bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 20
Numbers 20
Lao Bible 2012 (ພຣະຄຳພີສັກສິ)
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 21 →
1
ໃນເດືອນທຳອິດ ຊຸມຊົນອິດສະຣາເອນທັງໝົດໄດ້ມາທີ່ຖິ່ນແຫ້ງແລ້ງກັນດານຊິນ ແລະຕັ້ງຄ້າຍພັກຢູ່ທີ່ກາເດັດ. ນາງມີຣີອາມໄດ້ຕາຍແລະຖືກຝັງໄວ້ຢູ່ທີ່ນັ້ນ.
2
ໃນບ່ອນທີ່ພວກເຂົາຕັ້ງຄ້າຍພັກຢູ່ນັ້ນບໍ່ມີນໍ້າ. ດັ່ງນັ້ນ ປະຊາຊົນຈຶ່ງມາເຕົ້າໂຮມກັນອ້ອມໂມເຊກັບອາໂຣນ
3
ແລະຈົ່ມຮ້າຍວ່າ, “ຖ້າພວກເຮົາຫາກໄດ້ຕາຍຢູ່ຕໍ່ໜ້າພຣະເຈົ້າຢາເວ ຮ່ວມກັບພີ່ນ້ອງອິດສະຣາເອນຂອງພວກເຮົາກໍຄົງເປັນການດີກວ່າດອກ
4
ເປັນຫຍັງພວກທ່ານຈຶ່ງນຳພວກຊຸມນຸມຂອງພຣະເຈົ້າຢາເວມາສູ່ຖິ່ນແຫ້ງແລ້ງກັນດານນີ້? ເພື່ອຢາກໃຫ້ພວກເຮົາກັບຝູງສັດຂອງພວກເຮົາຕາຍໃນທີ່ນີ້ຊັ້ນບໍ?
5
ເປັນຫຍັງພວກທ່ານຈຶ່ງນຳພາພວກເຮົາອອກມາຈາກປະເທດເອຢິບ ແລະເຂົ້າໄປໃນບ່ອນທຸກຍາກລຳບາກເຊັ່ນນີ້ ຊຶ່ງບໍ່ມີພືດພັນຫຍັງເກີດຂຶ້ນ? ໃນບ່ອນນີ້ບໍ່ມີເຂົ້າກິນ, ບໍ່ມີຕົ້ນໝາກເດື່ອເທດ, ບໍ່ມີເຄືອອະງຸ່ນ ແລະບໍ່ມີຕົ້ນໝາກພີລາ ແມ່ນແຕ່ນໍ້າຈະດື່ມກໍຍັງບໍ່ມີ.”
6
ໂມເຊກັບອາໂຣນໄດ້ພາກັນຍ່າງໜີຈາກປະຊາຊົນ ແລະໄປຢືນຢູ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. ພວກເພິ່ນໝູບໜ້າລົງດິນ ແລະສະຫງ່າຣາສີຂອງພຣະເຈົ້າຢາເວ ກໍໄດ້ປາກົດຂຶ້ນໃຫ້ພວກເຂົາເຫັນ.
7
ພຣະເຈົ້າຢາເວໄດ້ກ່າວກັບໂມເຊວ່າ,
8
“ຈົ່ງຈັບເອົາໄມ້ຄ້ອນເທົ້າທີ່ຢູ່ຕໍ່ໜ້າຫີບພັນທະສັນຍານັ້ນ ແລ້ວໃຫ້ເຈົ້າແລະອາໂຣນເອີ້ນປະຊາຊົນອິດສະຣາເອນທັງໝົດ. ຈົ່ງກ່າວແກ່ໂງ່ນຫີນຕໍ່ໜ້າພວກເຂົາ ແລະນໍ້າກໍຈະໄຫລອອກມາ. ໃນທຳນອງນີ້ ພວກເຈົ້າຈະໄດ້ນໍ້າໄຫລອອກມາຈາກໂງ່ນຫີນສຳລັບປະຊາຊົນ ສຳລັບພວກເຂົາແລະສັດຂອງພວກເຂົາໄດ້ດື່ມ.”
9
ແລ້ວໂມເຊກໍອອກໄປແລະຖືເອົາໄມ້ຄ້ອນເທົ້າທີ່ຢູ່ຕໍ່ໜ້າພຣະເຈົ້າຢາເວ ຕາມທີ່ພຣະອົງໄດ້ສັ່ງໄວ້.
