bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 29
Numbers 29
Lao Bible 2012 (ພຣະຄຳພີສັກສິ)
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 30 →
1
ໃນວັນທີໜຶ່ງຂອງເດືອນທີເຈັດ ໃຫ້ພວກເຈົ້າເຕົ້າໂຮມກັນເພື່ອນະມັດສະການ ແລະຢ່າເຮັດວຽກໃດໆທັງສິ້ນ. ໃນວັນນີ້ຈົ່ງເປົ່າແກໃຫ້ດັງສະໜັ່ນ.
2
ຈົ່ງເຜົາເຄື່ອງບູຊາຖວາຍດັ່ງນີ້: ງົວເຖິກໂຕໜຶ່ງ, ແກະເຖິກໂຕໜຶ່ງ ແລະລູກແກະອາຍຸໜຶ່ງປີເຈັດໂຕ. ສັດທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ. ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
3
ໃຫ້ຖວາຍພືດຜົນເປັນເມັດເປັນແປ້ງເຂົ້າປົນກັບນໍ້າມັນໝາກກອກເທດຄື: ແປ້ງເຂົ້າສາມກິໂລກຼາມຕໍ່ງົວເຖິກໂຕໜຶ່ງ ແປ້ງເຂົ້າສອງກິໂລກຼາມຕໍ່ແກະເຖິກໂຕໜຶ່ງ
4
ແລະແປ້ງເຂົ້າໜຶ່ງກິໂລກຼາມຕໍ່ລູກແກະໂຕໜຶ່ງ.
5
ໃຫ້ຖວາຍແບ້ເຖິກໂຕໜຶ່ງອີກເພື່ອເຮັດພິທີຊຳລະບາບກຳຂອງປະຊາຊົນ.
6
ໃຫ້ຖວາຍສິ່ງເຫຼົ່ານີ້ຕື່ມໃສ່ເຄື່ອງບູຊາດ້ວຍໄຟປະຈຳສຳລັບວັນທີໜຶ່ງຂອງເດືອນ ພ້ອມກັບພືດຜົນເປັນເມັດ ແລະເຄື່ອງບູຊາດ້ວຍໄຟປະຈຳວັນພ້ອມກັບພືດຜົນເປັນເມັດ ແລະຖວາຍເຫຼົ້າອະງຸ່ນ. ກິ່ນຫອມຫວນຂອງອາຫານທີ່ຖວາຍບູຊານັ້ນ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
7
ໃນວັນທີສິບຂອງເດືອນທີເຈັດໃຫ້ພວກເຈົ້າເຕົ້າໂຮມກັນເພື່ອນະມັດສະການ; ຢ່າກິນອາຫານໃດໆ ແລະຢ່າເຮັດວຽກປະຈຳວັນໃດໆທັງສິ້ນ.
8
ຈົ່ງຖວາຍເຄື່ອງບູຊາດ້ວຍໄຟດັ່ງນີ້: ງົວເຖິກໂຕໜຶ່ງແກະເຖິກໂຕໜຶ່ງ, ກັບລູກແກະເຖິກອາຍຸໜຶ່ງປີເຈັດໂຕ; ຊຶ່ງທັງໝົດໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ, ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
9
ໃຫ້ຖວາຍພືດຜົນເປັນເມັດເປັນແປ້ງເຂົ້າປົນກັບນໍ້າມັນໝາກກອກເທດຄື: ແປ້ງເຂົ້າສາມກິໂລກຼາມຕໍ່ງົວເຖິກໂຕໜຶ່ງ ແປ້ງເຂົ້າສອງກິໂລກຼາມຕໍ່ແກະເຖິກໂຕໜຶ່ງ,
10
ແລະແປ້ງເຂົ້າໜຶ່ງກິໂລກຼາມຕໍ່ລູກແກະໂຕໜຶ່ງ.
11
ໃຫ້ຖວາຍແບ້ເຖິກອີກໂຕໜຶ່ງເພື່ອລຶບລ້າງບາບ ເພີ່ມຕື່ມໃສ່ແບ້ທີ່ຖືກເຜົາບູຊາເພື່ອຊຳລະລ້າງບາບຂອງປະຊາຊົນ ພ້ອມທັງເຄື່ອງບູຊາດ້ວຍໄຟປະຈຳວັນຄູ່ກັບພືດຜົນເປັນເມັດ ແລະເຫຼົ້າອະງຸ່ນ.
