bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 32
Numbers 32
Lao Bible 2012 (ພຣະຄຳພີສັກສິ)
← Chapter 31
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 33 →
1
ເຜົ່າຣູເບັນແລະກາດມີຝູງສັດເປັນຈຳນວນຫລວງຫລາຍ. ເມື່ອພວກເຂົາເຫັນວ່າ ດິນແດນຢາເຊກັບກີເລອາດເໝາະສຳລັບການລ້ຽງສັດ
2
ພວກເຂົາຈຶ່ງມາຫາໂມເຊ ປະໂຣຫິດເອເລອາຊາ ແລະບັນດາຜູ້ນຳຄົນອື່ນໆຂອງຊຸມຊົນອິດສະຣາເອນ ແລະກ່າວວ່າ,
3
“ດິນແດນສ່ວນທີ່ພຣະເຈົ້າຢາເວໄດ້ຢຶດເອົາສຳລັບປະຊາຊົນອິດສະຣາເອນເຊັ່ນ: ເມືອງອາຕາໂຣດ, ດີໂບນ, ຢາເຊ, ນີມຣາ, ເຮັດຊະໂບນ, ເອເລອາເລ, ສິບມາ, ເນໂບ ແລະເບໂອນ ເປັນດິນດີຊຶ່ງເໝາະສຳລັບລ້ຽງສັດ ແລະພວກຄົນຮັບໃຊ້ຂອງທ່ານກໍມີຝູງສັດຫລາຍ.
5
ກະລຸນາມອບດິນແດນເຫຼົ່ານີ້ໃຫ້ເປັນສົມບັດຂອງພວກເຮົາເຖີດ ແລະຢ່າໃຫ້ພວກເຮົາຂ້າມແມ່ນໍ້າຈໍແດນໄປຕັ້ງຖິ່ນຖານຢູ່ທາງຟາກພຸ້ນເລີຍ.”
6
ໂມເຊຖາມຄືນວ່າ, “ພວກເຈົ້າຢາກຢູ່ທີ່ນີ້ ໃນເມື່ອພວກພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າອອກໄປເຮັດເສິກຊັ້ນບໍ?
7
ດ້ວຍເຫດໃດ ພວກເຈົ້າຈຶ່ງເຮັດໃຫ້ປະຊາຊົນອິດສະຣາເອນທໍ້ຖອຍກຳລັງໃຈ ທີ່ຈະຂ້າມແມ່ນໍ້າຈໍແດນເຂົ້າໄປຢຶດເອົາດິນແດນທີ່ພຣະເຈົ້າຢາເວມອບໃຫ້ພວກເຂົາ?
8
ຕອນເມື່ອຂ້າພະເຈົ້າໄດ້ໃຊ້ພໍ່ຂອງພວກເຈົ້າຈາກກາເດັດບາກເນອາໄປສຳຫລວດເບິ່ງດິນແດນນັ້ນ ພວກເຂົາກໍເຮັດຄືພວກເຈົ້ານີ້ແຫຼະ.
9
ເມື່ອໄປຮອດຮ່ອມພູເອັດຊະໂຄນແລະເຫັນດິນແດນແລ້ວ ພວກເຂົາກັບມາເລົ່າເລື່ອງໃຫ້ປະຊາຊົນທໍ້ຖອຍກຳລັງໃຈ ທີ່ຈະເຂົ້າໄປຢຶດເອົາດິນແດນ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົານັ້ນ.
10
ໃນມື້ນັ້ນ ພຣະເຈົ້າຢາເວໄດ້ໂກດຮ້າຍຫລາຍ ແລະພຣະອົງໄດ້ສັນຍາດັ່ງນີ້:
11
‘ເຮົາຂໍສາບານວ່າ ເພາະພວກເຂົາບໍ່ໄດ້ສັດຊື່ຕໍ່ເຮົາ ບໍ່ມີຊາຍຄົນໃດໃນພວກເຂົາທີ່ໄດ້ອອກມາຈາກປະເທດເອຢິບ ທີ່ມີອາຍຸຊາວປີຂຶ້ນໄປ ຈະໄດ້ເຂົ້າໄປໃນດິນແດນທີ່ເຮົາໄດ້ສັນຍາໄວ້ກັບອັບຣາຮາມ, ອີຊາກ ແລະຢາໂຄບ.’