10
ເພິ່ນກັບອາໂຣນໄດ້ເຕົ້າໂຮມຊຸມຊົນທັງໝົດຢູ່ຕໍ່ໜ້າໂງ່ນຫີນ ແລະໂມເຊກໍກ່າວວ່າ, “ຈົ່ງຟັງທາງນີ້ ພວກເຈົ້າຄົນກະບົດເອີຍ ພວກເຮົາຈະຕ້ອງເອົານໍ້າອອກມາຈາກໂງ່ນຫີນນີ້ ໃຫ້ພວກເຈົ້າດື່ມຊັ້ນບໍ?”
11
ແລ້ວໂມເຊກໍຍົກໄມ້ຄ້ອນເທົ້າຂຶ້ນຕີໂງ່ນຫີນສອງເທື່ອ ແລະນໍ້າກໍໄຫລທະລຸອອກມາຢ່າງຫລວງຫລາຍ ແລ້ວທັງຄົນແລະຝູງສັດທັງປວງກໍພາກັນດື່ມ.
12
ແຕ່ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊແລະອາໂຣນວ່າ, “ຍ້ອນພວກເຈົ້າບໍ່ມີຄວາມເຊື່ອພຽງພໍທີ່ຈະຮັບຮູ້ຣິດເດດອັນສັກສິດຂອງເຮົາ ຊ້ອງໜ້າປະຊາຊົນອິດສະຣາເອນ, ພວກເຈົ້າຈະບໍ່ໄດ້ນຳພາພວກເຂົາເຂົ້າໄປຢູ່ໃນດິນແດນ ບ່ອນທີ່ເຮົາໄດ້ສັນຍາວ່າຈະມອບໃຫ້ແກ່ພວກເຂົານັ້ນ.”
13
ເຫດການນີ້ໄດ້ເກີດຂຶ້ນທີ່ເມຣີບາ ບ່ອນທີ່ປະຊາຊົນອິດສະຣາເອນໄດ້ຈົ່ມຮ້າຍໃສ່ພຣະເຈົ້າຢາເວ ແລະບ່ອນທີ່ພຣະອົງໄດ້ສຳແດງໃຫ້ພວກເຂົາເຫັນວ່າ ພຣະອົງຊົງບໍຣິສຸດ.
14
ແລ້ວໂມເຊກໍໃຊ້ຜູ້ນຳຂ່າວຈາກເມືອງກາເດັດ ໄປຫາກະສັດແຫ່ງດິນແດນເອໂດມວ່າ, “ຂ່າວນີ້ແມ່ນສົ່ງມາຈາກຍາດຕິພີ່ນ້ອງຂອງທ່ານ ເຜົ່າຕ່າງໆຂອງຊາດອິດສະຣາເອນ. ທ່ານກໍຮູ້ເຖິງຄວາມຍາກລຳບາກທີ່ພວກຂ້າພະເຈົ້າໄດ້ປະສົບພົບພໍ້ມາ
15
ແລະບັນພະບຸລຸດຂອງພວກຂ້າພະເຈົ້າໄດ້ໄປທີ່ປະເທດເອຢິບ ບ່ອນທີ່ພວກເພິ່ນໄດ້ອາໄສຢູ່ເປັນເວລາຫລາຍປີ. ຊາວເອຢິບໄດ້ກົດຂີ່ຂົ່ມເຫັງບັນພະບຸລຸດຂອງພວກຂ້າພະເຈົ້າ ຕະຫລອດທັງພວກຂ້າພະເຈົ້າດ້ວຍ
16
ແລະພວກຂ້າພະເຈົ້າກໍໄດ້ຮ້ອງຂໍຕໍ່ພຣະເຈົ້າຢາເວໃຫ້ຊ່ວຍເຫລືອ. ພຣະອົງໄດ້ຍິນຄຳຮ້ອງໄຫ້ຂອງພວກຂ້າພະເຈົ້າ ຈຶ່ງສົ່ງເທວະດາຕົນໜຶ່ງນຳພາພວກຂ້າພະເຈົ້າອອກມາຈາກປະເທດເອຢິບ. ໃນເວລານີ້ ພວກຂ້າພະເຈົ້າພັກຢູ່ທີ່ກາເດັດ ເມືອງທີ່ຢູ່ໃກ້ກັບເຂດແດນຂອງທ່ານນີ້ເອງ.
17
ສະນັ້ນ ຈົ່ງອະນຸຍາດໃຫ້ພວກຂ້າພະເຈົ້າຜ່ານດິນແດນປະເທດຂອງທ່ານໄປດ້ວຍ. ພວກຂ້າພະເຈົ້າແລະຝູງສັດຈະບໍ່ອອກນອກຫົນທາງ ຫລືເຂົ້າໄປໃນຮົ້ວສວນ ຫລືສວນອະງຸ່ນຂອງທ່ານແລະພວກຂ້າພະເຈົ້າກໍຈະບໍ່ດື່ມນໍ້າຈາກສ້າງຂອງທ່ານດ້ວຍ. ພວກຂ້າພະເຈົ້າຈະໄປຕາມຖະໜົນໃຫຍ່ ຈົນກວ່າຈະພົ້ນເຂດແດນປະເທດຂອງທ່ານໄປ.”
