bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 23
Numbers 23
Lao Bible 2012 (ພຣະຄຳພີສັກສິ)
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 24 →
1
ເພິ່ນໄດ້ກ່າວແກ່ເຈົ້າບາຫລາກວ່າ, “ຈົ່ງສ້າງແທ່ນບູຊາຂຶ້ນເຈັດແທ່ນໃຫ້ຂ້າພະເຈົ້າ ແລ້ວໃຫ້ນຳເອົາງົວແລະແກະເຖິກແນວລະເຈັດໂຕມາໃຫ້ຂ້າພະເຈົ້າ.”
2
ເຈົ້າບາຫລາກກໍເຮັດຕາມທີ່ບາລາອາມໄດ້ບອກ ແລະທັງສອງໄດ້ຖວາຍງົວເຖິກກັບແກະເຖິກແນວລະໂຕເທິງແທ່ນບູຊາແຕ່ລະອັນ.
3
ແລ້ວບາລາອາມກໍໄດ້ກ່າວຕໍ່ເຈົ້າບາຫລາກວ່າ, “ຈົ່ງຢືນຢູ່ໃກ້ກັບແທ່ນບູຊາຂອງທ່ານນີ້ ສ່ວນຂ້າພະເຈົ້ານັ້ນຈະໄປເບິ່ງວ່າ ພຣະເຈົ້າຢາເວຈະໃຫ້ຂ້າພະເຈົ້າພົບພຣະອົງຫລືບໍ່? ແລ້ວຂ້າພະເຈົ້າກໍຈະກັບມາບອກທ່ານວ່າ ພຣະອົງໄດ້ກ່າວຫຍັງແດ່.” ສະນັ້ນ ບາລາອາມຈຶ່ງໄປທີ່ຈອມພູແຕ່ຜູ້ດຽວ
4
ແລະພຣະເຈົ້າກໍມາພົບບາລາອາມ, ແລ້ວບາລາອາມກໍໄດ້ກ່າວຕໍ່ພຣະອົງວ່າ, “ຂ້ານ້ອຍໄດ້ສ້າງແທ່ນບູຊາເຈັດແທ່ນ ແລະຂ້າງົວເຖິກກັບແກະເຖິກຖວາຍໄວ້ເທິງແຕ່ລະແທ່ນຢູ່ທີ່ນັ້ນ.”
5
ພຣະເຈົ້າຢາເວໄດ້ບອກບາລາອາມສິ່ງທີ່ລາວຕ້ອງກ່າວ; ແລ້ວພຣະອົງກໍສົ່ງລາວກັບຄືນມາຫາເຈົ້າບາຫລາກ ເພື່ອແຈ້ງຖ້ອຍຄຳຂອງພຣະອົງສູ່ເພິ່ນຟັງ.
6
ສະນັ້ນ ລາວຈຶ່ງກັບຄືນມາແລະພົບເຈົ້າບາຫລາກກຳລັງຢືນຢູ່ໃກ້ແທ່ນຖວາຍເຄື່ອງຫອມຂອງຕົນ ພ້ອມກັບບັນດາຫົວໜ້າຂອງຊາວໂມອາບໝົດທຸກຄົນດ້ວຍ.
7
ບາລາອາມໄດ້ກ່າວຄຳທຳນວາຍດັ່ງນີ້: “ກະສັດບາຫລາກແຫ່ງໂມອາບ ໄດ້ນຳຂ້າພະເຈົ້າມາ; ຈາກປະເທດຊີເຣຍ ຄືຈາກພູດອຍທາງທິດຕາເວັນອອກ. ເພິ່ນກ່າວວ່າ, ຮີບມາເວົ້າ ສຳລັບເຮົາໃຫ້ແດ່ ມາສາບແຊ່ງປະຊາຊົນຊາດເຊື້ອ ອິດສະຣາເອນໃຫ້ແດ່ດູ
8
ເຮົາຈະສາບແຊ່ງຄົນທີ່ພຣະເຈົ້າ ບໍ່ສາບແຊ່ງໄດ້ຢ່າງໃດ? ຫລືປະນາມຄົນທີ່ພຣະເຈົ້າຢາເວ ບໍ່ໄດ້ປະນາມກໍບໍ່ຫ່ອນໄດ້.
9
ຈາກເທິງໂງ່ນພູສູງນັ້ນ ຂ້າພະເຈົ້າສາມາດຫລຽວເຫັນພວກເຂົາ ທັງສາມາດເຝົ້າເບິ່ງພວກເຂົາ ຈາກເທິງເນີນພູສູງໄດ້. ພວກເຂົາແມ່ນຊົນຊາດເຊື້ອ ທີ່ຢູ່ໂດດດ່ຽວຕາມລຳພັງ ທັງຮູ້ວ່າຈະໄດ້ຮັບພຣະພອນ ຫລາຍກວ່າຊົນຊາດອື່ນໆ.
