bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 15
Numbers 15
Lao Bible 2012 (ພຣະຄຳພີສັກສິ)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 16 →
1
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ,
2
“ຈົ່ງບອກປະຊາຊົນອິດສະຣາເອນວ່າ, ‘ເມື່ອພວກເຈົ້າເຂົ້າໃນດິນແດນ ທີ່ເຮົາຈະມອບໃຫ້ເປັນທີ່ຢູ່ອາໄສຂອງພວກເຈົ້າແລ້ວ
3
ພວກເຈົ້າຕ້ອງຖວາຍງົວເຖິກໂຕໜຶ່ງ, ແກະເຖິກໂຕໜຶ່ງ, ແກະ ຫລືແບ້ໂຕໜຶ່ງແກ່ພຣະເຈົ້າຢາເວກໍໄດ້ ຕາມພິທີເຜົາສັດທັງໂຕຖວາຍບູຊາດ້ວຍໄຟ ຫລືຖວາຍບູຊາອັນເນື່ອງມາຈາກຜົນສຳເລັດໃນການບະບົນໄວ້ ຫລືຖວາຍບູຊາຕາມໃຈສະໝັກ ຫລືຖວາຍບູຊາໃນວັນສະຫລອງເທດສະການຕ່າງໆຕາມປົກກະຕິ ກິ່ນຫອມຫວນຂອງເຄື່ອງບູຊາເຫຼົ່ານີ້ ຈຶ່ງເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
4
ຜູ້ໃດກໍຕາມທີ່ເອົາລູກແກະຫລືແບ້ມາເຜົາຖວາຍບູຊາແກ່ພຣະເຈົ້າຢາເວ ຈະຕ້ອງນຳມາພ້ອມກັບສັດແຕ່ລະໂຕຄື: ແປ້ງເຂົ້າຢ່າງດີໜຶ່ງກິໂລກຼາມປົນກັບນໍ້າມັນໝາກກອກເທດໜຶ່ງລິດ ຕາມພິທີການຖວາຍພືດຜົນເປັນເມັດພ້ອມກັບເຫຼົ້າອະງຸ່ນໜຶ່ງລິດ.
6
ເມື່ອຖວາຍແກະເຖິກໂຕໜຶ່ງ ໃຫ້ນຳເຄື່ອງຖວາຍມາພ້ອມ ມີແປ້ງເຂົ້າຢ່າງດີສອງກິໂລກຼາມ ປົນກັບນໍ້າມັນໝາກກອກເທດເຄິ່ງລິດ
7
ພ້ອມກັບເຫຼົ້າອະງຸ່ນລິດເຄິ່ງ. ກິ່ນຫອມຫວນຂອງເຄື່ອງບູຊານັ້ນ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
8
ເມື່ອຖວາຍງົວເຖິກໂຕໜຶ່ງແກ່ພຣະເຈົ້າຢາເວຕາມພິທີຖວາຍບູຊາດ້ວຍໄຟ ຫລືຖວາຍບູຊາທີ່ສືບເນື່ອງມາຈາກຜົນສຳເລັດໃນການບະບົນໄວ້ ຫລືຕາມພິທີຖວາຍເພື່ອຄວາມສາມັກຄີທຳກໍດີ
9
ໃຫ້ນຳເຄື່ອງມາຖວາຍພ້ອມງົວເຖິກ ມີແປ້ງເຂົ້າຢ່າງດີສາມກິໂລກຼາມ ປົນກັບນໍ້າມັນໝາກກອກເທດສອງລິດ
10
ພ້ອມທັງເຫຼົ້າອະງຸ່ນສອງລິດ. ກິ່ນຫອມຫວນຂອງເຄື່ອງບູຊານັ້ນ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
11
ໃຫ້ປະຕິບັດດັ່ງນີ້ ເມື່ອຖວາຍບູຊາງົວເຖິກຫລືແບ້, ແກະເຖິກ, ລູກແກະຫລືລູກແບ້ໜຸ່ມ.
12
ເມື່ອໃດໄດ້ຖວາຍຫລາຍກວ່າໜຶ່ງໂຕຂຶ້ນໄປ ກໍໃຫ້ເພີ່ມເຄື່ອງຖວາຍບູຊາຄູ່ກັນໄປຕາມຊັດສ່ວນ.
