bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 30
Numbers 30
Lao Bible 2012 (ພຣະຄຳພີສັກສິ)
← Chapter 29
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 31 →
1
ໂມເຊໄດ້ກ່າວແກ່ບັນດາຜູ້ນຳເຜົ່າຕ່າງໆຂອງຊາດອິດສະຣາເອນວ່າ, ນີ້ເປັນຂໍ້ຄຳສັ່ງຂອງພຣະເຈົ້າຢາເວໄດ້ສັ່ງໄວ້ຄື:
2
ເມື່ອຊາຍຄົນໜຶ່ງບະບົນໄວ້ວ່າຈະຖວາຍສິ່ງໃດສິ່ງໜຶ່ງໃຫ້ແກ່ພຣະເຈົ້າຢາເວ ຫລືສາບານວ່າຈະລະເວັ້ນຈາກສິ່ງໃດສິ່ງໜຶ່ງ; ລາວຕ້ອງບໍ່ເຮັດຜິດຄຳສັນຍາ, ແຕ່ຈະຕ້ອງເຮັດຕາມທີ່ໄດ້ເວົ້າໄວ້ທຸກປະການ.
3
ເມື່ອຍິງສາວຜູ້ໜຶ່ງຍັງຢູ່ໃນເຮືອນພໍ່ຂອງຕົນແລະບະບົນໄວ້ວ່າ ຈະຖວາຍສິ່ງໃດສິ່ງໜຶ່ງແກ່ພຣະເຈົ້າຢາເວ ຫລືສັນຍາວ່າຈະລະເວັ້ນຈາກສິ່ງໜຶ່ງສິ່ງໃດ;
4
ນາງຈະຕ້ອງກະທຳຕາມທີ່ຕົນໄດ້ບະບົນ ຫລືໄດ້ສັນຍາໄວ້ນັ້ນທຸກປະການ ເວັ້ນເສຍແຕ່ພໍ່ຂອງນາງຮູ້ເລື່ອງແລະຂັດຂວາງໄວ້.
5
ແຕ່ຖ້າພໍ່ຂອງນາງຫາກໄດ້ຮູ້ເລື່ອງ ແລະຫ້າມປາມໄວ້ ນາງກໍບໍ່ຕ້ອງເຮັດຕາມນັ້ນ. ພຣະເຈົ້າຢາເວຈະຍົກຜິດໃຫ້ນາງ ເພາະວ່າພໍ່ຂອງນາງບໍ່ຍອມໃຫ້ນາງຮັກສາຄຳສັນຍານັ້ນ.
6
ຖ້າຍິງຜູ້ໜຶ່ງທີ່ບໍ່ທັນໄດ້ແຕ່ງງານຫາກບະບົນໄວ້ໂດຍບໍ່ຕັ້ງໃຈ ຫລືຢ່າງບໍ່ຄິດຖີ່ຖ້ວນ ຫລືສັນຍາວ່າຈະລະເວັ້ນຈາກສິ່ງໃດສິ່ງໜຶ່ງ ແລ້ວນາງກໍແຕ່ງງານໄປ;
7
ນາງຕ້ອງເຮັດຕາມທີ່ຕົນໄດ້ສັນຍາໄວ້ທຸກປະການ ເວັ້ນເສຍແຕ່ເມື່ອຜົວຂອງນາງຮູ້ເລື່ອງ ແລະຂັດຂວາງໄວ້.
8
ແຕ່ຖ້າຜົວຂອງນາງຫາກຮູ້ເລື່ອງ ແລະໄດ້ຫ້າມປາມໄວ້ ນາງກໍບໍ່ຕ້ອງກະທຳຕາມສັນຍານັ້ນ. ພຣະເຈົ້າຢາເວຈະຍົກຜິດໃຫ້ນາງເອງ.
9
ແມ່ໝ້າຍຫລືແມ່ຮ້າງຕ້ອງເຮັດຕາມຄຳບະບົນທີ່ຕົນໄດ້ບະບົນໄວ້ ແລະຮັກສາຄຳສັນຍາທີ່ຕົນໄດ້ກ່າວໄວ້ວ່າຈະລະເວັ້ນຈາກສິ່ງໃດສິ່ງໜຶ່ງ.
10
ຖ້າແມ່ຍິງທີ່ແຕ່ງງານແລ້ວຫາກໄດ້ບະບົນ ຫລືສັນຍາໄວ້ວ່າຕົນຈະລະເວັ້ນຈາກສິ່ງໃດສິ່ງໜຶ່ງ
11
ນາງຕ້ອງເຮັດຕາມທີ່ຕົນໄດ້ບະບົນຫລືສັນຍາໄວ້ທຸກປະການ ເວັ້ນເສຍແຕ່ເມື່ອຜົວຂອງນາງຮູ້ເລື່ອງແລະຂັດຂວາງໄວ້.
12
ແຕ່ຖ້າຜົວຂອງນາງຫາກຮູ້ເລື່ອງ ແລະຫ້າມປາມໄວ້ ນາງກໍບໍ່ຕ້ອງເຮັດຕາມທີ່ໄດ້ບະບົນໄວ້. ພຣະເຈົ້າຢາເວຈະຍົກຜິດໃຫ້ ຍ້ອນວ່າຜົວຂອງນາງບໍ່ຍອມໃຫ້ນາງເຮັດຕາມທີ່ໄດ້ສັນຍາໄວ້ນັ້ນ.
13
ຜົວຂອງນາງມີສິດທີ່ຈະຮັບຮອງ ຫລືຍົກເລີກຄຳບະບົນ ຫລືສັນຍາຕ່າງໆທີ່ນາງໄດ້ເຮັດໄວ້.
14
ແຕ່ຖ້າຜົວຂອງນາງຫາກບໍ່ໄດ້ຂັດຂວາງໄວ້ໃນມື້ທີ່ລາວຮູ້ນັ້ນ ນາງຕ້ອງເຮັດຕາມທີ່ນາງໄດ້ສັນຍາ ຫລືບະບົນໄວ້ນັ້ນທຸກປະການ. ລາວໄດ້ຮັບຮອງເອົາການບະບົນນັ້ນແລ້ວ ໂດຍບໍ່ໄດ້ຂັດຂວາງໄວ້ໃນມື້ທີ່ຕົນຮູ້ເລື່ອງນັ້ນ.
15
ແຕ່ຕໍ່ມາ ຖ້າລາວຫາກຍົກເລີກການບະບົນ ລາວຈະຕ້ອງຮັບຜົນກຳຂອງເມຍ ສຳລັບຄວາມບໍ່ສຳເລັດທີ່ຕົນໄດ້ບະບົນໄວ້.
16
ອັນນີ້ແມ່ນກົດຕ່າງໆກ່ຽວກັບການບະບົນຂອງຍິງທີ່ບໍ່ທັນໄດ້ແຕ່ງງານແລະອາໄສຢູ່ນຳພໍ່ແມ່ ຫລືຍິງທີ່ໄດ້ແຕ່ງງານແລ້ວ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ແກ່ໂມເຊ.
← Chapter 29
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 31 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36