bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 18
Numbers 18
Lao Bible 2012 (ພຣະຄຳພີສັກສິ)
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 19 →
1
ພຣະເຈົ້າຢາເວໄດ້ບອກອາໂຣນວ່າ, “ເຈົ້າກັບພວກລູກຊາຍຂອງເຈົ້າ ພ້ອມທັງຊາວເລວີຕ້ອງເປັນຜູ້ຮັບຜົນກຳຈາກຄວາມຜິດໃນການຮັບໃຊ້ ແລະການປະຕິບັດໜ້າທີ່ໃນຫໍເຕັນບ່ອນເຮົາສະຖິດຢູ່, ແຕ່ເຈົ້າກັບພວກລູກຊາຍຂອງເຈົ້າໃນຖານະທີ່ເປັນປະໂຣຫິດຂອງເຮົາ ຈະເປັນຜູ້ຮັບຜິດຊອບຕໍ່ຄວາມຜິດນັ້ນ.
2
ໃຫ້ນຳຍາດຕິພີ່ນ້ອງໃນເຜົ່າເລວີຂອງເຈົ້າມາເຮັດວຽກຊ່ວຍເຈົ້າ ໃນເວລາທີ່ພວກເຈົ້າເຂົ້າໄປຮັບໃຊ້ເຮົາໃນຫໍເຕັນ.
3
ໃຫ້ພວກເຂົາເຮັດວຽກເພື່ອເຈົ້າ ແລະຮັບຜິດຊອບໜ້າທີ່ໃນຫໍເຕັນ, ແຕ່ຢ່າໃຫ້ພວກເຂົາເຂົ້າໃກ້ສິ່ງໃດໆໃນບ່ອນສັກສິດຂອງເຮົາຫລືໃກ້ແທ່ນບູຊາ. ຖ້າພວກເຂົາຫາກຂືນເຮັດທັງເຂົາ ແລະເຈົ້າເອງຈະໄດ້ຮັບໂທດເຖິງຕາຍ.
4
ພວກເຂົາຈະເຮັດວຽກກັບເຈົ້າ ແລະຮັບຜິດຊອບໜ້າທີ່ທຸກຢ່າງໃນຫໍເຕັນບ່ອນຊຸມນຸມ, ແຕ່ຢ່າເອົາຄົນທີ່ຂາດຄຸນສົມບັດມາເຮັດວຽກການນຳເຈົ້າ.
5
ເຈົ້າແລະພວກລູກຊາຍຂອງເຈົ້າເທົ່ານັ້ນ ຈະຕ້ອງຮັບຜິດຊອບຕໍ່ບ່ອນສັກສິດແລະຕໍ່ແທ່ນບູຊາ ເພື່ອຄວາມໂກດຮ້າຍຂອງເຮົາຈະບໍ່ໄດ້ຕົກຖືກປະຊາຊົນອິດສະຣາເອນອີກ.
6
ແມ່ນເຮົາເອງທີ່ເປັນຜູ້ເລືອກເອົາຍາດຕິພີ່ນ້ອງຊາວເລວີຂອງເຈົ້າ ຈາກທ່າມກາງຊາວອິດສະຣາເອນ ເພື່ອໃຫ້ເປັນຂອງຂວັນແກ່ເຈົ້າ. ເຈົ້າໄດ້ອຸທິດຖວາຍພວກເຂົາໃຫ້ແກ່ພຣະເຈົ້າຢາເວ ເພື່ອວ່າພວກເຂົາຈະປະຕິບັດໜ້າທີ່ໃນຫໍເຕັນບ່ອນຊຸມນຸມໄດ້.
7
ແຕ່ແມ່ນເຈົ້າກັບພວກລູກຊາຍຂອງເຈົ້າເທົ່ານັ້ນ ທີ່ຈະປະຕິບັດໜ້າທີ່ຄວາມຮັບຜິດຊອບທັງໝົດຂອງປະໂຣຫິດ ກ່ຽວກັບແທ່ນບູຊາແລະໃນບ່ອນສັກສິດທີ່ສຸດໃຫ້ສຳເລັດ. ສິ່ງເຫຼົ່ານີ້ເປັນຄວາມຮັບຜິດຊອບຂອງເຈົ້າ ກໍຍ້ອນວ່າເຮົາໄດ້ມອບຕຳແໜ່ງປະໂຣຫິດໃຫ້ເຈົ້າ. ຜູ້ອື່ນໃດທີ່ເຂົ້າມາໃກ້ ຈະໄດ້ຮັບໂທດເຖິງຕາຍ.”
