bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 31
Deuteronomy 31
Lao Bible 2012 (ພຣະຄຳພີສັກສິ)
← Chapter 30
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 32 →
1
ໂມເຊໄດ້ສືບຕໍ່ໂອ້ລົມກັບປະຊາຊົນອິດສະຣາເອນ
2
ແລະກ່າວວ່າ, “ດຽວນີ້ອາຍຸຂອງຂ້າພະເຈົ້າກໍໄດ້ 120 ປີແລ້ວ ແລະຂ້າພະເຈົ້າຈະເປັນຜູ້ນຳຂອງພວກເຈົ້າຕໍ່ໄປອີກບໍ່ໄດ້. ນອກຈາກນີ້ອີກ ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າວ່າ ຂ້າພະເຈົ້າຈະບໍ່ໄດ້ຂ້າມແມ່ນໍ້າຈໍແດນໄປ.
3
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະໄປກ່ອນໜ້າພວກເຈົ້າ ແລະພຣະອົງຈະທຳລາຍຊົນຊາດຕ່າງໆທີ່ອາໄສຢູ່ທີ່ນັ້ນ ເພື່ອວ່າພວກເຈົ້າຈະໄດ້ຢຶດຄອງດິນແດນຂອງພວກເຂົາ; ໂຢຊວຍຈະເປັນຜູ້ນຳພາຂອງພວກເຈົ້າ ຕາມທີ່ພຣະເຈົ້າຢາເວໄດ້ບອກໄວ້.
4
ພຣະເຈົ້າຢາເວຈະທຳລາຍປະຊາຊົນເຫຼົ່ານັ້ນ ເໝືອນດັ່ງທີ່ພຣະອົງໄດ້ເອົາຊະນະກະສັດຂອງຊາວອາໂມ ຄືເຈົ້າສີໂຫນແລະເຈົ້າໂອກ ແລະໄດ້ທຳລາຍດິນແດນຂອງພວກເຂົາ.
5
ພຣະເຈົ້າຢາເວຈະໃຫ້ພວກເຈົ້າມີໄຊຊະນະເໜືອພວກເຂົາ ແລະພວກເຈົ້າຕ້ອງເຮັດກັບພວກເຂົາແທ້ໆ ດັ່ງທີ່ຂ້າພະເຈົ້າໄດ້ບອກພວກເຈົ້າ.
6
ຈົ່ງເດັດດ່ຽວແລະກ້າຫານ ຢ່າຢ້ານພວກເຂົາ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຜູ້ສະຖິດຢູ່ກັບພວກເຈົ້າ. ພຣະອົງຈະບໍ່ເຮັດໃຫ້ພວກເຈົ້າຜິດຫວັງ ຫລືປະຖິ້ມພວກເຈົ້າ.”
7
ແລ້ວໂມເຊກໍໄດ້ເອີ້ນໂຢຊວຍເຂົ້າມາຫາ ແລະກ່າວແກ່ລາວຕໍ່ໜ້າປະຊາຊົນອິດສະຣາເອນທັງໝົດວ່າ, “ຈົ່ງເດັດດ່ຽວແລະກ້າຫານ ເຈົ້າຕ້ອງເປັນຜູ້ທີ່ຈະນຳພາປະຊາຊົນເຫຼົ່ານີ້ເຂົ້າໄປຢຶດຄອງດິນແດນທີ່ພຣະເຈົ້າຢາເວໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຮົາ.
8
ພຣະເຈົ້າຢາເວເອງເປັນຜູ້ອອກໜ້າກ່ອນເຈົ້າແລະສະຖິດຢູ່ກັບເຈົ້າ. ພຣະອົງຈະບໍ່ເຮັດໃຫ້ພວກເຈົ້າຜິດຫວັງ ຫລືປະຖິ້ມພວກເຈົ້າ. ສະນັ້ນ ຢ່າທໍ້ຖອຍຫລືຢ້ານກົວເລີຍ.”
9
ດັ່ງນັ້ນ ໂມເຊຈຶ່ງໄດ້ຂຽນກົດບັນຍັດຂອງພຣະເຈົ້າ ແລະມອບໃຫ້ປະໂຣຫິດຊາວເລວີ ທີ່ເປັນຜູ້ຮັບຜິດຊອບຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ແລະມອບໃຫ້ພວກຜູ້ນຳຂອງຊາດອິດສະຣາເອນ.
10
ເພິ່ນໄດ້ສັ່ງພວກເຂົາວ່າ, “ໃນທ້າຍປີຂອງທຸກເຈັດປີໃດ ເມື່ອປີແຫ່ງການຍົກໜີ້ວຽນມາເຖິງ ຈົ່ງອ່ານກົດບັນຍັດນີ້ດ້ວຍສຽງດັງໃນເທດສະການປຸກຕູບຢູ່.
11
ເມື່ອພວກອິດສະຣາເອນທັງໝົດມາຢູ່ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາໃນບ່ອນທີ່ພຣະອົງເລືອກໄວ້. ເຈົ້າຈົ່ງອ່ານກົດບັນຍັດນີ້ຕໍ່ໜ້າປະຊາຊົນອິດສະຣາເອນໃຫ້ຫູຂອງພວກເຂົາໄດ້ຍິນ.
