bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 12
Numbers 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 13 →
1
ໂມເຊໄດ້ແຕ່ງງານກັບຍິງສາວຜູ້ໜຶ່ງທີ່ເປັນຊາວກູເຊ ແລະມີຣີອາມກັບອາໂຣນໄດ້ຕໍ່ສູ້ໂມເຊກ່ຽວກັບເລື່ອງນີ້.
2
ພວກເຂົາຖາມວ່າ, “ພຣະເຈົ້າຢາເວກ່າວຜ່ານທາງໂມເຊແຕ່ຜູ້ດຽວເທົ່ານັ້ນບໍ? ພຣະອົງກໍກ່າວຜ່ານທາງ ພວກເຮົາຄືກັນບໍ່ແມ່ນບໍ?” ພຣະເຈົ້າຢາເວໄດ້ຍິນສິ່ງທີ່ພວກເຂົາໄດ້ເວົ້ານັ້ນ. (
3
ໂມເຊເປັນຄົນອ່ອນນ້ອມຖ່ອມຕົວທີ່ສຸດກວ່າທຸກໆຄົນໃນເທິງແຜ່ນດິນໂລກນີ້).
4
ໃນທັນໃດນັ້ນ ພຣະເຈົ້າຢາເວໄດ້ບອກໂມເຊ, ອາໂຣນ ແລະມີຣີອາມວ່າ, “ໃຫ້ພວກເຈົ້າທັງສາມຄົນອອກມາຈາກຫໍເຕັນບ່ອນຊຸມນຸມ.” ທັງສາມຈຶ່ງອອກມາ
5
ແລະພຣະເຈົ້າຢາເວໄດ້ລົງມາໃນເສົາເມກ ໂດຍຢືນຢູ່ທາງປະຕູເຂົ້າຫໍເຕັນແລະພຣະອົງໄດ້ເອີ້ນອາໂຣນແລະມີຣີອາມອອກມາ ເຂົາທັງສອງຈຶ່ງກ້າວອອກໄປຂ້າງໜ້າ
6
ແລະພຣະເຈົ້າຢາເວໄດ້ກ່າວວ່າ, “ບັດນີ້ ຈົ່ງຟັງເຮົາກ່າວໃຫ້ດີ ເມື່ອມີຜູ້ທຳນວາຍໃນທ່າມກາງພວກເຈົ້າ ເຮົາໄດ້ປາກົດເຮົາເອງໃຫ້ແກ່ພວກເຂົາເຫັນທາງນິມິດ ແລະກ່າວແກ່ພວກເຂົາທາງຄວາມຝັນ.
7
ມັນແຕກຕ່າງກັບເມື່ອເຮົາກ່າວແກ່ໂມເຊ ຄົນຮັບໃຊ້ທີ່ສັດຊື່ຂອງເຮົາ; ເຮົາໄດ້ໃຫ້ລາວຮັບຜິດຊອບປະຊາຊົນອິດສະຣາເອນທັງໝົດຂອງເຮົາ.
8
ດັ່ງນັ້ນ ເຮົາຈຶ່ງກ່າວແກ່ລາວຕໍ່ໜ້າຢ່າງຈະແຈ້ງແລະຢ່າງບໍ່ມີບັນຫາ; ລາວໄດ້ເຫັນແມ່ນແຕ່ຮູບຮ່າງຂອງພຣະເຈົ້າຢາເວ ເຫດໃດພວກເຈົ້າຈຶ່ງກ້າເວົ້າຕໍ່ສູ້ໂມເຊ ຜູ້ຮັບໃຊ້ຂອງເຮົາ?”
9
ພຣະເຈົ້າຢາເວໄດ້ໂກດຮ້າຍພວກເຂົາຢ່າງຮຸນແຮງແລະຈາກໄປ;
10
ໃນເວລາດຽວກັນນັ້ນເມກກໍລອຍຂຶ້ນໄປຈາກຫໍເຕັນ ແລະໃນທັນໃດ ມີຣີອາມກໍເກີດພະຍາດຂີ້ທູດ ຄືຜິວໜັງຂາວດັ່ງນວນຝ້າຍ. ເມື່ອອາໂຣນຫລຽວເບິ່ງແລະເຫັນວ່ານາງເປັນຂີ້ທູດ
11
ເພິ່ນຈຶ່ງເວົ້າກັບໂມເຊວ່າ, “ຂໍຢ່າໃຫ້ພວກເຮົາໄດ້ຮັບໂທດ ຍ້ອນບາບກຳເພາະຄວາມໂງ່ງ່າວຂອງພວກເຮົາເລີຍເທາະ.
12
ຢ່າປະໃຫ້ມີຣີອາມຕ້ອງຕາຍທັງເປັນ ໂດຍພະຍາດຂີ້ທູດກັດກິນນາງແລ້ວຕັ້ງເຄິ່ງຕົວ.”
13
ສະນັ້ນ ໂມເຊຈຶ່ງຂໍຮ້ອງຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າ ຂໍຊົງໂຜດຮັກສານາງໃຫ້ຫາຍດີດ້ວຍເຖີດ.”
14
ພຣະເຈົ້າຢາເວໄດ້ຕອບວ່າ, “ຖ້າພໍ່ຂອງມີຣີອາມຫາກຖົ່ມນໍ້າລາຍໃສ່ໜ້ານາງ ນາງຈະຕ້ອງໄດ້ຮັບຄວາມອັບອາຍເປັນເວລາເຈັດວັນ. ສະນັ້ນ ໃຫ້ນາງອອກໄປຢູ່ນອກຄ້າຍພັກໜຶ່ງອາທິດ ແລະຫລັງຈາກນັ້ນໃຫ້ນາງກັບເຂົ້າມາໄດ້.”
15
ສະນັ້ນ ມີຣີອາມຈຶ່ງຢູ່ນອກຄ້າຍເຈັດວັນ ແລະປະຊາຊົນບໍ່ໄດ້ຍົກຍ້າຍໄປໃສຈົນກວ່ານາງໄດ້ຖືກນຳເຂົ້າມາອີກ.
16
ແລ້ວພວກເຂົາກໍຈາກເມືອງຮາເຊໂຣດ ແລະຕັ້ງຄ້າຍພັກຢູ່ທີ່ຖິ່ນແຫ້ງແລ້ງກັນດານປາຣານ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36