bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 5
Numbers 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 6 →
1
ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
2
“ຈົ່ງສັ່ງປະຊາຊົນອິດສະຣາເອນໃຫ້ໄລ່ທຸກຄົນທີ່ເປັນໂຣກຂີ້ທູດ ຫລືມີສິ່ງບໍ່ສະອາດໄຫລອອກມາຈາກຮ່າງກາຍ ແລະເປັນມົນທິນເພາະແຕະຕ້ອງຊາກສົບ ອອກໄປຈາກຄ້າຍພັກອາໄສ.
3
ຈົ່ງໄລ່ຄົນເຫຼົ່ານີ້ອອກໄປຢູ່ນອກຄ້າຍພັກ ບໍ່ວ່າຍິງຫລືຊາຍກໍຕາມ; ເພື່ອວ່າພວກເຂົາຈະບໍ່ໄດ້ນຳເອົາຄວາມໜ້າກຽດໜ້າຊັງມາສູ່ຄ້າຍພັກ ບ່ອນທີ່ເຮົາສະຖິດຢູ່ໃນທ່າມກາງປະຊາຊົນຂອງເຮົາ.”
4
ຊາວອິດສະຣາເອນໄດ້ປະຕິບັດຕາມຄຳສັ່ງຂອງພຣະເຈົ້າຢາເວ ແລະໄລ່ພວກເຂົາທຸກຄົນອອກໄປຈາກຄ້າຍພັກ.
5
ພຣະເຈົ້າຢາເວໄດ້ມອບຄຳສັ່ງດັ່ງຕໍ່ໄປນີ້ໃຫ້ແກ່ໂມເຊວ່າ,
6
“ເມື່ອປະຊາຊົນອິດສະຣາເອນ ຜູ້ໃດຜູ້ໜຶ່ງບໍ່ສັດຊື່ຕໍ່ພຣະເຈົ້າຢາເວ ແລະເຮັດຜິດຕໍ່ຜູ້ໜຶ່ງຜູ້ໃດ
7
ລາວຕ້ອງສາລະພາບຄວາມຜິດຂອງຕົນ ແລະໃຫ້ໃຊ້ແທນຄືນແກ່ຜູ້ທີ່ຕົນໄດ້ເຮັດຜິດນັ້ນ ທັງຕື່ມອີກຊາວເປີເຊັນ.
8
ແຕ່ຖ້າຜູ້ຮັບນັ້ນຫາກຕາຍໄປ ແລະບໍ່ມີຍາດພີ່ນ້ອງໃກ້ຄຽງທີ່ຈະຮັບຄ່າໃຊ້ແທນຄືນ; ຈົ່ງມອບເງິນນັ້ນໃຫ້ປະໂຣຫິດເພື່ອເປັນການຖວາຍແກ່ອົງພຣະຜູ້ເປັນເຈົ້າ. ນອກຈາກນີ້ ຜູ້ເຮັດຜິດຈະຕ້ອງຖວາຍແກະເຖິກໂຕໜຶ່ງ ເພື່ອປະກອບພິທີລຶບລ້າງບາບຂອງຕົນ.
9
ເຊັ່ນດຽວກັນ ການຖວາຍແກວ່ງໄປແກວ່ງມາທຸກເທື່ອ ທີ່ຊາວອິດສະຣາເອນໄດ້ນຳມາຖວາຍ ຈະເປັນຂອງປະໂຣຫິດຜູ້ປະກອບພິທີລຶບລ້າງບາບ.
10
ປະໂຣຫິດແຕ່ລະຄົນຈະຮັບເອົາເຄື່ອງບູຊາທີ່ນຳມາຖວາຍນັ້ນເປັນຂອງຕົນ.”
11
ພຣະເຈົ້າຢາເວໄດ້ສັ່ງໂມເຊວ່າ,
12
“ໃຫ້ມອບຄຳແນະນຳດັ່ງຕໍ່ໄປນີ້ແກ່ປະຊາຊົນອິດສະຣາເອນວ່າ ຖ້າຊາຍຜູ້ໜຶ່ງເກີດສົງໄສເມຍຂອງຕົນວ່າ ນາງບໍ່ສັດຊື່ແລະເປັນຊູ້ກັບຊາຍຄົນອື່ນ, ແຕ່ຕົນບໍ່ແນ່ໃຈຍ້ອນວ່າຜູ້ເປັນເມຍອາດອຳໄວ້ ຄືບໍ່ມີຜູ້ຮູ້ເຫັນເປັນພະຍານໃຫ້ ແລະຈັບບໍ່ໄດ້ຄາທີ່ຄາບ່ອນ ຫລືອາດເປັນໄປໄດ້ທີ່ຊາຍຜູ້ໜຶ່ງເກີດສົງໄສເມຍຂອງຕົນ ໂດຍທີ່ນາງບໍ່ໄດ້ນອກໃຈຕົນກໍຕາມ.
15
ໃນສອງກໍລະນີນີ້ ໃຫ້ຜູ້ເປັນຜົວພາເມຍຂອງຕົນໄປຫາປະໂຣຫິດ. ລາວຈະຕ້ອງນຳແປ້ງເຂົ້າໜຶ່ງກິໂລກຼາມໄປຖວາຍ, ແຕ່ລາວຈະບໍ່ຖອກນໍ້າມັນໝາກກອກເທດໃສ່ແປ້ງ ຫລືໂຮຍເຄື່ອງຫອມລົງເທິງແປ້ງນັ້ນ ເພາະແມ່ນການຖວາຍທີ່ເກີດຈາກຄວາມສົງໄສ ເພື່ອຈະນຳຄວາມຈິງໃຈມາສູ່ຊຶ່ງກັນແລະກັນ.
