bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 6
Numbers 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 7 →
1
ພຣະເຈົ້າຢາເວໄດ້ສັ່ງໂມເຊວ່າ,
2
“ຈົ່ງກ່າວແກ່ປະຊາຊົນອິດສະຣາເອນວ່າ, ຊາຍຫລືຍິງຄົນໃດທີ່ບະບົນຕົນເອງເປັນພິເສດວ່າ ຈະເປັນຄົນນາຊີຣີແລະອຸທິດຕົນໃຫ້ແກ່ພຣະເຈົ້າຢາເວ
3
ຈະຕ້ອງບໍ່ດື່ມເຫຼົ້າອະງຸ່ນ ຫລືເຫຼົ້າ. ລາວຈະຕ້ອງບໍ່ດື່ມເຄື່ອງດື່ມຊະນິດໃດໆ ທີ່ເຮັດດ້ວຍໝາກອະງຸ່ນຫລືກິນໝາກອະງຸ່ນສົດຫລືແຫ້ງ.
4
ຕາບໃດທີ່ລາວຍັງເປັນຄົນນາຊີຣີຢູ່ ລາວຈະຕ້ອງບໍ່ກິນສິ່ງໃດທີ່ມາຈາກໝາກອະງຸ່ນ ແມ່ນແຕ່ແນວປູກແລະເປືອກຂອງມັນກໍຕາມ.
5
ໃນລະຫວ່າງທີ່ອຸທິດຕົນເປັນຄົນນາຊີຣີຢູ່ນັ້ນ ລາວຈະຕ້ອງບໍ່ຕັດຜົມຫລືແຖໜວດ. ລາວຈະຕ້ອງຢູ່ໃຕ້ຄຳບະບົນຕົວຕະຫລອດເວລາທີ່ວ່າ ຈະອຸທິດຕົນໃຫ້ແກ່ພຣະເຈົ້າຢາເວ ແລະລາວຈະຕ້ອງຈົ່ງຜົມແລະຈົ່ງໜວດຂອງຕົນ.
6
ຜົມຂອງລາວເປັນເຄື່ອງໝາຍຂອງການອຸທິດຕົນໃຫ້ແກ່ພຣະເຈົ້າຢາເວ. ສະນັ້ນ ລາວຈຶ່ງຈະຕ້ອງບໍ່ປະພຶດຕົນໃຫ້ເປັນມົນທິນໂດຍເຂົ້າໄປໃກ້ຊາກສົບ ບໍ່ວ່າຂອງພໍ່ແມ່ຫລືອ້າຍເອື້ອຍນ້ອງຂອງຕົນກໍຕາມ.
8
ຕາບໃດທີ່ລາວຍັງເປັນຄົນນາຊີຣີຢູ່ ລາວຈະຕ້ອງປະພຶດຕົນຢ່າງບໍຣິສຸດໃຫ້ແກ່ພຣະເຈົ້າຢາເວ.
9
ຖ້າມີຄົນໜຶ່ງຫາກຕາຍຢ່າງກະທັນຫັນຢູ່ໃກ້ຄົນນາຊີຣີ ອັນເປັນເຫດໃຫ້ຜົມອັນສັກສິດຂອງລາວເປັນມົນທິນ ລາວຕ້ອງຄອຍຖ້າເຈັດວັນກ່ອນຈຶ່ງຕັດຜົມແລະແຖໜວດໄດ້. ແລ້ວລາວກໍຈະເປັນມົນທິນຕາມກົດບັນຍັດ.
10
ໃນວັນທີແປດ ລາວຈະຕ້ອງນຳນົກເຂົາຫລືນົກກາງແກແນວລະສອງໂຕ ມາໃຫ້ປະໂຣຫິດທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
11
ປະໂຣຫິດຈະຕ້ອງຖວາຍໂຕໜຶ່ງເພື່ອເປັນການລຶບລ້າງບາບ ແລະອີກໂຕໜຶ່ງຈະຕ້ອງເຜົາບູຊາເພື່ອປະກອບພິທີຊຳລະຕົວໃຫ້ບໍຣິສຸດ ຍ້ອນແຕະຕ້ອງຊາກສົບ. ນັບແຕ່ວັນນັ້ນເປັນຕົ້ນໄປ ຊາຍຄົນນີ້ຈະຮັກສາຜົມຂອງລາວໃຫ້ສັກສິດອີກໃໝ່
12
ແລະຈະຕ້ອງອຸທິດຕົນໃຫ້ແກ່ພຣະເຈົ້າຢາເວ ເປັນຄົນນາຊີຣີອີກຕາມເວລາທີ່ໄດ້ກຳນົດໄວ້. ການອຸທິດຕົນໃນຄັ້ງກ່ອນນັ້ນໃຊ້ການບໍ່ໄດ້ ເພາະວ່າຜົມອັນສັກສິດຂອງລາວເປັນມົນທິນ. ເພື່ອເປັນການໃຊ້ແທນຄືນ ລາວຈະຕ້ອງນຳແກະເຖິກໂຕໜຶ່ງອາຍຸໜຶ່ງປີມາຖວາຍ.
13
ເມື່ອຄົບກຳນົດບະບົນແລ້ວ ຄົນນາຊີຣີຈະຕ້ອງປະກອບພິທີຕາມກົດບັນຍັດ ລາວຈະຕ້ອງໄປທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ
14
ແລະຖວາຍສັດສາມໂຕທີ່ມີສຸຂະພາບດີແລະບໍ່ມີຕຳໜິ ໃຫ້ແກ່ພຣະເຈົ້າຢາເວດັ່ງນີ້: ແກະເຖິກໂຕໜຶ່ງອາຍຸໜຶ່ງປີເພື່ອເຜົາບູຊາ, ແກະແມ່ໂຕໜຶ່ງອາຍຸໜຶ່ງປີເພື່ອລຶບລ້າງບາບ ແລະແກະເຖິກໂຕໜຶ່ງເພື່ອຄວາມສາມັກຄີທຳ.
