bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 7
Deuteronomy 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 8 →
1
“ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ນຳພາພວກເຈົ້າໄປສູ່ດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຄອບຄອງ ແລະພຣະອົງຈະຂັບໄລ່ຫລາຍຊົນຊາດໃຫ້ອອກໜີໄປ. ເມື່ອພວກເຈົ້າບຸກເຂົ້າໄປນັ້ນ ພຣະອົງຈະຂັບໄລ່ເຈັດຊົນຊາດໃຫຍ່ ແລະມີອຳນາດກວ່າພວກເຈົ້າອອກໄປ ດັ່ງນີ້: ຊາວຮິດຕີ, ກີກາຊີ, ອາໂມ, ການາອານ, ເປຣີຊີ, ຮີວີ ແລະເຢບຸດ.
2
ແລະເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃຫ້ຊົນຊາດເຫຼົ່ານີ້ ຢູ່ໃຕ້ອຳນາດຂອງພວກເຈົ້າ ແລະພວກເຈົ້າຊະນະພວກເຂົາແລ້ວ ຢ່າໄວ້ຊີວິດຂອງພວກເຂົາເປັນເດັດຂາດ. ຢ່າເຮັດສັນຍາໃດໆກັບພວກເຂົາ ຫລືສະແດງຄວາມເມດຕາຕໍ່ພວກເຂົາເລີຍ.
3
ຢ່າໄດ້ແຕ່ງງານກັບພວກເຂົາ ແລະຢ່າຍອມໃຫ້ລູກຫລານຂອງພວກເຈົ້າ ແຕ່ງງານກັບພວກເຂົາ
4
ເພາະພວກເຂົາຈະພາລູກຫລານຂອງພວກເຈົ້າຫັນໜີຈາກພຣະອົງ ແລະໄປຂາບໄຫວ້ພະອື່ນ. ຖ້າເລື່ອງເຊັ່ນນັ້ນເກີດຂຶ້ນ ພຣະເຈົ້າຢາເວຈະໂກດຮ້າຍພວກເຈົ້າ ແລະທຳລາຍພວກເຈົ້າໃນທັນທີ.
5
ເຫດສະນັ້ນ ຈົ່ງມ້າງແທ່ນບູຊາ, ທັບເສົາຫີນສັກສິດໃຫ້ໝຸ່ນ, ປໍ້າເສົາສັນຍາລັກຂອງເຈົ້າແມ່ອາເຊຣາ ແລະເຜົາຮູບເຄົາຣົບທັງຫລາຍຖິ້ມເສຍ.
6
ຈົ່ງເຮັດເຊັ່ນນີ້ ເພາະວ່າພວກເຈົ້າເປັນພວກບໍຣິສຸດຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈາກໄດ້ເລືອກເອົາພວກເຈົ້າຈາກຊົນຊາດທັງໝົດທົ່ວເທິງແຜ່ນດິນໂລກ ມາເປັນຊົນຊາດພິເສດຂອງພຣະອົງ.
7
ພຣະເຈົ້າຢາເວບໍ່ໄດ້ຮັກພວກເຈົ້າແລະເລືອກເອົາພວກເຈົ້າ ເພາະພວກເຈົ້າມີຈຳນວນຫລາຍກວ່າຊົນຊາດອື່ນ ພວກເຈົ້າເປັນຊົນຊາດໜ້ອຍທີ່ສຸດໃນໂລກ.
8
ແຕ່ພຣະເຈົ້າຢາເວຮັກພວກເຈົ້າ ແລະຕ້ອງການຮັກສາພັນທະສັນຍາຂອງພຣະອົງ ທີ່ໄດ້ເຮັດໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງຊ່ວຍພວກເຈົ້າໃຫ້ພົ້ນດ້ວຍພຣະຫັດອັນຊົງຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ ແລະຊົງໄຖ່ພວກເຈົ້າໃຫ້ອອກຈາກເຮືອນທີ່ເຈົ້າເປັນທາດຮັບໃຊ້ ອອກຈາກເງື້ອມມືຂອງກະສັດຟາໂຣແຫ່ງປະເທດເອຢິບ.
