bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 3
Numbers 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 4 →
1
ຕໍ່ໄປນີ້ແມ່ນຄົນໃນຄອບຄົວຂອງອາໂຣນແລະໂມເຊ ຄາວທີ່ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊຢູ່ເທິງພູເຂົາຊີນາຍ.
2
ອາໂຣນມີລູກຊາຍສີ່ຄົນ ດັ່ງນີ້: ນາດາບຜູ້ເປັນອ້າຍກົກ, ອາບີຮູ, ເອເລອາຊາ ແລະອີທາມາ.
3
ພວກເຂົາໄດ້ຮັບສະຖາປະນາໃຫ້ເປັນປະໂຣຫິດ ໂດຍໃຊ້ນໍ້າມັນສັກສິດເຈີມ.
4
ແຕ່ນາດາບແລະອາບີຮູໄດ້ຕາຍຕໍ່ໜ້າພຣະເຈົ້າຢາເວ ຕອນທີ່ພວກເຂົາໄດ້ຖວາຍໄຟອັນບໍ່ບໍຣິສຸດຕໍ່ໜ້າພຣະເຈົ້າຢາເວ ໃນຖິ່ນແຫ້ງແລ້ງກັນດານຊີນາຍ. ພວກເຂົາບໍ່ມີລູກ. ດັ່ງນັ້ນຈຶ່ງມີແຕ່ເອເລອາຊາແລະອີທາມາເທົ່ານັ້ນ ທີ່ໄດ້ຮັບໃຊ້ໃນຕຳແໜ່ງປະໂຣຫິດໃນຄາວທີ່ອາໂຣນຍັງມີຊີວິດຢູ່.
5
ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
6
“ຈົ່ງນຳເຜົ່າເລວີອອກມາຂ້າງໜ້າ ແລະແຕ່ງຕັ້ງພວກເຂົາໃຫ້ເປັນຜູ້ຮັບໃຊ້ປະໂຣຫິດອາໂຣນ.
7
ພວກເຂົາຈະເຮັດໜ້າທີ່ຊຶ່ງໄດ້ຮັບມອບໝາຍໃນຫໍເຕັນບ່ອນຊຸມນຸມ ແລະເຮັດໜ້າທີ່ສຳລັບປະໂຣຫິດແລະສຳລັບຊຸມຊົນທັງໝົດ ໂດຍເຮັດວຽກຮັບໃຊ້ທີ່ຫໍເຕັນສັກສິດ.
8
ພວກເຂົາຈະຮັບຜິດຊອບອຸປະກອນທັງໝົດຂອງຫໍເຕັນບ່ອນຊຸມນຸມ ແລະເຮັດໜ້າທີ່ສຳລັບຊາວອິດສະຣາເອນທັງປວງ ໂດຍເຮັດວຽກຮັບໃຊ້ທີ່ຫໍເຕັນສັກສິດ.
9
ຄວາມຮັບຜິດຊອບຢ່າງດຽວທີ່ຊາວເລວີມີນັ້ນ ແມ່ນຮັບໃຊ້ອາໂຣນແລະພວກລູກຊາຍຂອງລາວ.
10
ເຈົ້າຈະຕ້ອງສະຖາປະນາອາໂຣນແລະພວກລູກຊາຍຂອງລາວໃຫ້ເຮັດໜ້າທີ່ປະໂຣຫິດ; ຖ້າຜູ້ໃດຜູ້ໜຶ່ງຫາກພະຍາຍາມຈະເຮັດໜ້າທີ່ນີ້ຈະໄດ້ຮັບໂທດເຖິງຕາຍ.”
11
ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
12
“ແມ່ນເຮົາເອງທີ່ເປັນຜູ້ເລືອກເອົາຊາວເລວີ ໃນທ່າມກາງຊາວອິດສະຣາເອນທັງຫລາຍ. ໃຫ້ພວກເຂົາຮັບໃຊ້ເຮົາແທນລູກກົກທັງຫລາຍຂອງປະຊາຊົນອິດສະຣາເອນ.