15
ລາວຈະຕ້ອງຖວາຍເຂົ້າຈີ່ບໍ່ມີເຊື້ອແປ້ງອີກກະຕ່າໜຶ່ງຄື: ເຂົ້າໜົມເປັນແຜ່ນໜາໆທີ່ເຮັດດ້ວຍແປ້ງປະສົມກັບນໍ້າມັນໝາກກອກເທດ, ເຂົ້າໜົມເປັນແຜ່ນບາງໆທີ່ປົນກັບນໍ້າມັນໝາກກອກເທດ ແລະນອກຈາກນີ້ຍັງຈະຖວາຍພືດຜົນເປັນເມັດ ແລະເຫຼົ້າອະງຸ່ນຕາມກຳນົດອີກດ້ວຍ.
16
ປະໂຣຫິດຈະຕ້ອງຖວາຍສິ່ງທັງໝົດເຫຼົ່ານັ້ນຕໍ່ໜ້າພຣະເຈົ້າຢາເວ ພ້ອມທັງຖວາຍເຄື່ອງລຶບລ້າງບາບແລະເຄື່ອງບູຊາດ້ວຍໄຟ.
17
ເພິ່ນຈະຕ້ອງຖວາຍແກະເຖິກ ໃຫ້ແກ່ພຣະເຈົ້າຢາເວເພື່ອຄວາມສາມັກຄີທຳ ພ້ອມກັບກະຕ່າເຂົ້າຈີ່ນັ້ນ; ເພິ່ນຈະຕ້ອງຖວາຍພືດຜົນເປັນເມັດແລະເຫຼົ້າອະງຸ່ນອີກດ້ວຍ.
18
ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ຄົນນາຊີຣີຈະແຖຫົວຂອງຕົນແລະເອົາຜົມໄປຈູດໄຟ ທີ່ກຳລັງໄໝ້ເຄື່ອງຖວາຍບູຊາເພື່ອຄວາມສາມັກຄີທຳຢູ່ນັ້ນ.
19
ແລ້ວປະໂຣຫິດກໍຈະເອົາຊີ້ນຂາໜ້າຂອງແກະເຖິກ ທີ່ຕົ້ມສຸກແລ້ວ ພ້ອມທັງເຂົ້າໜົມໜາແຜ່ນໜຶ່ງແລະເຂົ້າໜົມບາງແຜ່ນໜຶ່ງ ໄປໃສ່ມືຂອງຄົນນາຊີຣີ.
20
ຕໍ່ມາ ປະໂຣຫິດຈະຖວາຍສິ່ງເຫຼົ່ານີ້ ເປັນເຄື່ອງຖວາຍບູຊາດ້ວຍໄຟແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ; ສິ່ງເຫຼົ່ານັ້ນ ເປັນເຄື່ອງຖວາຍອັນສັກສິດສຳລັບປະໂຣຫິດ ນອກຈາກສ່ວນທຳມະດາທີ່ເພິ່ນໄດ້ຮັບຕາມກົດບັນຍັດຄື: ຊີ້ນໜ້າເອິກແລະຂາຂອງແກະເຖິກ. ຫລັງຈາກນັ້ນ ຄົນນາຊີຣີຈຶ່ງດື່ມເຫຼົ້າອະງຸ່ນໄດ້.
21
ອັນນີ້ ເປັນກົດບັນຍັດຂອງຄົນນາຊີຣີ, ແຕ່ຖ້າຄົນນາຊີຣີຜູ້ໜຶ່ງຫາກສາບານວ່າ ຈະຖວາຍບູຊາແກ່ພຣະເຈົ້າຢາເວນອກເໜືອໄປກວ່ານີ້ອີກ ລາວຕ້ອງປະຕິບັດໃຫ້ສຳເລັດຕາມທີ່ຕົນໄດ້ສາບານໄວ້.”
22
ພຣະເຈົ້າຢາເວໄດ້ສັ່ງໂມເຊ
23
ໃຫ້ບອກອາໂຣນແລະພວກລູກຊາຍຂອງເພິ່ນ ອວຍພອນປະຊາຊົນອິດສະຣາເອນ ໂດຍໃຊ້ຖ້ອຍຄຳດັ່ງຕໍ່ໄປນີ້:
24
“ຂໍພຣະເຈົ້າຢາເວອວຍພອນແລະປົກປັກຮັກສາພວກເຈົ້າ;
25
ຂໍພຣະເຈົ້າຢາເວຫຼຽວເບິ່ງພວກເຈົ້າດ້ວຍຄວາມເມດຕາແລະກະລຸນາ;
26
ຂໍພຣະເຈົ້າຢາເວຫຼຽວເບິ່ງພວກເຈົ້າດ້ວຍຄວາມເມດຕາເອັນດູ ແລະໂຜດສັນຕິສຸກແກ່ພວກເຈົ້າເຖີດ.”
27
“ຖ້າພວກເຂົາຫາກກ່າວຄຳອວຍພອນແກ່ລູກຫຼານອິດສະຣາເອນ ໃນນາມຊື່ຂອງເຮົາດັ່ງນີ້ ເຮົາກໍຈະອວຍພອນພວກເຂົາ.”
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36