12
ຈົ່ງເອີ້ນທຸກໆຄົນມາເຕົ້າໂຮມກັນເຊັ່ນ: ຜູ້ຊາຍ, ຜູ້ຍິງ, ເດັກນ້ອຍ ແລະຄົນຕ່າງດ້າວທີ່ອາໄສຢູ່ໃນເມືອງຂອງພວກເຈົ້າ ເພື່ອວ່າທຸກຄົນຈະໄດ້ຍິນແລະຮຽນຮູ້ ທີ່ຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະປະຕິບັດຕາມຄຳສັ່ງສອນຂອງພຣະອົງຢ່າງສັດຊື່.
13
ດັ່ງນັ້ນ ພວກລູກຫລານຂອງພວກເຈົ້າຜູ້ທີ່ບໍ່ເຄີຍໄດ້ຍິນກົດບັນຍັດກໍຈະໄດ້ຍິນໄດ້ຟັງແລະຮຽນຮູ້ທີ່ຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຕາບໃດທີ່ພວກເຂົາອາໄສຢູ່ໃນດິນແດນ ທີ່ພວກເຈົ້າກຳລັງຈະຂ້າມແມ່ນໍ້າຈໍແດນເຂົ້າໄປຢຶດຄອງນັ້ນ.”
14
ແລ້ວພຣະເຈົ້າຢາເວກໍໄດ້ບອກໂມເຊວ່າ, “ເຈົ້າຈະມີຊີວິດຢູ່ອີກບໍ່ດົນ. ຈົ່ງເອີ້ນໂຢຊວຍໄປທີ່ຫໍເຕັນບ່ອນຊຸມນຸມເພື່ອວ່າເຮົາຈະໄດ້ແນະນຳລາວ.” ໂມເຊແລະໂຢຊວຍກໍໄດ້ພາກັນໄປທີ່ຫໍເຕັນບ່ອນຊຸມນຸມ.
15
ແລະພຣະເຈົ້າຢາເວກໍໄດ້ປາກົດຕໍ່ພວກເພິ່ນທີ່ນັ້ນ ໃນກ້ອນເມກທາງເຂົ້າຫໍເຕັນ.
16
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ເຈົ້າຈະຕາຍໃນໄວໆນີ້ ແລະຫລັງຈາກເຈົ້າຕາຍໄປແລ້ວປະຊາຊົນກໍຈະບໍ່ສັດຊື່ຕໍ່ເຮົາ ແລະລະເມີດພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບພວກເຂົາ. ພວກເຂົາຈະປະຖິ້ມເຮົາ ແລະໄປຂາບໄຫວ້ບັນດາພະຂອງຊາວຕ່າງຊາດໃນດິນແດນທີ່ພວກເຂົາກຳລັງຈະເຂົ້າໄປຢຶດຄອງນັ້ນ.
17
ເມື່ອສິ່ງນັ້ນເກີດຂຶ້ນ ເຮົາຈະຄຽດຮ້າຍພວກເຂົາ ເຮົາຈະປະຖິ້ມພວກເຂົາແລະພວກເຂົາຈະຖືກທຳລາຍ. ໄພພິບັດອັນຮ້າຍແຮງຫລາຍຢ່າງຈະມາເຖິງພວກເຂົາ ແລ້ວພວກເຂົາຈະຮູ້ແນ່ແທ້ວ່າ ສິ່ງເຫຼົ່ານີ້ທີ່ເກີດຂຶ້ນກັບພວກເຂົາ ກໍຍ້ອນວ່າເຮົາຄືພຣະເຈົ້າຂອງພວກເຂົາບໍ່ຢູ່ນຳພວກເຂົາອີກຕໍ່ໄປ.
18
ເຮົາຈະບໍ່ຍອມຊ່ວຍເຫລືອພວກເຂົາອີກຕໍ່ໄປ ເພາະພວກເຂົາໄດ້ເຮັດຊົ່ວແລະໄດ້ຂາບໄຫວ້ບັນດາພະອື່ນ.
19
ບັດນີ້ ຈົ່ງຂຽນເພງນີ້ໄວ້. ຈົ່ງສອນປະຊາຊົນອິດສະຣາເອນໃຫ້ຮຽນຮ້ອງເພງນັ້ນ ເພື່ອວ່າມັນຈະເປັນຈຸດຢືນແຫ່ງຄວາມຈິງຕໍ່ສູ້ພວກເຂົາ.
