bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Deuteronomy 14
Deuteronomy 14
Lao Bible 2012 (ພຣະຄຳພີສັກສິ)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 15 →
1
“ພວກເຈົ້າເປັນລູກຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ດັ່ງນັ້ນ ຢ່າປາດເນື້ອເຖືອໜັງຕົນເອງ ຫລືແຖຫົວທາງດ້ານໜ້າເມື່ອມີຄົນຕາຍ.
2
ພວກເຈົ້າເປັນພວກບໍຣິສຸດຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ພຣະເຈົ້າຢາເວໄດ້ເລືອກພວກເຈົ້າໃຫ້ເປັນໄພ່ພົນຂອງພຣະອົງຈາກປະຊາຊາດທົ່ວເທິງແຜ່ນດິນໂລກນີ້.”
3
“ຢ່າກິນສິ່ງໃດສິ່ງໜຶ່ງທີ່ໄດ້ຖືວ່າເປັນມົນທິນ.
4
ສັດທີ່ພວກເຈົ້າກິນໄດ້ນັ້ນ ມີດັ່ງນີ້: ງົວ, ແກະ, ແບ້,
5
ກວາງ, ແກະປ່າ, ແບ້ປ່າ ຫລືຟານ
6
ຄືສັດທັງຫລາຍທີ່ມີໂບກຕີນເປັນກີບແລະຄ້ຽວເອື້ອງໄດ້ທຸກຊະນິດ.
7
ແຕ່ຢ່າກິນສັດຊະນິດອື່ນໃດນອກຈາກທີ່ມີໂບກຕີນເປັນກີບແລະຄ້ຽວເອື້ອງໄດ້ເທົ່ານັ້ນ. ຢ່າກິນອູດ, ກະຕ່າຍ ຫລືເໝັ້ນ. ສັດເຫຼົ່ານັ້ນເປັນມົນທິນມັນຄ້ຽວເອື້ອງແຕ່ບໍ່ມີໂບກຕີນເປັນກີບ.
8
ຢ່າກິນໝູເພາະໝູເປັນທີ່ຖືວ່າເປັນມົນທິນ. ມັນບໍ່ຄ້ຽວເອື້ອງ ແຕ່ມີໂບກຕີນເປັນກີບ. ຢ່າກິນສັດເຫຼົ່ານີ້ ແລະຢ່າແຕະຕ້ອງແມ່ນແຕ່ຊາກສົບຂອງມັນ.
9
ພວກເຈົ້າກິນປາທຸກໆຊະນິດທີ່ມີຄີແລະມີເກັດໄດ້
10
ແຕ່ສັດໃດໆທີ່ອາໄສຢູ່ໃນນໍ້າທີ່ບໍ່ມີຄີແລະເກັດ ຢ່າກິນເດັດຂາດເພາະຖືວ່າເປັນມົນທິນ.
11
ສ່ວນນົກຊະນິດທີ່ບໍ່ເປັນມົນທິນນັ້ນເຈົ້າກິນໄດ້.
12
ແຕ່ຢ່າກິນນົກຊະນິດເຫຼົ່ານີ້: ນົກອີນຊີ, ນົກເຄົ້າ, ແຫລວດຳ, ແຫລວຫາງຍາວ, ແຫລວດຳຕາມຊະນິດຂອງມັນ, ແຮ້ງ, ກາ, ນົກກະຈອກເທດ, ນົກນາງນວນ, ນົກກະສາ, ນົກຍາງ, ນົກກະທຸງ, ນົກເປັດ, ນົກຫອນຍາວ ແລະເຈຍ.
19
ແມງໄມ້ທີ່ມີປີກທຸກໆຊະນິດເປັນມົນທິນ ຢ່າກິນສັດເຫຼົ່ານີ້.
20
ແຕ່ພວກເຈົ້າອາດຈະກິນແມງໄມ້ທີ່ບໍ່ເປັນມົນທິນໄດ້.