12
ເລື່ອງນີ້ລວມເຖິງທຸກໆຄົນ ນອກຈາກກາເລັບລູກຊາຍຂອງເຢຟຸນເນຊາວເກນີຊິດ ແລະໂຢຊວຍລູກຊາຍຂອງນູນ ເພາະພວກເຂົາໄດ້ຕິດຕາມພຣະເຈົ້າຢາເວ.
13
ພຣະເຈົ້າຢາເວໄດ້ໂກດຮ້າຍຕໍ່ປະຊາຊົນ ແລະເຮັດໃຫ້ພວກເຂົາທ່ອງທ່ຽວໄປມາໃນຖິ່ນແຫ້ງແລ້ງກັນດານເປັນເວລາ 40 ປີ ຈົນຄົນຢູ່ໃນລຸ້ນທີ່ພຣະອົງບໍ່ພໍໃຈນຳນັ້ນຕາຍໄປໝົດ.
14
ມາບັດນີ້ ພວກເຈົ້າໄດ້ເຮັດຄືບັນພະບຸລຸດຂອງພວກເຈົ້າອີກ; ຄົນບາບລຸ້ນໃໝ່ນີ້ຕຽມຈະນຳຄວາມໂກດຮ້າຍຂອງພຣະເຈົ້າຢາເວ ມາສູ່ຊາດອິດສະຣາເອນອີກແລ້ວ.
15
ຖ້າຄົນຢູ່ໃນເຜົ່າຣູເບັນແລະກາດຫາກບໍ່ເຮັດຕາມຄຳສັ່ງຂອງພຣະອົງ. ພຣະອົງຈະປະຖິ້ມຄົນເຫຼົ່ານີ້ທັງໝົດ ໃນຖິ່ນແຫ້ງແລ້ງກັນດານອີກເທື່ອໜຶ່ງ ແລະພວກເຈົ້າຈະຕ້ອງຮັບຜິດຊອບຕໍ່ຄວາມຈິບຫາຍຂອງຊາດອິດສະຣາເອນ.”
16
ພວກເຂົາໄດ້ຫຍັບເຂົ້າມາໃກ້ໂມເຊ ແລະກ່າວວ່າ, “ກ່ອນອື່ນໃຫ້ພວກເຮົາສ້າງກຳແພງຫີນລ້ອມຝູງແກະ ແລະສ້າງປ້ອມລ້ອມກຳແພງເມືອງໃຫ້ລູກເມຍກ່ອນ.
17
ແລ້ວພວກເຮົາກໍພ້ອມທີ່ຈະໄປກັບພວກພີ່ນ້ອງອິດສະຣາເອນຄົນອື່ນໆ ເຂົ້າສູ່ສະໜາມຮົບ ແລະນຳພາບຸກໂຈມຕີຂ້າເສິກ ຈົນກວ່າພວກເຂົາຈະໄດ້ຕັ້ງຫຼັກແຫຼ່ງຢູ່ໃນດິນແດນທີ່ເປັນຂອງພວກເຂົາ. ໃນເວລາດຽວກັນນັ້ນ ຄົນຂອງພວກເຮົາກໍຈະໄດ້ຢູ່ໃນເມືອງທີ່ມີປ້ອມລ້ອມດ້ວຍກຳແພງ ແລະປອດໄພຈາກປະຊາຊົນໃນດິນແດນນີ້.
18
ພວກເຮົາຈະບໍ່ຍິນຍອມກັບມາບ້ານເມືອງ ຈົນກວ່າພີ່ນ້ອງອິດສະຣາເອນທັງໝົດໄດ້ຮັບດິນແດນ ທີ່ຖືກມອບໝາຍໃຫ້ນັ້ນມາເປັນກຳມະສິດຂອງພວກເຂົາ.
19
ພວກເຮົາຈະບໍ່ເອົາດິນແດນສ່ວນໃດໆທີ່ທາງຟາກນັ້ນຂອງແມ່ນໍ້າຈໍແດນອີກ ເພາະໄດ້ຮັບສ່ວນແບ່ງຢູ່ທີ່ທາງຟາກຕາເວັນອອກຂອງແມ່ນໍ້າຈໍແດນນີ້ແລ້ວ.”