10
ເຊື້ອສາຍອິດສະຣາເອນນັ້ນຫລວງຫລາຍ ປຽບປຸນດັ່ງຂີ້ຝຸ່ນດິນ; ພວກເຂົາທະວີຄູນຂຶ້ນຫລາຍ ເກີນກວ່າຈະນັບໄດ້. ຂໍໃຫ້ຂ້າພະເຈົ້າສິ້ນຊີບ ດັ່ງປະຊາຊົນຂອງພຣະເຈົ້າຄົນໜຶ່ງ; ຂໍໃຫ້ຂ້າພະເຈົ້າຕາຍຢ່າງສຸກລົ້ນ ເໝືອນດັ່ງຄົນຜູ້ໜຶ່ງທີ່ຊອບທຳ.”
11
ແລ້ວເຈົ້າບາຫລາກກໍເວົ້າຕໍ່ບາລາອາມວ່າ, “ເປັນຫຍັງເຈົ້າຈຶ່ງກະທຳຕໍ່ເຮົາແບບນີ້? ເຮົາໄດ້ເຊີນເຈົ້າມາທີ່ນີ້ເພື່ອໃຫ້ເຈົ້າສາບແຊ່ງສັດຕູຂອງເຮົາ, ແຕ່ເຈົ້າກັບມາອວຍພອນພວກເຂົາແທນ.”
12
ລາວຕອບເພິ່ນວ່າ, “ຂ້າພະເຈົ້າກ່າວໄດ້ແຕ່ສິ່ງທີ່ພຣະເຈົ້າຢາເວ ບອກໃຫ້ຂ້າພະເຈົ້າກ່າວເທົ່ານັ້ນ.”
13
ແລ້ວເຈົ້າບາຫລາກກໍໄດ້ກ່າວແກ່ບາລາອາມວ່າ, “ຈົ່ງໄປກັບເຮົາຢູ່ໃນບ່ອນອື່ນອີກ ຊຶ່ງເຈົ້າເຫັນພວກອິດສະຣາເອນໄດ້ພຽງຈຳນວນໜ້ອຍຄົນເທົ່ານັ້ນ. ໃນທີ່ນັ້ນ ຈົ່ງສາບແຊ່ງພວກເຂົາໃຫ້ເຮົາ.”
14
ເພິ່ນໄດ້ພາລາວໄປທີ່ນາຂອງໂຊພິມເທິງພູປີສະກາ. ຢູ່ທີ່ນັ້ນ ເພິ່ນໄດ້ສ້າງແທ່ນບູຊາເຈັດແທ່ນເຊັ່ນກັນ ແລະຖວາຍງົວເຖິກແລະແກະເຖິກໄວ້ໃນແຕ່ລະແທ່ນ.
15
ບາລາອາມໄດ້ກ່າວຕໍ່ເຈົ້າບາຫລາກວ່າ, “ຈົ່ງຢືນຢູ່ໃກ້ກັບແທ່ນບູຊາຂອງທ່ານນີ້ ສ່ວນຂ້າພະເຈົ້ານັ້ນຈະໄປພົບພຣະອົງຢູ່ທີ່ອື່ນ.”
16
ພຣະເຈົ້າຢາເວໄດ້ມາພົບບາລາອາມທັງບອກສິ່ງທີ່ລາວຈະຕ້ອງກ່າວ ແລະສົ່ງລາວກັບຄືນມາຫາເຈົ້າບາຫລາກ ເພື່ອແຈ້ງຖ້ອຍຄຳຂອງພຣະອົງສູ່ເພິ່ນຟັງ.
17
ສະນັ້ນ ລາວຈຶ່ງກັບຄືນມາ ແລະພົບເຈົ້າບາຫລາກຢືນຢູ່ໃກ້ແທ່ນຖວາຍເຄື່ອງຫອມ ພ້ອມກັບພວກຫົວໜ້າຂອງຊາວໂມອາບ. ເຈົ້າບາຫລາກຈຶ່ງຖາມສິ່ງທີ່ພຣະເຈົ້າຢາເວກ່າວ
18
ແລະບາລາອາມກໍກ່າວຄຳທຳນວາຍດັ່ງນີ້: “ກະສັດບາຫລາກ ລູກຊາຍຊິບໂປເອີຍ ທ່ານຢ່າເມີນເສີຍ ຈົ່ງຟັງຖ້ອຍຄຳທີ່ຂ້າພະເຈົ້າຕ້ອງກ່າວ.
19
ພຣະເຈົ້ານັ້ນບໍ່ຄືມະນຸດ ຜູ້ເວົ້າຕົວະເປັນເດີ ພຣະອົງບໍ່ປ່ຽນຄວາມຄິດເຫັນ ດັ່ງມະນຸດເຮົາຈັກເທື່ອ. ເມື່ອພຣະອົງສັນຍາເຮັດສິ່ງໃດແລ້ວ ພຣະອົງກໍເຮັດສິ່ງນັ້ນທັນທີ ເມື່ອພຣະອົງກ່າວຈາ ພຣະອົງກໍລົງມືກະທຳໂລດ.
