bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Numbers 8
Numbers 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 9 →
1
ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ,
2
“ຈົ່ງບອກອາໂຣນໃຫ້ຕັ້ງຕະກຽງເຈັດໜ່ວຍຢູ່ເທິງຫລັກຕະກຽງ ໂດຍໃຫ້ແສງໄຟເຍືອງໄປຂ້າງໜ້າ.”
3
ອາໂຣນກໍໄດ້ເຊື່ອຟັງ ແລະຕັ້ງຕະກຽງເຍືອງໄປຂ້າງໜ້າຂອງຫລັກຕະກຽງ, ດັ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້.
4
ແລະຫລັກຕະກຽງນັ້ນ ແຕ່ລຸ່ມຂຶ້ນເທິງແມ່ນເຮັດດ້ວຍຄຳທີ່ຕີເປັນລວດລາຍ ຕາມແບບທີ່ພຣະເຈົ້າຢາເວໄດ້ສຳແດງໃຫ້ແກ່ໂມເຊ.
5
ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
6
“ຈົ່ງແຍກພວກເລວີອອກຈາກພວກອິດສະຣາເອນຄົນອື່ນໆ ແລະຊຳລະພວກເຂົາ
7
ຕາມພິທີການດັ່ງນີ້: ໃຫ້ໃຊ້ນໍ້າຊຳລະຊິດໃສ່ພວກເຂົາ, ໃຫ້ພວກເຂົາແຖຂົນຕາມຕົນຕົວ ແລະຊັກເຄື່ອງນຸ່ງຫົ່ມຂອງພວກເຂົາ. ແລ້ວກໍຈະຖືວ່າພວກເຂົາບໍ່ເປັນມົນທິນ.
8
ຕໍ່ມາໃຫ້ພວກເຂົານຳງົວເຖິກໜຸ່ມໂຕໜຶ່ງ ແລະພືດຜົນເປັນເມັດມາຖວາຍຄູ່ກັນຄື: ແປ້ງເຂົ້າປະສົມກັບນໍ້າມັນໝາກກອກເທດ ແລະໃຫ້ນຳງົວເຖິກໜຸ່ມໂຕໜຶ່ງມາອີກເປັນການຖວາຍລຶບລ້າງບາບ.
9
ແລ້ວຈົ່ງເອີ້ນຊຸມຊົນອິດສະຣາເອນທັງໝົດມາເຕົ້າໂຮມກັນ ໂດຍໃຫ້ພວກເລວີຢືນຢູ່ແຖວໜ້າຂອງຫໍເຕັນບ່ອນຊຸມນຸມ.
10
ຈົ່ງໃຫ້ພວກເລວີຢູ່ຕໍ່ໜ້າພຣະເຈົ້າຢາເວ ແລະຊົນຊາດອິດສະຣາເອນເອົາມືວາງທີ່ເທິງຫົວຂອງພວກເລວີ,
11
ແລ້ວອາໂຣນກໍຈະຖວາຍພວກເຂົາຕໍ່ໜ້າພຣະເຈົ້າຢາເວ ເປັນເຄື່ອງບູຊາແກວ່ງໄປແກວ່ງມາຈາກຊາວອິດສະຣາເອນ ເພື່ອວ່າພວກເລວີຈະເຮັດໜ້າທີ່ຮັບໃຊ້ພຣະເຈົ້າຢາເວ.
12
ແລ້ວໃຫ້ພວກເລວີວາງມືລົງເທິງຫົວງົວເຖິກໜຸ່ມສອງໂຕນັ້ນ; ໂຕໜຶ່ງໃຫ້ຖວາຍເພື່ອລຶບລ້າງບາບ ແລະອີກໂຕໜຶ່ງນັ້ນໃຫ້ເຜົາຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ ເພື່ອເປັນພິທີຊຳລະພວກເລວີ.
13
ຈົ່ງອຸທິດຖວາຍພວກເລວີໃຫ້ເປັນຂອງຖວາຍແກວ່ງໄປແກວ່ງມາ ແກ່ພຣະເຈົ້າຢາເວ ແລະໃຫ້ອາໂຣນກັບພວກລູກຊາຍຂອງລາວເປັນຜູ້ດູແລພວກເຂົາ.
14
ໃນທຳນອງນີ້ ໃຫ້ເຈົ້າແຍກພວກເລວີອອກຈາກພວກອິດສະຣາເອນຄົນອື່ນໆ ເພື່ອວ່າພວກເຂົາຈະເປັນຂອງເຮົາ.
