bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 28
Numbers 28
Lao Bible 2012 (ພຣະຄຳພີສັກສິ)
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 29 →
1
ພຣະເຈົ້າຢາເວໄດ້ບອກໂມເຊ
2
ໃຫ້ແນະນຳຊາວອິດສະຣາເອນຖວາຍອາຫານເປັນເຄື່ອງບູຊາດ້ວຍໄຟ ທີ່ຈຳເປັນແລະພໍໃຈພຣະອົງ ຕາມເວລາທີ່ໄດ້ກຳນົດໄວ້ດັ່ງນີ້:
3
ອາຫານທີ່ຖວາຍແກ່ພຣະເຈົ້າຢາເວເປັນເຄື່ອງເຜົາບູຊາດ້ວຍໄຟປະຈຳວັນມີ: ລູກແກະເຖິກ ອາຍຸໜຶ່ງປີສອງໂຕ ທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
4
ໃຫ້ຖວາຍໂຕທີໜຶ່ງໃນຕອນເຊົ້າ ແລະໂຕທີສອງໃນຕອນແລງ
5
ແຕ່ລະໂຕໃຫ້ຖວາຍກັບພືດຜົນເປັນເມັດ ເປັນແປ້ງເຂົ້າສາມກິໂລກຼາມ ປົນກັບນໍ້າມັນໝາກກອກເທດເຄິ່ງລິດ.
6
ອັນນີ້ແມ່ນເຄື່ອງຖວາຍປະຈຳວັນ ທີ່ຕ້ອງເຜົາໃຫ້ໝົດຕາມພິທີຖວາຍບູຊາອາຫານເທື່ອທຳອິດທີ່ພູເຂົາຊີນາຍ ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
7
ສ່ວນເຫຼົ້າອະງຸ່ນໜຶ່ງລິດທີ່ຖວາຍພ້ອມກັບລູກແກະໂຕທີໜຶ່ງນັ້ນ ໃຫ້ຖອກໃນບ່ອນບໍຣິສຸດຖວາຍແກ່ພຣະເຈົ້າຢາເວ.
8
ລູກແກະໂຕທີສອງທີ່ຈະຖວາຍໃນຕອນແລງ ໃຫ້ຖວາຍຢ່າງດຽວກັນກັບການຖວາຍໃນຕອນເຊົ້າ ແລະໃຫ້ຖວາຍເຫຼົ້າອະງຸ່ນພ້ອມ. ອັນນີ້ກໍແມ່ນການຖວາຍອາຫານຄືກັນ ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
9
ໃນວັນຊະບາໂຕ ໃຫ້ຖວາຍແກະເຖິກ ອາຍຸໜຶ່ງປີສອງໂຕທີ່ມີສຸຂະພາບດີ ແລະບໍ່ມີຕຳໜິ ແລະພືດຜົນເປັນເມັດເປັນແປ້ງເຂົ້າສອງກິໂລກຼາມ ປົນກັບນໍ້າມັນໝາກກອກເທດແລະເຫຼົ້າອະງຸ່ນ.
10
ສ່ວນການເຜົາສັດຖວາຍບູຊາດ້ວຍໄຟນັ້ນໃຫ້ເຮັດທຸກໆວັນຊະບາໂຕ ຕື່ມໃສ່ເຄື່ອງຖວາຍບູຊາປະຈຳວັນພ້ອມກັບເຫຼົ້າອະງຸ່ນ.
11
ໃນວັນທຳອິດຂອງແຕ່ລະເດືອນ ຈົ່ງນຳງົວເຖິກສອງໂຕ, ແບ້ເຖິກໜຶ່ງໂຕ, ລູກແກະເຖິກອາຍຸໜຶ່ງປີເຈັດໂຕ. ເປັນສັດໂຕທີ່ມີສຸຂະພາບດີ ແລະບໍ່ມີຕຳໜິມາຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ.
12
ສຳລັບເຄື່ອງຖວາຍພືດຜົນເປັນເມັດນັ້ນ ໃຫ້ຖວາຍແປ້ງເຂົ້າປົນກັບນໍ້າມັນໝາກກອກເທດຄື: ງົວເຖິກໂຕໜຶ່ງຕໍ່ແປ້ງເຂົ້າສາມກິໂລກຼາມ; ແກະເຖິກໂຕໜຶ່ງ ຕໍ່ແປ້ງເຂົ້າສອງກິໂລກຼາມ;
13
ແລະລູກແກະໂຕໜຶ່ງຕໍ່ແປ້ງເຂົ້າໜຶ່ງກິໂລກຼາມ. ການເຜົາຖວາຍບູຊາເຫຼົ່ານີ້ແມ່ນການຖວາຍຊຶ່ງເປັນກິ່ນຫອມຫວນ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
14
ການຖວາຍເຫຼົ້າອະງຸ່ນນັ້ນ ໃຫ້ເຮັດດັ່ງນີ້: ເຫຼົ້າອະງຸ່ນສາມລິດຕໍ່ງົວເຖິກໂຕໜຶ່ງ; ເຫຼົ້າອະງຸ່ນສອງລິດຕໍ່ແກະເຖິກໂຕໜຶ່ງ ແລະເຫຼົ້າອະງຸ່ນໜຶ່ງລິດ ຕໍ່ລູກແກະເຖິກໜຶ່ງໂຕ. ອັນນີ້ແມ່ນລະບຽບສຳລັບການເຜົາຖວາຍບູຊາຂອງວັນທຳອິດໃນແຕ່ລະຕົ້ນເດືອນຕະຫລອດປີ.