20
ພຣະອົງແນະນຳຂ້າພະເຈົ້າ ໃຫ້ກ່າວຄຳອວຍພອນ ແລະເມື່ອພຣະເຈົ້າອວຍພອນ ຂ້າພະເຈົ້າບໍ່ຫ່ອນຈະຢັບຢັ້ງໄດ້.
21
ຂ້າພະເຈົ້າຫຼິງເຫັນວ່າ ອະນາຄົດຂອງຊາດອິດສະຣາເອນ ຈະບໍ່ນຳໂຊກຮ້າຍໃດໆ ຫລືຄວາມລຳບາກມາສູ່ພວກເຂົາຈັກດີ້. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ກໍສະຖິດຢູ່ນຳພວກເຂົາ ພວກເຂົາປະກາດວ່າພຣະອົງ ເປັນກະສັດຂອງພວກເຂົາເຈົ້າ.
22
ພຣະເຈົ້າໄດ້ນຳພວກເຂົາອອກ ມາຈາກປະເທດເອຢິບ ພຣະອົງສູ້ຮົບຕາງພວກເຂົາລຽນຕິດ ດັ່ງກຳລັງຂອງຄວາຍປ່າ.
23
ບໍ່ມີເວດມົນຄາຖາໃດດອກ ແລະບໍ່ມີວິຊາອາຄົມໃດເລີຍ ຊຶ່ງຈະນຳມາໃຊ້ຕໍ່ສູ້ກັບ ຊົນຊາດອິດສະຣາເອນໄດ້. ບັດນີ້ ປະຊາຊົນທັງຫລາຍຈະເວົ້າ ເຖິງຊາດອິດສະຣາເອນ ວ່າ ເບິ່ງແມ! ສິ່ງທີ່ພຣະເຈົ້າກຳລັງ ໄດ້ເຮັດສຳລັບພວກເຂົາ
24
ປະຊາຊົນພວກນີ້ ຈະລຸກຂຶ້ນເໝືອນດັ່ງໂຕສິງ ມັນຈະກັດກິນເນື້ອໜັງ ສິ່ງທີ່ຕົກເປັນເຫຍື່ອຂອງມັນນັ້ນ. ມັນຈະດູດກິນເລືອດ ຂອງຜູ້ທີ່ຖືກເຄາະຮ້າຍທັງຫລາຍ ແລ້ວກໍພາກັນຍ່າງຍ້າຍໄປ ຫລົບເຂົ້າສູ່ໝົ້ງນອນພຸ້ນ.”
25
ແລ້ວເຈົ້າບາຫລາກກໍເວົ້າຕໍ່ບາລາອາມວ່າ, “ເຖິງແມ່ນເຈົ້າບໍ່ຍອມສາບແຊ່ງ ປະຊາຊົນອິດສະຣາເອນກໍຕາມ ແຕ່ເຈົ້າຢ່າອວຍພອນພວກເຂົາແມ.”
26
ແລ້ວບາລາອາມກໍຕອບເຈົ້າບາຫລາກວ່າ, “ຂ້າພະເຈົ້າໄດ້ບອກທ່ານແລ້ວບໍ່ແມ່ນບໍວ່າ ຂ້າພະເຈົ້າຕ້ອງກ່າວທຸກໆສິ່ງຕາມທີ່ພຣະເຈົ້າຢາເວໄດ້ບອກໃຫ້ຂ້າພະເຈົ້າກ່າວ.”
27
ເຈົ້າບາຫລາກໄດ້ເວົ້າວ່າ, “ຈົ່ງມາພີ້ກັບເຮົາ ແລະເຮົາຈະພາເຈົ້າໄປທີ່ອື່ນອີກ. ບາງທີໃນທີ່ນັ້ນ ພຣະເຈົ້າຈະຍິນຍອມໃຫ້ເຈົ້າສາບແຊ່ງພວກເຂົາສຳລັບເຮົາກໍໄດ້.”
28
ສະນັ້ນ ເພິ່ນຈຶ່ງພາບາລາອາມໄປເທິງພູເປອໍ ບ່ອນທີ່ສາມາດແນມເຫັນຖິ່ນແຫ້ງແລ້ງກັນດານ.
29
ບາລາອາມໄດ້ເວົ້າກັບເຈົ້າບາຫລາກວ່າ, “ຈົ່ງເຮັດແທ່ນບູຊາຂຶ້ນໃນທີ່ນີ້ເຈັດແທ່ນໃຫ້ຂ້າພະເຈົ້າ ແລະນຳງົວເຖິກແລະແກະເຖິກເຈັດໂຕມາ.”
30
ເຈົ້າບາຫລາກກໍເຮັດຕາມທີ່ບາລາອາມໄດ້ບອກ ແລະເພິ່ນໄດ້ຖວາຍງົວເຖິກ ແລະແກະເຖິກ ແນວລະໂຕໄວ້ໃນແຕ່ລະແທ່ນ.
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 24 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36