18
ແຕ່ຊາວເອໂດມໄດ້ຕອບວ່າ, “ພວກເຮົາບໍ່ຍອມໃຫ້ພວກເຈົ້າຜ່ານດິນແດນຂອງພວກເຮົາໄປ ຖ້າພວກເຈົ້າຫາກຂືນເຂົ້າມາ ພວກເຮົາຈະຍົກກຳລັງອອກໄປໂຈມຕີພວກເຈົ້າ.”
19
ປະຊາຊົນອິດສະຣາເອນກ່າວວ່າ, “ພວກຂ້າພະເຈົ້າຈະຢູ່ຕາມຖະໜົນໃຫຍ່ເທົ່ານັ້ນ ແລະຖ້າພວກຂ້າພະເຈົ້າຫລືຝູງສັດຫາກດື່ມນໍ້າຂອງພວກທ່ານ ພວກຂ້າພະເຈົ້າຈະຈ່າຍເງິນໃຫ້ພວກທ່ານ. ສິ່ງທີ່ພວກຂ້າພະເຈົ້າຕ້ອງການ ແມ່ນຜ່ານດິນແດນປະເທດຂອງພວກທ່ານໄປເທົ່ານັ້ນ.”
20
ແຕ່ຊາວເອໂດມໄດ້ຢືນຢັນວ່າ, “ພວກເຮົາບໍ່ຍອມໃຫ້ຜ່ານເປັນເດັດຂາດ.” ແລ້ວພວກເຂົາກໍຍົກທັບອັນເຂັ້ມແຂງ ອອກມາໂຈມຕີປະຊາຊົນອິດສະຣາເອນ.
21
ຍ້ອນຊາວເອໂດມບໍ່ຍອມໃຫ້ຊາວອິດສະຣາເອນຜ່ານດິນແດນຂອງພວກເຂົາໄປ ຊາວອິດສະຣາເອນຈຶ່ງລ້ຽວໄປທາງອື່ນ.
22
ຊຸມຊົນອິດສະຣາເອນທັງໝົດໄດ້ອອກຈາກກາເດັດ ແລະເດີນທາງມາຮອດພູເຂົາໂຮເຣ
23
ໃກ້ເຂດແດນຂອງເມືອງເອໂດມ. ໃນທີ່ນັ້ນ ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊກັບອາໂຣນວ່າ,
24
“ອາໂຣນຈະບໍ່ໄດ້ເຂົ້າໄປໃນດິນແດນ ຊຶ່ງເຮົາໄດ້ສັນຍາວ່າຈະມອບໃຫ້ແກ່ຊາວອິດສະຣາເອນ; ລາວຈະຕາຍ ເພາະພວກເຈົ້າທັງສອງໄດ້ກະບົດຕໍ່ຄຳສັ່ງຂອງເຮົາທີ່ເມຣີບາ.
25
ຈົ່ງນຳອາໂຣນແລະເອເລອາຊາ ລູກຊາຍຂອງລາວຂຶ້ນໄປທີ່ເທິງພູໂຮເຣ
26
ແລະຢູ່ທີ່ນັ້ນໃຫ້ເຈົ້າຖອດເຄື່ອງປະໂຣຫິດຂອງອາໂຣນອອກ ແລະສວມໃສ່ໃຫ້ເອເລອາຊາ. ອາໂຣນຈະໄປຕາຍຢູ່ທີ່ນັ້ນ.”
27
ໂມເຊກໍເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້. ເພິ່ນໄດ້ຂຶ້ນໄປທີ່ເທິງພູເຂົາໂຮເຣຕໍ່ໜ້າຊຸມຊົນທັງໝົດ
28
ແລະໂມເຊກໍຖອດເຄື່ອງຕຳແໜ່ງປະໂຣຫິດອອກຈາກອາໂຣນ ແລະສວມໃສ່ໃຫ້ເອເລອາຊາຜູ້ເປັນລູກຊາຍ. ອາໂຣນຕາຍ ຢູ່ທີ່ຈອມພູ; ໂມເຊແລະເອເລອາຊາຈຶ່ງກັບລົງມາ.
29
ເມື່ອຊຸມຊົນທັງໝົດຮູ້ວ່າ ອາໂຣນໄດ້ຕາຍແລ້ວ ຄອບຄົວອິດສະຣາເອນທັງໝົດກໍພາກັນໄວ້ທຸກໃຫ້ເພິ່ນ 30 ວັນ.
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 21 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36