12
ໃນວັນທີສິບຫ້າຂອງເດືອນທີເຈັດໃຫ້ພວກເຈົ້າເຕົ້າໂຮມກັນເພື່ອນະມັດສະການ. ຈົ່ງສະຫລອງເທດສະການນີ້ ເພື່ອຍົກຍໍໃຫ້ກຽດພຣະເຈົ້າຢາເວຕະຫລອດເຈັດວັນ ແລະຢ່າເຮັດວຽກໃດໆທັງສິ້ນ.
13
ໃນມື້ທີໜຶ່ງ ໃຫ້ຖວາຍບູຊາອາຫານແກ່ພຣະເຈົ້າຢາເວ ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະອົງ ດັ່ງນີ້: ງົວເຖິກໜຸ່ມສິບສາມໂຕ ແກະເຖິກສອງໂຕ ແລະລູກແກະເຖິກອາຍຸໜຶ່ງປີສິບສີ່ໂຕ ຊຶ່ງທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
14
ໃຫ້ຖວາຍພືດຜົນເປັນເມັດ ເປັນແປ້ງເຂົ້າປົນກັບນໍ້າມັນໝາກກອກເທດຄື: ແປ້ງເຂົ້າສາມກິໂລກຼາມຕໍ່ງົວເຖິກໂຕໜຶ່ງ ແປ້ງເຂົ້າສອງກິໂລກຼາມຕໍ່ແກະເຖິກໂຕໜຶ່ງ,
15
ແລະແປ້ງເຂົ້າໜຶ່ງກິໂລກຼາມຕໍ່ລູກແກະໂຕໜຶ່ງ ພ້ອມທັງຖວາຍເຫຼົ້າອະງຸ່ນຕາມທີ່ກຳນົດໄວ້.
16
ໃຫ້ຖວາຍແບ້ເຖິກໂຕໜຶ່ງເໝືອນກັນເພື່ອເຮັດພິທີລຶບລ້າງບາບ. ໃຫ້ຖວາຍສິ່ງເຫຼົ່ານີ້ຕື່ມໃສ່ເຄື່ອງເຜົາຖວາຍບູຊາປະຈຳວັນພ້ອມກັບພືດຜົນເປັນເມັດ ແລະເຫຼົ້າອະງຸ່ນ.
17
ໃນມື້ທີສອງ ໃຫ້ຖວາຍງົວເຖິກໜຸ່ມສິບສອງໂຕ, ແກະເຖິກສອງໂຕ ແລະລູກແກະເຖິກອາຍຸໜຶ່ງປີສິບສີ່ໂຕ ຊຶ່ງທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
18
ພ້ອມກັບການຖວາຍສັດເຫຼົ່ານັ້ນໃຫ້ຖວາຍເຄື່ອງອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນມື້ທີໜຶ່ງ.
20
ໃນມື້ທີສາມ ໃຫ້ຖວາຍງົວເຖິກໜຸ່ມສິບເອັດໂຕ, ແກະເຖິກສອງໂຕ ແລະລູກແກະເຖິກອາຍຸໜຶ່ງປີສິບສີ່ໂຕ ຊຶ່ງທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
21
ພ້ອມກັບການຖວາຍສັດເຫຼົ່ານັ້ນໃຫ້ຖວາຍເຄື່ອງອື່ນໆອີກ ຕາມທີ່ໄດ້ກຳນົດໄວ້ໃນມື້ທີໜຶ່ງ.
23
ໃນມື້ທີສີ່ ໃຫ້ຖວາຍງົວເຖິກໜຸ່ມສິບໂຕ, ແກະເຖິກສອງໂຕ ແລະລູກແກະເຖິກອາຍຸໜຶ່ງປີ ສິບສີ່ໂຕ ຊຶ່ງທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
24
ພ້ອມສັດເຫຼົ່ານັ້ນໃຫ້ຖວາຍເຄື່ອງອື່ນໆອີກ ຕາມທີ່ໄດ້ກຳນົດໄວ້ໃນມື້ທີໜຶ່ງ.