8
ພຣະເຈົ້າຢາເວໄດ້ກ່າວແກ່ອາໂຣນວ່າ, “ຈົ່ງຈົດຈຳໄວ້ວ່າເຮົາໄດ້ມອບເຄື່ອງຖວາຍພິເສດທຸກສິ່ງທີ່ບໍ່ໄດ້ເຜົາບູຊາ ທີ່ຊາວອິດສະຣາເອນໄດ້ຖວາຍແກ່ເຮົາໃຫ້ແກ່ເຈົ້າ. ເຮົາໄດ້ມອບສິ່ງນັ້ນທັງໝົດໃຫ້ເປັນສ່ວນແບ່ງແກ່ເຈົ້າ ແລະເຊື້ອສາຍຂອງພວກເຈົ້າຕະຫລອດໄປ.
9
ເຄື່ອງຖວາຍອັນບໍຣິສຸດທີ່ສຸດ ຊຶ່ງບໍ່ໄດ້ຖືກເຜົາເທິງແທ່ນບູຊາເປັນຂອງເຈົ້າ ແລະມີດັ່ງຕໍ່ໄປນີ້: ເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງຖວາຍລຶບລ້າງບາບ ແລະເຄື່ອງຖວາຍໃນການໃຊ້ແທນຄືນ. ທຸກໆສິ່ງທີ່ໄດ້ຖວາຍຢ່າງບໍຣິສຸດໃຫ້ແກ່ເຮົາເປັນຂອງເຈົ້າແລະພວກລູກຂອງເຈົ້າ.
10
ພວກເຈົ້າຕ້ອງກິນສິ່ງເຫຼົ່ານີ້ຢູ່ໃນບ່ອນສັກສິດທີ່ສຸດ ແລະມີພຽງແຕ່ຜູ້ຊາຍເທົ່ານັ້ນທີ່ກິນໄດ້ເພາະເປັນຂອງບໍຣິສຸດ.
11
ນອກຈາກນີ້ອີກ ເຄື່ອງຖວາຍພິເສດອື່ນໆທີ່ຊາວອິດສະຣາເອນຖວາຍແກ່ເຮົາ ຈະເປັນຂອງເຈົ້າ. ເຮົາຍົກໃຫ້ເປັນຂອງເຈົ້າ, ພວກລູກຊາຍຂອງເຈົ້າ ແລະລູກສາວຂອງເຈົ້າທຸກຍຸກທຸກສະໄໝສືບໄປ. ສະມາຊິກທຸກໆຄົນໃນຄອບຄົວຂອງເຈົ້າ ທີ່ບໍ່ເປັນມົນທິນກິນຂອງຖວາຍນັ້ນໄດ້.
12
ຜົນລະປູກຫົວປີອັນດີທີ່ສຸດ ຊຶ່ງຊາວອິດສະຣາເອນນຳມາຖວາຍແກ່ພຣະເຈົ້າຢາເວແຕ່ລະປີເຊັ່ນ: ນໍ້າມັນໝາກກອກເທດ, ເຫຼົ້າອະງຸ່ນ ແລະພືດຜົນເປັນເມັດເຮົາໄດ້ມອບໃຫ້ແກ່ເຈົ້າ.
13
ຜົນລະປູກລຸ້ນທຳອິດຂອງທຸກຢ່າງທີ່ຢູ່ໃນດິນແດນຂອງພວກເຂົາ ທີ່ພວກເຂົານຳມາຖວາຍແກ່ພຣະເຈົ້າຢາເວເປັນຂອງເຈົ້າ. ສະມາຊິກທຸກໆຄົນໃນຄອບຄົວຂອງເຈົ້າທີ່ບໍ່ເປັນມົນທິນ ກິນຂອງຖວາຍນັ້ນໄດ້.
14
ທຸກໆສິ່ງທີ່ປະຊາຊົນໃນຊາດອິດສະຣາເອນ ໄດ້ນຳມາຖວາຍແກ່ເຮົາ ໂດຍບໍ່ມີເງື່ອນໄຂເປັນຂອງເຈົ້າ.
15
ລູກກົກຂອງຊາວອິດສະຣາເອນ ບໍ່ວ່າເປັນຄົນຫລືສັດກໍດີທີ່ນຳມາຖວາຍແກ່ພຣະເຈົ້າຢາເວເປັນຂອງເຈົ້າ. ແຕ່ໃຫ້ໄຖ່ລູກກົກຂອງທຸກໆຄົນຄືນໄວ້ ແລະສັດຫົວປີທຸກໆໂຕທີ່ເປັນມົນທິນຕາມກົດບັນຍັດກໍໃຫ້ໄຖ່ຄືນໄດ້ເໝືອນກັນ.