15
ໃຫ້ຖວາຍແບ້ເຖິກໂຕໜຶ່ງເພື່ອລຶບລ້າງບາບ ຕື່ມໃສ່ເຄື່ອງເຜົາຖວາຍບູຊາປະຈຳວັນພ້ອມກັບເຫຼົ້າອະງຸ່ນຖວາຍແກ່ພຣະເຈົ້າຢາເວ.
16
ໃນວັນທີສິບສີ່ຂອງເດືອນທີໜຶ່ງໃຫ້ຖືເປັນວັນປັດສະຄາຂອງພຣະເຈົ້າຢາເວ.
17
ໃນວັນທີສິບຫ້າໃຫ້ຈັດເທດສະການຂຶ້ນເປັນເວລາເຈັດວັນ ຊຶ່ງໃນລະຫວ່າງນີ້ໃຫ້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງເທົ່ານັ້ນ.
18
ໃນວັນເລີ່ມຕົ້ນຂອງເທດສະການ ໃຫ້ພວກເຈົ້າເຕົ້າໂຮມກັນ ເພື່ອນະມັດສະການ ແລະຢ່າເຮັດວຽກໃດໆທັງສິ້ນ.
19
ຈົ່ງເຜົາຖວາຍບູຊາແກ່ພຣະເຈົ້າຢາເວຕາມພິທີຖວາຍອາຫານ ດັ່ງນີ້: ງົວໜຸ່ມສອງໂຕ, ແກະເຖິກໜຶ່ງໂຕ ແລະລູກແກະເຖິກອາຍຸໜຶ່ງປີເຈັດໂຕ. ທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
20
ສຳລັບສັດແຕ່ລະໂຕນັ້ນໃຫ້ຖວາຍແປ້ງເຂົ້າປົນກັບນໍ້າມັນໝາກກອກເທດຄື: ແປ້ງເຂົ້າສາມກິໂລກຼາມຕໍ່ງົວເຖິກໂຕໜຶ່ງ ແປ້ງເຂົ້າສອງກິໂລກຼາມຕໍ່ແກະເຖິກໂຕໜຶ່ງ;
21
ແປ້ງເຂົ້າໜຶ່ງກິໂລກຼາມຕໍ່ລູກແກະໂຕໜຶ່ງ.
22
ໃຫ້ຖວາຍແບ້ເຖິກໂຕໜຶ່ງອີກເພື່ອລຶບລ້າງບາບ ແລະໃນທຳນອງນີ້ຈຶ່ງເປັນສ່ວນປະກອບພິທີຊຳລະບາບກຳຂອງປະຊາຊົນ.
23
ໃຫ້ຖວາຍສິ່ງເຫຼົ່ານີ້ ເພີ່ມຕື່ມໃສ່ການເຜົາຖວາຍບູຊາປະຈຳວັນໃນຕອນເຊົ້າ.
24
ໃນທຳນອງດຽວກັນ ຈົ່ງຖວາຍບູຊາດ້ວຍໄຟຕະຫລອດເຈັດວັນ ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. ຈົ່ງຖວາຍສິ່ງເຫຼົ່ານີ້ ຕື່ມໃສ່ເຄື່ອງເຜົາຖວາຍປະຈຳວັນພ້ອມກັບເຫຼົ້າອະງຸ່ນ.
25
ແຕ່ໃນວັນທີເຈັດ ໃຫ້ພວກເຈົ້າເຕົ້າໂຮມກັນເພື່ອນະມັດສະການ ແລະຢ່າເຮັດວຽກປະຈຳວັນໃດໆທັງສິ້ນ.
26
ໃນວັນເລີ່ມເທດສະການຂອງລະດູເກັບກ່ຽວ ຄືເມື່ອຖວາຍພືດຜົນເປັນເມັດອັນໃໝ່ໃຫ້ພຣະເຈົ້າຢາເວນັ້ນ ໃຫ້ພວກເຈົ້າເຕົ້າໂຮມກັນເພື່ອນະມັດສະການ ແລະຢ່າເຮັດວຽກໃດໆທັງສິ້ນ.
27
ຈົ່ງເຜົາເຄື່ອງຖວາຍບູຊາດ້ວຍໄຟແກ່ອົງພຣະຜູ້ເປັນເຈົ້າ ດັ່ງນີ້: ງົວເຖິກສອງໂຕ, ແກະເຖິກໂຕໜຶ່ງ ແລະລູກແກະອາຍຸໜຶ່ງປີເຈັດໂຕ ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
28
ໃຫ້ຖວາຍພືດຜົນເປັນເມັດເປັນແປ້ງເຂົ້າປົນກັບນໍ້າມັນໝາກກອກເທດຄື: ແປ້ງເຂົ້າສາມກິໂລກຼາມຕໍ່ງົວເຖິກໂຕໜຶ່ງ ແປ້ງເຂົ້າສອງກິໂລກຼາມຕໍ່ແກະເຖິກໂຕໜຶ່ງ,
29
ແລະແປ້ງເຂົ້າໜຶ່ງກິໂລກຼາມຕໍ່ລູກແກະໂຕໜຶ່ງ.
30
ໃຫ້ຖວາຍແບ້ເຖິກໂຕໜຶ່ງອີກເພື່ອເຮັດພິທີຊຳລະບາບກຳຂອງປະຊາຊົນ.
31
ໃຫ້ຖວາຍສິ່ງເຫຼົ່ານີ້ແລະເຫຼົ້າອະງຸ່ນເພີ່ມຕື່ມໃສ່ເຄື່ອງເຜົາຖວາຍບູຊາປະຈຳ ພ້ອມທັງຖວາຍພືດຜົນເປັນເມັດ ສັດທີ່ນຳມາຖວາຍນັ້ນ ຕ້ອງມີສຸຂະພາບດີ ບໍ່ມີຕຳໜິ.
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 29 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36