄປຢຶດຄອງນັ້ນ ປະຊາຊົນເຊື່ອໝໍດູ ໝໍມໍແລະສ່ຽງໂຊກ, ແຕ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ບໍ່ໃຫ້ພວກເຈົ້າປະຕິບັດເຊັ່ນນັ້ນ.
15
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະສົ່ງຜູ້ທຳນວາຍຜູ້ໜຶ່ງເໝືອນດັ່ງຂ້າພະເຈົ້ານີ້ ຈາກປະຊາຊົນໃນຊາດຂອງພວກເຈົ້າເອງມາໃຫ້ແທນ ແລະພວກເຈົ້າຕ້ອງເຊື່ອຟັງເພິ່ນ.
16
ໃນມື້ເຕົ້າໂຮມກັນທີ່ພູເຂົາຊີນາຍນັ້ນ ພວກເຈົ້າໄດ້ຂໍຮ້ອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າວ່າ, ‘ຢ່າໃຫ້ໄດ້ຍິນສຽງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາກ່າວ ຫລືເຫັນແປວໄຟທີ່ພຣະອົງສະຖິດຢູ່ນັ້ນອີກຕໍ່ໄປ ຍ້ອນພວກເຈົ້າຢ້ານກົວຈົນເກືອບຈະຕາຍ.’
17
ສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າ, ‘ເປັນຄຳຂໍຮ້ອງທີ່ສະຫລາດແທ້.
18
ເຮົາຈະສົ່ງຜູ້ທຳນວາຍຄົນໜຶ່ງເໝືອນເຈົ້ານີ້ແຫລະ ຈາກປະຊາຊົນໃນຊາດຂອງພວກເຂົາເອງມາໃຫ້; ເຮົາຈະບອກລາວໃນສິ່ງທີ່ຈະກ່າວ ແລະລາວ ຈະບອກປະຊາຊົນທຸກໆສິ່ງຕາມທີ່ເຮົາສັ່ງ.
19
ລາວຈະກ່າວໃນນາມຂອງເຮົາ ແລະເຮົາ ຈະລົງໂທດຜູ້ປະຕິເສດທີ່ຈະເຊື່ອຟັງລາວ.
20
ແຕ່ຖ້າຜູ້ທຳນວາຍຜູ້ໃດບັງອາດກ່າວຖ້ອຍຄຳໃນນາມຂອງເຮົາ ເມື່ອເຮົາບໍ່ໄດ້ສັ່ງໃຫ້ກ່າວ ຫລືກ່າວໃນນາມຂອງບັນດາພະອື່ນລາວຕ້ອງຕາຍ.
21
ພວກເຈົ້າອາດຢາກຮູ້ວ່າເຮັດແນວໃດຈຶ່ງຈະບອກໄດ້ວ່າ ຖ້ອຍຄຳຂອງຜູ້ທຳນວາຍບໍ່ໄດ້ມາຈາກພຣະເຈົ້າຢາເວ?
22
ຖ້າຜູ້ທຳນວາຍຄົນໃດກ່າວໃນນາມຊື່ຂອງພຣະເຈົ້າຢາເວ ແລະສິ່ງທີ່ລາວກ່າວໄປນັ້ນບໍ່ເປັນຄວາມຈິງ ຖ້ອຍຄຳນັ້ນກໍບໍ່ໄດ້ມາຈາກພຣະເຈົ້າຢາເວ. ມັນເປັນຖ້ອຍຄຳທີ່ຜູ້ທຳນວາຍກ່າວໂດຍສິດອຳນາດຂອງຕົນເອງ. ສະນັ້ນ ພວກເຈົ້າບໍ່ຕ້ອງສົນໃຈໃນຄຳເວົ້າຂອງລາວ.”’
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 19 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34