16
ສິ່ງທີ່ຖືກໄຖ່ຄືນນັ້ນ ຈົ່ງໄຖ່ໄວ້ແຕ່ອາຍຸໜຶ່ງເດືອນຂຶ້ນໄປ ໃຫ້ໄຖ່ເອົາຄືນໄດ້ໃນລາຄາເງິນຫ້າຫລຽນ ຕາມອັດຕາເງິນຂອງສຳນັກນະມັດສະການຊຶ່ງໄດ້ກຳນົດໄວ້.
17
ແຕ່ລູກຫົວປີຂອງງົວ, ແກະ ແລະແບ້ໄຖ່ຄືນໄວ້ບໍ່ໄດ້; ສັດເຫຼົ່ານີ້ເປັນຂອງເຮົາຢ່າງສົມບູນ ແລະໃຫ້ພວກເຈົ້າຂ້າຖວາຍບູຊາແກ່ເຮົາ. ຈົ່ງຖອກເລືອດໃສ່ແທ່ນບູຊາ ແລະເຜົາໄຂມັນຕາມພິທີຖວາຍບູຊາດ້ວຍໄຟ ກິ່ນຫອມຫວນນັ້ນຈຶ່ງເປັນທີ່ພໍໃຈແກ່ພຣະເຈົ້າຢາເວ.
18
ສ່ວນຊີ້ນສັດເຫຼົ່ານັ້ນເປັນຂອງເຈົ້າ ເຊັ່ນ: ຊີ້ນໜ້າເອິກ ແລະຊີ້ນຂາຫລັງເບື້ອງຂວາ ທີ່ເປັນເຄື່ອງຖວາຍແກວ່ງໄປແກວ່ງມາ.
19
ເຄື່ອງຖວາຍພິເສດທັງໝົດເປັນບໍຣິສຸດທີ່ຊາວອິດສະຣາເອນໄດ້ນຳມາຖວາຍແກ່ພຣະເຈົ້າຢາເວ ເປັນຂອງເຈົ້າແລະພວກລູກຊາຍຍິງຂອງເຈົ້າທຸກຍຸກທຸກສະໄໝສືບໄປ. ອັນນີ້ ແມ່ນພັນທະສັນຍາຂອງເກືອອັນປ່ຽນແປງບໍ່ໄດ້ຕໍ່ໜ້າພຣະເຈົ້າຢາເວສຳລັບເຈົ້າແລະເຊື້ອສາຍຂອງເຈົ້າ.”
20
ພຣະເຈົ້າຢາເວໄດ້ບອກອາໂຣນວ່າ, “ເຈົ້າຈະບໍ່ໄດ້ຮັບຊັບສົມບັດໃດໆເປັນມູນມໍຣະດົກ ແລະທັງຈະບໍ່ໄດ້ທີ່ດິນສ່ວນໃດໆໃນດິນແດນອິດສະຣາເອນເປັນຂອງພວກເຈົ້າໃນທ່າມກາງພວກເຂົາ. ເຮົາເປັນທຸກສິ່ງທີ່ເຈົ້າຕ້ອງການ.”
21
“ເຮົາໄດ້ມອບໜຶ່ງສ່ວນສິບຂອງທຸກໆສິ່ງ ທີ່ຊາວອິດສະຣາເອນຖວາຍແກ່ເຮົາໃຫ້ຊາວເລວີ. ອັນນີ້ເປັນຄ່າຕອບແທນວຽກການທີ່ພວກເຂົາຮັບຜິດຊອບເບິ່ງແຍງຮັກສາຫໍເຕັນບ່ອນຊຸມນຸມ.
22
ຊາວອິດສະຣາເອນຄົນອື່ນໆບໍ່ຕ້ອງເຂົ້າມາໃກ້ຫໍເຕັນບ່ອນຊຸມນຸມ ບໍ່ດັ່ງນັ້ນ ພວກເຂົາຈະຖືກລົງໂທດເຖິງຕາຍ.