9
ຈົ່ງຈົດຈຳໄວ້ວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າແມ່ນພຣະເຈົ້າແຕ່ອົງດຽວ ແລະພຣະອົງຊົງສັດຊື່ ພຣະອົງຮັກສາພັນທະສັນຍາຂອງພຣະອົງ ແລະສຳແດງຄວາມຮັກອັນໝັ້ນຄົງເຖິງພັນຊົ່ວເຊັ່ນຄົນ ແກ່ພວກທີ່ຮັກພຣະອົງແລະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ,
10
ແຕ່ພຣະອົງຈະບໍ່ລັ່ງເລໃຈທີ່ຈະລົງໂທດພວກທີ່ກຽດຊັງພຣະອົງ.
11
ເຫດສະນັ້ນ ບັດນີ້ຈົ່ງເຊື່ອຟັງສິ່ງທີ່ພວກເຈົ້າໄດ້ຮໍ່າຮຽນມາ ຈົ່ງເຊື່ອຟັງກົດບັນຍັດທຸກຂໍ້ທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າໃນວັນນີ້.”
12
“ຖ້າພວກເຈົ້າເຊື່ອຟັງຂໍ້ຄຳສັ່ງເຫຼົ່ານີ້ແລະປະຕິບັດຕາມຢ່າງສັດຊື່ແລ້ວ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກໍຈະສືບຕໍ່ຮັກສາພັນທະສັນຍາຂອງພຣະອົງກັບພວກເຈົ້າ ແລະພຣະອົງຈະສຳແດງຄວາມຮັກອັນໝັ້ນຄົງຂອງພຣະອົງແກ່ພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ.
13
ພຣະອົງຈະຮັກພວກເຈົ້າແລະຈະອວຍພອນພວກເຈົ້າ ເພື່ອວ່າພວກເຈົ້າຈະມີຈຳນວນຄົນຫລາຍຂຶ້ນແລະມີລູກຫລານຫລາຍ ພຣະອົງຈະອວຍພອນໄຮ່ນາຮົ້ວສວນຂອງພວກເຈົ້າ ເພື່ອວ່າພວກເຈົ້າຈະມີເຂົ້າ, ເຫຼົ້າອະງຸ່ນແລະນໍ້າມັນໝາກກອກເທດ ແລະພຣະອົງຈະອວຍພອນພວກເຈົ້າ ໃຫ້ມີງົວແລະແກະຢ່າງຫລວງຫລາຍ. ພຣະອົງຈະໃຫ້ພວກເຈົ້າໄດ້ຮັບພອນທັງໝົດເຫຼົ່ານີ້ໃນດິນແດນ ທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າວ່າຈະມອບໃຫ້ພວກເຈົ້າ.
14
ບໍ່ມີຊົນຊາດໃດໃນໂລກນີ້ ຈະໄດ້ຮັບພອນຢ່າງຫລວງຫລາຍເໝືອນດັ່ງພວກເຈົ້າ. ບໍ່ມີຄົນໃດແລະສັດໂຕໃດໃນທ່າມກາງພວກເຈົ້າຈະເປັນໝັນ.
15
ພຣະເຈົ້າຢາເວຈະຄຸ້ມຄອງຮັກສາພວກເຈົ້າ ໃຫ້ພົ້ນຈາກການເຈັບໄຂ້ໄດ້ປ່ວຍທຸກຊະນິດ ແລະພຣະອົງຈະບໍ່ນຳພະຍາດອັນຮ້າຍແຮງໃດໆມາຖືກພວກເຈົ້າ ເໝືອນດັ່ງພວກເຈົ້າໄດ້ເຫັນໃນປະເທດເອຢິບ ແຕ່ພຣະອົງຈະນຳພະຍາດເຫຼົ່ານີ້ໄປຖືກເຫຼົ່າສັດຕູຂອງພວກເຈົ້າ.
16
ຈົ່ງທຳລາຍທຸກໆຊົນຊາດທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ມອບໄວ້ໃຕ້ອຳນາດຂອງພວກເຈົ້າ ແລະຢ່າສະແດງຄວາມເມດຕາໃດໆແກ່ພວກເຂົາ. ຢ່າຂາບໄຫວ້ບັນດາພະຂອງພວກເຂົາ ເພາະສິ່ງນັ້ນເປັນການທຳລາຍພວກເຈົ້າເອງ.
17
ຢ່າຄິດເລີຍວ່າຊົນຊາດເຫຼົ່ານີ້ມີຈຳນວນຫລາຍລື່ນພວກເຈົ້າ ແລະພວກເຈົ້າຈະຂັບໄລ່ພວກເຂົາອອກໄປບໍ່ໄດ້.