26
ໃນມື້ທີຫ້າ ໃຫ້ຖວາຍງົວເຖິກໜຸ່ມເກົ້າໂຕ, ແກະເຖິກສອງໂຕ ແລະລູກແກະເຖິກອາຍຸໜຶ່ງປີ ສິບສີ່ໂຕ ຊຶ່ງທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
27
ພ້ອມກັບການຖວາຍສັດເຫຼົ່ານັ້ນໃຫ້ຖວາຍເຄື່ອງອື່ນໆອີກ ຕາມທີ່ໄດ້ກຳນົດໄວ້ໃນມື້ທີໜຶ່ງ.
29
ໃນມື້ທີຫົກ ໃຫ້ຖວາຍງົວເຖິກໜຸ່ມແປດໂຕ, ແກະເຖິກສອງໂຕ ແລະລູກແກະເຖິກອາຍຸໜຶ່ງປີສິບສີ່ໂຕ ຊຶ່ງທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
30
ພ້ອມກັບການຖວາຍສັດເຫຼົ່ານັ້ນໃຫ້ຖວາຍເຄື່ອງອື່ນໆອີກ ຕາມທີ່ໄດ້ກຳນົດໄວ້ໃນມື້ທີໜຶ່ງ.
32
ໃນມື້ທີເຈັດ ໃຫ້ຖວາຍງົວເຖິກໜຸ່ມເຈັດໂຕ, ແກະເຖິກສອງໂຕ ແລະລູກແກະເຖິກອາຍຸໜຶ່ງປີສິບສີ່ໂຕ ຊຶ່ງທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
33
ພ້ອມສັດເຫຼົ່ານັ້ນໃຫ້ຖວາຍເຄື່ອງອື່ນໆອີກ ຕາມທີ່ໄດ້ກຳນົດໄວ້ໃນມື້ທີໜຶ່ງ.
35
ໃນມື້ທີແປດ ໃຫ້ພວກເຈົ້າເຕົ້າໂຮມກັນເພື່ອນະມັດສະການ ແລະຢ່າເຮັດວຽກປະຈຳວັນໃດໆທັງສິ້ນ.
36
ໃຫ້ເຜົາສັດຖວາຍບູຊາຕາມພິທີຖວາຍອາຫານແກ່ພຣະອົງດັ່ງນີ້: ງົວເຖິກໜຸ່ມໂຕໜຶ່ງ, ແກະເຖິກໂຕໜຶ່ງ ແລະລູກແກະເຖິກອາຍຸໜຶ່ງປີເຈັດໂຕ ຊຶ່ງທັງໝົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ. ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
37
ພ້ອມກັບການຖວາຍສັດເຫຼົ່ານັ້ນ ໃຫ້ຖວາຍເຄື່ອງອື່ນໆອີກຕາມທີ່ໄດ້ກຳນົດໄວ້ໃນມື້ທີໜຶ່ງ.
39
ອັນນີ້ ແມ່ນລະບຽບການຕ່າງໆກ່ຽວກັບການເຜົາບູຊາ, ການຖວາຍພືດຜົນເປັນເມັດການຖວາຍເຫຼົ້າອະງຸ່ນ ແລະການຖວາຍເພື່ອຄວາມສາມັກຄີທຳ ທີ່ໃຫ້ພວກເຈົ້າຖວາຍແກ່ອົງພຣະຜູ້ເປັນເຈົ້າໃນເທດສະການຕ່າງໆທີ່ໄດ້ກຳນົດໄວ້. ອັນນີ້ແມ່ນຕື່ມໃສ່ການຖວາຍຂອງພວກເຈົ້າ ອັນສືບເນື່ອງມາຈາກຜົນສຳເລັດໃນການບະບົນໄວ້ເປັນພິເສດ ຫລືການຖວາຍບູຊາຕາມຄວາມສະໝັກໃຈ.
40
ສະນັ້ນ ໂມເຊຈຶ່ງໄດ້ບອກປະຊາຊົນອິດສະຣາເອນທຸກສິ່ງ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນໄວ້ທຸກປະການ.
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 30 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36