bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 10
Numbers 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 11 →
1
ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ,
2
“ຈົ່ງເອົາເງິນມາເຮັດແກສອງອັນ ເພື່ອໃຊ້ເອີ້ນປະຊາຊົນມາປະຊຸມ ແລະເອີ້ນໃຫ້ມ້າງຄ້າຍ.
3
ເມື່ອແກທັງສອງດັງສຽງຍາວໆ ໃຫ້ຊຸມຊົນທັງໝົດມາປະຊຸມກັນກັບເຈົ້າ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
4
ແຕ່ເມື່ອແກດຽວດັງຂຶ້ນ ໃຫ້ບັນດາຫົວໜ້າຕະກຸນຕ່າງໆມາປະຊຸມກັນກັບເຈົ້າ.
5
ເມື່ອສຽງແກດັງສັ້ນໆ ໃຫ້ເຜົ່າຕ່າງໆທີ່ຕັ້ງຄ້າຍຢູ່ທາງທິດຕາເວັນອອກຍົກອອກໄປ.
6
ເມື່ອສຽງແກດັງສັ້ນໆເທື່ອທີສອງ ໃຫ້ເຜົ່າທັງຫລາຍທີ່ຕັ້ງຢູ່ທາງໃຕ້ຍົກອອກໄປ. ສະນັ້ນ ສຽງແກສັ້ນໆຈຶ່ງເປັນສັນຍານໃຫ້ຍົກຍ້າຍຄ້າຍພັກ,
7
ແຕ່ເພື່ອໃຫ້ຊຸມຊົນມາປະຊຸມກັນ ໃຫ້ເປົ່າແກສຽງດັງຍາວໆ.
8
ໃຫ້ພວກລູກຊາຍຂອງປະໂຣຫິດອາໂຣນ ເປັນຜູ້ເຮັດໜ້າທີ່ເປົ່າແກນີ້. ໃຫ້ຊາວອິດສະຣາເອນທຸກຊົ່ວເຊັ່ນຄົນໃນພາຍຄັ້ງໜ້າ ຢຶດຖືຂໍ້ບັງຄັບດັ່ງຕໍ່ໄປນີ້:
9
ເມື່ອອອກໄປເຮັດເສິກໃນດິນແດນຂອງພວກເຈົ້າທີ່ສັດຕູເຂົ້າມາໂຈມຕີ ຈົ່ງເປົ່າແກນີ້ເປັນສັນຍານສູ້ຮົບ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະລະນຶກຄິດເຖິງພວກເຈົ້າ ແລະຈະຊ່ວຍພວກເຈົ້າໃຫ້ພົ້ນຈາກເຫຼົ່າສັດຕູທັງຫລາຍ.
10
ໃນໂອກາດມ່ວນຊື່ນເບີກບານເຊັ່ນ: ວັນສະຫລອງເທດສະການຕ່າງໆແລະເດືອນອອກໃໝ່ ເມື່ອພວກເຈົ້າຖວາຍເຄື່ອງບູຊາດ້ວຍໄຟ ແລະຖວາຍເພື່ອຄວາມສາມັກຄີທຳ ກໍໃຫ້ເປົ່າແກສຽງດັງກ້ອງສະໜັ່ນ. ການສະຫລອງເທດສະການຕ່າງໆນັ້ນຈະເປັນທີ່ລະນຶກຄິດເຖິງພວກເຈົ້າຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
11
ໃນວັນທີຊາວຂອງເດືອນທີສອງໃນປີທີສອງ ເມກທີ່ຢູ່ເທິງຫໍເຕັນສັກສິດ ກໍໄດ້ລອຍຂຶ້ນໄປ
12
ແລະຊາວອິດສະຣາເອນໄດ້ເລີ່ມອອກເດີນທາງຈາກຖິ່ນແຫ້ງແລ້ງກັນດານຊີນາຍ. ເມກນັ້ນໄດ້ມາຢຸດຢູ່ທີ່ຖິ່ນແຫ້ງແລ້ງກັນດານປາຣານ.