20
ເຮົາຈະນຳພວກເຂົາເຂົ້າໄປສູ່ດິນແດນນີ້ທີ່ອຸດົມສົມບູນແລະຮັ່ງມີ ຕາມທີ່ເຮົາໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຂົາ. ໃນທີ່ນັ້ນ ພວກເຂົາຈະມີອາຫານການກິນຕາມຄວາມຕ້ອງການ ແລະພວກເຂົາຈະມີຊີວິດຢູ່ຢ່າງສະໜຸກສຸກສະບາຍ, ແຕ່ພວກເຂົາຈະຫັນໜີໄປຂາບໄຫວ້ບັນດາພະອື່ນ. ພວກເຂົາຈະປະຖິ້ມເຮົາແລະລະເມີດພັນທະສັນຍາຂອງເຮົາ
21
ແລະໄພພິບັດອັນຮ້າຍແຮງຫລາຍຢ່າງຈະມາເຖິງພວກເຂົາ, ແຕ່ຄົນຍັງຈະຮ້ອງເພງນີ້ຢູ່ຕໍ່ໄປ ແລະມັນຈະເປັນຈຸດຢືນແຫ່ງຄວາມຈິງຕໍ່ສູ້ພວກເຂົາ. ແມ່ນແຕ່ເວລານີ້ ກ່ອນເຮົານຳພວກເຂົາເຂົ້າໄປໃນດິນແດນທີ່ເຮົາໄດ້ສັນຍາວ່າຈະມອບໃຫ້ພວກເຂົາ ເຮົາກໍຮູ້ວ່າພວກເຂົາກຳລັງຄິດຢ່າງໃດແລ້ວ.”
22
ໃນມື້ນັ້ນເອງ ໂມເຊໄດ້ປະພັນບົດເພງຂຶ້ນ ແລະສອນໃຫ້ປະຊາຊົນອິດສະຣາເອນ.
23
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ໂຢຊວຍລູກຊາຍຂອງນູນ ໂດຍໄດ້ບອກລາວວ່າ, “ຈົ່ງເດັດດ່ຽວແລະກ້າຫານ ເຈົ້າຈະນຳພາປະຊາຊົນອິດສະຣາເອນເຂົ້າໄປໃນດິນແດນ ທີ່ເຮົາໄດ້ສັນຍາໄວ້ກັບພວກເຂົາແລະເຮົາຈະຢູ່ກັບເຈົ້າ.”
24
ໂມເຊໄດ້ຂຽນກົດບັນຍັດລົງໃນປື້ມຫົວໜຶ່ງ ໂດຍບໍ່ຂາດຈັກຄຳ.
25
ເມື່ອຂຽນສຳເລັດແລ້ວ ເພິ່ນຈຶ່ງກ່າວແກ່ປະໂຣຫິດຊາວເລວີ ຜູ້ທີ່ຮັບຜິດຊອບຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວວ່າ,
26
“ຈົ່ງເອົາປື້ມທີ່ບັນຈຸກົດບັນຍັດນີ້ ໄປໄວ້ຂ້າງຫີບພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເພື່ອວ່າປື້ມນີ້ຈະເປັນພະຍານຕໍ່ສູ້ໄພ່ພົນຂອງພຣະອົງ.
27
ຂ້າພະເຈົ້າຮູ້ວ່າພວກເຂົາດື້ດຶງແລະຄິດຄົດທໍລະຍົດເທົ່າໃດ. ພວກເຂົາໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວໃນລະຫວ່າງທີ່ຂ້າພະເຈົ້າຍັງມີຊີວິດຢູ່ ແລະພວກເຂົາກໍຈະກະບົດຕໍ່ສູ້ພຣະອົງຫລາຍກວ່ານີ້ອີກ ຫລັງຈາກທີ່ຂ້າພະເຈົ້າຕາຍໄປແລ້ວ.
28
ຈົ່ງເອີ້ນຫົວໜ້າເຜົ່າທັງໝົດແລະເຈົ້າໜ້າທີ່ຂອງພວກເຈົ້າ ມາປະຊຸມກັນຢູ່ຊ້ອງໜ້າຂ້າພະເຈົ້າ ເພື່ອວ່າຂ້າພະເຈົ້າຈະໄດ້ບອກສິ່ງເຫຼົ່ານີ້ເປັນບົດເພງສູ່ພວກເຂົາຟັງ; ຂ້າພະເຈົ້າຈະວິງວອນສະຫວັນແລະແຜ່ນດິນໂລກໃຫ້ເປັນພະຍານເພື່ອຕໍ່ສູ້ພວກເຂົາ.
29
ຂ້າພະເຈົ້າຮູ້ວ່າຫລັງຈາກຂ້າພະເຈົ້າຕາຍໄປແລ້ວ ປະຊາຊົນຈະເຮັດຊົ່ວແລະປະຖິ້ມສິ່ງທີ່ຂ້າພະເຈົ້າໄດ້ສັ່ງສອນພວກເຂົາ. ໃນພາຍຄັ້ງໜ້າ ພວກເຂົາຈະພົບກັບໄພພິບັດ ເພາະພວກເຂົາຈະໄດ້ເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍ ໂດຍປະຕິບັດໃນສິ່ງທີ່ພຣະອົງໄດ້ຫ້າມ.”
30
ແລ້ວໂມເຊກໍຮ້ອງບົດເພງທັງໝົດນີ້ໃຫ້ປະຊາຊົນອິດສະຣາເອນຟັງວ່າ,
← Chapter 30
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 32 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34