bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 27
Numbers 27
Lao Bible 2012 (ພຣະຄຳພີສັກສິ)
← Chapter 26
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 28 →
1
ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະຕີຣະຊາ ແມ່ນລູກສາວຂອງເຊໂລເຟຮັດ ຜູ້ທີ່ເປັນລູກຊາຍຂອງເຮເຟ ແລະຫລານຊາຍຂອງກີເລອາດ ເຫຼັນຂອງມາກີແລະຫລ້ອນຂອງມານາເຊ ລູກຊາຍຂອງໂຢເຊັບ.
2
ພວກເຂົາມາຢືນຢູ່ຊ້ອງໜ້າໂມເຊປະໂຣຫິດເອເລອາຊາ, ບັນດາຜູ້ນຳ ແລະຊຸມຊົນທັງໝົດ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ແລະຮຽກຮ້ອງສິດທິຂອງພວກຕົນວ່າ,
3
“ພໍ່ຂອງພວກເຮົາໄດ້ຕາຍໃນຖິ່ນແຫ້ງແລ້ງກັນດານ ໂດຍບໍ່ມີລູກຊາຍຈັກຄົນ. ເພິ່ນບໍ່ແມ່ນພັກພວກຂອງໂກຣາຜູ້ທີ່ໄດ້ກະບົດຕໍ່ພຣະເຈົ້າຢາເວ ເພິ່ນໄດ້ຕາຍໄປຍ້ອນບາບກຳຂອງເພິ່ນເອງ.
4
ເປັນຫຍັງຈຶ່ງເຮັດໃຫ້ນາມຊື່ພໍ່ຂອງພວກເຮົາຕ້ອງດັບສູນໄປຈາກຊາດອິດສະຣາເອນ ເພາະເພິ່ນບໍ່ມີລູກຜູ້ຊາຍພຽງເທົ່ານັ້ນຊັ້ນບໍ? ຂໍໃຫ້ພວກເຮົາມີດິນແດນ ຢູ່ໃນທ່າມກາງຍາດຕິພີ່ນ້ອງຂອງພວກເຮົາດ້ວຍເຖີດ.”
5
ໂມເຊໄດ້ນຳເລື່ອງນີ້ໄປຕໍ່ໜ້າພຣະເຈົ້າຢາເວ
6
ແລະພຣະເຈົ້າຢາເວກໍໄດ້ບອກເພິ່ນວ່າ,
7
“ສິ່ງທີ່ພວກລູກສາວຂອງເຊໂລເຟຮັດຂໍຮ້ອງນັ້ນແມ່ນສິ່ງທີ່ຖືກຕ້ອງ ຈົ່ງໃຫ້ພວກເຂົາມີດິນແດນຢູ່ໃນທ່າມກາງຍາດຕິພີ່ນ້ອງພໍ່ຂອງພວກເຂົາໄດ້. ໃຫ້ສ່ວນມໍຣະດົກຂອງເຊໂລເຟຮັດຕົກທອດມາເຖິງພວກເຂົາ.
8
ຈົ່ງບອກປະຊາຊົນອິດສະຣາເອນວ່າ, ເມື່ອຊາຍຜູ້ໜຶ່ງຕາຍໄປໂດຍບໍ່ມີລູກຊາຍ ຈົ່ງໃຫ້ລູກສາວຂອງລາວເປັນຜູ້ສືບທອດມໍຣະດົກແທນ.
9
ຖ້າລາວຫາກບໍ່ມີລູກສາວກໍໃຫ້ອ້າຍເອື້ອຍນ້ອງຂອງຕົນສືບທອດມໍຣະດົກແທນ.
10
ຖ້າລາວບໍ່ມີອ້າຍຫລືນ້ອງຊາຍ ກໍໃຫ້ອ້າຍຫລືນ້ອງຊາຍຂອງພໍ່ລາວ ສືບທອດມໍຣະດົກຂອງລາວແທນ.
11
ແລະຖ້າລາວບໍ່ມີອ້າຍຫລືນ້ອງຊາຍ ຫລືພໍ່ຂອງລາວບໍ່ມີອ້າຍນ້ອງອີກ ກໍໃຫ້ຍາດຕິພີ່ນ້ອງຜູ້ທີ່ໃກ້ຄຽງທີ່ສຸດຂອງລາວສືບທອດມໍຣະດົກແທນ ແລະຖືເອົາເປັນກຳມະສິດຂອງຕົນຕໍ່ໄປ. ຈົ່ງໃຫ້ປະຊາຊົນອິດສະຣາເອນຢຶດຖືຫລັກການນີ້ ເປັນກົດບັນຍັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງເຈົ້າໄວ້.”