15
ຫລັງຈາກເຈົ້າໄດ້ຊຳລະແລະອຸທິດຖວາຍພວກເລວີແກ່ເຮົາແລ້ວ ພວກເຂົາຈຶ່ງຈະມີຄຸນສົມບັດເຮັດວຽກງານທີ່ຫໍເຕັນບ່ອນຊຸມນຸມໄດ້.
16
ເຮົາໄດ້ໃຫ້ເຈົ້າແຍກເອົາພວກເລວີ ແທນລູກກົກຂອງຊາວອິດສະຣາເອນທຸກຄົນ ແລະພວກເຂົາຈະເປັນຂອງເຮົາແຕ່ຜູ້ດຽວເທົ່ານັ້ນ.
17
ເມື່ອເຮົາໄດ້ຂ້າລູກກົກທັງໝົດໃນປະເທດເອຢິບນັ້ນ ເຮົາໄດ້ອຸທິດຖວາຍລູກກົກຂອງຊາວອິດສະຣາເອນແຕ່ລະຄອບຄົວໃຫ້ເປັນຂອງເຮົາ ຕະຫລອດທັງລູກຫົວປີຂອງສັດທຸກໆໂຕດ້ວຍ.
18
ບັດນີ້ ເຮົາກຳລັງຮັບເອົາພວກເລວີໄວ້ແທນລູກກົກຂອງຊາວອິດສະຣາເອນ;
19
ເຮົາໄດ້ມອບພວກເລວີໃຫ້ອາໂຣນແລະພວກລູກຊາຍຂອງລາວ ເປັນຂອງຖວາຍຈາກຊາວອິດສະຣາເອນ; ເພື່ອໃຫ້ພວກເລວີບົວລະບັດຫໍເຕັນບ່ອນຊຸມນຸມແທນປະຊາຊົນອິດສະຣາເອນທັງໝົດ ແລະເພື່ອປ້ອງກັນພວກເລວີຈາກໄພພິບັດທີ່ຈະມາຖືກພວກເຂົາ ເມື່ອໃດທີ່ພວກເຂົາເຂົ້າມາໃກ້ສະຖານທີ່ສັກສິດເກີນໄປ.”
20
ສະນັ້ນ ໂມເຊແລະອາໂຣນພ້ອມກັບປະຊາຊົນອິດສະຣາເອນ ຈຶ່ງໄດ້ອຸທິດຖວາຍພວກເລວີໃຫ້ແກ່ພຣະເຈົ້າຢາເວ ຕາມຄຳສັ່ງຂອງພຣະອົງ.
21
ພວກເລວີໄດ້ຊຳລະຕົນເອງແລະຊັກເຄື່ອງນຸ່ງຫົ່ມ ແລ້ວອາໂຣນກໍອຸທິດຖວາຍພວກເຂົາເປັນຂອງຖວາຍແກວ່ງໄປແກວ່ງມາໃຫ້ແກ່ພຣະເຈົ້າຢາເວ. ເພິ່ນໄດ້ປະກອບພິທີຊຳລະໃຫ້ພວກເຂົາຄືກັນ.
22
ປະຊາຊົນໄດ້ເຮັດທຸກໆສິ່ງຕໍ່ພວກເລວີ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້. ສະນັ້ນ ພວກເຂົາຈຶ່ງມີຄຸນສົມບັດເຮັດວຽກງານໃນຫໍເຕັນບ່ອນຊຸມນຸມ ໂດຍພາຍໃຕ້ການດູແລຂອງອາໂຣນແລະພວກລູກຊາຍຂອງເພິ່ນ.
23
ພຣະເຈົ້າຢາເວໄດ້ບອກໂມເຊອີກວ່າ,
24
“ຊາວເລວີແຕ່ລະຄົນທີ່ມີອາຍຸ 25ປີ ຂຶ້ນໄປ ຈະຕ້ອງປະຕິບັດໜ້າທີ່ໃນຫໍເຕັນບ່ອນຊຸມນຸມ;
25
ເມື່ອອາຍຸຮອດ 50ປີ ແລ້ວຈຶ່ງໃຫ້ພວກເຂົາເຊົາ.
26
ຫລັງຈາກນັ້ນແລ້ວ ພວກເຂົາອາດຊ່ວຍພີ່ນ້ອງເລວີຄົນອື່ນໆເຮັດໜ້າທີ່ຮັກສາໃນຫໍເຕັນບ່ອນຊຸມນຸມກໍໄດ້; ແຕ່ຢ່າໃຫ້ພວກເຂົາປະຕິບັດໜ້າທີ່ໂດຍຕົນເອງ. ອັນນີ້ ແມ່ນຂໍ້ບັງຄັບໃນການກຳນົດໜ້າທີ່ໃຫ້ພວກເລວີເຮັດ.”
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36