bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 9
Numbers 9
Lao Bible 2012 (ພຣະຄຳພີສັກສິ)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 10 →
1
ພຣະເຈົ້າຢາເວໄດ້ສັ່ງໂມເຊຢູ່ໃນຖິ່ນແຫ້ງແລ້ງກັນດານຊີນາຍ ເມື່ອເດືອນທີໜຶ່ງຂອງປີທີສອງ ຫລັງຈາກທີ່ປະຊາຊົນອິດສະຣາເອນໄດ້ອອກຈາກປະເທດເອຢິບ. ພຣະອົງກ່າວວ່າ,
2
“ໃນວັນທີສິບສີ່ ຂອງເດືອນນີ້ ຕັ້ງແຕ່ຕາເວັນຕົກດິນໄປ ໃຫ້ປະຊາຊົນອິດສະຣາເອນສະຫລອງປັດສະຄາ ຕາມລະບຽບການແລະກົດເກນທຸກຢ່າງທີ່ໄດ້ກຳນົດໄວ້.”
4
ສະນັ້ນ ໂມເຊຈຶ່ງໄດ້ບອກປະຊາຊົນອິດສະຣາເອນໃຫ້ສະຫລອງປັດສະຄາ.
5
ແລະໃນຕອນແລງຂອງວັນທີສິບສີ່ເດືອນທີໜຶ່ງ ພວກເຂົາໄດ້ຈັດພິທີຂຶ້ນຢູ່ໃນຖິ່ນແຫ້ງແລ້ງກັນດານຊີນາຍ. ປະຊາຊົນໄດ້ປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ທຸກປະການ.
6
ແຕ່ໄດ້ມີປະຊາຊົນບາງຄົນທີ່ເປັນມົນທິນ ຍ້ອນພວກເຂົາໄດ້ແຕະຕ້ອງຊາກສົບ ແລະພວກເຂົາບໍ່ສາມາດສະຫລອງປັດສະຄາໃນມື້ນັ້ນໄດ້. ພວກເຂົາຈຶ່ງໄດ້ໄປຖາມໂມເຊແລະອາໂຣນ
7
ແລະກ່າວວ່າ, “ພວກເຮົາເປັນມົນທິນຍ້ອນພວກເຮົາໄດ້ແຕະຕ້ອງຊາກສົບ, ແຕ່ເປັນຫຍັງພວກເຮົາຈຶ່ງຖືກຍົກເວັ້ນຈາກການຖວາຍບູຊາແກ່ພຣະເຈົ້າຢາເວ ກັບຊາວອິດສະຣາເອນຄົນອື່ນໆ?”
8
ໂມເຊຈຶ່ງຕອບວ່າ, “ຈົ່ງລໍຖ້າຈົນກວ່າຂ້າພະເຈົ້າໄດ້ຮັບຄຳແນະນຳ ຈາກພຣະເຈົ້າຢາເວກ່ຽວກັບເລື່ອງນີ້.”
9
ພຣະເຈົ້າຢາເວໄດ້ບອກໂມເຊ
10
ໃຫ້ກ່າວແກ່ປະຊາຊົນອິດສະຣາເອນດັ່ງນີ້: “ເມື່ອຜູ້ໃດໃນພວກເຈົ້າ ຫລືລູກຫລານຂອງພວກເຈົ້າເປັນມົນທິນ ຍ້ອນແຕະຕ້ອງຊາກສົບຫລືຍ້ອນເດີນທາງໄກ ແຕ່ຍັງຕ້ອງການທີ່ຈະຖືປັດສະຄາຖວາຍແກ່ພຣະເຈົ້າຢາເວຢູ່
11
ຈົ່ງໃຫ້ພວກເຂົາສະຫລອງພິທີນີ້ໄດ້ເດືອນໜຶ່ງຕໍ່ມາ ຄືໃນຕອນແລງຂອງວັນທີສິບສີ່ຂອງເດືອນທີສອງ ຈົ່ງສະຫລອງພິທີນັ້ນດ້ວຍການກິນເຂົ້າຈີ່ບໍ່ມີເຊື້ອແປ້ງກັບຜັກຂົມ.
12
ຢ່າປະອາຫານໃດໆເຫຼືອໄວ້ຮອດມື້ອື່ນເຊົ້າ ແລະຢ່າຫັກກະດູກໃດໆຂອງສັດ. ຈົ່ງສະຫລອງປັດສະຄານີ້ຕາມລະບຽບທຸກຢ່າງທີ່ໄດ້ວາງໄວ້.