13
ໃຫ້ຊາວອິດສະຣາເອນພື້ນເມືອງທຸກຄົນປະຕິບັດຕາມລະບຽບການນີ້ ເມື່ອມີການຖວາຍອາຫານ ກິ່ນຫອມຫວນຂອງການຖວາຍນັ້ນ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
14
ຖ້າຄົນຕ່າງດ້າວທີ່ອາໄສຢູ່ນຳພວກເຈົ້ານັ້ນ ບໍ່ວ່າຢູ່ຊົ່ວຄາວຫລືຢູ່ຢ່າງຖາວອນກໍດີ ຖ້າຢາກຖວາຍອາຫານກໍໃຫ້ປະຕິບັດຕາມແບບດຽວກັນ. ກິ່ນຫອມຫວນຂອງການຖວາຍນັ້ນຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
15
ໃຫ້ພວກເຈົ້າເອງ ແລະຄົນຕ່າງດ້າວທີ່ຢູ່ນຳພວກເຈົ້າ ປະຕິບັດຕາມແບບດຽວກັນນີ້ ທຸກຍຸກທຸກສະໄໝສືບໄປ. ພວກເຈົ້າ ແລະພວກເຂົາມີຄຸນຄ່າເທົ່າທຽມກັນ ຕໍ່ໜ້າຂອງພຣະເຈົ້າຢາເວ
16
ດັ່ງນັ້ນ ຈຶ່ງໃຫ້ໃຊ້ກົດບັນຍັດ ແລະລະບຽບການຢ່າງດຽວກັນ.”’
17
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ,
18
“ຈົ່ງບອກປະຊາຊົນອິດສະຣາເອນວ່າ, ‘ເມື່ອພວກເຈົ້າເຂົ້າໄປໃນດິນແດນທີ່ເຮົາກຳລັງຈະນຳພວກເຈົ້າເຂົ້າໄປນັ້ນ.
19
ເມື່ອກິນອາຫານຊະນິດໃດທີ່ໄດ້ຈາກພືດຜົນຢູ່ໃນດິນແດນນັ້ນ ເຈົ້າຈົ່ງນຳເຄື່ອງບູຊາ ມາຖວາຍແກ່ພຣະເຈົ້າຢາເວ.
20
ເມື່ອພວກເຈົ້າເຮັດເຂົ້າຈີ່ ດ້ວຍເມັດພືດທີ່ຫາກໍເກັບກ່ຽວໃໝ່ ຈົ່ງເອົາເຂົ້າຈີ່ກ້ອນທຳອິດມາຖວາຍ ເປັນເຄື່ອງບູຊາຢ່າງດຽວກັບເຄື່ອງເຄື່ອງບູຊາເຂົ້າທີ່ຫາກໍເອົາອອກມາຈາກລານຟາດເຂົ້າ.
21
ຈົ່ງຖວາຍເຂົ້າຈີ່ທີ່ເຮັດນັ້ນ ເປັນຂອງຖວາຍພິເສດຖວາຍແກ່ພຣະເຈົ້າຢາເວທຸກຍຸກທຸກສະໄໝສືບໄປ.
22
ແຕ່ເມື່ອມີຜູ້ໜຶ່ງບໍ່ໄດ້ປະຕິບັດ ໂດຍບໍ່ຕັ້ງໃຈຕາມກົດບັນຍັດເຫຼົ່ານັ້ນ ທີ່ພຣະເຈົ້າຢາເວໄດ້ມອບໃຫ້ໂມເຊ.
23
ໃນຫລາຍຊົ່ວອາຍຸຄົນໃນຊຸມຊົນ ບໍ່ໄດ້ປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການຜ່ານທາງໂມເຊ.
24
ຖ້າການຜິດພາດຢ່າງນີ້ຫາກໄດ້ເກີດຂຶ້ນເພາະຊຸມຊົນຮູ້ເທົ່າບໍ່ເຖິງການ ໃຫ້ພວກເຈົ້ານຳງົວເຖິກໂຕໜຶ່ງມາຕາມພິທີຖວາຍບູຊາ ຄູ່ກັບການຖວາຍພືດຜົນເປັນເມັດຢ່າງດີ ແລະເຫຼົ້າອະງຸ່ນ. ກິ່ນຫອມຫວນຂອງການຖວາຍນັ້ນ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. ນອກຈາກນີ້ ພວກເຂົາຕ້ອງຖວາຍແບ້ເຖິກຕື່ມອີກໂຕໜຶ່ງຕາມພິທີຖວາຍເພື່ອລຶບລ້າງບາບ.
25
ປະໂຣຫິດຈະເຮັດພິທີຊຳລະບາບສຳລັບຊຸມຊົນອິດສະຣາເອນ ແລະພວກເຂົາກໍຈະໄດ້ຮັບການອະໄພ ເພາະແມ່ນຄວາມຜິດພາດທີ່ໄດ້ເກີດຂຶ້ນໂດຍບໍ່ຕັ້ງໃຈ ແລະພວກເຂົາກໍໄດ້ນຳເຄື່ອງຖວາຍເພື່ອລຶບລ້າງບາບມາຕໍ່ໜ້າພຣະເຈົ້າຢາເວ ຕາມພິທີຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວແລ້ວ.
26
ຍ້ອນທຸກໆຄົນໄດ້ມີສ່ວນໃນຄວາມຜິດພາດນັ້ນ ສະນັ້ນ ຊຸມຊົນອິດສະຣາເອນທັງໝົດ ແລະຄົນຕ່າງດ້າວທຸກໆຄົນທີ່ໄດ້ອາໄສຢູ່ນຳກໍຈະໄດ້ຮັບການອະໄພດ້ວຍ.