13
ອັນນີ້ກໍເປັນຜົນສືບເນື່ອງມາຈາກ ໃນມື້ທີ່ເຮົາໄດ້ຂ້າລູກກົກທັງໝົດຂອງຊາວເອຢິບນັ້ນ ເຮົາໄດ້ໄວ້ຊີວິດລູກກົກຂອງຊາວອິດສະຣາເອນທຸກໆຄົນ ແລະສັດໂຕເຖິກຫົວປີທຸກໆໂຕ. ລູກຫົວປີເຫຼົ່ານັ້ນເປັນຂອງເຮົາ. ເຮົາແມ່ນພຣະເຈົ້າຢາເວ.”
14
ໃນຖິ່ນແຫ້ງແລ້ງກັນດານຊີນາຍ ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ຈົດຈຳນວນພົນຊາວເລວີ ຕາມຕະກຸນແລະຕາມຄອບຄົວ ໂດຍໃຫ້ນັບເອົາແຕ່ຜູ້ຊາຍທີ່ມີອາຍຸໜຶ່ງເດືອນຂຶ້ນໄປ ແລະໂມເຊກໍໄດ້ປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງ.
17
ເລວີມີລູກຊາຍສາມຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະເມຣາຣີ ຜູ້ທີ່ເປັນປູ່ຍ່າຕາຍາຍຂອງຕະກຸນຕ່າງໆທີ່ໃສ່ຊື່ຂອງພວກເຂົາ. ເກໂຊນມີລູກຊາຍສອງຄົນ ດັ່ງນີ້: ລິບນີແລະຊີເມອີ; ໂກຮາດມີລູກຊາຍສີ່ ຄົນດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ, ອຸດຊີເອນ ແລະເມຣາຣີມີລູກຊາຍສອງຄົນ ດັ່ງນີ້: ມາຮະລີແລະມູຊີ. ພວກເຂົາເປັນປູ່ຍ່າຕາຍາຍຂອງບັນດາຄອບຄົວທັງຫລາຍທີ່ໃສ່ຊື່ຂອງພວກເຂົາ.
21
ຕະກຸນຂອງເກໂຊນມີຄອບຄົວຂອງລິບນີແລະຊີເມອີ.
22
ຈຳນວນຊາຍທັງໝົດທີ່ມີອາຍຸໜຶ່ງເດືອນຂຶ້ນໄປມີ: 7.500 ຄົນ.
23
ໃຫ້ຕະກຸນນີ້ຕັ້ງຄ້າຍຢູ່ທາງທິດຕາເວັນຕົກທາງດ້ານຫລັງຫໍເຕັນສັກສິດ.
24
ຊຶ່ງແມ່ນເອລີອາສັບ ລູກຊາຍຂອງລາເອນເປັນຫົວໜ້າຕະກຸນ.
25
ພວກເກໂຊນຮັບຜິດຊອບຫໍເຕັນບ່ອນຊຸມນຸມທີ່ເປັນຫໍເຕັນສັກສິດ, ຜ້າປົກເຕັນດ້ານໃນ, ຜ້າປົກເຕັນດ້ານນອກ, ຜ້າກັ້ງທາງເຂົ້າຫໍເຕັນບ່ອນຊຸມນຸມ,
26
ຜ້າກັ້ງອ້ອມເດີ່ນທີ່ລ້ອມທັງຫໍເຕັນແລະແທ່ນບູຊາ ແລະຜ້າກັ້ງທາງເຂົ້າເດີ່ນຂອງຫໍເຕັນສັກສິດ. ພວກເຂົາຮັບຜິດຊອບວຽກງານທຸກຢ່າງທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້.
27
ຕະກຸນໂກຮາດມີຄອບຄົວຂອງອຳຣາມ, ອີຊະຮາ, ເຮັບໂຣນ ແລະອຸດຊີເອນ.