20
ໂມເຊຕອບວ່າ, “ຖ້າພວກເຈົ້າຫາກໝາຍຄວາມວ່າຢ່າງນັ້ນແທ້ ແລ້ວຊ້ອງໜ້າພຣະເຈົ້າຢາເວຢູ່ທີ່ນີ້ ຈົ່ງຕຽມຕົວເຂົ້າໄປສູ້ຮົບ.
21
ໃຫ້ນັກຮົບຂອງພວກເຈົ້າທຸກຄົນຂ້າມແມ່ນໍ້າຈໍແດນ ແລະພາຍໃຕ້ການບັນຊາຂອງພຣະເຈົ້າຢາເວໃຫ້ພວກເຂົາບຸກໂຈມຕີເຫຼົ່າສັດຕູ ຈົນກວ່າພຣະອົງຊະນະພວກເຂົາ
22
ແລະຢຶດຄອງເອົາດິນແດນມາເປັນກຳມະສິດ. ຫລັງຈາກນັ້ນ ພວກເຈົ້າຈຶ່ງຈະສາມາດກັບຄືນມາໄດ້ ຍ້ອນພວກເຈົ້າໄດ້ເຮັດຕາມຄຳສັນຍາທີ່ໃຫ້ໄວ້ກັບພຣະເຈົ້າຢາເວ ແລະກັບພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າແລ້ວ ພຣະເຈົ້າຢາເວກໍຈະຮັບຮູ້ວ່າ ດິນແດນທີ່ທາງຟາກຕາເວັນອອກນີ້ເປັນຂອງພວກເຈົ້າຕໍ່ໜ້າພຣະເຈົ້າຢາເວ.
23
ແຕ່ຖ້າພວກເຈົ້າຫາກບໍ່ເຮັດຕາມສັນຍາ ເຮົາຂໍເຕືອນວ່າ ພວກເຈົ້າໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ແລະພວກເຈົ້າຈະໄດ້ຮັບໂທດກຳຍ້ອນບາບນັ້ນ. ຢ່າເຂົ້າໃຈຜິດໃນເລື່ອງນີ້.
24
ສະນັ້ນ ຈົ່ງໃຫ້ພວກເຈົ້າສ້າງເມືອງ ແລະກຳແພງລ້ອມຝູງສັດສາ ແຕ່ຈົ່ງເຮັດຕາມທີ່ພວກເຈົ້າໄດ້ສັນຍາໄວ້ນັ້ນ.”
25
ຊາວກາດແລະຊາວຣູເບັນໄດ້ຢືນຢັນກັບໂມເຊວ່າ, “ທ່ານເອີຍ ພວກເຮົາຈະເຮັດຕາມທີ່ທ່ານສັ່ງ
26
ລູກເມຍກັບຝູງສັດຂອງພວກເຮົາຈະຢູ່ໃນເມືອງກີເລອາດນີ້.
27
ສ່ວນພວກເຮົາທັງໝົດຈະຕຽມພ້ອມເຂົ້າໄປສູ້ຮົບ ຕາມຄຳສັ່ງຂອງພຣະເຈົ້າຢາເວ. ພວກເຮົາຈະຂ້າມແມ່ນໍ້າຈໍແດນໄປແລະຈະສູ້ຮົບຕາມທີ່ທ່ານໄດ້ສັ່ງໄວ້.”
28
ດັ່ງນັ້ນ ໂມເຊຈຶ່ງສັ່ງເອເລອາຊາ, ໂຢຊວຍ ແລະບັນດາຜູ້ນຳຄົນອື່ນໆຂອງຊາດອິດສະຣາເອນວ່າ,
29
“ຖ້າຊາວກາດກັບຊາວຣູເບັນຫາກຕຽມພ້ອມສູ້ຮົບ ແລະຂ້າມແມ່ນໍ້າຈໍແດນໄປກັບພວກເຈົ້າຕໍ່ໜ້າພຣະເຈົ້າຢາເວ ແລະຖ້າພວກເຂົາຫາກຊ່ວຍພວກເຈົ້າຢຶດຄອງດິນແດນໄດ້ແລ້ວ ຈົ່ງມອບດິນແດນກີເລອາດໃຫ້ເປັນສົມບັດຂອງພວກເຂົາ.