23
ຕັ້ງແຕ່ນີ້ໄປ ໃຫ້ຊາວເລວີເທົ່ານັ້ນເບິ່ງແຍງຮັກສາຫໍເຕັນບ່ອນຊຸມນຸມ ແລະໃຫ້ພວກເຂົາຮັບຜິດຊອບຢ່າງເຕັມສ່ວນຕໍ່ໜ້າທີ່ນີ້. ອັນນີ້ແມ່ນລະບຽບການຕາຍຕົວທີ່ໃຫ້ພວກເຊື້ອສາຍຂອງພວກເຈົ້າປະຕິບັດຄືກັນ. ຊາວເລວີຈະບໍ່ມີສົມບັດອັນຖາວອນ ໃນດິນແດນອິດສະຣາເອນເຊັ່ນກັນ
24
ເພາະເຮົາໄດ້ຍົກໜຶ່ງສ່ວນສິບຂອງການຖວາຍພິເສດ ທີ່ຊາວອິດສະຣາເອນໄດ້ນຳມາຖວາຍແກ່ພຣະເຈົ້າຢາເວນັ້ນ ໃຫ້ເປັນກຳມະສິດຂອງພວກເຂົາ. ດັ່ງນັ້ນ ເຮົາຈຶ່ງບອກວ່າພວກເຂົາຈະບໍ່ມີຊັບສົມບັດອັນຖາວອນໃດໆ ຢູ່ໃນດິນແດນອິດສະຣາເອນ.”
25
ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້
26
ໃຫ້ບອກຊາວເລວີດັ່ງນີ້, “ເມື່ອພວກເຈົ້າຮັບໜຶ່ງສ່ວນສິບທີ່ໄດ້ຈາກຊາວອິດສະຣາເອນ ພວກເຈົ້າຕ້ອງແບ່ງໜຶ່ງສ່ວນສິບຖວາຍເປັນສ່ວນຖວາຍພິເສດໃຫ້ແກ່ພຣະເຈົ້າຢາເວເໝືອນກັນ.
27
ສ່ວນຖວາຍພິເສດນີ້ ຈະຖືເປັນດັ່ງເຂົ້າໃໝ່ ແລະເຫຼົ້າອະງຸ່ນໃໝ່ທີ່ຊາວສວນໄດ້ນຳມາຖວາຍ.
28
ໃນທຳນອງນີ້ ພວກເຈົ້າຈົ່ງຖວາຍສ່ວນຖວາຍພິເສດທີ່ເປັນຂອງພຣະເຈົ້າຢາເວ ທີ່ໄດ້ຮັບຈາກໜຶ່ງສ່ວນສິບທັງໝົດຂອງຊາວອິດສະຣາເອນເໝືອນກັນ. ໃຫ້ພວກເຈົ້າມອບສ່ວນຖວາຍພິເສດນີ້ໃຫ້ປະໂຣຫິດອາໂຣນ ເພື່ອໃຫ້ເພິ່ນຖວາຍແກ່ພຣະເຈົ້າຢາເວ.
29
ຈາກສິ່ງທັງໝົດຊຶ່ງພວກເຈົ້າໄດ້ຮັບ ຈົ່ງເອົາສ່ວນດີທີ່ສຸດນັ້ນມາຖວາຍແກ່ພຣະເຈົ້າຢາເວ.
30
ເມື່ອພວກເຈົ້າໄດ້ຖວາຍສ່ວນທີ່ດີທີ່ສຸດແລ້ວ ພວກເຈົ້າກໍຮັກສາສ່ວນທີ່ເຫຼືອນັ້ນໄວ້ໄດ້ ເໝືອນກັນກັບຊາວສວນໄດ້ຮັກສາສິ່ງທີ່ເຫຼືອໄວ້ ຫລັງຈາກທີ່ພວກເຂົາໄດ້ຖວາຍແລ້ວ.
31
ພວກເຈົ້າແລະຄອບຄົວຈະເອົາໄປກິນບ່ອນໃດບ່ອນໜຶ່ງກໍໄດ້ ເພາະວ່າແມ່ນຄ່າຈ້າງສຳລັບວຽກງານທີ່ພວກເຈົ້າໄດ້ເຮັດໃນຫໍເຕັນບ່ອນຊຸມນຸມ.
32
ພວກເຈົ້າບໍ່ມີຄວາມຜິດໃນຂອງຖວາຍ ເມື່ອພວກເຈົ້າກິນສ່ວນທີ່ໄດ້ຮັບນັ້ນ. ແຕ່ຢ່າເຮັດໃຫ້ຂອງຖວາຍທີ່ຊາວອິດສະຣາເອນຖືວ່າບໍຣິສຸດນັ້ນເປັນມົນທິນ ໂດຍກິນສ່ວນໃດສ່ວນໜຶ່ງກ່ອນຖວາຍສ່ວນທີ່ດີທີ່ສຸດ ຖ້າພວກເຈົ້າຫາກຂືນເຮັດ ພວກເຈົ້າຈະໄດ້ຮັບໂທດເຖິງຕາຍ.”
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 19 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36