28
ຈຳນວນຜູ້ຊາຍທັງໝົດທີ່ມີອາຍຸໜຶ່ງເດືອນຂຶ້ນໄປມີ: 8.600 ຄົນ.
29
ໃຫ້ຕະກຸນນີ້ຕັ້ງຄ້າຍຢູ່ທາງດ້ານໃຕ້ຂອງຫໍເຕັນສັກສິດ.
30
ຊຶ່ງມີເອລີຊາຟັນລູກຊາຍຂອງອຸດຊີເອນ ເປັນຫົວໜ້າຕະກຸນ.
31
ພວກໂກຮາດຮັບຜິດຊອບຫີບພັນທະສັນຍາ, ໂຕະ, ຫລັກຕະກຽງ, ແທ່ນບູຊາ, ພາຊະນະຕ່າງໆທີ່ປະໂຣຫິດໃຊ້ໃນບ່ອນສັກສິດ ແລະຜ້າກັ້ງປະຕູເຂົ້າບ່ອນສັກສິດທີ່ສຸດ. ພວກເຂົາຮັບຜິດຊອບວຽກງານທຸກຢ່າງທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້.
32
ຫົວໜ້າຂອງພວກເລວີແມ່ນເອເລອາຊາ ລູກຊາຍຂອງປະໂຣຫິດອາໂຣນ. ລາວດູແລຄົນທີ່ມີໜ້າທີ່ຮັກສາບ່ອນສັກສິດທີ່ສຸດໃນຫໍເຕັນ.
33
ຕະກຸນເມຣາຣີມີຄອບຄົວຂອງມາຮະລີແລະມູຊີ.
34
ຜູ້ຊາຍທັງໝົດທີ່ມີອາຍຸໜຶ່ງເດືອນຂຶ້ນໄປມີ: 6.200 ຄົນ.
35
ໃຫ້ຕະກຸນນີ້ຕັ້ງຄ້າຍພັກຢູ່ທາງດ້ານເໜືອຂອງຫໍເຕັນສັກສິດ ຊຶ່ງມີຊູຣິເອນລູກຊາຍຂອງອາບີໄຮ ເປັນຫົວໜ້າຕະກຸນ.
36
ພວກເມຣາຣີໄດ້ຖືກມອບໝາຍໃຫ້ຮັບຜິດຊອບວຽກງານໂຄງຮ່າງຂອງຫໍເຕັນສັກສິດ, ໄມ້ກອນ, ໄມ້ເສົາ, ຕີນເສົາ ແລະເຄື່ອງປະກອບທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້ທັງໝົດ.
37
ພວກເຂົາຍັງຮັບຜິດຊອບສິ່ງຕໍ່ໄປນີ້ຄື: ເສົາ, ຕີນຮອງເສົາ, ຫລັກສຽບ ແລະເຊືອກສຳລັບເດີ່ນນອກຂອງຫໍເຕັນ.
38
ສ່ວນໂມເຊແລະອາໂຣນພ້ອມກັບພວກລູກຊາຍຂອງຕົນນັ້ນ ໃຫ້ຕັ້ງຄ້າຍຢູ່ຕໍ່ໜ້າຫໍເຕັນສັກສິດທາງດ້ານຕາເວັນອອກ, ຢູ່ຕໍ່ໜ້າຫໍເຕັນບ່ອນຊຸມນຸມ. ພວກເຂົາເປັນຜູ້ຮັບໜ້າທີ່ເຮັດພິທີຕ່າງໆໃນບ່ອນສັກສິດແທນປະຊາຊົນອິດສະຣາເອນ. ຜູ້ໃດຜູ້ໜຶ່ງທີ່ພະຍາຍາມເຮັດພິທີນີ້ຈະໄດ້ຮັບໂທດເຖິງຕາຍ.