12
ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງຂຶ້ນໄປເທິງພູອາບາຣິມ ແລະ ຈົ່ງແນມເບິ່ງດິນແດນທີ່ເຮົາຈະມອບໃຫ້ຊາວອິດສະຣາເອນ.
13
ຫລັງຈາກທີ່ເຈົ້າໄດ້ເຫັນແລ້ວ ເຈົ້າຈະຕາຍຄືກັນກັບອາໂຣນອ້າຍຂອງເຈົ້າ
14
ເພາະເຈົ້າທັງສອງໄດ້ຝ່າຝືນຂໍ້ຄຳສັ່ງຂອງເຮົາທີ່ຖິ່ນແຫ້ງແລ້ງກັນດານຊິນ ຄາວທີ່ຊຸມຊົນອິດສະຣາເອນທັງໝົດໄດ້ຈົ່ມຮ້າຍໃສ່ເຮົາທີ່ເມຣິບານັ້ນ ເຈົ້າປະຕິເສດບໍ່ຍອມຮັບຂໍ້ຄຳສັ່ງຂອງເຮົາຕໍ່ໜ້າພວກເຂົາ.” (ເມຣິບາແມ່ນບໍ່ນໍ້າທີ່ກາເດັດໃນຖິ່ນແຫ້ງແລ້ງກັນດານຊິນ.)
15
ໂມເຊໄດ້ກ່າວຕໍ່ພຣະເຈົ້າຢາເວວ່າ,
16
“ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຈິດວິນຍານທັງໝົດຂອງມະນຸດ ຂໍພຣະອົງຈົ່ງໄດ້ແຕ່ງຕັ້ງຊາຍຜູ້ໃດຜູ້ໜຶ່ງທີ່ສາມາດນຳພາປະຊາຊົນ
17
ແລະສາມາດບັນຊາພວກເຂົາເຂົ້າສູ້ຮົບໄດ້ ເພື່ອວ່າປະຊາຊົນຂອງພຣະເຈົ້າຢາເວຈະບໍ່ເປັນດັ່ງຝູງແກະທີ່ຂາດຜູ້ລ້ຽງ.”
18
ດັ່ງນັ້ນ ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຈົ່ງໄປເອົາໂຢຊວຍລູກຊາຍຂອງນູນຜູ້ທີ່ມີພຣະວິນຍານ ແລ້ວຈົ່ງວາງມືເທິງຫົວລາວແຕ່ງຕັ້ງລາວ.
19
ໃຫ້ລາວຢືນຢູ່ຕໍ່ໜ້າປະໂຣຫິດເອເລອາຊາ ແລະ ຊຸມຊົນທັງໝົດ ແລະໃນທີ່ນັ້ນຈົ່ງປະກາດແຕ່ງຕັ້ງລາວຕໍ່ໜ້າພວກເຂົາໃຫ້ເປັນຜູ້ສືບທອດຕຳແໜ່ງແທນເຈົ້າ.
20
ເຈົ້າຈົ່ງມອບສິດແລະອຳນາດບາງສ່ວນຂອງເຈົ້າໃຫ້ແກ່ລາວ ເພື່ອວ່າຊຸມຊົນອິດສະຣາເອນທັງໝົດຈະຍອມເຊື່ອຟັງລາວ.
21
ລາວຈະເພິ່ງປະໂຣຫິດເອເລອາຊາ ຜູ້ທີ່ຈະຮຽນຮູ້ຄວາມປະສົງຂອງເຮົາ ໂດຍໃຊ້ອຸຣິມແລະທຸມມິມ ຕໍ່ໜ້າພຣະເຈົ້າຢາເວ ອັນນີ້ຈະແມ່ນວິທີທີ່ເອເລອາຊາ ນຳພາໂຢຊວຍ ແລະຊຸມຊົນອິດສະຣາເອນ ໃນວຽກການທັງໝົດຂອງພວກເຂົາ.”
22
ໂມເຊເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງຕົນນັ້ນ. ເພິ່ນໃຫ້ໂຢຊວຍມາຢືນຢູ່ຕໍ່ໜ້າປະໂຣຫິດເອເລອາຊາແລະຊຸມຊົນ.
23
ເພິ່ນໄດ້ວາງມືລົງເທິງຫົວໂຢຊວຍ ແລະປະກາດແຕ່ງຕັ້ງລາວໃຫ້ເປັນຜູ້ສືບທອດຕຳແໜ່ງແທນຕົນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນໄວ້ທຸກປະການ.
← Chapter 26
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 28 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36