13
ແມ່ນຄັ້ງທຳອິດ ທີ່ປະຊາຊົນອິດສະຣາເອນໄດ້ມ້າງຄ້າຍຍົກອອກໄປ ຕາມຄຳສັ່ງຂອງພຣະເຈົ້າຢາເວໂດຍຜ່ານທາງໂມເຊ,
14
ແຕ່ລະເທື່ອທີ່ຍົກຍ້າຍນັ້ນ ພວກເຂົາກໍຍົກຍ້າຍຕາມລະບຽບດຽວກັນ. ພວກທີ່ຢູ່ໃຕ້ທຸງໄຊປະຈຳກອງພົນຂອງເຜົ່າຢູດາອອກເດີນທາງກ່ອນ ຄືຍ້າຍອອກໄປເທື່ອລະກອງຮ້ອຍ ໂດຍແມ່ນນາໂຊນລູກຊາຍຂອງອຳມີນາດາບ ເປັນຜູ້ບັນຊາການ.
15
ເນທາເນນລູກຊາຍຂອງຊູອາ ເປັນຜູ້ບັນຊາການເຜົ່າອິດຊາຄາ
16
ແລະເອລີອາບລູກຊາຍຂອງເຮໂລນເປັນຜູ້ບັນຊາການເຜົ່າເຊບູໂລນ.
17
ເວລາມ້າງຫໍເຕັນສັກສິດແລ້ວໆ ຕະກຸນຂອງເກໂຊນແລະເມຣາຣີ ຈະເປັນພວກແບກຫາມຫໍເຕັນສັກສິດອອກເດີນທາງໄປ.
18
ຕໍ່ມາ ພວກທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງເຜົ່າຣູເບັນກໍເລີ່ມອອກເດີນທາງ ໂດຍແມ່ນເອລີຊູລູກຊາຍຂອງເຊເດອູເຣ ເປັນຜູ້ບັນຊາການ.
19
ເຊລູມີເອນລູກຊາຍຂອງຊູຣິດຊັດດາຍ ເປັນຜູ້ບັນຊາການເຜົ່າຊີເມໂອນ
20
ແລະເອລີອາສັບລູກຊາຍຂອງດູເອນ ເປັນຜູ້ບັນຊາການເຜົ່າກາດ.
21
ແລ້ວຊາວເລວີໃນຕະກຸນໂກຮາດທີ່ເປັນພວກແບກຫາມເຄື່ອງສັກສິດ ກໍເລີ່ມອອກເດີນທາງ. ເມື່ອພວກນີ້ໄດ້ເດີນທາງໄປຮອດຄ້າຍພັກໃໝ່ແລ້ວ ພວກອື່ນໆທີ່ໄປກ່ອນກໍໄດ້ຕັ້ງຫໍເຕັນສັກສິດຂຶ້ນເປັນທີ່ຮຽບຮ້ອຍແລ້ວ.
22
ຕໍ່ມາ ພວກທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງເຜົ່າເອຟຣາອິມ ກໍເລີ່ມອອກເດີນທາງ ເທື່ອລະກອງຮ້ອຍໂດຍມີເອລີຊາມາລູກຊາຍຂອງອາມມີຮຸດ ເປັນຜູ້ບັນຊາການ.
23
ກາມາລີເອນລູກຊາຍຂອງເປດາຊູເປັນຜູ້ບັນຊາການເຜົ່າມານາເຊ
24
ແລະອາບີດານລູກຊາຍຂອງກີເດໂອນີ ເປັນຜູ້ບັນຊາການເຜົ່າເບັນຢາມິນ.
25
ສຸດທ້າຍໃຫ້ພວກທີ່ຢູ່ໃຕ້ທຸງໄຊປະຈຳກອງພົນຂອງເຜົ່າດານ ທີ່ເປັນໜ່ວຍປ້ອງກັນດ້ານຫລັງຂອງທຸກໆກອງພົນເລີ່ມອອກເດີນທາງ ເທື່ອລະກອງຮ້ອຍ ໂດຍມີອາຮີເອເຊລູກຊາຍຂອງອຳມີຊັດດາຍ ເປັນຜູ້ບັນຊາການ.
26
ປາກີເອນລູກຊາຍຂອງອົກກະຣັນ ເປັນຜູ້ບັນຊາການເຜົ່າອາເຊ
27
ແລະອາຮີຣາລູກຊາຍຂອງເອນັນ ເປັນຜູ້ບັນຊາການເຜົ່າເນັບທາລີ.