39
ລວມຈຳນວນຜູ້ຊາຍຊາວເລວີທັງໝົດ ທີ່ມີອາຍຸໜຶ່ງເດືອນຂຶ້ນໄປໃນແຕ່ລະຕະກຸນ ທີ່ໂມເຊໄດ້ນັບຕາມຄຳສັ່ງຂອງພຣະເຈົ້າຢາເວມີ: 22.000 ຄົນ.
40
ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ລູກຊາຍກົກຂອງຊາວອິດສະຣາເອນທຸກຄົນເປັນຂອງເຮົາ. ດັ່ງນັ້ນ ຈົ່ງຈົດຊື່ລູກຊາຍກົກທຸກຄົນຂອງຊາວອິດສະຣາເອນ ທີ່ມີອາຍຸແຕ່ໜຶ່ງເດືອນຂຶ້ນໄປ.
41
ເພື່ອແທນລູກກົກທັງໝົດຂອງຊາວອິດສະຣາເອນ ຈົ່ງແຍກຊາວເລວີໄວ້ເປັນຂອງເຮົາ ເຮົາແມ່ນພຣະເຈົ້າຢາເວ ເຊັ່ນດຽວກັນ ຈົ່ງແຍກເອົາຝູງສັດຂອງຊາວເລວີ ເພື່ອແທນລູກສັດຫົວປີທັງໝົດຂອງຊາວອິດສະຣາເອນ.”
42
ໂມເຊກໍເຮັດຕາມພຣະເຈົ້າຢາເວໄດ້ສັ່ງເພີ່ນໄວ້ ແລະໄດ້ຈົດຊື່ລູກຊາຍຫົວປີຂອງຊາວອິດສະຣາເອນທຸກໆຄົນ
43
ທີ່ມີອາຍຸໜຶ່ງເດືອນຂຶ້ນໄປ. ເມື່ອລວມຈຳນວນທັງໝົດແລ້ວມີ: 22.273 ຄົນ.
44
ແລ້ວພຣະເຈົ້າຢາເວໄດ້ບອກໂມເຊອີກວ່າ,
45
“ບັດນີ້ ຈົ່ງອຸທິດຖວາຍຊາວເລວີໃຫ້ເປັນຂອງເຮົາ ແທນລູກຊາຍກົກທຸກຄົນຂອງຊາວອິດສະຣາເອນ ແລະຈົ່ງອຸທິດຖວາຍສັດທັງຫລາຍຂອງຊາວເລວີ ແທນລູກຫົວປີຂອງສັດທຸກໂຕຂອງຊາວອິດສະຣາເອນ. ເຮົາແມ່ນພຣະເຈົ້າຢາເວ.
46
ແຕ່ເນື່ອງຈາກວ່າລູກຊາຍກົກຂອງຊາວອິດສະຣາເອນ ມີຈຳນວນເກີນຊາວເລວີຢູ່ 273 ຄົນ; ເຈົ້າຕ້ອງໄຖ່ຈຳນວນທີ່ເກີນນັ້ນຄືນ.
47
ສຳລັບແຕ່ລະຄົນນັ້ນໃຫ້ເອົາເງິນໄຖ່ຄືນໃນລາຄາຜູ້ລະຫ້າຫລຽນ ຕາມອັດຕາຂອງສຳນັກນະມັດສະການ;
48
ແລ້ວເຈົ້າຈົ່ງເອົາເງິນຈຳນວນນີ້ມອບໃຫ້ອາໂຣນແລະພວກລູກຊາຍຂອງລາວ.”
49
ໂມເຊກໍໄດ້ເຊື່ອຟັງແລະເຮັດຕາມຄື
50
ໄດ້ເອົາເງິນຈຳນວນ 1.365 ຫລຽນ
51
ມອບໃຫ້ອາໂຣນແລະພວກລູກຊາຍຂອງລາວ ຕາມຄຳສັ່ງຂອງພຣະເຈົ້າຢາເວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ແລ້ວ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36