16
ປະໂຣຫິດຈະນຳຍິງນັ້ນມາໃກ້, ແລະຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ.
17
ເພິ່ນຈະຖອກນໍ້າບໍຣິສຸດໃສ່ຖ້ວຍດິນ ແລະເອົາຂີ້ຝຸ່ນດີນທີ່ຫໍເຕັນສັກສິດ ໂຮຍລົງໃນນໍ້າ.
18
ແລ້ວປະໂຣຫິດກໍຈະໃຫ້ຍິງນັ້ນຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ, ແກ້ຜົມທີ່ນາງມ້ວນໄວ້ນັ້ນອອກມາ, ແລະເອົາແປ້ງເຂົ້າທີ່ນາງນຳມາຖວາຍໃຫ້ນາງຖື. ສ່ວນປະໂຣຫິດເອງຈະເປັນຜູ້ຖືຖ້ວຍນໍ້າຂົມທີ່ນຳຄຳສາບແຊ່ງມາໃຫ້.
19
ແລ້ວປະໂຣຫິດກໍຈະກ່າວຄຳສາບານ ໂດຍໃຫ້ຍິງຜູ້ນັ້ນຕອບຮັບດັ່ງນີ້: ‘ຖ້າເຈົ້າຫາກບໍ່ໄດ້ຫລີ້ນຊູ້ ເຈົ້າກໍຈະພົ້ນຈາກຄຳສາບແຊ່ງທີ່ນໍ້ານີ້ຈະນຳມາໃຫ້.
20
ແຕ່ຖ້າເຈົ້າຫາກໄດ້ຫລີ້ນຊູ້ ກໍຂໍໃຫ້ພຣະເຈົ້າຢາເວເຮັດໃຫ້ຊື່ຂອງເຈົ້າຖືກປະນາມຢູ່ໃນທ່າມກາງຄົນທັງຫລາຍ. ຂໍພຣະອົງບັນດານໃຫ້ອະໄວຍະວະລັບຂອງເຈົ້າເປັນໝັນແລະທ້ອງຂອງເຈົ້າໃຄ່.
22
ຂໍພຣະເຈົ້າຢາເວເຮັດໃຫ້ນໍ້າທີ່ເຂົ້າໄປໃນທ້ອງຂອງເຈົ້ານັ້ນ ເຮັດໃຫ້ທ້ອງເຈົ້າໃຄ່ ແລະທັງເຮັດໃຫ້ອະໄວຍະວະລັບຂອງເຈົ້າເປັນໝັນດ້ວຍ.’ ຍິງນັ້ນຈະຕ້ອງຕອບວ່າ, ‘ອາແມນ ອາແມນ.’
23
ແລ້ວປະໂຣຫິດກໍຈະຂຽນຄຳສາບແຊ່ງຈຸ່ມລົງໃນນໍ້າຂົມ ຈົນຄຳສາບແຊ່ງນັ້ນລຶບອອກ.
24
ກ່ອນຈະເອົານໍ້າໃຫ້ຍິງຜູ້ນັ້ນດື່ມ ຄືນໍ້າທີ່ເຮັດໃຫ້ນາງເຈັບປວດ
25
ປະໂຣຫິດຈະຮັບເອົາແປ້ງຊຶ່ງຖວາຍຕໍ່ໜ້າພຣະເຈົ້າຢາເວນໍາມາທີ່ແທ່ນບູຊາ.
26
ແລ້ວປະໂຣຫິດກໍຈະກຳເອົາແປ້ງໜຶ່ງກຳໄປເຜົາທີ່ເທິງແທ່ນບູຊາ ເພື່ອເປັນເຄື່ອງໝາຍສະແດງວ່າ ໄດ້ຖວາຍແປ້ງນັ້ນແລ້ວ. ສຸດທ້າຍ ເພິ່ນຈຶ່ງເອົານໍ້າໃຫ້ນາງດື່ມ.
27
ຖ້ານາງຫາກໄດ້ຫລີ້ນຊູ້ແທ້ ນໍ້ານັ້ນກໍຈະເຮັດໃຫ້ນາງໄດ້ຮັບຄວາມເຈັບປວດຢ່າງແຮງ; ທ້ອງຂອງນາງຈະໃຄ່ແລະອະໄວຍະວະກໍຈະລີບເຂົ້າ. ຝ່າຍຄົນທັງຫລາຍຈະສາບແຊ່ງຊື່ຂອງນາງ.
28
ແຕ່ຖ້ານາງຫາກບໍ່ມີຄວາມຜິດ ນາງກໍຈະບໍ່ເປັນອັນຕະລາຍແຕ່ຢ່າງໃດ ແລະນາງຈະມີລູກໄດ້.
29
ອັນນີ້ ແມ່ນກົດບັນຍັດໃນກໍລະນີທີ່ຊາຍຜູ້ໜຶ່ງຫຶງຫວງແລະສົງໄສວ່າ ເມຍຂອງຕົນຫລີ້ນຊູ້. ແລ້ວຍິງນັ້ນຈະຕ້ອງຢືນຢູ່ຕໍ່ໜ້າແທ່ນບູຊາຊ້ອງໜ້າພຣະເຈົ້າຢາເວ ແລະປະໂຣຫິດຈະເປັນຜູ້ປະຕິບັດຕາມກົດບັນຍັດນີ້ທຸກປະການ.
31
ຝ່າຍຜົວຈະພົ້ນຄວາມຜິດ ແຕ່ຝ່າຍເມຍກໍຈະໄດ້ຮັບໂທດຖ້ານາງຫາກເຮັດຜິດ.”
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36