28
ອັນນີ້ ແມ່ນລະບຽບການຍົກຍ້າຍຂະບວນໄປຕາມລຳດັບເທື່ອລະກອງຮ້ອຍ ໃນເວລາໃດທີ່ຊາວອິດສະຣາເອນມ້າງຫລືຕັ້ງຄ້າຍຂຶ້ນໃໝ່.
29
ແລ້ວໂມເຊກໍໄດ້ເຊີນໂຮບັບ ລູກຊາຍຂອງເຢທະໂຣຊາວມີດີອານ ຜູ້ເປັນລູງຂອງຕົນວ່າ, “ພວກເຮົາກຳລັງຈະອອກເດີນທາງໄປສູ່ດິນແດນທີ່ພຣະເຈົ້າຢາເວໄດ້ບອກໄວ້ວ່າຈະມອບໃຫ້. ພຣະເຈົ້າຢາເວໄດ້ສັນຍາວ່າ ຈະບັນດານໃຫ້ຊາວອິດສະຣາເອນຈະເລີນຮຸ່ງເຮືອງຂຶ້ນ; ສະນັ້ນ ຈົ່ງໄປກັບພວກເຮົາເທາະ ແລະພວກເຮົາຈະແບ່ງປັນຄວາມຈະເລີນຮຸ່ງເຮືອງນັ້ນໃຫ້ແກ່ເຈົ້າດ້ວຍ.”
30
ໂຮບັບຕອບວ່າ, “ບໍ່ໄປດອກ ຂ້ອຍຈະກັບຄືນສູ່ບ້ານເກີດເມືອງນອນຂອງຂ້ອຍ.”
31
ໂມເຊຂໍຮ້ອງວ່າ, “ຢ່າໜີໄປປະພວກເຮົາເລີຍ ເຈົ້າຮູ້ຈັກດີວ່າ ບ່ອນໃດທີ່ພວກເຮົາຄວນຈະຕັ້ງຄ້າຍພັກຢູ່ໃນຖິ່ນແຫ້ງແລ້ງກັນດານ ແລະເຈົ້າກໍເປັນຜູ້ນຳທາງພວກເຮົາໄດ້.
32
ຖ້າເຈົ້າຫາກໄປກັບພວກເຮົາ ພວກເຮົາຈະແບ່ງປັນພຣະພອນທຸກຢ່າງໃຫ້ເຈົ້າ ຕາມທີ່ພຣະເຈົ້າຢາເວໂຜດໃຫ້ພວກເຮົາ.”
33
ເມື່ອປະຊາຊົນອອກຈາກພູເຂົາຂອງພຣະເຈົ້າຢາເວໄປນັ້ນ ພວກເຂົາໄດ້ເດີນທາງເປັນເວລາສາມວັນ. ພວກເຂົາຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວອອກໜ້າໄປກ່ອນ ເພື່ອຊອກຫາບ່ອນຕັ້ງຄ້າຍພັກ.
34
ເມື່ອພວກເຂົາຍ້າຍອອກຈາກຄ້າຍພັກເທື່ອໃດ ກ້ອນເມກຂອງພຣະເຈົ້າຢາເວກໍຢູ່ເທິງພວກເຂົາເທື່ອນັ້ນ.
35
ທຸກເທື່ອທີ່ພວກເຂົາຍົກຍ້າຍຫີບພັນທະສັນຍາອອກເດີນທາງໄປນັ້ນ ໂມເຊຕ້ອງໄດ້ກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລຸກຂຶ້ນເທີ້ນ ໂຜດບັນດານໃຫ້ເຫຼົ່າສັດຕູຂອງພຣະອົງແຕກກະຈັດກະຈາຍ ແລະໃຫ້ຜູ້ທີ່ກຽດຊັງພຣະອົງປົບໜີ.”
36
ແລະເມື່ອໃດທີ່ພວກເຂົາຢຸດເດີນທາງ ເພິ່ນຕ້ອງເວົ້າວ່າ, “ຂ້າແດ່ພຣະເຈົ້າຢາເວ ໂຜດກັບມາຫາຄອບຄົວຊາວອິດສະຣາເອນທີ່ມີເປັນໝື່ນໆເຖີດ.”
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36