27
ຖ້າແມ່ນຄົນດຽວຫາກເຮັດບາບໂດຍບໍ່ຕັ້ງໃຈ ກໍໃຫ້ລາວຖວາຍແບ້ແມ່ໂຕໜຶ່ງອາຍຸໜຶ່ງປີ ຕາມພິທີຖວາຍເພື່ອລຶບລ້າງບາບ.
28
ປະໂຣຫິດຈະເຮັດພິທີຊຳລະບາບໃຫ້ຜູ້ທີ່ເຮັດບາບໂດຍບໍ່ຕັ້ງໃຈຕໍ່ໜ້າພຣະເຈົ້າຢາເວ ແລະລາວກໍຈະໄດ້ຮັບການອະໄພ.
29
ໃຫ້ທຸກຄົນທີ່ໄດ້ເຮັດບາບໂດຍບໍ່ຕັ້ງໃຈປະຕິບັດຕາມລະບຽບການດຽວກັນນີ້ ບໍ່ວ່າຄົນນັ້ນຈະເປັນຊາວອິດສະຣາເອນໂດຍກຳເນີດ ຫລືຄົນຕ່າງດ້າວທີ່ມາອາໄສຢູ່ນຳພວກຕົນກໍຕາມ.
30
ແຕ່ຖ້າບຸກຄົນໃດ ບໍ່ວ່າຄົນອິດສະຣາເອນໂດຍກຳເນີດ ຫລືຄົນຕ່າງດ້າວທີ່ໄດ້ມາອາໄສຢູ່ນຳກໍດີ ຫາກເຮັດບາບໂດຍຕັ້ງໃຈດູໝິ່ນປະໝາດພຣະເຈົ້າຢາເວ ກໍໃຫ້ລົງໂທດບຸກຄົນນັ້ນໃຫ້ເຖິງຕາຍ;
31
ຍ້ອນວ່າລາວບໍ່ໄດ້ເຊື່ອຟັງພຣະເຈົ້າຢາເວ ແລະໄດ້ຕັ້ງໃຈລະເມີດຂໍ້ຄຳສັ່ງຂອງພຣະອົງ. ໃຫ້ລາວຮັບຜິດຊອບການຕາຍຂອງລາວເອງ.”’
32
ມີຢູ່ຄັ້ງໜຶ່ງ ເມື່ອຊາວອິດສະຣາເອນຍັງຢູ່ໃນຖິ່ນແຫ້ງແລ້ງກັນດານ ມີຊາຍຄົນໜຶ່ງໄດ້ລະເມີດວັນຊະບາໂຕໂດຍໄປຫາຟືນ.
33
ລາວໄດ້ຖືກນຳຕົວມາຫາໂມເຊ ອາໂຣນ ແລະຊຸມຊົນທັງໝົດ.
34
ແລ້ວເພິ່ນກໍສັ່ງໃຫ້ຄຸມຂັງລາວໄວ້ ເພາະຍັງບໍ່ຮູ້ວ່າຈະເຮັດຢ່າງໃດກັບລາວເທື່ອ.
35
ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ໃຫ້ປະຫານຊີວິດຊາຍຄົນນີ້ເສຍ ໂດຍໃຫ້ຊຸມຊົນທັງໝົດແກວ່ງກ້ອນຫີນໃສ່ລາວໃຫ້ຕາຍຢູ່ນອກຄ້າຍພັກ.”
36
ສະນັ້ນ ຊຸມຊົນທັງໝົດຈຶ່ງໄດ້ນຳລາວອອກໄປນອກຄ້າຍ ແລະແກວ່ງກ້ອນຫີນໃສ່ໃຫ້ຕາຍ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນ.
37
ແລ້ວພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ,
38
“ໃຫ້ໄປບອກປະຊາຊົນອິດສະຣາເອນວ່າ, ‘ຈົ່ງເຮັດຍອຍສີຟ້າໃສ່ຕາມແຈຂອງເຄື່ອງນຸ່ງ. ໃຫ້ເຮັດຢ່າງນີ້ທຸກຍຸກທຸກສະໄໝສືບໄປ.’
39
ຍອຍນັ້ນຈະເປັນສິ່ງເຕືອນໃຈ ແລະທຸກໆເທື່ອທີ່ພວກເຈົ້າເຫັນຍອຍນັ້ນ ມັນຈະຊ່ວຍໃຫ້ພວກເຈົ້າຄິດເຖິງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ແລະປະຕິບັດຕາມ ແລ້ວພວກເຈົ້າກໍຈະບໍ່ລືມໄລເຮົາໄປເຮັດຕາມໃຈມັກ.
40
ຍອຍນັ້ນຈະເຕືອນພວກເຈົ້າໃຫ້ຮັກສາຂໍ້ຄຳສັ່ງທັງໝົດຂອງເຮົາ ແລະພວກເຈົ້າກໍຈະເປັນຄົນບໍຣິສຸດແກ່ພຣະເຈົ້າຂອງພວກເຈົ້າ.
41
ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ເຮົາໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ ເພື່ອເປັນພຣະເຈົ້າຂອງພວກເຈົ້າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36