30
ແຕ່ຖ້າພວກເຂົາຫາກບໍ່ໄດ້ຂ້າມແມ່ນໍ້າຈໍແດນເຂົ້າໄປສູ້ຮົບຊ່ວຍພວກເຈົ້າ ໃຫ້ພວກເຂົາຮັບສ່ວນສົມບັດຂອງພວກເຂົາຢູ່ໃນດິນແດນການາອານຄືກັນກັບພວກເຈົ້າ.”
31
ຊາວກາດແລະຊາວຣູເບັນໄດ້ຕອບຢືນຢັນວ່າ, “ທ່ານເອີຍ ພວກເຮົາຈະເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
32
ພວກເຮົາຈະຂ້າມແມ່ນໍ້າຈໍແດນ ເຂົ້າໄປສູ້ຮົບໃນດິນແດນການາອານຕໍ່ໜ້າພຣະເຈົ້າຢາເວ ເພື່ອພວກເຮົາຈະໄດ້ຮັບດິນແດນ ທາງຟາກຕາເວັນອອກຂອງແມ່ນໍ້າຈໍແດນມາເປັນສ່ວນຂອງພວກເຮົາ.”
33
ດັ່ງນັ້ນ ໂມເຊຈຶ່ງໄດ້ມອບດິນແດນນັ້ນໃຫ້ແກ່ເຜົ່າກາດ, ເຜົ່າຣູເບັນ ແລະມານາເຊລູກຊາຍຂອງໂຢເຊັບເຄິ່ງເຜົ່າຄື: ເຂດແດນທັງໝົດຂອງເຈົ້າສີໂຫນກະສັດຂອງຊາວອາໂມ ແລະຂອງເຈົ້າໂອກກະສັດແຫ່ງນະຄອນບາຊານ ພ້ອມເມືອງຕ່າງໆທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ.
34
ເຜົ່າກາດໄດ້ສ້າງປ້ອມລ້ອມກຳແພງເມືອງຂຶ້ນໃໝ່ໃນເມືອງຕ່າງໆ ດັ່ງນີ້: ດີໂບນ, ອາຕາໂຣດ, ອາໂຣເອ,
35
ອັດໂຣດໂຊຟັນ, ຢາເຊ, ໂຢກເບຮາ,
36
ເບັດນີມຣາ ແລະເບັດຮາຣານ.
37
ເຜົ່າຣູເບັນໄດ້ສ້າງເມືອງຂຶ້ນໃໝ່ໃນເມືອງຕ່າງໆ ດັ່ງນີ້: ເຮັດຊະໂບນ, ເອເລອາເລ, ກີຣິອາດທາອິມ,
38
ເນໂບ, ບາອານເມໂອນ (ຊື່ນີ້ຕໍ່ມາໄດ້ປ່ຽນໃໝ່) ແລະສິບມາ. ພວກເຂົາໄດ້ປ່ຽນຊື່ໃຫ້ເມືອງທີ່ໄດ້ສ້າງຂຶ້ນໃໝ່ເຫຼົ່ານັ້ນທັງໝົດ.
39
ຕະກຸນມາກີ ລູກຊາຍຂອງມານາເຊ ໄດ້ບຸກລຸກດິນແດນກີເລອາດພ້ອມທັງໄລ່ຊາວອາໂມ ທີ່ອາໄສຢູ່ໃນເມືອງອອກໄປແລະຢຶດຄອງເອົາເມືອງ.
40
ດັ່ງນັ້ນ ໂມເຊຈຶ່ງມອບເມືອງກີເລອາດໃຫ້ຕະກຸນມາກີ ລູກຊາຍຂອງມານາເຊ ແລະພວກເຂົາກໍພາກັນຕັ້ງຫຼັກແຫຼ່ງຢູ່ໃນທີ່ນັ້ນ.
41
ຢາອີ ຊາວມານາເຊໄດ້ບຸກໂຈມຕີແລະຢຶດເອົາໝູ່ບ້ານບາງແຫ່ງ ແລະໃສ່ຊື່ໝູ່ບ້ານນັ້ນວ່າ, ໝູ່ບ້ານຢາອີ.
42
ໂນບາໄດ້ໂຈມຕີ ແລະຢຶດຄອງເອົາເມືອງເກນາດພ້ອມທັງໝູ່ບ້ານຕ່າງໆ ແລະໃສ່ຊື່ເມືອງນີ້ໃໝ່ຕາມຊື່ຂອງຕົນວ່າ, ເມືອງໂນບາ.
← Chapter 31
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 33 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36