21
ຢ່າກິນສັດໃດໆທີ່ຕາຍເອງ. ພວກເຈົ້າອາດຈະເອົາໃຫ້ຊາວຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າກິນໄດ້ ຫລືຂາຍໃຫ້ຄົນຕ່າງດ້າວພວກອື່ນໆໄດ້. ສ່ວນພວກເຈົ້າເປັນພວກບໍຣິສຸດຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຢ່າຕົ້ມຊີ້ນລູກແກະຫລືລູກແບ້ດ້ວຍນໍ້ານົມຂອງແມ່ມັນ.”
22
“ຈົ່ງແບ່ງຜົນລະປູກທີ່ໄດ້ຈາກໄຮ່ນາຮົ້ວສວນຂອງພວກເຈົ້າແຕ່ລະປີນັ້ນ ອອກມາເປັນສິບສ່ວນ ແລະຫັກເອົາໜຶ່ງສ່ວນໄວ້.
23
ແລ້ວຈົ່ງໄປທີ່ແຫ່ງດຽວເທົ່ານັ້ນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເລືອກໄວ້ໃຫ້ນະມັດສະການ. ຈົ່ງກິນພືດຜົນເປັນເມັດ, ດື່ມເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດ ລູກຫົວປີຂອງງົວແລະຂອງແກະທີ່ໄດ້ຖືກນຳມາຖວາຍເປັນໜຶ່ງສ່ວນສິບຊ້ອງໜ້າພຣະອົງໃນທີ່ນັ້ນ. ຈົ່ງປະຕິບັດເຊັ່ນນີ້ ເພື່ອວ່າພວກເຈົ້າຈະໄດ້ຮຽນຮູ້ຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຕະຫລອດໄປ.
24
ຖ້າສະຖານທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້ນັ້ນ ຢູ່ໄກຈາກເຮືອນຂອງພວກເຈົ້າໂພດ ສຳລັບນຳເຄື່ອງຖວາຍໜຶ່ງສ່ວນສິບທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ອວຍພອນນັ້ນ ໃຫ້ປະຕິບັດດັ່ງນີ້:
25
ຈົ່ງຂາຍພືດຜົນນັ້ນ ແລະນຳເງິນໄປບ່ອນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້.
26
ແລ້ວຈົ່ງຊື້ສິ່ງທີ່ພວກເຈົ້າຕ້ອງການ ເຊັ່ນ: ງົວ, ແກະ, ເຫຼົ້າອະງຸ່ນ ແລະເຄື່ອງດື່ມອື່ນໆ. ໃຫ້ພວກເຈົ້າກັບໄທເຮືອນຂອງພວກເຈົ້າກິນແລະດື່ມຢ່າງຊົມຊື່ນຍິນດີ ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນທີ່ນັ້ນ.
27
ຢ່າໄດ້ປ່ອຍປະຊາວເລວີທີ່ອາໄສຢູ່ໃນເມືອງຕ່າງໆຂອງພວກເຈົ້າ ເພາະພວກເຂົາບໍ່ມີຊັບສົມບັດໃດໆເລີຍເປັນຂອງຕົນເອງ.
28
ທຸກໆທ້າຍສາມປີໃດ ໃຫ້ພວກເຈົ້ານຳໜຶ່ງສ່ວນສິບພືດຜົນທັງໝົດຂອງພວກເຈົ້າ ມາໄວ້ຢູ່ໃນເມືອງ.
29
ອາຫານນີ້ແມ່ນສຳລັບພວກເລວີ ໃນເມື່ອພວກເຂົາບໍ່ມີຊັບສົມບັດໃດໆເປັນຂອງຕົນເອງ ແລະສຳລັບຊາວຕ່າງດ້າວ ລູກກຳພ້າ ແລະແມ່ໝ້າຍທີ່ອາໄສຢູ່ໃນເມືອງຕ່າງໆຂອງພວກເຈົ້າ. ພວກເຂົາຈະໄດ້ມາຮັບເອົາໄປກິນຕາມຄວາມຕ້ອງການຂອງພວກເຂົາ. ຈົ່ງປະຕິບັດເຊັ່ນນີ້ ແລ້ວພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກໍຈະອວຍພອນທຸກໆສິ່ງທີ່ພວກເຈົ້າເຮັດ.”
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34