18
ຢ່າຢ້ານພວກເຂົາເລີຍ ຈົ່ງລະນຶກເຖິງສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດຕໍ່ກະສັດປະເທດເອຢິບແລະຕໍ່ຊາວເອຢິບທັງໝົດ.
19
ຈົ່ງລະນຶກເຖິງໂຣກລະບາດອັນໜ້າຢ້ານກົວ ຊຶ່ງພວກເຈົ້າໄດ້ເຫັນກັບຕາ ການອັດສະຈັນແລະໝາຍສຳຄັນຕ່າງໆ ພ້ອມທັງຣິດທານຸພາບແລະພະລັງ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພາພວກເຈົ້າອອກມາ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະທຳລາຍຊົນຊາດທັງໝົດເຫຼົ່ານີ້ ທີ່ພວກເຈົ້າຢ້ານກົວຢູ່ໃນເວລານີ້.
20
ຍິ່ງໄປກວ່ານີ້ອີກ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເຮັດໃຫ້ພວກເຂົາສັບສົນວຸ້ນວາຍກັນ ແລະຈະທຳລາຍພວກທີ່ປົບໜີໄປຫລົບລີ້ຊ່ອນຕົວຢູ່.
21
ສະນັ້ນ ຢ່າຢ້ານຊົນຊາດເຫຼົ່ານີ້ເລີຍ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສະຖິດຢູ່ທ່າມກາງພວກເຈົ້າ ພຣະອົງເປັນພຣະເຈົ້າຜູ້ຍິ່ງໃຫຍ່ ແລະອົງດຽວທີ່ໜ້າຢ້ານຢຳ.
22
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະຂັບໄລ່ຊົນຊາດເຫຼົ່ານີ້ອອກໄປເທື່ອລະເລັກລະນ້ອຍ ເມື່ອພວກເຈົ້າບຸກໜ້າເຂົ້າໄປ. ພວກເຈົ້າຈະບໍ່ສາມາດທຳລາຍພວກເຂົາໃຫ້ໝົດບາດດຽວໄດ້ ເພາະຖ້າພວກເຈົ້າເຮັດເຊັ່ນນັ້ນ ຈຳນວນສັດປ່າກໍຈະມີຫລາຍຂຶ້ນແລະມັນຈະມາລົບກວນພວກເຈົ້າ.
23
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະເຮັດໃຫ້ເຫຼົ່າສັດຕູຢູ່ໃຕ້ອຳນາດຂອງພວກເຈົ້າ ແລະຈະເຮັດໃຫ້ພວກເຂົາເກີດສັບສົນວຸ້ນວາຍ ຈົນຖືກທຳລາຍໄປໝົດ.
24
ພຣະອົງຈະໃຫ້ບັນດາກະສັດຂອງພວກເຂົາຢູ່ໃຕ້ອຳນາດຂອງພວກເຈົ້າ. ພວກເຈົ້າຈະຂ້າພວກເຂົາແລະບໍ່ມີໃຜຈະຈົດຈຳພວກເຂົາໄດ້ອີກເລີຍ ບໍ່ມີຜູ້ໃດຈະສາມາດຢັບຢັ້ງພວກເຈົ້າໄດ້ ພວກເຈົ້າຈະທຳລາຍພວກເຂົາທຸກຄົນ.
25
ຈົ່ງຈູດຮູບເຄົາຣົບຂອງພວກເຂົາຖິ້ມ. ຢ່າຄິດຢາກໄດ້ເງິນຫລືຄຳທີ່ໃຊ້ໂອບຮູບເຫຼົ່ານັ້ນ ແລະຢ່າເອົາມັນມາເປັນຂອງພວກເຈົ້າ. ຖ້າພວກເຈົ້າຂືນເຮັດ ມັນກໍຈະເປັນອັນຕະລາຍ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຽດຊັງການຂາບໄຫວ້ຮູບເຄົາຣົບ.
26
ຢ່ານຳຮູບເຄົາຣົບໃດໆເຂົ້າໄປໃນບ້ານເຮືອນຂອງພວກເຈົ້າ ເພາະຄຳສາບແຊ່ງທີ່ຢູ່ໃນຮູບເຄົາຣົບນັ້ນຈະຕົກຖືກພວກເຈົ້າ. ພວກເຈົ້າຕ້ອງກຽດຊັງແລະດູໝິ່ນຮູບເຄົາຣົບເຫຼົ່ານີ້ ເພາະມັນຢູ່ໃຕ້ຄຳສາບແຊ່ງແລ້ວ.”
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34