13
ແຕ່ຖ້າຜູ້ໃດຜູ້ໜຶ່ງຫາກບໍ່ເປັນມົນທິນແລະບໍ່ໄດ້ເດີນທາງໄກ, ຜູ້ນັ້ນບໍ່ໄດ້ຖືປັດສະຄາ, ກໍຢ່າຖືລາວວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ ເພາະລາວບໍ່ໄດ້ຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວຕາມກຳນົດທີ່ໄດ້ຖືກວາງໄວ້. ລາວຕ້ອງຮັບຜົນບາບກຳທີ່ຕົນໄດ້ກະທຳນັ້ນ.
14
ຖ້າຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ ຫາກຢາກຖືປັດສະຄາຂອງພຣະເຈົ້າຢາເວ ເຂົາຕ້ອງຖືຕາມລະບຽບການແລະກົດເກນທຸກຢ່າງ. ຈົ່ງໃຊ້ກົດບັນຍັດນີ້ສຳລັບທຸກໆຄົນ ບໍ່ວ່າເປັນຄົນອິດສະຣາເອນຫລືຄົນຕ່າງດ້າວກໍຕາມ.”
15
ໃນມື້ຕັ້ງຫໍເຕັນສັກສິດ, ໄດ້ມີເມກມາປົກຄຸມຫໍເຕັນສັກສິດ, ຫໍເຕັນແຫ່ງພັນທະສັນຍາ. ແຕ່ຕອນກາງຄືນເມກໄດ້ປົກຄຸມຫໍເຕັນສັກສິດຈົນເຖິງຕອນເຊົ້າ. ແລະກາງຄືນເບິ່ງຄືໄຟ.
17
ເມື່ອໃດເມກລອຍຂຶ້ນໄປ ປະຊາຊົນອິດສະຣາເອນໄດ້ມ້າງຄ້າຍພັກເມື່ອນັ້ນ ແລະພວກເຂົາກໍຕັ້ງຄ້າຍພັກໃໝ່ອີກໃນບ່ອນທີ່ເມກລອຍລົງມາ.
18
ປະຊາຊົນໄດ້ມ້າງຄ້າຍພັກແລະຕັ້ງຄ້າຍພັກ ຕາມຄຳສັ່ງຂອງພຣະເຈົ້າຢາເວ. ຕາບໃດທີ່ເມກຍັງປົກຄຸມຫໍເຕັນສັກສິດຢູ່ ພວກເຂົາກໍຢູ່ໃນຄ້າຍພັກບ່ອນເກົ່າ.
19
ເມື່ອເມກປົກຄຸມຫໍເຕັນສັກສິດເປັນເວລານານ ພວກເຂົາຕ້ອງເຊື່ອຟັງພຣະເຈົ້າຢາເວແລະບໍ່ໄດ້ເຄື່ອນຍ້າຍໄປໃສ.
20
ບາງເທື່ອເມກໄດ້ປົກຄຸມຢູ່ເທິງຫໍເຕັນສັກສິດ ພຽງແຕ່ບໍ່ເທົ່າໃດວັນເທົ່ານັ້ນ; ໃນກໍລະນີໃດກໍຕາມ ພວກເຂົາຈະຢູ່ຕາມທີ່ພຣະເຈົ້າຢາເວສັ່ງຫລືຍົກຍ້າຍໄປກໍແມ່ນພຣະເຈົ້າຢາເວເປັນຜູ້ສັ່ງການ.
21
ບາງເທື່ອເມກໄດ້ປົກຄຸມຢູ່ພຽງຕອນແລງຫາຕອນເຊົ້າເທົ່ານັ້ນ ພວກເຂົາກໍຍົກຍ້າຍທັນທີ ທີ່ເມກລອຍຂຶ້ນໄປ ເມກລອຍຂຶ້ນເມື່ອໃດ ພວກເຂົາກໍຍົກຍ້າຍໄປເມື່ອນັ້ນ.
22
ບໍ່ວ່າຈະເປັນສອງມື້, ໜຶ່ງເດືອນ, ໜຶ່ງປີ ຫລືດົນນານກໍຕາມ, ຕາບໃດທີ່ເມກປົກຄຸມຫໍເຕັນສັກສິດຢູ່ ພວກເຂົາກໍຈະບໍ່ຍົກຍ້າຍໄປໃສເປັນເດັດຂາດ, ແຕ່ເມື່ອໃດທີ່ເມກລອຍຂຶ້ນໄປແລ້ວ ເມື່ອນັ້ນພວກເຂົາກໍຕ້ອງຍົກຍ້າຍໂລດ.
23
ພວກເຂົາຕັ້ງຄ້າຍພັກຕາມຄຳສັ່ງຂອງພຣະເຈົ້າຢາເວ, ຫລືມ້າງຄ້າຍພັກກໍຕາມຄຳສັ່ງຂອງພຣະເຈົ້າຢາເວ. ພວກເຂົາໄດ້ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ, ຕາມທີ່ພຣະເຈົ້າຢາເວໄດ້ບອກຜ່ານທາງໂມເຊ.
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36